ບັນດາແມ່ຍິງ ຫັນອຸປະກອນເສດເຫລືອກາຍເປັນສິນຄ້າ

(VOVWORLD) - ຈາກບັນດາອຸປະກອນເສດເຫລືອທີ່ຖືກປະຖິ້ມໄວ້, ມີແມ່ຍິງຫລາຍຄົນຢູ່ ດັກລັກ ໄດ້ນຳໃຊ້ເພື່ອຜະລິດອອກເປັນສິນຄ້າ, ສ້າງວຽກເຮັດງານທຳ ແລະ ນຳມາເຊິ່ງລາຍຮັບ. ວຽກງານນີ້ຍັງປະກອບສ່ວນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ, ມຸ່ງໄປເຖິງການບໍລິໂພກທີ່ເປັນມິດກັບສິ່ງແວດລ້ອມ.

ບັນດາແມ່ຍິງ ຫັນອຸປະກອນເສດເຫລືອກາຍເປັນສິນຄ້າ - ảnh 1                                 ບັນດາຜະລິດຕະພັນເຮັດຈາກກາບຕົ້ນໝາກ.ພາບ: VOV

ພາຍຫລັງຕິດພັນກັບການຜະລິດຖົງຜະລິດຄືນໃຫມ່ຈາກເຄື່ອງນຸ່ງເຮັດດ້ວຍຜ້າແພຢີນເກົ່າ, ເອື້ອຍ ຫລີທິກິມບິ່ງ ຢູ່ ບ້ານ ປັນລຳ ນະຄອນ ບວນມາທວດ ແຂວງ ດັກລັກ ໄດ້ກໍ່ສ້າງຮາກຖານດຳເນີນທຸລະກິດຂຶ້ນ ດ້ວຍແຮງງານ 5 ຄົນ. ແຕ່ລະປີ, ຮາກຖານນີ້ຂາຍຜະລິດຕະພັນຖົງທີ່ເຮັດຈາກຜ້າແພຊະນິດຕ່າງໆອອກສູ່ຕະຫລາດກວ່າ 7.500 ຖົງ, ລາຍຮັບບັນລຸກວ່າ 1,5 ຕື້ດົ່ງ (ເກືອບ 60.000 USD).

ເອື້ອຍ ຫລີທິກິມບິ່ງ ແບ່ງປັນວ່າ: ເບື້ອງຕົ້ນ ເອື້ອຍພຽງແຕ່ເອົາໂສ້ງເສື້ອເກົ່າມາເຮັດເປັນເຄື່ອງໃຊ້ໃຫມ່ ແລະ ຫລັງຈາກນັ້ນ ກໍ່ມີລູກຄ້າມັກມາຊື້ຊ່ວຍ, ຮາກຖານຂອງເອື້ອຍ ຈຶ່ງມີກຳລັງໃຈເພື່ອສືບຕໍ່ຜະລິດອອກຫລາຍຜະລິດຕະພັນໃຫມ່.

 “ລູກຂອງຂ້າພະເຈົ້າເປັນຜູ້ອອກແບບ ແລ້ວຕັດຫຍິບເອງ. ທຳມະດາ ລູກຈະຂາຍທາງອອນລາຍ ແລະ ລູກຄ້າກໍ່ຊື້ຫລາຍ.  ໄລຍະຈະມາເຖິງ ຂ້າພະເຈົ້າຈະຂາຍຜະລິດຕະພັນໂດຍກົງ ເພື່ອໃຫ້ທຸກຄົນມີຄວາມຮັບຮູ້ລວມກ່ຽວກັບການກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ຫລຸດຜ່ອນສິ່ງເສດເຫລືອອອກສູ່ສິ່ງແວດລ້ອມ. ຜ່ານນັ້ນ ກໍ່ຊ່ວຍໃຫ້ເພີ່ມລາຍຮັບຂອງຕົນ”.

ສ່ວນ ເອື້ອຍ ດ່າວທິເວີນ ຢູ່ ຕາແສງ ຕື້ອານ ນະຄອນ ບວນມາທວດ, ແນວຄວາມຄິດ Start up ດ້ວຍການຜະລິດ ຖ້ວຍ, ຈານ ຈາກກາບຕົ້ນໝາກ ແມ່ນເລິ່ມມາຈາກໂອກາດລົງພຶດຕິກຳຕົວຈິງຊົມຮູບແບບຜະລິດຢູ່ ແຂວງ ກວ໋າງຫງາຍ. ພາຍຫລັງກັບມາຄົ້ນຄ້ວາເຂດວັດຖຸດິບຢູ່ ດັກລັກ ແຕ່ປີກາຍ ເອື້ອຍໄດ້ຕັດສິນໃຈລົງທຶນຊື້ເຄື່ອງຈັກເພື່ອຜະລິດ. ມາຮອດປະຈຸບັນ ສະເລ່ຍແຕ່ລະເດືອນ ເອື້ອຍຜະລິດຖ້ວຍ, ຈານ, ຈອກ, ຖາດ… ຊະນິດຕ່າງໆໄດ້ກວ່າ 30.000 ຢ່າງ, ລາຄາປະມານ 2.300 ດົ່ງ (0,1USD)/ຜະລິດຕະພັນ. ເອື້ອຍ ເວີນ ໃຫ້ຮູ້ວ່າ: ຜະລິດຕະພັນເຮັດຈາກກາບຕົ້ນໝາກ ໄດ້ຮັບຄວາມສົນໃຈຈາກລູກຄ້າຫລາຍຄົນ ຍ້ອນຈຸດດີແມ່ນເປັນມິດກັບສິ່ງແວດລ້ອມ.

ບັນດາແມ່ຍິງ ຫັນອຸປະກອນເສດເຫລືອກາຍເປັນສິນຄ້າ - ảnh 2ບັນດາຜະລິດຕະພັນເຮັດຈາກ ເຊືອກຢາງ PP. ພາບ: VOV

ຈາກເຊືອກຢາງ PP ທີ່ຖືກປະໄວ້ຢູ່ບັນດາກິດຈະກຳກໍ່ສ້າງ ຫລື ຢູ່ຕະຫລາດ, ເອື້ອຍ ເຮິເອົານີເອ (H Âu Niê) ຢູ່ ບ້ານ ເຕີລູງ ເທດສະບານ ອີອາ ກາ, ເມືອງ ອີອາ ກາ, ແຂວງ ດັກລັກ ໄດ້ປະດິດຄິດສ້າງເຮັດເປັນເຄື່ອງຫັດຖະກຳ. ໃນເວລາເກືອບເຄິ່ງປີ, ເອື້ອຍໄດ້ເຕົ້າໂຮມພວກເອື້ອຍນ້ອງແມ່ຍິງ ພ້ອມກັນຜະລິດ ແລະ ຂໍຄວາມຊ່ວຍເຫລືອຈາກອົງການຈັດຕັ້ງມະຫາຊົນ, ສະມາຄົມຕ່າງໆເພື່ອເຊື່ອມຕໍ່, ເປີດກວ້າງຕະຫລາດບໍລິໂພກ. ເອື້ອຍ ເຮິເອົານີເອ (H Âu Niê) ໃຫ້ຮູ້ວ່າ:

“ປະຈຸບັນ, ຮາກຖານພວກຂ້າພະເຈົ້າ ມີ 7-8 ຄົນພ້ອມກັນຜະລິດ. ພວກຂ້າພະເຈົ້າສ່ວນຫລາຍແມ່ນໃຊ້ເວລາຫວ່າງເພື່ອຜະລິດ ແລະ ແຕ່ລະອັນແມ່ນໃຊ້ເວລາ 3 -7 ຊົ່ວໂມງຈຶ່ງສຳເລັດ. ເຄື່ອງຫັດຖະກຳແມ່ນເຮັດດ້ວຍມື, ຜະລິດຈາກເຊືອກຢາງ PP  ມາຮອດປະຈຸບັນ ຜະລິດຕະພັນຂອງພວກຂ້າພະເຈົ້າໄດ້ນຳໃຊ້ສ່ວນຫລາຍໃນອ້ອມແອ້ມບ້ານຂອງຕົນ”.

ທ່ານນາງ ໂຕທິເຕີມ, ປະທານ ສະຫະພັນແມ່ຍິງ ແຂວງ ດັກລັກ ໃຫ້ຮູ້ວ່າ:ໂດຍປະຕິບັດແຜນຮ່າງຂອງນາຍົກລັດຖະມົນຕີ ກ່ຽວກັບ “ການຫນູນຊ່ວຍແມ່ຍິງໃນການ Start up ໄລຍະ 2017-2025, ມີແມ່ຍິງຫລາຍຄົນຢູ່ບໍລິເວນແຂວງ ໄດ້ຮັບການຫນູນຊ່ວຍ, ສ້າງເງື່ອນໄຂສະດວກເພື່ອ Sart up. ໃນຈຳນວນດັ່ງກ່າວ, ມີເອື້ອຍນ້ອງແມ່ຍິງຫລາຍຄົນ ໄດ້ມີວິທີການເຮັດດີ, ມີຫົວຄິດປະດິດສ້າງ, ນຳໃຊ້ບັນດາອຸປະກອນທົ່ວໄປຢູ່ທ້ອງຖິ່ນ ຊ້ຳບໍ່ໜຳແມ່ນ “ສິ່ງເສດເຫລືອ” ເພື່ອຜະລິດອອກເປັນສິນຄ້າ.

 “ສະມາຊິກໃນສະມາຄົມແມ່ຍິງ ໄດ້ເສີມຂະຫຍາຍຄຸນທາດ, ການປະດິດຄິດສ້າງ ແລະ ຄວາມມານະພະຍາຍາມບືນຕົວຂຶ້ນຂອງຕົນເອງ, ຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງ, ທ່າໄດ້ປຽບທີ່ມີຢູ່ແລ້ວຢູ່ທ້ອງຖິ່ນ ນັ້ນແມ່ນວັດຖຸອຸປະກອນທີ່ມີໃນທຳມະຊາດ, ມີມາແຕ່ດົນນານ. ເຂົາເຈົ້າຮູ້ຈັກຂຸດຄົ້ນບັນດາທ່າແຮງນັ້ນເພື່ອຜະລິດເປັນສິນຄ້າ, ຮັບໃຊ້ຄວາມຕ້ອງການໃນຊີວິດປະຈຳວັນຂອງທຸກຄອບຄົວ, ພ້ອມກັນນັ້ນ ເປັນການສ້າງລາຍຮັບ, ແກ້ໄຂວຽກເຮັດງານທຳ ແລະ ດັດປັບສິ່ງແວດລ້ອມໃຫ້ປອດໃສ, ສີຂຽວ, ສະອາດ”.

ດ້ວຍຄວາມຄ່ອງແຄ້ວ, ການປະດິດຄິດສ້າງ, ມີແມ່ຍິງຫລາຍຄົນຢູ່ ດັກລັກ ໄດ້ຫັນບັນດາວັດຖຸອຸປະກອນເສດເຫລືອກາຍເປັນການຜະລິດຕະພັນສິນຄ້າ. ຜົນສຳເລັດນັ້ນບໍ່ພຽງແຕ່ນຳມາເຊິ່ງລາຍຮັບເທົ່ານັ້ນ ຫາກຍັງປະກອບສ່ວນສ້າງແບບແຜນການດຳລົງຊີວິດສີຂຽວ,ປົກປັກຮັກສາສິ່ງແວດລ້ອມອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ