ກຳລັງຕຳຫລວດ ລົງພົບປະກັບຜູ້ມີອິດທິພົນຊື່ສຽງ ຢູ່ ເມືອງ ຟູທ້ຽນ ແຂວງ ຢາລາຍ. |
ລຸງ ໄນຢາວ ແມ່ນເຈົ້າກົກເຈົ້າເຫລົ່າຢູ່ ບ້ານ ໂຊມາເຣິງ ຕາແສງ ອີອາ ແປງ ເມືອງ ຟູທ້ຽນ. ເຈົ້າກົກເຈົ້າເຫລົ່າ ໄນຢາວ ມີຄວາມເອົາໃຈໃສ່ເຖິງການຊ່ວຍເຫລືອປະຊາຊົນຊາວເຜົ່າສ່ວນຫນ້ອຍເປັນທີ່ສຸດ.
“ຂ້າພະເຈົ້າໄດ້ໂຄສະນາໃຫ້ແກ່ພໍ່ແມ່ປະຊາຊົນ ຮູ້ຈັກເຖິງແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ. ບັນດາຜູ້ທີ່ມີການກະທຳຜິດເມື່ອກັບຄືນເມືອທ້ອງຖິ່ນ, ຂ້າພະເຈົ້າ ກໍ່ໄປຢື້ຢາມຖາມຂ່າວ, ລະດົມກຳລັງໃຈໃຫ້ເຂົາເຈົ້າ. ພ້ອມທັງ ສ້າງເງື່ອນໄຂສະດວກຊ່ວຍເຫລືອໃຫ້ເຂົາເຈົ້າເຮັດບັດປະຈຳຕົວ, ສຳມະໂນຄົວ. ຂ້າພະເຈົ້າໄດ້ສົມທົບກັບອຳນາດການປົກຄອງເປັນປະຈຳເພື່ອໂຄສະນາຂົນຂວາຍປະຊາຊົນສ້າງຊີວິດຢ່າງສີວິໄລ, ລົບລ້າງຮີດຄອງປະເພດນີທີ່ຫລ້າຫລັງ. ຂົນຂວາຍພໍ່ແມ່ປະຊາຊົນເພີ່ມທະວີການອອກແຮງງານ, ທຳການຜະລິດເພື່ອລົບລ້າງຄວາມອຶດຫິວທຸກຍາກ, ຍົກສູງຊີວິດການເປັນຢູ່, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳ, ຈຸດຄວາມງາມທີ່ເປັນມູນເຊື້ອຂອງຊາວຊົນເຜົ່າ”.
ຜູ້ມີອິດທິພົນຊື່ສຽງໃນປະຊາຄົມຊາວຊົນເຜົ່າສ່ວນຫນ້ອຍ, ພິເສດ ແມ່ນບົດບາດຂອງເຈົ້າກົກເຈົ້າເຫລົ່າ, ຜູ້ມີຍົດສັກ ໃນລະບົບການເມືອງຢູ່ຮາກຖານ ແມ່ນມີຄວາມສຳຄັນ ແລະ ປະກອບສ່ວນອັນໃຫຍ່ຫລວງໃນການພັດທະນາເສດຖະກິດ, ປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງແຂວງ ກໍ່ຄືຮັກສາຄວາມເປັນລະບຽບຮຽບຮ້ອຍ ຄວາມໝັ້ນຄົງ. ທ່ານ ກະຊໍ ດູອີງ ຫົວຫນ້າກຸ່ມຊາວໂປແຕັດສະຕັງ ພາກໃຕ້ ຫວຽດນາມ ຢູ່ ບ້ານ ໂຊມາຣົງ ຕາແສງ ອີອາ ແປງ ເມືອງ ຟູທ້ຽນ ໃຫ້ຮູ້ວ່າ:
“ແຕ່ປີ 2019 ຂ້າພະເຈົ້າໄດ້ສ້າງຕັ້ງກຸ່ມຊາວໂປແຕັດສະຕັງ ພາກໃຕ້ ຫວຽດນາມ ຢູ່ເຮືອນຂອງຂ້າພະເຈົ້າເອງ. ຂ້າພະເຈົ້າໄດ້ໂຄສະນາຂົນຂວາຍ 14 ຄອບຄົວ ດ້ວຍປະຊາຊົນ 60 ຄົນທີ່ເຊື່ອຖືສາສະຫນາແບບຜິດກົດໝາຍ ກັບຄືມາດຳເນີນຊີວິດດ້ານສາສະຫນາຢູ່ເຮືອນຂອງຂ້າພະເຈົ້າ. ຂ້າພະເຈົ້າເວົ້າກັບເຂົາເຈົ້າວ່າ ລັດບໍ່ອະນຸຍາດໃຫ້ສາສະຫນາໂປແຕັດສະຕັງ ເດ່ກາ ເຄື່ອນໄຫວ, ບໍ່ອະນຸຍາດໃຫ້ Fulro ເຄື່ອນໄຫວຕ້ານທຳລາຍພັກ, ລັດ ສະນັ້ນ ພວກອ້າຍຕ້ອງປ່ຽນແປງແນວຄິດເພື່ອໃຫ້ມີອະນາຄົດທີ່ດີກວ່າ. ປະຈຸບັນ ຊີວິດຂອງເຂົາເຈົ້າແມ່ນດີຫລາຍແລ້ວ, ຢູ່ໃນສິນກິນໃນທຳ”.
ທ່ານ ໄນຢາວ ຜູ້ມີອິດທິພົນຊື່ສຽງ ຢູ່ ເມືອງ ຟູທ້ຽນ ແຂວງ ຢາລາຍ. |
ມີຊ່ວງເວລາທີ່ເຊື່ອຕໍ່ສິ່ງທີ່ເອີ້ນວ່າ “ລັດ ເດ່ກາ”, ທ່ານ Ksor Bhat ຢູ່ ຕາແສງ ອີອາ ອາແກ ເມືອງ ຟູທ້ຽນ ໄດ້ຮູ້ສຶກວ່າຕົນເອງໄປຜິດທາງ. ຫລາຍຄົນບໍ່ເຖິງວ່າ ປະຈຸບັນ ທ່ານ ແມ່ນຜູ້ມີອິດທິພົນຊື່ສຽງຢູ່ທ້ອງຖິ່ນ, ຮັກສາຕຳແຫນ່ງເປັນຫົວຫນ້າກຸ່ມຊາວໂປແຕັດສະຕັງ ພາກໃຕ້ ຫວຽດນາມ ຢູ່ບ້ານ ເປີເລີຍ ລອກ ຕາແສງ ອີອາ ອາແກ ເມືອງ ຟູທ້ຽນ. ຍ້ອນ ບັນດາຜົນງານພົ້ນເດັ່ນໃນຂະບວນການທົ່ວປວງຊົນປົກປັກຮັກສາປະເທດຊາດ, ທ່ານ Ksor Bhat ໄດ້ຮັບການຍ້ອງຍໍຈາກຄະນະກຳມະການປະຊາຊົນ ຕາແສງ ອີອາ ອາແກ. ທ່ານ Ksor Bhat ໃຫ້ຮູ້ວ່າ:
“ກ່ອນນີ້ ຂ້າພະເຈົ້າໄປຕາມໂປແຕັດສະຕັງເດ່ກາ ປະຈຸບັນກັບຄືນເມືອບ້ານ, ທາງຕາແສງ ໄດ້ຮັບຮູ້ໃຫ້ຂ້າພະເຈົ້າເປັນຜູ້ມີຍົດສັກຂອງບ້ານ, ເປັນຫົວຫນ້າຄະນະປະຕິບັດງານແນວໂຮມ. ຕາແສງ ຕົກລົງເຫັນດີໃຫ້ຂ້າພະເຈົ້າສ້າງຕັ້ງກຸ່ມໂປແຕັດສະຕັງໃນປີ 2007. ຂ້າພະເຈົ້າ ພ້ອມກັບບັນດາຜູ້ເຊື່ອຖືສາສະຫນາ ປະຕິບັດທຸກແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ. ໂປແຕັດສະຕັງ ເດ່ກາ ແມ່ນແບ່ງແຍກມະຫາສາມັກຄີທົ່ວປວງຊົນທັງຊາດ, ເຮັດບໍ່ຖືກກັບແຜນນະໂຍບາຍຂອງພັກ ສະນັ້ນ ຂ້າພະເຈົ້າບໍ່ໄປຕາມອີກແລ້ວ. ຂ້າພະເຈົ້າ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ບໍ່ຄວນຟັງຄວາມພວກບໍ່ດີ”.
ແຕ່ລະປີ, ເມືອງ ຟູທ້ຽນ ໄດ້ຈັດຕັ້ງການລົງຢື້ຢາມຖາມຂ່າວ ພົບປະກັບບັນດາຜູ້ມີອິດທິພົນຊື່ສຽງໃນປະຊາຄົມ, ຈັດຕັ້ງບັນດາຊຸດອົບຮົມຊ່ວຍໃຫ້ເຂົາເຈົ້າເສີມຂະຫຍາຍບົດບາດໃນວົງຄະນາຍາດ. ພັນໂທ ຟານວັນກວັນ ຫົວຫນ້າຕຳຫລວດຕາແສງ ອີອາ ແປງ ເມືອງ ຟູທ້ຽນ ໃຫ້ຮູ້ວ່າ:
“ກຳລັງຜູ້ມີອິດທິພົນຊື່ສຽງຢູ່ຕາແສງ ແມ່ນຜູ້ມີອາຍຸສູງ, ເຈົ້າກົກເຈົ້າເຫລົ່າມີອິດທິພົນຊື່ສຽງໃນວົງຄະນາຍາດຊຸມຊົນ. ເຂົາເຈົ້າແມ່ນແບບຢ່າງໃນການດຳເນີນຊີວິດ ກໍ່ຄືໃນການອອກແຮງງານທຳການຜະລິດ, ພັດທະນາເສດຖະກິດຄອບຄົວ. ເຂົາເຈົ້າມີຜົນສະທ້ອນທີ່ດີຕໍ່ບັນດາເປົ້າໝາຍທີ່ຢູ່ພາຍໃນການຄຸ້ມຄອງ”.
ບັນດາຜູ້ມີອິດທິພົນຊື່ສຽງຢູ່ ເມືອງ ຟູທ້ຽນ ແມ່ນແບບຢ່າງນຳຫນ້າໃນບັນດາຂະບວນການຮັບປະກັນຊີວິດສັງຄົມ, ລົບລ້າງຄວາມອຶດຫິວທຸກຍາກ, ຕັ້ງຫນ້າຂົນຂວາຍປະຊາຊົນອອກແຮງງານທຳການຜະລິດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຢູ່ທ້ອງຖິ່ນ. ດ້ວຍບົດຮຽນ ແລະ ຄວາມເຂົ້າໃຈຂອງຕົນ, ຜູ້ມີອິດທິພົນຊື່ສຽງຢູ່ ເມືອງ ຟູທ້ຽນ ໄດ້ເສີມຂະຫຍາຍບົດບາດ, ຜົນສະທ້ອນຂອງຕົນໃນວົງຄະນາຍາດເປັນຢ່າງດີ ແມ່ນຂົວຕໍ່ລະຫວ່າງປະຊາຊົນ ແລະ ອຳນາດການປົກຄອງ.