ຫວຽດນາມໃຫ້ບຸລິມະສິດການເຕີບໂຕເສດຖະກິດຕິດພັນກັບນະໂຍບາຍເອົາໃຈໃສ່ຊາວຊົນເຜົ່າສ່ວນຫນ້ອຍ, ຜູ້ທຸກຍາກ

(VOVWORLD) -ຕາມບົດລາຍງານ “ຜູ້ທຸກຍາກຫລາຍສົ້ນ ຫວຽດນາມປີ 2021” ຈະມີຕື່ມອີກ 10 ລ້ານຄົນໄດ້ຊົມໃຊ້ຈາກບັນດານະໂຍບາຍ ແລະ ໂຄງການເປົ້ົ້ົ້າໝາຍຂອງລັດຖະບານ ກ່ຽວກັບການອຸປະກະລະສັງຄົມ ແລະ ຫລຸດຜ່ອນຄວາມທຸກຍາກໃນໄລຍະ 2021 2025. ພ້ອມກັບເປົ້າໝາຍລົບລ້າງຄວາມທຸກຍາກ ເປັນຕົ້ນແມ່ນຢູ່ບັນດາເຂດຫ່າງໄກສອກຫລີກ ແຕ່ປີ 2020 ມານີ້ ລັດຖະບານ ໄດ້ມີໂຄງການເປົ້າໝາຍແຫ່ງຊາດສະຫງວນໃຫ້ເຂດຊາວຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍຕ່າງຫາກ. ໃນໄລຍະ 2 ປີທີ່ສົມທົບກັນ ລະຫວ່າງ 10 ອົງການ, ກະຊວງ ຂະແຫນງການ ແລະ 10 ທ້ອງຖິ່ນໃນທົ່ວປະເທດ, ໂຄງການໄດ້ປະຕິບັດບັນດາບາດກ້າວສຳຄັນເພື່ອປະຕິບັດເປົ້າໝາຍ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ”

ຫວຽດນາມໃຫ້ບຸລິມະສິດການເຕີບໂຕເສດຖະກິດຕິດພັນກັບນະໂຍບາຍເອົາໃຈໃສ່ຊາວຊົນເຜົ່າສ່ວນຫນ້ອຍ, ຜູ້ທຸກຍາກ - ảnh 1ລັດຖະບານ ສ້າງໂຄງການເປົ້າໝາຍແຫ່ງຊາດ ສະຫງວນສະເພາະໃຫ້ຊາວຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ. ພາບ: VOV

ຈາກການດຳລົງຊີວິດທຸກຍາກມາເປັນເວລາຫລາຍປີ, ຄອບຄົວ ເອື້ອຍ ຫລໍ່ທິຢາ ຢູ່ ຕາແສງ ກວາງຈ໋ຽວ ເມືອງ ເມື່ອງລາດ ໄດ້ຮັບການຫນູນຊ່ວຍແນວພັນປູກ ຈາກໂຄງການຫລຸດຜ່ອນຄວາມທຸກຍາກ ຂອງທ້ອງຖິ່ນ. ພາຍຫລັງ 5 ປີ ແຫ່ງການປະຕິບັດ, ມາຮອດປະຈຸບັນ ຄອບຄົວເອື້ອຍ ໄດ້ມີຝູງສັດລ້ຽງ ສັດປີກ ຈຳນວນນັບຮ້ອຍໂຕ ພ້ອມກັບສວນຕົ້ນໄມ້ກິນໝາກ,ແຕ່ລະປີ ສາມາດສ້າງລາຍຮັບມາໄດ້ນັບເປັນສິບໆລ້ານດົ່ງ, ກາຍເປັນຄອບຄົວມີເສດຖະກິດດີພໍສົມຄວນໃນບ້ານ.

“ຍ້ອນມີການຫນູນຊ່ວຍຈາກທ້ອງຖິ່ນ ສະນັ້ນຄອບຄົວຂ້າພະເຈົ້າ ຈຶ່ງບໍ່ມີຄວາມກັງວົນດ້ານທຶນຮອນ, ພຽງແຕ່ລ້ຽງສັດ, ປູກຝັງ ກໍ່ສະດວກ ເພາະຕົນເອງບໍ່ມີທຶນຮອນ ແຕ່ໄດ້ຮັບການຫນູນຊ່ວຍແນວພັນປູກ. ສ່ວນດ້ານເຕັກນິກ ກໍ່ໄດ້ຮັບການຫນູນຊ່ວຍປື້ມຄູ່ມື, ພະນັກງານລົງແນະນຳໃຫ້ປະຕິບັດຕາມ”

         ເລືອກເຟັ້ນຄອບຄົວດີເດັ່ນເພື່ອເປັນແບບຢ່າງ ແລະ ທະວີຄູນ ແມ່ນຫນຶ່ງໃນວິທີຊື່ງແຂວງ ແທງຮວ່າ ຜັນຂະຫຍາຍໂຄງການເປົ້າໝາຍແຫ່ງຊາດ ສະຫງວນໃຫ້ເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍຕ່າງຫາກ. ທ່ານ ຮ່າວັນຖູຍ, ຮອງເລຂາຜູ້ປະຈຳການຄະນະພັກ ເມືອງ ກວານຮວາ ໃຫ້ຮູ້ວ່າ:

 “ກ່ອນນີ້ ແມ່ນໄດ້ຫນູນຊ່ວຍຫລ້າໃຫ້ປະຊາຊົນ ແຕ່ມາໃນປະຈຸບັນ ປະຊາຊົນຕ້ອງຮ່ວມເດີນທາງພ້ອມກັບໂຄງການ, ຄັດເລືອກເອົາຜູ້ທີ່ມີມາດຖານຢ່າງຄົບຖ້ວນ. ປະຈຸບັນ, ສິ່ງທີ່ຊ່ວຍເຫລືອໃຫ້ ແມ່ນຫນູນຊ່ວຍຫລຸດຜ່ອນໂດຍກົງ ເພື່ອສຸມໃສ່ລົງທຶນຫນູນຊ່ວຍພັດທະນາເຂດ, ພັດທະນາເສດຖະກິດ ສັງຄົມ ເຮັດແນວໃດເພື່ອໃຫ້ມີເງື່ອນໄຂພັດທະນາການຜະລິດແບບຍືນຍົງ”

ຫວຽດນາມໃຫ້ບຸລິມະສິດການເຕີບໂຕເສດຖະກິດຕິດພັນກັບນະໂຍບາຍເອົາໃຈໃສ່ຊາວຊົນເຜົ່າສ່ວນຫນ້ອຍ, ຜູ້ທຸກຍາກ - ảnh 2ທ່ານ ເຫົ່າອາເລັ່ງ ລັດຖະມົນຕີ ຫົວຫນ້າກຳມາທິການຊົນເຜົ່າ. (ພາບ:VOV)

        ໂຄງການເປົ້າໝາຍແຫ່ງຊາດສະຫງວນໃຫ້ແກ່ເຂດຊົນເຜົ່າສ່ວນຫນ້ອຍ ໂດຍສະພາແຫ່ງຊາດຮັບຮອງເອົາ ໃນປີ 2020 ແລະ ເຊັນອະນຸມັດວິທີການຈັດແບ່ງທຶນຮອນເດືອນພຶດສະພາປີ 2022. ນີ້ແມ່ນໂຄງການໃຫຍ່, ເປັນຄັ້ງທຳອິດທີ່ ພັກ, ລັດຖະບານ ສະຫງວນແຫລ່ງກຳລັງ ແລະ ຄວາມເອົາໃຈໃສ່ເປັນພິເສດ, ສືບທອດການພັດທະນານະໂຍບາຍຊົນເຜົ່າໃນໄລຍະກ່ອນນີ້, ເຕົ້າໂຮມຢູ່ບໍລິເວນກວ່າ 3.400 ຕາແສງປະສົບກັບຄວາມຫຍຸ້ງຍາກຂອງ 51 ແຂວງ, ເຂດຊົນເຜົ່າສ່ວນຫນ້ອຍຢູ່ 3 ເຂດຍຸດທະສາດ ນັ້ນແມ່ນທາງທິດຕາເວັນຕົກພາກໃຕ້, ເຂດໄຕງວຽນ ແລະ ເຂດໄຕບັກ. ທ່ານ ເຫົ່າອາເລັ່ງ ລັດຖະມົນຕີ ຫົວຫນ້າກຳມາທິການຊົນເຜົ່າ ໃຫ້ຮູ້ວ່າ:

 “ກ່ຽວກັບການສົມທົບກັບບັນດາກະຊວງ, ຂະແຫນງການ, ສະເພາະໂຄງການນີ້ ມີ 10 ກະຊວງ, ຂະແຫນງການເຂົ້າຮ່ວມຈັດຕັ້ງການປະຕິບັດ. ນີ້ແມ່ນໂຄງການ ລວມມີ 10 ໂຄງການໃຫຍ່, 14 ໂຄງການນ້ອຍ, 36 ຫນ້າທີ່. ໝາຍຄວາມວ່າ ມີ 36 ນະໂຍບາຍ ແມ່ນສະສົມມາຈາກບັນດານະໂຍບາຍທີ່ຍັງມີຜົນສັກສິດ ຈາກໄລຍະກ່ອນ.ເພາະສະນັ້ນ ໂຄງການແມ່ນອຸດົມສົມບູນ ມີທັງນະໂຍບາຍໃຫມ່, ນະໂຍບາຍເກົ່າພວມີຜົນສັກສິດ”

          ເຖິງວ່າ ງົບປະມານຍັງຈຳກັດຢູ່ກໍ່ຕາມ ແຕ່ສະພາແຫ່ງຊາດ, ລັດຖະບານ ໄດ້ເພີ່ມແຫລ່ງກຳລັງລົງທຶນໃສ່ການຫລຸດຜ່ອນຄວາມທຸກຍາກໃຫ້ຂຶ້ນທົບສອງເທົ່າເມື່ອທຽບໃສ່ໄລຍະກ່ອນ. ບັນດາໂຄງການຂອງລັດ ພ້ອມກັບການເຂົ້າຮ່ວມຢ່າງຕັ້ງຫນ້າຂອງແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ຜູ້ໃຈບຸນໃຈກຸສົນ ຊ່ວຍເຫລືອຜູ້ທຸກຍາກ ດ້ວຍຫລາຍຮູບການແຕກຕ່າງກັນ ໄດ້ນຳມາເຊິ່ງໝາກຜົນ ນັ້ນແມ່ນອັດຕາຄອບຄົວທຸກຍາກສະເລ່ຍໃນທົ່ວປະເທດ ຫລຸດລົງປະມານ 1,43%/ປີ; ກວ່າ 650 ຕາແສງ, 1.200 ບ້ານຫລຸດພົ້ນອອກຈາກສະພາບຫຍຸ້ງຍາກເປັນພິເສດ. 170.000 ຫລັງຄາເຮືອນ “ມະຫາສາມັກຄີ” ໄດ້ຮັບການກໍ່ສ້າງ, ພ້ອມກັບຊາວຊົນເຜົ່າສ່ວນຫນ້ອຍໄດ້ຊົມໃຊ້ ການປະກັນສຸຂະພາບ100%.

ບ້ວງເງິນຫນູນຊ່ວຍຊີວິດສັງຄົມລວມມູນຄ່າເກືອບ 62.000 ຕື້ດົ່ງ ໄດ້ໃຊ້ຈ່າຍເຂົ້າໃນການແກ້ໄຂຜົນຮ້າຍຢ້ອນຫລັງຈາກໂລກລະບາດໂຄວິດ 19, ເຂົ້າສານນັບພັນໂຕນໄດ້ຫນູນຊ່ວຍໂດຍດ່ວນ ແລະ ເງິນສົດນັບພັນໆຕື້ດົ່ງຈາກແຫລ່ງງົບປະມານສຳຮອງຂອງສູນກາງ ເພື່ອຫນູນຊ່ວຍປະຊາຊົນພາກກາງແກ້ໄຂຜົນຮ້າຍຢ້ອນຫລັງຈາກ “ນ້ຳຖ້ວມ, ພາຍຸ” ແມ່ນຄວາມມານະພະຍາຍາມຢ່າງໃຫຍ່ຫລວງ, ທັນການ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ສິດໄດ້ດຳລົງຊີວິດ, ສິດໄດ້ຮັບການເບິ່ງແຍງດູແລສຸຂະພາບ, ສິດໄດ້ທຳມາຫາກິນ. ນັ້ນແມ່ນຄວາມມານະພະຍາຍາມເພື່ອສິດທິມະນຸດຂອງພັກ, ລັດ ຫວຽດນາມ ./.

ຕອບກັບ

ຂ່າວ/ບົດ​ອື່ນ