ປ່າສະຫງວນແຫ່ງຊາດ ແບກມ້າ

(vovworld)-ບົນ​ເສັ້ນທາງ​ແຕ່​ເໜືອ​ຮອດ​​ໃຕ້, ​ເມື່ອ​ໄປ​ຜ່ານ​ແຂວງ ​ເທື່ອ​ທຽນ​ເຫວ໋, ​ເຊິ່ງ​ແມ່ນ​ທ້ອງຖີ່​ນທີ່​ມີ​ປູ​ສະ​ນີຍະສະ​ຖານ​ປະຫວັດສາດ, ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ​ອັນ​ດັບ​ໜຶ່ງ​ຢູ່​ຫວຽດນາມ​ ຫຼາຍ​ແຫ່ງ, ມີ​ສະຖານ​ທີ່​ແຫ່ງ​ໜຶ່ງ​ເຊິ່ງນັກ​ທ່ອງ​ທ່ຽວ​ຜູ້​ໃດ​ກໍ່​ຢາກ​ແວ່​ຢາມ, ນັ້ນ​ແມ່ນ​ປ່າ​ສະຫງວນ​ແຫ່ງ​ຊາດ ​ແບກ​ມ້າ. ບໍ່​ພຽງ​ແຕ່​ແມ່ນ​ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ​ເທົ່າ​ນັ້ນ, ປ່າ​ສະຫງວນ​ແຫ່ງ​ຊາດ​ແບ​ກມ້າ ຍັງ​ແມ່ນ​ມໍລະດົກ​ທຳ​ມະ​ຊາດ​ທີ່​ຄວນ​ໄດ້​ຮັບ​ການ​ອະນຸລັກ​ຮັກສາ​ໄວ້​ອີກ​ດ້ວຍ. ​

ປ່າສະຫງວນແຫ່ງຊາດ ແບກມ້າ - ảnh 1

ຕາດນ້ຳ Do Quyen ໃນປ່າສະຫງວນ Bach Ma

(ພາບ: google.com.vn)

    ພູ​ແບ​ກມ້າ ​ແມ່ນ​ສາຍພູ​ທີ່​ສວຍ​ງາມ​ຕັ້ງ​ຢູ່​ລະຫວ່າງ​ແຂວງ​ເທື່ອ​ທຽນ​ເຫວ໋ ​ແລະ ນະຄອນ​ດ່າ​ນັ້ງ ຢູ່​ພາກ​ກາງ​ຫວຽດນາມ. ​ແບກ​ມ້າ ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ສາຍພູ​ຫຼວງ. ຈອມ​ພູ​ແບກ​ມ້າ ສູງ 1.450 ​ແມັດ ​ເມື່ອ​ທຽບ​ໃສ່​ໜ້າ​ນ້ຳ​ທະ​ເລ,  ​ເມກ​ເຝື້ອ​ຂາວ​ກະ​ຈະປົກ​ຄຸ​ມ​​ຕະຫຼອດ​ປີ. ຫຼຽວ​ມອງ​​​ໄປ​ແຕ່​ໄກໆ​ເຫັນ​ວ່າ, ​ແບກ​ມ້າ​ປຽບ​ເໝືອນ​ມ້າ​​ໂຕ​ໜຶ່ງ​ທີ່​ພວມຄູກ​ສະ​ເດັນອວດອົ່ງທາມ​ກາງ​ນ່ານຟ້າ. ຍ້ອນ​ເຫດ​ນັ້ນ, ​ເຂົາ​ເຈົ້າ​ຈຶ່ງ​ຕັ້ງ​ຊື່​ໃຫ້​ພູ​ແຫ່ງ​ນີ້​ວ່າ ”​ແບກ​ມ້າ” (ມ້າ​ຂາວ). ​ຈອມ​ພູແບກ​ມ້າ ຫ່າງ​ຈາກ​ທະ​ເລ​ປະມານ 10 ກມ ​ເທົ່າ​ນັ້ນ, ດັ່ງ​ນັ້ນ​ອຸນຫະພູມ​ສະ​​ເລ່ຍ​ໃນ​ແຕ່ລະ​ປີ​ປະມານ​ແຕ່ 18 - 23 ອົງສາ. ຈອມ​ພູ​ແບກ​ມ້າ​ໃຫຍ່​ໂຕ​ມະ​ໂຫຖານ, ຂຽວ​ອຸ່ມທູ່ມທັງ​ສີ່​ລະດູ, ທັງ​ມີ​ນ້ຳຕົກຕາດ, ຫ້ວຍ​ນ້ຳ​ທີ່​​ໃສ​ເຢັນ, ດັ່ງ​ນັ້ນ​ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ​ແບກ​ມ້າ ​ໄດ້​ກາຍ​ເປັນ​ບ່ອນ​ພັກຜ່ອນ​ຢ່ອນ​ອາລົມ​ດີ​ທີ່​ສຸດ, ປ່າ​ສະຫງວນ​ແຫ່ງ​ຊາດ​ແບກ​ມ້າ​ ພຽງ​ແຕ່​ຫ່າງ​ຈາກ​ນະຄອນ​ເຫວ໋ ​​ໄປ​ທາງ​ທິດ​ໃຕ້ເກືອບ 50 ກມ ​ເທົ່າ​ນັ້ນ, ທາງ​ຄົມມະນາຄົມ​ໄປ​ມາສະ​ດວກ​ສະບາຍ​ພໍ​ສົມຄວນ, ດັ່ງ​ນັ້ນ​ນີ້​ກໍ່​ແມ່ນ​ສະຖານ​ທີ່​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ມາ​ຢາມ ​ເມື່ອ​ເຂົາ​ເຈົ້າ​ມາ​ຢ້ຽມຢາມ​ກຸງ​ເກົ່າ​ເຫວ໋ - ນະຄອນ Festival ວັດທະນະທຳ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ. ມາ​ຢ້ຽມຢາມ​ປ່າ​ແບກ​ມ້າ, ນັກ​ທ່ອງ​ທ່ຽວຈະ​ໄດ້​ສຳ​ພັດ​ກັບ​ທຳ​ມະ​ຊາດ​ທີ່​ຮົກ​ເຮື້ອ​ວ່າງ​ເປົ່າ, ​ແລະ​ ໄດ້​ເຈືອ​ຈານ​ໃນ​ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ​ຂອງ​ພູຜາ​ປ່າ​ໄມ້ ​ແລະ​ ຫ້ວຍ​ນ້ຳ​ລຳ​ເຊຢູ່​ແຫ່ງ​ນີ້. ​ເອື້ອຍ Thu Thuy, ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກຮ່າ​ໂນ້ຍ, ​ເວົ້າ​ວ່າ:

    ”ປ່າ​ສະຫງວນ​ແບກ​ມ້າ ງາມ​ຫຼາຍ, ທຸກ​ສິ່ງ​ທຸກ​ຢ່າງ​ຍັງ​ຄົງ​ຮົກ​ເຮື້ອ​ວ່າງ​ເປົ່າ, ອາກາດ​ປອດ​ໂປ່​ງ.  ຢູ່​ເຫວ໋ ອາກາດ​ຮ້ອນ​ເອົ້າ, ​ແຕ່​ມາ​ຮອດ​ແຫ່ງ​ນີ້, ອາກາດ​ພັດ​ເຢັນ​ສະບາຍ. ນີ້​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ດີ​ທີ່​ສຸດ.”

ປ່າສະຫງວນແຫ່ງຊາດ ແບກມ້າ - ảnh 2

ປ່າດົງດິບ Bach Ma

(ພາບ: google.com.vn)

     ມາ​ຮອດ​ປະຈຸ​ບັນ, ບັນດາ​ນັກວິທະຍາສາດ​ໄດ້​ຮັບ​ຮູ້​ວ່າ​ຢູ່ປ່າ​ສະຫງວນ​ແບກ​ມ້າ ມີ​ສັດ​ເກືອບ 1.500 ປະ​ເພດ, ​​ໃນ​ນັ້ນ​ນົກ​ມີ 360 ປະ​ເພດ, ສັດ​ເລືອ​ຄານ 30 ປະ​ເພດ...  ສັດ​ທີ່​ຖືກ​ນຳ​ເຂົ້າ​ປື້​ມປົກ​ແດງ​ຂອງ​ຫວຽດນາມ ມີ 68 ປະ​ເພດ, ຕົວຢ່າງ​ຄືໄກ່​ຟ້າ​ຫ່ອນ​ສີຂາວ. ​ໄປ​ລຽບ​ຕາມ​ເສັ້ນທາງ​ຄົດ​ລ້ຽວ​ໃນ​ປ່າ, ທ່ານ​ຈະ​ໄປ​ຜ່ານ​ສະຖານ​ທີ່​, ທັດສະນີ​ຍະ​ພາບ​ທີ່​ມີ​ຊື່​ສຽງຕ່າງໆ​ຂອງ​ປ່າຄື: ທາງ ປ່າ ຈີ້​ຊາວ, ຕາດນ້ຳຕົກ ​ໂດກ​ວຽນ, ງູ້​ໂຫ ຫຼື​ທາງ​ໄປ ຫາຍ​ວ້ອງດ່າ​ຍ ຢູ່​ເທິງ​ຈອມ​ພູ​ແບກ​ມ້າ…, ນັກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​ໄດ້​ຮັບຟັງ​ການແນະນຳກ່ຽວ​ກັບ​ຄວາມ​ງາມ, ຄວາມ​ຮັ່ງມີ​ຂອງ​ປ່າ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຮັບ​ສານ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ປ່າ, ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ຢູ່​ປ່າ​ສະຫງວນ​ແຫ່ງ​ຊາດ​ແບກ​ມ້າ ອີກ​ດ້ວຍ. ອ້າຍ Truong Cam , ພະນັກງານຄຸ້ມ​ຄອງ​ປ່າ​ໄດ້​ແນະນຳ​ກ່ຽວ​ກັບ​ຈຸດ​ພິ​ເສດສະ​ເພາະ​ຂອງ​ປ່າ​ສະຫງວນ​ແບກ​ມ້າ ວ່າ:

    ”​ໄມ້​ຢູ່​ໃນ​ປ່າ​ສ່ວນ​ຫຼາຍ​​ແມ່ນ​​​ໄມ້ແກ່, ​ແຕ່​​ມີ​ຫຼາຍຕົ້ນຍັງ​ນ້ອຍ​ຢູ່, ຍ້ອນ​ມີ​ຫຼາຍ​ປັດ​ໃຈ​​ກະທົບ​ໃສ່ຕົ້ນ​ໄມ້, ທີ​ໜຶ່ງ​ແມ່ນ​ຍ້ອນ​ບັນຫາ​ທາດ​ດິນ, ທີ​ສອງ​ແມ່ນ​ປະລິມານ​ນ້ຳຝົນ, ທີ​ສາມ​ແມ່ນ​​ແຮງ​ລົມ. ສ່ວນ​ສັດ​ຢູ່​ທີ່​ນີ້, ເຄີຍພົບ​ເຫັນ​ໝູ​ປ່າ, ບາງ​ເທື່ອ​ກໍ່​ພົບ​ເຫັນ​ກວາງ​,​ໂຕ​ໝີ (ໝີ​ມ້າ, ໝີ​ໝາ)…ພິ​ເສດ​ມີ​ຕົ້ນ​ໄມ້​ປະ​ເພດ​ໜຶ່ງ, ​ໃນ​ຕົ້ນ​ດຽວ​ມີ​ໃບ​ໄມ້​ເຖິງ 2 ຊະນິດ​ເຊິ່ງນັກ​ທ່ອງ​ທ່ຽວ​ມັກ​ເອີ້ນ​ວ່າ​ຕົ້ນ​ໄມ້ hiji..”

ປ່າສະຫງວນແຫ່ງຊາດ ແບກມ້າ - ảnh 3

ຈອມພູ Bach Ma

(ພາບ: google.com.vn)

    ທ່ອງ​ທ່ຽວ​ໃນ​ປ່າ, ບາງ​ເທື່ອ​ທ່ານ​ຈະ​ເຫັນ​ໜອງ​ນ້ຳ​ນ້ອຍໆ​, ​ແລະ​​ແລະ​ ບັນດາ​ຫ້ວຍ​ນ້ຳ​ທີ່​ສ່ອງ​ໃສ. ນັກ​ທ່ອງ​ທ່ຽວ​ອາດ​ຈະ​ພັກຜ່ອນ​ຢູ່​ແຄມ​ຫ້ວຍ ຫຼື​ພັກຜ່ອນ​ຢູ່​ເຮືອນ​ພັກຜ່ອນ​ບຳລຸງ​ສຸຂະພາບ​ຢູ່​ຕີນ​ພູ ຫຼື​ຈອມ​ພູ ​ເພື່ອ​ສືບ​ຕໍ່​ລາຍການ​ທ່ອງ​ທ່ຽວ​ເຮືອນ​ສວນ, ​ໄປ​ຢ້ຽມຢາມ​ສວນ​ດອກ​ໄມ້​ອັນ​ລ້ຳ​ຄ່າ​ຫາ​ຍາກ. ສິ່ງ​ພິ​ເສດ​ນັ້ນ​ແມ່ນ, ຢູ່​ປ່າ​ສະຫງວນ​ແຫ່ງ​ຊາດ​ແບກ​ມ້າ, ພື້ນຖານ​ໂຄງ​ລ່າງ, ການ​ບໍລິການ, ພາຫະນະ​ອຸປະກອນ​ໄປມາທັງ​ໝົດ​ໃນ​ປ່າລ້ວນ​ແຕ່​ຮັບປະກັນ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ສູງ​ສຸດ. ທ່ານ Huynh Van Keo, ຜູ້ອຳນວຍການ​ປ່າ​ສະຫງວນ​ແຫ່ງ​ຊາດ​ແບກ​ມ້າ, ​ໃຫ້​ຮູ້​ວ່າ:

    ”​ສຳ​ຫຼັບການ​ພັດທະນາການທ່ອງທ່ຽວ​​ແບກ​ມ້າ, ນີ້​ແມ່ນ​ຮູບ​ການທ່ອງທ່ຽວ​ພິ​ເສດ, ນັ້ນ​ແມ່ນ​ທ່ອງ​ທ່ຽວຊີວະ​ພາບ, ດັ່ງ​ນັ້ນ​ຕ້ອງ​ເນັ້ນ​ໜັກ​ເຖິງ​ວຽກ​ງານ​ອະນຸລັກ​ຮັກສາ​ເປັນ​ຕົ້ນ. ສຳ​ຫຼັບ​ແບ​ກມ້າ, ນອກຈາກ​ບັນຫາ​ລົງທຶນ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ຄຸ້ມ​ຄອງ, ອະນຸລັກ​ຮັກສາ​ຊີວະ​ນາ​ໆ​ພັນ​ແລ້ວ, ​ແມ່ນ​ຕ້ອງ​ດຳ​ເນີນ​ການ​ລົງທຶນ​ໃຫ້​ແກ່​ການທ່ອງທ່ຽວ​ຊີວະ​ພາບ​ອີກ… ດັ່ງ​ນັ້ນ, ​ໃນ​ອະນາຄົດ, ​ແຂວງ​ເທື່ອ​ທຽນ​ເຫວ໋ ​ແລະ​ ກະຊວງ​ກະ​ສີ​ກຳ ​ແລະ​ ພັດທະນາ​ຊົນນະບົດ​ຫວຽດນາມ ຈະ​ສົ່ງ​ເສີມ​ບັນດາ​ນັກ​ລົງທຶນ​ເຂົ້າ​ຮ່ວມ​ການ​ພັດທະນາ​ຕາມ​ທິດ​ນີ້”.

    ທຳ​ມະ​ຊາດ​ສວຍ​ງາມ, ຮົກ​ເຮື້ອ​ວ່າງ​ເປົ່າ​ຂອງ​ແບກ​ມ້າ​ໄດ້​ເຮັດ​ໃຫ້​ຜູ້​ມາ​ຢາມ​​ຮູ້ສຶກ​ສະບາຍ​ໃຈ, ​ແລະ​ ມີ​ຄວາມ​​ໃກ້​ສິດ​ສະໜິດສະໜົມ​ກັບ​ທຳ​ມະ​ຊາດ, ຕົ້ນ​ໄມ້​​ໃບ​ຫຍ້າ, ສັດສາ​ວາ​ສິ່ງ​ຢູ່​ທີ່​ນີ້ກວ່າ…​ແລະ ​ມີ​ສານ​ໜຶ່ງ​ເຊິ່ງຜູ້​ໃດ​ກໍ່​ຮັບ​ຮູ້​ໄດ້​ພາຍຫຼັງ​ການ​ຢ້ຽມຢາມ​ແຫ່ງ​ນີ້, ນັ້ນ​ແມ່ນ​ຄວນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປົກ​ປັກ​ຮັກສາ​ທັດສະນີ​ຍະ​ພາບ​ທຳ​ມະ​ຊາດ ​ເຊິ່ງດິນ​ຟ້າ​ໄດ້​ບັນດານ​ໃຫ້.

ຕອບກັບ

ຂ່າວ/ບົດ​ອື່ນ