ແຂວງ ບີ່ງເຢືອງ ເອົາໃຈໃສ່ບຸນປີໃຫມ່ປະຈຳຊາດ 2023 ໃຫ້ຜູ້ອອກແຮງງານ

(VOVWORLD) -ບັນດາລາຍການເບິ່ງແຍງດູແລໃຫ້ຜູ້ອອກແຮງງານໄດ້ຕ້ອນຮັບບຸປີໃຫມ່ປະຈຳຊາດ(ບຸນເຕັດ) ຢ່າງແທດຈິງ ໄດ້ກາຍເປັນການເຄື່ອນໄຫວປະຈຳປີ ແລະ ມີຄວາມໝາຍຂອງແຂວງ ບິ່ງເຢືອງ. ນອກຈາກຄວາມເອົາໃຈໃສ່ຊ່ວຍເຫລືອຂອງບັນດາວິສາຫະກິດແລ້ວ, ທາງແຂວງ ບິ່ງເຢືອງ ຍັງໄດ້ຂຶ້ນແຜນ ເພື່ອນູນຊ່ວຍຜູ້ອອກແຮງງານໄດ້ຕ້ອນຮັບບຸນປີໃຫມ່ປະຈຳຊາດ 2023 ຢ່າງຄົບຊຸດ.

ແຂວງ ບີ່ງເຢືອງ ເອົາໃຈໃສ່ບຸນປີໃຫມ່ປະຈຳຊາດ 2023 ໃຫ້ຜູ້ອອກແຮງງານ - ảnh 1ທ່ານນາງ ຫງວຽນຮ່ວາງບ໋າວເຈີມ ຮອງປະທານ ະມາພັນແຮງງານແຂວງ ບິ່ງເຢືອງ ມອບຂອງຂວັນໃຫ້ກຳມະກອນປະສົບກັບຄວາມຫຍຸ້ງຍາກ. ພາບ: Hoàng Trung/ Báo Lao Động

ເຖິງວ່າ ຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງໃນການຜະລິດ, ດຳເນີນທຸລະກິດກໍ່ຕາມ, ແຕ່ບັນດາວິສາຫະກິດໃນບໍລິເວນແຂວງ ບິ່ງເຢືອງ ຍັງໄດ້ມານະພະຍາຍາມເພື່ອໃຫ້ຜູ້ອອກແຮງງານມີເງິນບຳເນັດພ້ອມກັບຂອງຂວັນຫລາຍພູດທີ່ມີມູນຄ່າ. ທ່ານນາງ ຟານເລຢ໋ຽມຈາງ, ຮອງປະທານ ສະຫະສະມາຄົມຕຳແຜ່ນຕັດຫຍິບ ແຂວງ ບິ່ງເຢືອງ ໃຫ້ຮູ້ວ່າ:

ເຖິງວ່າປະສົບກັບຄວາມຍຸ້ງຍາກກໍ່ຕາມ, ແຕ່ບັນດາວິສາຫະກິດໃນສະຫະສະມາຄົມ ຍັງຄົງພະຍາຍາມເອົາໃຈໃສ່ເບິ່ງແຍງດູແລໃຫ້ຜູ້ອອກແຮງງານໄດ້ຕ້ອນຮັບບຸນປີໃຫມ່ປະຈຳຊາດຢ່າງອົບອຸ່ນ. ປີນີ້ ອາດຈະບໍ່ດ້ຄືທຸປີຜ່ານມາ ແຕ່ພວກຂ້າພະເຈົ້າ ກໍ່ຈະພະຍາຍາມຈົນສຸດຄວາມສາມາດເພື່ອລະດົມກຳລັງໃຈໃຫ້ຜູ້ອອກແຮງງານຫ້າວຫັນເຮັດວຽກ ແລະ ພ້ອມກັບວິສາຫະກິຜ່ານຜ່າຄວາມຍຸ້ງຍາກ

ໃນໄລຍະກວ່າ 2  ປີຜ່ານມາທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19, ມີກຳມະກອນຫລາຍຄົນ ຢູ່ບັນດາເຂດອຸດສາຫະກຳ, ໂຮງຈັກໂຮງງານໃນບໍລິເວນແຂວງ ບິ່ງເຢືອງ ບໍ່ມີເງື່ອນໄຂກັບເມືອບ້ານຕ້ອນຮັບບຸນເຕັດພ້ອມກັບຄອບຄົວ. ປີນີ້ ເມື່ອທຸກການເຄື່ອນໄຫວໄດ້ກັບຄືນສູ່ສະພາບປົກກະຕິ, ກຳມະກອນຫລາຍຄົນໄດ້ຕັດສິນພາຄອບຄົວກັບໄປຕ້ອນຮັບບຸນເຕັດຢູ່ບ້ານ. ເພື່ອຕອບສະຫນອງຄວາມຕ້ອງການໃຫ້ຜູ້ອອກແຮງງານ, ມີວິສາຫະກິດຫລາຍແຫ່ງໄດ້ຈັດຕັ້ງຖ້ຽວລົດ “ລະດູບານໃຫມ່ແຫ່ງສາຍຈິດສາຍໃຈ” ນຳສົ່ງຜູ້ອອກແຮງງານ ແລະ ຄອບຄົວຂອງເຂົາເຈົ້າໄປຕ້ອນຮັບບຸນປີໃໝ່ຢູ່ບ້ານ ແລ້ວຮັບເຂົາເຈົ້າກັບຄືນມາໂຮງຈັກໂຮງງານເມື່ອຄົບກຳນົດວັນພັກ. ພ້ອມກັນນັ້ນ ສະມາພັນແຮງງານແຂວງ ບິ່ງເຢືອງ ກໍ່ໄດ້ຈັດຕັ້ງ “ຖ້ຽວລົດໄຟລະດູບານໃຫມ່ເຕັມໄປດ້ວຍໄມຕີຈິດ” ມອບປີ້ລົດໄຟໄປກັບ 5000 ປີ້ໃຫ້ກຳມະກອນຢູ່ພາກກາງ, ພາກເຫນືອເພື່ອກັບເມືອຕ້ອນຮັບບຸນເຕັດຢູ່ບ້ານ ດ້ວຍຍອດງົບປະມານທັງໝົດ ຄາດວ່າ 20 ຕື້ດົ່ງ (ປະມານ 800.000 USD).

ຮ່ວມເດີນທາງພ້ອມກັບວິສາຫະກິດ, ກຳມະບານແຂວງ ບິ່ງເຢືອງ ກໍ່ໄດ້ຂຶ້ນແຜນການໄປຢ້ຽມຢາມ, ມອບຂອງຂວັນເກືອບ 83.000 ພູດໃຫ້ຜູ້ອອກແຮງງານ, ຍອດງົບປະມານແມ່ນກວ່າ 41 ຕື້ດົ່ງ (ເກືອບ 1,7 ລ້ານ USD), ເພື່ອໃຫ້ຜູ້ອອກແຮງງານໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ. ທ່ານນາງ ຫງວຽນຮ່ວາງບ໋າວເຈີນ, ຮອງປະທານ ສະມາພັນແຮງງານແຂວງ ບິ່ງເຢືອງ ໃຫ້ຮູ້ວ່າ: ຄາດວ່າ ປີນີ້ ຈະມີກຳມະກອນກວ່າ 400.000 ຄົນຈະຕ້ອນຮັບບຸນເຕັດຢູ່ບີ່ງເຢືອງ.

ພວກຂ້າພະເຈົ້າຈະນຳໃຊ້ງົບປະມານຂອງອົງການເພື່ອນູນຊ່ວຍໃຫ້ກຳມະກອນໃນໂອກາດບຸນເຕັດປີນີ້. ເລື່ອງຈັດຕັ້ງການເຄື່ອນໄຫວຕ້ອນຮັບບຸນເຕັດກໍ່ຈະໄດ້ຈັດຂຶ້ນ ແລະ ນູນຊ່ວຍໃຫ້ກຳມະກອນໂດຍໄວ. ພວກຂ້າພະເຈົ້າຮຽກຮ້ອງ, ຂົນຂວາຍບັນດາຫົວນ່ວຍ, ວິສາຫະກິດມີກຳລັງແຮງດ້ານການເງິນຮ່ວມແຮງຮ່ວມໃຈໃນໂອກາດບຸນເຕັດນີ້

ແຂວງ ບີ່ງເຢືອງ ເອົາໃຈໃສ່ບຸນປີໃຫມ່ປະຈຳຊາດ 2023 ໃຫ້ຜູ້ອອກແຮງງານ - ảnh 2ປີນີ້ ສະມາພັນແຮງງານແຂວງ ບິ່ງເຢືອງ ສືບຕໍ່ຈັດຕັ້ງລົດສົ່ງ ຮັບກຳມະກອນກັບເມືອບ້ານຕ້ອນຮັບບຸນເຕັດ. (ພາບ:VOV?

ເພື່ອເອົາໃຈໃສ່ຫນູນຊ່ວຍຜູ້ທີ່ມີການປະກອບສ່ວນຫລາຍຢ່າງ ໃຫ້ແກ່ການພັດທະນາຂອງແຂວງ, ນອກຈາກຂອງຂວັນໂດຍສະມາພັນແຮງງານແຂວງ ມອບໃຫ້ແລ້ວ, ການນຳແຂວງ ບິ່ງເຢືອງ ກໍ່ໄດ້ຊີ້ນຳໃຫ້ບັນດາຂະແຫນງການ, ທ້ອງຖິ່ນ ສຳຫລວດກວດກາ, ຂຶ້ນບັນຊີລາຍຊື່ກຳມະກອນປະສົບກັບຄວາມຫຍຸ້ງຍາກ, ຜູ້ເຈັບຫນັກ, ຜູ້ປະສົບອຸປະຕິເຫດໃນການອອກແຮງງານ ເພື່ອໄປຢ້ຽມຢາມ ມອບຂອງຂວັນບຸນເຕັດ. ຄຽງຄູ່ກັນນັ້ນ ຄະນະກຳມະການປະຊາຊົນ ແຂວງ ບິ່ງເຢືອງ ຍັງຊີ້ນຳໃຫ້ບັນດາຂະແຫນງການເພີ່ມທະວີການຫນູນຊ່ວຍບັນດາວິສາຫະກິດເຊື່ອມຕໍ່ເພື່ອສັ່ງຊື້ສິນຄ້າຢູ່ພາຍໃນ ແລະ ບັນດາປະເທດ, ຈາກນັ້ນ ປະກອບສ່ວນຮັກສາວຽກເຮັດງານທຳໃຫ້ຜູ້ອອກແຮງງານເປັນປົກກະຕິ.

ເພື່ອໃຫ້ຜູ້ອອກແຮງງານຫລຸດຜ່ອນຄວາມຫຍຸ້ງຍາກ ໃນຊ່ວງບຸນເຕັດ , ບັນດາຄະນະ ຂະແຫນງການ, ອົງການຈັດຕັ້ງມະຫາຊົນຢູ່ບັນດາທ້ອງຖິ່ນ ໄດ້ຂົນຂວາຍເຈົ້າຂອງເຮືອນເຊົ່າ ເພື່ອໃຫ້ເຂົາເຈົ້າຍົກເວັ້ນ, ຫລຸດຜ່ອນ ຫລື ໂຈະຄ່າເຊົ່າເຮືອນໃຫ້ຜູ້ອອກແຮງງານ. ນີ້ແມ່ນຄຳແບ່ງປັນຢ່າງແທດຈິງ ດ້ວຍຄວາມປາດຖະຫນາຢາກຊ່ວຍໃຫ້ເອື້ອຍອ້າຍນ້ອງກຳມະກອນສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກ, ໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ ແລະ ເບີກບານມ່ວນຊື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ