ໝາກຜົນໃນເບື້ອງຕົ້ນ ຂອງການເລືອກຕັ້ງ ຢູ່ອີຕາລີ

ໝາກຜົນໃນເບື້ອງຕົ້ນ ຂອງການເລືອກຕັ້ງ ຢູ່ອີຕາລີ - ảnh 1

ປະຊາຊົນ​ປ່ອນ​ບັດເລືອກ​ຕັ້ງຢູ່​ອີ​ຕາ​ລີ

(ພາບ:baotintuc.vn)

(vovworld) -  ວັນ​ທີ 26/2, ກະຊວງ​ພາຍ​ໃນ​ອີ​ຕາ​ລີ ​ໄດ້​ປະກາດໝາກຜົນ​ໃນ​ເບື້ອງ​ຕົ້ນຂອງການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດຢູ່​ປະ​ເທດ​ນີ້. ​ເຊິ່ງຕາມ​ນັ້ນ​ແລ້ວ, ສຳພັນທະ​ມິດ​ກາງ​ຊ້າຍ​ຂອງ​ການ​ນຳ Pier Luighi Bersani ພວມ​ນຳ​ໜ້າ​ໂດຍ​ຊົ່ວຄາວ​ດ້ວຍ​ອັດຕາ​ບັດ​ເລືອກ​ຕັ້ງສູງ​ກ່ວາ​ໝູ່​ຢູ່​ທັງ​ສະພາ​ຕ່ຳ ​ແລະ ສະພາ​ສູງ. ລະອຽດ​ຄື: ໝາກຜົນ​ການກວດ​ບັ​ດຢູ່​​ກ່ວາ 2/3 ສະຖານ​ທີ່​ປ່ອນ​ບັດ​ໃຫ້​ເຫັນ​ວ່າ: ສຳພັນທະ​ມິດ​ກາງ​ຊ້າຍ​ພວມ​ຍາດ​ໄດ້ 32,31% ຈຳນວນ​ບັດ​ເລືອກ​ຕັ້ງຢູ່​ສະພາ​ສູງ. ສຳພັນ​ທະ​ມິດ​ກາງ​ຂວາ​ຂອງ​ອະດີ​ດນາຍົກລັດຖະມົນຕີ Silvio Berlusconi  ຍາດ​ໄດ້ 29,94%. ຢູ່​ສະພາ​ຕ່ຳ, ພັນ​ທະ​ມິດ​ກາງ​ຊ້າຍກໍ່​ນຳ​ໜ້າ​ດ້ວຍ 31,62%.

   ພາຍຫຼັງ​ໝາກຜົນ​ໃນ​ເບື້ອງ​ຕົ້ນຂອງການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດຢູ່​ອີ​ຕາ​ລີ ​ໄດ້​ຮັບ​ການ​ປະກາດ, ສຳພັນ​ທະ​ມິດ​ກາງ​ຂວາ​ຂອງ​ອະດີ​ດນາຍົກລັດຖະມົນຕີ Silvio Berlusconi  ຖືວ່າ: ນີ້​ແມ່ນ​ສິ່ງຍອດ​ຢ້ຽມພາຍຫຼັງ​ທີ່​ສຳພັນທະ​ມິດ​ນີ້​ຍາດ​ໄດ້​ການ​ສະໜັບສະໜູນ​ຢ່າງ​ພຽງ​ພໍ. ທ່ານ​ນາຍົກລັດຖະມົນຕີຊົ່ວຄາວ Mario Monti ກໍ່​ສະ​ແດງ​ຄວາມ​ພຶງ​ພໍ​ໃຈ ​ເຖິງ​ວ່າ​ສຳພັນທະ​ມິດ​ຂອງ​ທ່ານ​ບໍ່​ສາມາດ​ມີ​ການກະທົບອັນ​ໃຫ່ຍຫຼວງ​ໃນ​ການ​ເລືອກ​ຕັ້ງທົ່ວ​ປະ​ເທດ​ໄດ້.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ