ຊາວເມືອງ ເມື່ອງອາງ, ດ້ຽນບຽນພົ້ນທຸກຍ້ອນໄດ້ກູ້ຢືມທຶນຈາກ ທະນາຄານນະໂຍບາຍ

(VOVWORLD) -ເມື່ອງອາງ ແມ່ນໜຶ່ງໃນບັນດາເມືອງທີ່ທຸກຍາກ ໃນແຂວງ ດ້ຽນບຽນ. ເຊິ່ງແຕ່ລະປີ, ປະຊາຊົນໄດ້ຮັບບຸລິມະສິດ ຈາກຫຼາຍໂຄງການ, ນະໂຍບາຍໜູນຊ່ວຍຂອງລັດ. ໜຶ່ງໃນບັນດານະໂຍບາຍຫນູນຊ່ວຍ ພໍ່ແມ່ພີ່ນ້ອງລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ ນັ້ນແມ່ນແຫຼ່ງທຶນກູ້ຢືມຈາກທະນາຄານນະໂຍບາຍສັງຄົມ. ນີ້ແມ່ນບ່ອນອີງຢ່າງໝັ້ນຄົງໜັນແໜ້ນ ເພື່ອຊ່ວຍປະຊາຊົນຢູ່ແຫ່ງນີ້ບືນຕົວຂຶ້ນ ຫຼຸດພົ້ນອອກຈາກຄວາມທຸກຍາກ
ຊາວເມືອງ ເມື່ອງອາງ, ດ້ຽນບຽນພົ້ນທຸກຍ້ອນໄດ້ກູ້ຢືມທຶນຈາກ ທະນາຄານນະໂຍບາຍ - ảnh 1ຫຼາຍຄອບຄົວໄດ້ກູ້ຢືມທຶນຈາກທະນາຄານນະໂຍບາຍເພື່ອລ້ຽງສັດ 

ກ່ອນນີ້ 15 ປີ, ຄອບຄົວລຸງ ບາກເກິ່ມຟິວ ຢູ່ບ້ານ ນ່າເຢັນ ຕາແສງ ບຸງລາວ ເມືອງ ເມື່ອງອາງ ແຂວງ ດ້ຽນບຽນ ແມ່ນໜຶ່ງໃນບັນດາຄອບຄົວທີ່ທຸກຍາກກວ່າໜູ່ໃນບ້ານ. ເຖິງວ່າໄດ້ມີຄວາມພະຍາຍາມເຮັດໄຮ່ໄຖນາ, ລ້ຽງສັດກໍ່ຕາມ ແຕ່ເງິນກໍ່ບໍ່ພໍເພື່ອໃຊ້ຈ່າຍໃນຊີວິດປະຈຳວັນໃຫ້ແກ່ 7 ຄົນໃນຄອບຄົວ. ທ້າຍ 2003 ເມື່ອໄດ້ຮັບກູ້ຢືມເງິນ 10 ລ້ານດົ່ງ ຈາກທະນາຄານນະໂຍບາຍສັງຄົມ, ລຸງໄດ້ກ້າຫານລົງທຶນປູກກາເຟໃນເນື້ອທີ່ 9 ເຮັກຕາ ແລະ ເປີດກວ້າງການລ້ຽງສັດ. ພາຍຫຼັງ 5 ປີ ທີ່ໄດ້ທຳການປູກຝັງລ້ຽງສັດ, ຄອບຄົວຂອງລຸງກໍ່ໄດ້ຊຳລະໜີ້ໄດ້ໝົດ, ບືນຕົວຂຶ້ນຫຼຸດພົ້ນອອກຈາກຄອບຄົວທີ່ທຸກຍາກ. ປັດຈຸບັນຄອບຄົວລຸງ ບາກເກິ່ມຟິວ ກໍ່ສືບຕໍ່ນຳໃຊ້ແຫຼ່ງທຶນກູ້ຢືມນີ້ ເພື່ອເລັ່ງໃສ່ການພັດທະນາຮູບ ແບບລ້ຽງສັດ, ປູກຝັງນຳມາຊຶ່ງປະສິດທິຜົນເສດຖະກິດສູງ  ດ້ວຍຝຸງງົວຄວາຍ 6 ໂຕ, ສະລ້ຽງປາ 1 ສະ ພ້ອມກັບການປູກຕົ້ນໄມ້ກິນໝາກຫຼາຍຊະນິດອີກດ້ວຍ. ປັດຈຸບັນຄອບຄົວລຸງ ຟິວ ແມ່ນໜຶ່ງໃນບັນດາຄອບຄົວທີ່ຮັ່ງມີພໍສົມຄວນ ສາມາດບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກຈາກທຶນກູ້ຢືມ, ດ້ວຍຍອດລາຍຮັບໃນແຕ່ລະປີ ແມ່ນ 300 ລ້ານກວ່າດົ່ງ. ລຸງ ບາກເກິ່ມຟິວ ເວົ້າວ່າ:

      “ເມື່ອໄດ້ຮັບຄວາມເອົາໃຈໃສ່ ຈາກທະນາຄານນະໂຍບາຍ ທີ່ໃຫ້ກູ້ຢືມທຶນເພື່ອພັດທະນະເສດຖະກິດ, ຄອບຄົວຂ້າພະເຈົ້າກໍ່ໄດ້ປູກຕົ້ນກາເຟ ເຊິ່ງແມ່ນຕົ້ນໄມ້ທີ່ເປັນປາຍແຫຼມ. ປັດຈຸບັນຄອບຄົວຂອງຂ້າພະເຈົ້າ ກໍ່ໄດ້ເລີ່ມສຸມໃສ່ລົງທຶນປູກຕົ້ນໄມ້ກິນໝາກຊະນິດອື່ນໆເຊັ່ນ ໝາກກ້ວຍ, ໝາກມ່ວງ, ໝາກກ້ຽງ, ໝາກສົ້ມໂອ… ປັດຈຸບັນຄອບຄົວກໍ່ພໍກິນພໍຢູ່ ແລະ ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ”.

      ບໍ່ພຽງແຕ່ສຳລັບບັນດາຄອບຄົວໃນໝູ່ບ້ານເທົ່ານັ້ນ, ແຫຼ່ງທຶນກູ້ຢືມຈາກທະນາຄານນະໂຍບາຍສັງຄົມ ຍັງເປັນບ່ອນອີງເພື່ອບັນດາຊາວໜຸ່ມໃນບໍລິເວນເມືອງ ເມື່ອງອາງ ມີເງື່ອນໄຂສ້າງອາຊີບ. ທ່ານ ລໍ່ວັນເງືອງ ເລຂາຄະນະຊາວໜຸ່ມຕາແສງ  ບຸງລາວ ເມືອງ ເມື່ອງອາງ ໃຫ້ຮູວ່າ:

    “ຄະນະຊາວໜຸ່ມກໍ່ໄດ້ເຊັນສັນຍາ  ພ້ອມກັບທະນາຄານນະໂຍບາຍສັງຄົມ ແລະ ໄດ້ສ້າງເງື່ອນໄຂໃຫ້ບັນສະມາຊິກໃນຄະນະຊາວໜຸ່ມໄດ້ກູ້ຢືມທຶນ. ມາຮອດຈຸດເວລານີ້, ຄະນະຊາວໜຸ່ມໄດ້ຄຸ້ມຄອງ 9 ໜ່ວຍປະຢັດ ແລະ ກູ້ຢືມທຶນ, ມີສະມາຊິກຊາວໜຸ່ມ 420 ຄົນກູ້ຢືມທຶນ. ບັນດາສະມາຊິກນຳໃຊ້ແຫຼ່ງທຶນນີ້ຢ່າງມີປະສິດທິຜົນ ເພື່ອພັດທະນາການລ້ຽງສັດ ແລະ ພັດທະນາການຜະລິດດຳເນີນທຸລະກິດ, ການບໍລິການ, ດັ່ງນັ້ນ ອັດຕາການຫຼຸດພົ້ນອອກຈາກຄວາມທຸກຍາກແມ່ນສູງທີ່ສຸດ”.

      ສະເລ່ຍໃນແຕ່ລະປີ, ທະນາຄານນະໂຍບາຍສັງຄົມເມືອງ ເມື່ອງອາງ ໃຫ້ກູ້ຢືມທຶນໃໝ່ໃຫ້ແກ່ກວ່າ 3.000 ເທື່ອຄອບຄົວ ແລະ ບັນດາເປົ້າໝາຍນະໂຍບາຍອື່ນໆ, ດ້ວຍຈຳນວນເງິນປະມານ 80 ຕື້ດົ່ງເພື່ອໃຫ້ກູ້ຢືມ. ຕາມການຕີລາຄາຂອງອຳນາດການປົກຄອງທ້ອງຖິ່ນ, ແຫຼ່ງທຶນກູ້ຢືມຂອງທະນາຄານນະໂຍບາຍສັງຄົມ ໄດ້ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ ແລະ ຊ່ວຍໜູນສັງຄົມໃນບໍລິເວນ   ຢ່າງແທ້ຈິງ. ທ່ານ ຫງວຽນຫິວຮຽບ ຮອງປະທານຄະນະກຳມະການປະຊາຊົນເມືອງ ເມື່ອງອາງ ໃຫ້ຮູ້ວ່າ, ອັດຕາສ່ວນຄອບຄົວທີ່ທຸກຍາກໃນເມືອງຍັງເຫຼືອພຽງ 41% ເທົ່ານັ້ນ, ຫຼຸດຜ່ອນກວ່າ 10% ເມື່ອທຽບໃສ່ 3 ປີກ່ອນນີ້. ທ່ານ ຫງວຽນຫິວຮຽບ ໃຫ້ຮູ້ວ່າ:

     “ຜ່ານການສະຫຼຸບໃນແຕ່ລະປີ, ສັງເກດລວມແລ້ວ, ພໍ່ແມ່ພີ່ນ້ອງໄດ້ເສີມຂະຫຍາຍປະສິດທິຜົນ ຈາກການກູ້ຢືມທຶນຈາກທະນາຄານນະໂຍບາຍສັງຄົມໄດ້ເປັນຢ່າງດີ. ແຫຼ່ງທຶນກູ້ຢືມນີ້ໄດ້ຊ່ວຍໃຫ້ຫຼາຍຄອບຄົວ ພັດທະນາເສດຖະກິດແບບຍືນຍົງ, ມີແຫຼ່ງທຶນເພື່ອສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໃນທັນທີ. ແຕ່ລະປີ, ພວກຂ້າພະເຈົ້າ ສາມາດຫຼຸດຜ່ອນຄວາມທຸກຍາກຈາກ 5% ຫາ 6% ແລະ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງພໍສົມຄວນ”.

     ຈາກແຫຼ່ງທຶນກູ້ຢືມນຳທະນາຄານນະໂຍບາຍສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປົວແປງຍົກສູງເທື່ອລະກ້າວ ອັນໄດ້ປະກອບສ່ວນປະຕິບັດໂຄງການເປົ້າໝາຍ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໃຫ້ເປັນຢ່າງດີ ເຊິ່ງແຂວງ ດ້ຽນບຽນ ໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ