ຫັນ​ເປັນ​ດີ​ຈີ​ຕອນ​ຢູ່ ບິ່ງ​ເຢືອງ - ກຳ​ລັງ​ໜູນ​ເພື່ອ​ການ​ພັດ​ທະ​ນາ​ເສດ​ຖະ​ກິດສັງ​ຄົມ

(VOVWORLD) -ໄປພ້ອມກັບວິວັດທະນາການຫັນເປັນດີຈີຕອນຂອງ ຫວຽດນາມ, ແຂວງ ບິ່ງເຢືອງ ກໍແມ່ນທ້ອງຖິ່ນທີ່ນຳໜ້າໃນການຫັນເປັນດີຈີຕອນ, ເລື່ອນລຳດັບໃນຕາລະລາງຕີລາຄາດັດຊະນີດີຈີຕອນແຫ່ງຊາດຂື້ນເທື່ອລະກ້າວ. ການຫັນເປັນດີຈີຕອນແມ່ນກຳລັງໜູນ ເພື່ອໃຫ້ ບິ່ງເຢືອງ ເພີ່ມລະດັບຄວາມໄວໃນການພັດທະນາເສດຖະກິດສັງຄົມ, ສ້າງກຳລັງໜູນພັດທະນາແບບຍືນຍົງໃນໄລຍະຈະມາເຖິງ.
ຫັນ​ເປັນ​ດີ​ຈີ​ຕອນ​ຢູ່ ບິ່ງ​ເຢືອງ - ກຳ​ລັງ​ໜູນ​ເພື່ອ​ການ​ພັດ​ທະ​ນາ​ເສດ​ຖະ​ກິດສັງ​ຄົມ - ảnh 1ນະຄອນທ້ວນອານ, ແຂວງ ບິ່ງເຢືອງ (ພາບ: qdnd.vn)
  ປີ 2021, ດັດຊະນີຕີລາຄາການຫັນເປັນດີຈີຕອນຂອງ ບິ່ງເຢືອງ ຢືນອັນດັບທີ 22 ໃນຈຳນວນ 63 ແຂວງ, ນະຄອນ, ເຊິ່ງເພີ່ມຂຶ້ນ 9 ຂັ້ນເມື່ອທຽບໃສ່ປີ 2020. ນັບແຕ່ຕົ້ນປີມານີ້, ແຂວງບິ່ງເຢືອງ ໄດ້ປະກາດໃຊ້ຫຼາຍແຜນການຫັນເປັນດີຈີຕອນ, ໃນນັ້ນ, ແຂວງໄດ້ຜັນຂະຫຍາຍການປະຕິບັດທົດລອງ ສູນຕິດຕາມກວດກາ - ບໍລິຫານແບບອັດສະລິຍະແຂວງ ບິ່ງເຢືອງ (IOC); ຜັນຂະຫຍາຍລະບົບກ້ອງວົງຈອນປິດ, ບໍລິຫານການຈະລາຈອນ, ຄວາມເປັນລະບຽບຮຽບຮ້ອຍ ແລະ ແກ້ໄຂກໍລະນີລະເມີດລະບຽບການບໍລິຫານໃນບໍລິເວນແຂວງ. ນອກຈາກນັ້ນແລ້ວ, ທາງແຂວງກໍໄດ້ປະກາດໃຊ້ມະຕິວ່າດ້ວຍການຫັນເປັນດີຈີຕອນແຂວງ ບິ່ງເຢືອງ ຮອດປີ 2025, ກຳນົດທິດຮອດປີ 2030. ຕາມທ່ານ ເລຕວັນແອງ, ຫົວໜ້າພະແນກຖະແຫຼງຂ່າວ ແລະ ການສື່ສານແຂວງ ບິ່ງເຢືອງ ແລ້ວ, ປັດຈຸບັນ, ບິ່ງເຢືອງ ໄດ້ວາງອອກວິວັດທະນາການຫັນເປັນດີຈີຕອນ ດ້ວຍ 3 ເສົາຄ້ຳ ນັ້ນແມ່ນລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ.

“ໂດຍສືບທອດການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນບັນດາອົງການຂອງລັດ, ສືບຕໍ່ປະຕິບັດວິວັດທະນາການຫັນເປັນດີຈີຕອນ, ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ, ໃນນັ້ນ ໄດ້ສຸມໃສ່ການສ້າງລັດຖະບານດີຈຕີຕອນ, ພວກຂ້າພະເຈົ້າກໍ່ປະຕິບັດສຳເລັດໄດ້ຫຼາຍໜ້າວຽກພໍສົມຄວນແລ້ວ. ນັບແຕ່ປີ 2022 ແມ່ນສຸມໃສ່ບາງໜ້າທີ່ຈຸດສຸມຄື: ການຫັນເປັນດີຈີຕອນໂດຍຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງ, ມຸ່ງໄປເຖິງຜົນປະໂຫຍດຂອງປະຊາຊົນ, ວິສາຫະກິດ; ບຸລິມະສິດໃນການເລືອກປະຕິບັດວຽກງານສະໜອງບັນດາການບໍລິການທີ່ຈຳເປັນເພື່ອຮັບໃຊ້ປະຊາຊົນ ແລະ ວິສາຫະກິດ…”

ຫັນ​ເປັນ​ດີ​ຈີ​ຕອນ​ຢູ່ ບິ່ງ​ເຢືອງ - ກຳ​ລັງ​ໜູນ​ເພື່ອ​ການ​ພັດ​ທະ​ນາ​ເສດ​ຖະ​ກິດສັງ​ຄົມ - ảnh 2ສູນຕິດຕາມກວດກາ - ບໍລິຫານແບບອັດສະລິຍະແຂວງ ບິ່ງເຢືອງ (ພາບ:binhduong.gov.vn)
ແຂວງ ບິ່ງເຢືອງ ໄດ້ຕັ້ງເປົ້າໝາຍສູ້ຊົນຮອດປີ 2025 ແມ່ນປະຕິບັດສຳເລັດການຫັນເປັນດີຈີຕອນໃນບັນດາອົງການຂອງພັກ, ລັດ, ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ໂດຍພື້ນຖານ; ສູ້ຊົນພັດທະນາເສດຖະກິດສັງຄົມໃຫ້ກວມເອົາປະມານ 30% GRDP ໃນປີ 2025, ຮອດປີ 2030 ກາຍເປັນສູນເລີ່ມດຳເນີນທຸລະກິດປະດິດຄິດສ້າງຂອງທົ່ວປະເທດ, ຮອດປີ 2045 ກາຍເປັນໜຶ່ງໃນບັນດາສູນຜະລິດ ແລະ ການບໍລິການອັດສະລິຍະ, ສູນເລີ່ມປະກອບການທຸລະກິດ, ປ່ຽນແປງໃໝ່ປະດິດຄິດສ້າງຂອງພາກພື້ນ ອາຊີ.

ໄລ່ຮອດຈຸດເວລານີ້, ບິ່ງເຢືອງ ໄດ້ປະຕິບັດສຳເລັດທັງໝົດ 4 ລະດັບການພັດທະນາລັດຖະບານເອເລັກໂຕນິກ, ພັດທະນາພື້ນຖານໂຄງລ່າງອິນເຕີເນັດ ແລະ ນຳໃຊ້ອິນເຕີເນັດເພື່ອສົ່ງຕໍ່ຂໍ້ມູນລະຫວ່າງບັນດາອົງການຈັດຕັ້ງພັກ, ລັດຢ່າງມີປະສິດທິຜົນ. ປັດຈຸບັນ, ສູນຂໍ້ມູນຂອງແຂວງ ໄດ້ລົງທຶນ ແລະ ສືບຕໍ່ເປີດກວ້າງດ້ວຍຮູບແບບສູນຂໍ້ມູນຫຼັກ ແລະ ສູນຂໍ້ມູນສຳຮອງ ຕອບສະໜອງຄວາມຕ້ອງການຜັນຂະຫຍາຍໂປຼແກຼມທີ່ຄຸ້ມຄອງຂໍ້ມູນລວມໃຫ້ແກ່ອຳນາດການປົກຄອງ, ພ້ອມທັງຮັບປະກັນພື້ນຖານໂຄງລ່າງແກ່ການສ້າງຕົວເມືອງອັດສະລິຍະຂອງແຂວງ.

ບິ່ງເຢືອງ ໄດ້ ແລະ ກຳລັງກໍ່ສ້າງສູນຕ່າງໆ ເພື່ອແນໃສ່ດຶງດູດກໍາລັງເຕັກໂນໂລຢີເຂົ້າມາ ເພື່ອພັດທະນາຜະລິດຕະພັນ, ຄົ້ນຄວ້າເຕັກໂນໂລຢີ 4.0, ໂຮງງານອັດສະລິຍະ ເພື່ອໝູນໃຊ້ເຂົ້າໃນການຜະລິດຕົວຈິງເທື່ອລະກ້າວ. ທາງແຂວງກໍໄດ້ຄາດຄະເນຈະພັດທະນາພື້ນຖານໂຄງລ່າງດີຈີຕອນໃຫ້ເປັນພື້ນຖານແກ່ການສ້າງລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ນອນໃນກຸ່ມແຖວໜ້າຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບວິທະຍາສາດການຂໍ້ມູນ (Data Science) ແລະ ປັນຍາປະດິດ (AI). ກ່ຽວກັບການກຳນົດທິດຫັນເປັນດີຈີຕອນໃນບໍລິເວນແຂວງ ໃນໄລຍະຈະມາເຖິງ, ທ່ານ ຫງວຽນຫວຽດລອງ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຢີແຂວງ ບິ່ງເຢືອງ ໃຫ້ຮູ້ວ່າ:

“ຕ້ອງເຕົ້າໂຮມ ແລະ ຜູກພັນນັກຊ່ຽວຊານ, ນັກວິທະຍາສາດ ເຂົ້າກັນເພື່ອໜູນຊ່ວຍແຂວງສ້າງຍຸດທະສາດຕ່າງໆກ່ຽວກັບການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ຍູ້ແຮງບັນດາລາຍການບຳລຸງກໍ່ສ້າງຕິດພັນກັບບັນດາບັນຫາເຫຼົ່ານີ້, ຕົວຢ່າງຄື ຜັນຂະຫຍາຍການຄົ້ນຄວ້າດີຈີຕອນໃຫ້ແກ່ວຽກງານການທະຫານຂອງແຂວງ, ຄົ້ນຄວ້າບັນຫາວັດລະດັບການພັດທະນາເສດຖະກິດດີຈີຕອນ”.

ເພື່ອຍູ້ໄວຄວາມຄືບໜ້າໃນການປະຕິບັດ ແຜນຮ່າງຫັນເປັນດີຈີຕອນແຫ່ງຊາດ ໄລຍະ 2022 – 2025, ວິໄສທັດຮອດປີ 2030 ຂອງລັດຖະບານ, ຄະນະກຳມະການປະຊາຊົນແຂວງ ບິ່ງເຢືອງ ສືບຕໍ່ຊີ້ນຳບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ, ອົງການສື່ມວນຊົນເຂົ້າຮ່ວມຢ່າງຕັ້ງໜ້າໃນການໂຄສະນາເຜີຍແຜ່ກ່ຽວກັບຄຸນປະໂຫຍດເຊິ່ງແຜນຮ່າງດັ່ງກ່າວນຳມາໃຫ້ໃນການຮັບໃຊ້ປະຊາຊົນຍົກສູງການຄຸ້ມຄອງບໍລິຫານຂອງບັນດາອົງການທີ່ມີສິດອຳນາດ, ສ້າງຄວາມເຫັນດີເຫັນພ້ອມຢ່າງກວ້າງຂວາງໃນສັງຄົມ ແລະ ປະຊາຊົນ. ໄລ່ມາຮອດປັດຈຸບັນນີ້, ບິ່ງເຢືອງ ມີ 18 ໃນຈຳນວນ 19 ພະແນກ, ຄະນະ, ຂະແໜງການ ແລະ 8 ໃນຈຳນວນ 9 ທ້ອງຖິ່ນໄດ້ສ້າງຕັ້ງຄະນະຊີ້ນຳວຽກງານຫັນເປັນດີຈີຕອນ. ທ່ານ ຟ້າມວັນໄບ໊, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຢີອານ, ແຂວງ ບິ່ງເຢືອງ ໄດ້ຢັ້ງຢືນວ່າ:

“ເນື້ອໃນຈິດໃຈລວມແມ່ນ ຫຼຸດຜ່ອນຄວາມຫຍຸ້ງເຫຍີງ ແລະ ການເສຍເວລາໃຫ້ເຫຼືອໜ້ອຍທີ່ສຸດ, ໃນນັ້ນມີຄວາມເອົາໃຈໃສ່ເປັນພິເສດຕໍ່ການປະຕິບັດ 3 ບໍ່, ນັ້ນແມ່ນ ບໍ່ນຳໃຊ້ເງິນສົດ; ບໍ່ຕ້ອງໄປເຖິງທີ່ ແຕ່ຍັງສາມາດແກ້ໄຂລະບຽບການຕ່າງໆໄດ້ຢ່າງວ່ອງໄວ ແລະ ການຈຳກັດບໍ່ນຳໃຊ້ເອກະສານ”.

ເດືອນກໍລະກົດຜ່ານມາ, ແຂວງ ບິ່ງເຢືອງ ໄດ້ເປັນກຽດຖືກຈັດໃນກຸ່ມ 7 ປະຊາຄົມອັດສະລິຍະຂອງໂລກ ປີ 2022. ດັດຊະນີຕີລາຄາການຫັນເປັນດີຈີຕອນຢູ່ແຂວງ ບິ່ງເຢືອງ ກໍໄດ້ເລື່ອນອັນດັບຂຶ້ນໃນຕາຕະລາງຈັດອັນດັບຂອງທົ່ວປະເທດ. ບັນດາໝາກຜົນດັ່ງກ່າວໄດ້ສ້າງທ່ວງທ່າໃຫ້ທ້ອງຖິ່ນສືບຕໍ່ປະຕິບັດວຽກງານຫັນເປັນດີຈີຕອນຢ່າງແຮງກວ່າອີກໃນໄລຍະຈະມາເຖິງ./.

ຕອບກັບ

ຂ່າວ/ບົດ​ອື່ນ