ຮູບແບບ “ກັບຄືນຄວາມເຊື່ອໝັ້ນ, ຮັກສາຄວາມສະຫງົບຂອງໝູ່ບ້ານ” ລວມມີ 4 ກຳລັງ: ສະມາຊິກພັກ, ພະນັກງານ, ຜູ້ມີອິດທິພົນຊື່ສຽງ; ຍົດສັກຕຳແຫນ່ງ, ສາດສະຫນາ ແລະ ບັນດາຜູ້ທີ່ໄດ້ກັບຄືນມາດຳເນີນຊີິວິດດ້ານສາສະຫນາ, ມີແນວຄວາມຄິດກ້າວຫນ້າ. ຮູບແບບນີ້ທັງຕອບສະຫນອງໄດ້ຄວາມຕ້ອງການເຫລື້ອມໃສ ເຊື່ອຖືສາສະຫນາຂອງປະຊາຊົນ ໂດຍບໍ່ຖືກບັນດາອິດທິກຳລັງສວຍໃຊ້ດ້ານສາສະຫນາເພື່ອຕ້ານທຳລາຍອຳນາດການປົກຄອງ. ທ່ານ Rah Lan Chung ປະທານ ຄະນະກຳມະການປະຊາຊົນ ແຂວງ ຢາລາຍ ໃຫ້ຮູ້ວ່າ:
“ຈຸດພິເສດລວມຂອງຮູບແບບດັ່ງກ່າວ ນັ້ນແມ່ນການລະດົມ, ກຳລັງແຮງຂອງປະຊາຊົນທຸກຊັ້ນວັນນະ, ຂອງທັງລະບົບການເມືອງໃນການເຂົ້າຮ່ວມການຂົນຂວາຍ, ລະດົມຜູ້ທີ່ເຄີຍການກະທຳຜິດທີ່ໄດ້ຟັງຄວາມ ແລະ ໄປຕາມອົງການປະຕິການ Fulro ກໍຄືໄປຕາມສາສະຫນາໂປແຕສະຕັງ ເດກາ ກັບຄືນດຳເນີນຊີວິດຢູ່ບັນດາສາສະຫນາທາງການ. ຮູບແບບນີ້ ແມ່ນຂົວຕໍ່ລະຫວ່າງປະຊາຊົນກັບອຳນາດການປົກຄອງ ແລະ ກໍ່ສະແດງໃຫ້ເຫັນທັດສະນະຂອງພັກ, ລັດ ໃນວິວັດການປະຕິບັດແຜນນະໂຍບາຍກ່ຽວກັບຄວາມສະເຫມີພາບດ້ານເຊື່ອຖືສາສະຫນາ, ຊີວິດຂອງປະຊາຊົນຊາວຊົນເຜົ່າສ່ວນຫນ້ອຍຢູ່ບໍລິເວນແຂວງ ຢາລາຍ ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກລັດ”.
ຮູບການໂຄສະນາການຂົນຂວາຍຂອງຮູບແບບ “ກັບຄືນຄວາມເຊື່ອໝັ້ນ, ຮັກສາຄວາມສະຫງົບຂອງໝູ່ບ້ານ” ແມ່ນມີຫລາຍຮູບແບບຄື: ການຂົນຂວາຍສ່ວນບຸກຄົນແຕ່ລະຄົນ, ຮຽກໂຮມປະຊາຊົນມາປະຊຸມ, ນຳໃຊ້ບັນດາສື່ສັງຄົມເພື່ອໂຄສະນາ... ພິເສດແມ່ນການສົມທົບຢ່າງແຫນ້ນແຟ້ນກັບບັນດາຜູ້ມີຍົດສັກຕຳແຫນ່ງ, ຜູ້ມີອິດທິພົນຊື່ສຽງໃນບໍລິເວນ. ອ້າຍ Kpă Pih ຢູ່ ຕາແສງ ອີອາ ກລາຍ ເມືອງ ຈືເຊ ກໍ່ແມ່ນຫນຶ່ງໃນກໍລະນີດ່ັງກ່າວ.
“ຂ້າພະເຈົ້າໄດ້ໄປຕາມສາສະຫນາໂປແຕສະຕັງ ເດກາ. ຂ້າພະເຈົ້າເຫັນວ່າ ການກະທຳນັ້ນແມ່ນຜິດກົດໝາຍແລ້ວ ຂ້າພະເຈົ້າໄດ້ຮັບຄວາມໃຫ້ກຳລັງໃຈຈາກພະນັກງານຕາແສງ, ເມື່ອປະສົບກັບຄວາມຫຍຸ້ງຍາກພວກຂ້າພະເຈົ້າກໍ່ໄດ້ຮັບການຊ່ວຍເຫລືອຈາກພະນັກງານຕາແສງ”.
ໂດຍແມ່ນຫົວໂປ່ຂອງອົງການ Fulro ຂັ້ນເຂດ, ຮັກສາບົດບາດຫລັກແຫລ່ງໃນການຈາລະຈົນຢູ່ Ayun Pa ໃນປີ 2001 ຢາກສ້າງຕັ້ງສິ່ງທີ່ເອີ້ນວ່າ “ລັດ ເດກາ”, ທ່ານ Siu Un ຢູ່ Ia Ake, ເມືອງ ຟູທ້ຽນ ປະຈຸບັນໄດ້ກັບຕົວກັບໃຈ. ລຸງ Siu Un ຮູ້ສຶກວ່າ ຢູ່ ຫວຽດນາມ ສິດເສລີໃນການເຊື່ອຖືສາສະຫນາຂອງປະຊາຊົນ, ໃນນັ້ນ ມີຊາວຊົນເຜົ່າ ຢາລາຍ ຍາມໃດກໍ່ໄດ້ຮັບຄວາມເຄົາລົບ ແລະ ຮັບປະກັນການປະຕິບັດຈາກພັກ, ລັດ.
“ບັນດາອິດທິກຳລັງຢູ່ຕ່າງປະເທດ ໄດ້ຍຸແຍ່, ກ່ອນນີ້ ຂ້າພະເຈົ້າໄດ້ຫວ່ານໃບປິວຢູ່ບັນດາໝູ່ບ້ານ ຢາກສ້າງຕັ້ງລັດ ເດກາເອກະລາດ. ຂ້າພະເຈົ້າຮູ້ສຶກເສຍໃຈຫລາຍ ບໍ່ຮູ້ວ່າເປັນຫຍັງຄືເຮັດແນວນັ້ນ, ຖືກພວກຄົນຊົ່ວສວຍໃຊ້. ແຕ່ປີ 2015 ຂ້າພະເຈົ້າກັບຄືນໃນຄວາມເຊື່ອໝັ້ນ, ກັບຄືກັບສາສະຫນາທາງການ ແມ່ນສາສະຫນາຊື່ງພັກ, ລັດ ໃຫ້ອະນຸຍາດເຄື່ອນໄຫວ. ພັກ, ລັດ, ອຳນາດການປົກຄອງສ້າງທຸກເງື່ອນໄຂໃຫ້ແກ່ຂ້າພະເຈົ້າດຳເນີນຊີວິດທາງດ້ານສາສະຫນາ. ຂ້າພະເຈົ້າປາດຖະຫນາຢາກໃຫ້ພໍ່ແມ່ປະຊາຊົນຢູ່ ແຂວງ ຢາລາຍ, ແຂວງ ດັກລັກ.. ຈົ່ງກັບຄືນສູ່ກັບສາສະຫນາທາງການ”.
ເຮືອນແຫ່ງຄວາມເມດຕາໂດຍ ທະນາຄານ BIDV ມອບໃຫ້ປະຊາຊົນ (ພາບ: VOV5) |
ຄຽງຄູ່ກັບການຂົນຂວາຍພໍ່ແມ່ປະຊາຊົນຢູ່ໃນສິນກິນໃນທຳ, ຮູບແບບ “ກັບຄືນຄວາມເຊື່ອໝັ້ນ, ຮັກສາຄວາມສະຫງົບຂອງໝູ່ບ້ານ” ຍັງຫນູນຊ່ວຍໃຫ້ເຂົາເຈົ້າມີຊີວິດເປັນປົກກະຕິ, ພັດທະນາເສດຖະກິດ. ທ່ານນາງ ເຈືອງທິແທງຮ່ວາ, ປະທານ ສະມາຄົມແມ່ຍິງ ຕາແສງ ອີອາເປັດ ເມືອງ ດັກດວາ ໃຫ້ຮູ້ວ່າ:
“ພວກເອື້ອຍທີ່ມີຜົວຫລືລູກ ຫລື ພວກເອື້ອຍເອງໄປຕາມສາສະຫນາໂປແຕສະຕັງ ເດກາ ນັ້ນ ພວກຂ້າພະເຈົ້າກໍ່ໄດ້ຫນູນຊ່ວຍເຂົາເຈົ້າກ່ຽວກັບຮູບແບບທຳມາຫາກິນຜ່ານການລ້ຽງໝູພັນ ເພື່ອໃຫ້ເຂົາເຈົ້າມີເງື່ອນໄຂພັດທະນາເສດຖະກິດ. ຈາກນັ້ນ ກໍ່ສົ່ງຜົນກະທົບເຖິງເອື້ອຍນ້ອງ ແລະ ຜ່ານນັ້ນ ກໍ່ມີຜົນສະທ້ອນເຖິງຜູ້ເປັນຜົວ, ລູກເຕົ້າຂອງເຂົາເຈົ້າ”.
ຮູບແບບ “ກັບຄືນຄວາມເຊື່ອໝັ້ນ, ຮັກສາຄວາມສະຫງົບຂອງໝູ່ບ້ານ” ແມ່ນວິທີເຮັດທີ່ແຕກຕ່າງຂອງແຂວງ ຢາລາຍ ເມື່ອທຽບໃສ່ກັບບັນດາທ້ອງຖິ່ນອື່ນຢູ່ ໄຕງວຽນ. ມາຮອດປະຈຸບັນ ຮູບແບບນີ້ໄດ້ສ້າງເປັນກວ່າ 70 ຫນ່ວຍຂົນຂວາຍໄດ້ເກືອບ 800 ກໍລະນີຊື່ງກ່ອນນັ້ນເຂົາເຈົ້າໄປຕາມສາສະຫນາຝືນກັບໂປແຕສະຕັງເດກາ ໄດ້ກັບຄືນມາພ້ອມກັບບັນດາອົງການສາສະຫນາໂດຍລັດຮັບຮູ້. ພັນເອກ ຫງວຽນງອັກເຊີນ, ຮອງຫົວຫນ້າອົງການຕຳຫລວດແຂວງ ຢາລາຍ ຕີລາຄາວ່າ:
“ຮູບແບບນີ້ ໄດ້ຮັບຄວາມເຫັນດີ, ການສະຫນັບສະຫນູນຂອງປະຊາຊົນ. ຮູບແບບແກ້ໄຂຄວາມເຊື່ອໝັ້ນດ້ານສາສະຫນາໄດ້, ຊ່ວຍມະຫາຊົນມີຄວາມເຊື່ອໝັ້ນກັບຄືນບັນດາອົງການສາສະນາທາງການ”.
ຮູບແບບ “ກັບຄືນຄວາມເຊື່ອໝັ້ນ, ຮັກສາຄວາມສະຫງົບຂອງໝູ່ບ້ານ” ໄດ້ສ້າງເງື່ອນໄຂໃຫ້ແກ່ຜູ້ທີ່ເຄີຍການກະທຳຜິດໄດ້ກັບຄືນຄວາມເຊື່ອໝັ້ນ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ຮູບແບບນີ້ຈະສືບຕໍ່ໄດ້ທະວີຄູນອອກສູ່ທົ່ວແຂວງ ຢາລາຍ.