Hanoi Swing Dancing: ຈຸດນັດພົບເຊື່ອມຕໍ່ວົງຄະນາຍາດ

(VOVWORLD) - ໃນທ່າມກາງສະພາບຫຍຸ້ງກັບວຽກກັບງານໃນການດຳລົງຊີວິດ, ແຕ່ລະຄົນລ້ວນແຕ່ຊອກບັນດາວິທີການຜ່ອນຄາຍໃຫ້ຕົນເອງທີ່ແຕກຕ່າງກັນ ເພື່ອສ້າງພະລັງຊີວິດຄືນໃຫມ່. Swing - ການເຕັ້ນທີ່ຄຶກຄັກ ແມ່ນທາງເລືອກຫນຶ່ງຂອງຊາວຫນຸ່ມຫລາຍຄົນ. ພຽງແຕ່ມັກຮັກດົນຕີ ແລະ ມີຄວາມເມົາມົວກັບວິຊາການເຕັ້ນ Ha Noi Swing Dancing ແມ່ນຈຸດນັດພົບທີ່ຈັບອົກຈັບໃຈສະຫງວນໃຫ້ທຸກຄົນ.

Hanoi Swing Dancing: ຈຸດນັດພົບເຊື່ອມຕໍ່ວົງຄະນາຍາດ - ảnh 1ຊາວ ຕ່າງປະເທດ ເຂົ້າຮ່ວມການເຕັ້ນຢູ່ ສະໂມສອນ Hanoi Swing Dancing. (ພາບ:Kim Liễu/VOV5)

  ຕອນຄ່ຳຂອງມື້ຫນຶ່ງໃນກາງອາທິດ, ພາຍໃຕ້ໄຟແສງສີຍິບຍັບຂອງສະໂມສອນຂຶ້ນກັບເຂດປະສົມ Complex 1 ຢູ່ຖະຫນົນ ໄຕເຊີນ ຕາແສງ ດົງດາ, ຮ່າໂນ້ຍ, ມີເພື່ອນຫນຸ່ມຫລາຍຄົນຂອງສະໂມສອນ Hanoi Swing Dancing ພ້ອມກັນເຊື່ອມຕົວກັບສຽງດົນຕີ Jazz ທີ່ຊິນເຄີຍ. ອ້າຍ ເລຊວນຕຸ່ງ, ສະມາຊິກຂອງຄະນະຈັດຕັ້ງ Hanoi Swing Dancing ແບ່ງປັນວ່າ:

 “ເມ່ື່ອມາເຂົ້າຮ່ວມ Hanoi Swing Dancing ພວກເຮົາຈະເຫັນວ່າ ຢູ່ທີ່ນີ້ ມີສຽງດົນຕີທີ່ມ່ວນ, ຈັງຫວະເຕັ້ນທີ່ງາມ, ບັນດາໝູ່ເພື່ອນກໍ່ມ່ວນຊື່ນສະຫນິດສະຫນົມ. ຈັງຫວະເຕັ້ນແມ່ນເໝາະສົມກັບທຸກຄົນ, ໃຜກໍ່ສາມາດມານີ້ໄດ້ເພື່ອຊອກຫາຄວາມເບີກບານມ່ວນຊື່ນ ບໍ່ວ່າຈະຮູ້ເຕັ້ນຫລືບໍ່”.

Swing ມີຫລາຍວິທີເຕັ້ນທີ່ແຕກຕ່າງກັນຄື: lindy hop, balboa, jive, ແມ່ນວິທີການເຕັ້ນສະເພາະຂອງ ຝັ່ງຕາເວັນອອກ - ຕາເວັນຕົກ ອາເມລິກາ. ແຕ່ lindy hop ມີຫລາຍຄົນເລືອກເຕັ້ນກວ່າ.

Swing ບໍ່ພຽງແຕ່ແມ່ນຈັງຫວະຊື່ໆເທົ່ານັ້ນ ຫາກຍັງແມ່ນພື້ນທີ່ເປີດ. ບໍ່ຈຳແນກເກນອາຍຸ, ເພດໄວ ຫລືສັນຊາດ. ບໍ່ຈຳແນກເຕັ້ນເກັ່ງ ຫລືຍັງບໍ່ທັນຮູ້ເຕັ້ນ ພຽງແຕ່ມັກຮັກໃນດົນຕີ ແລະ ມີຄວາມເມົາມົວກັບການເຕັ້ນແລ້ວ, Ha Noi Swing Dancing ກໍ່ແມ່ນຈຸດນັດພົບທີ່ຈັບໃຈສະຫງວນໃຫ້ແກ່ທຸກຄົນ.

ໃນບັນດາລາຍການທີ່ດຳເນີນຢູ່ສະໂມສອນ Hanoi Swing Dancing, ຜູ້ເຂົ້າຮ່ວມ ທັງໄດ້ຮັບການແນະນຳຈັງຫວະເຕັ້ນ lindy hop ຈຳນວນຫນຶ່ງ, ທັງສາມາດເຕັ້ນຕາມຈັງຫວະສຽງດົນຕີ, ເພີ່ມທະວີການເຊື່ອມຕໍ່, ພົບປະກັບໝູ່ເພື່ອນໃຫມ່.

ໂດຍໄດ້ເຂົ້າເຄື່ອນໄຫວຢູ່ສະໂມສອນນີ້ມາເປັນເວລາ 5 ປີ ພາຍໃຕ້ບົດບາດແມ່ນຜູ້ແນະນຳ, ເອື້ອຍ ເຈີນທູຖູຍ ບໍ່ພຽງແຕ່ສອນເຕັກນິກເທົ່ານັ້ນ ຫາກຍັງສົ່ງແຮງບັນດານໃຈເພື່ອໃຫ້ທຸກຄົນສາມາດ.

“ຂ້າພະເຈົ້າມັກຮັກວິຊາການເຕັ້ນນີ້ ຈາກນັ້ນຕົນເອງກໍ່ຊອກໄດ້ຫລາຍຄວາມມັກຮັກ ແລະ ການເຄື່ອນໄຫວອື່ນທີ່ມ່ວນຊື່ນ ສະນັ້ນ ຈຶ່ງຢາກສືບຕໍ່ແບ່ງປັນ ແລະ ແຜ່ຂະຫຍາຍວິຊາການເຕັ້ນໃຫ້ທຸກຄົນ. ສຳລັບຜູ້ທີ່ຫາກໍ່ມາເຂົ້າຮ່ວມສະໂມສອນແລ້ວ, ພວກເຮົາມານີ້ແມ່ນເພື່ອຮ່ຳຮຽນ ເຊື່ອມຕົວກັບບັນຍາກາດ ແລະ ເພື່ອທົດສອບຕົນເອງ, ທົດລອງສິ່ງທີ່ໃຫມ່ອ່ຽມຢຕ່ອ້ອມຕົວເຮົາ”.

ບໍ່ພຽງແຕ່ດຶງດູດເພື່ອຫນຸ່ມ ຢູ່ ຫວຽດນາມ,    Swing ຍັງແມ່ນຈຸດນັດພົບຂອງແຂກຕ່າງປະເທດ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຮ່າໂນ້ຍ. ເອື້ອຍ Zuzanna ຊາວໂປໂລຍ ປະຈຸບັນ ດຳລົງຊີວິດ ແລະ ເຮັດວຽກຢູ່ ຮ່າໂນ້ຍ ໄດ້ມາເຂົ້າຮ່ວມຢູ່ສະໂມສອນເປັນຫລາຍຄັ້ງແລ້ວ ແບ່ງປັນວ່າ:

 “ຜູ້ເຕັ້ນທີ່ມີຫລາຍບົດຮຽນປະສົບການກວ່າ ຈະສາມາດຊ່ວຍໃຫ້ຄົນຮຽນເຕັ້ນໃຫມ່ໄດ້ຫລາຍຢ່າງ. Swing ແມ່ນຈັງຫວະເຕັ້ນແບບມີຄວາມສຸກ, ບໍ່ສຳຄັນວ່າເພື່ອນຈະເຕັ້ນເກັ່ງຫລືບໍ່. ເພື່ອນຄວນມາເຂົ້າຮ່ວມລາຍການເຕັ້ນ Swing ຢູ່ ຮ່າໂນ້ຍ ນີ້ແມ່ນການເຄື່ອນໄຫວທີ່ເບີກບານມ່ວນຊື່ນ, ເຕັມໄປດ້ວຍພະລັງຊີວິດ ແລະ ເຊື່ອມຕໍ່ວົງຄະນາຍາດ”.

Hanoi Swing Dancing: ຈຸດນັດພົບເຊື່ອມຕໍ່ວົງຄະນາຍາດ - ảnh 2ມີເພື່ອນຫນຸ່ມຫລາຍຄົນ ຍາດເວລາມາເຂົ້າຮ່ວມການເຕັ້ນປະຈຳອາທິດຢູ່ ສະໂມສອນ. (ພາບ:Kim Liễu/VOV5)

ອ້າຍ Noah ຊາວ ການາດາ ເປັນຄັ້ງທຳອິດທີ່ມາ ຫວຽດນາມ ແລະ ໄດ້ເຂົ້າຮ່ວມລາຍການເຕັ້ນຢູ່ ສະໂມສອນ Hanoi Swing Dancing ໃຫ້ຮູ້ວ່າ:

“ເມື່ອມີແຜນການຢູ່ ຮ່າໂນ້ຍ ຕື່ມອີກສອງສາມມື້ ຂ້າພະເຈົ້າຢາກໃຊ້ ແລະ ຮູ້ສຶກໄດ້ເຖິງບັນຍາກາດຢູ່ ຮ່າໂນ້ຍ ແລະ ຢາກພົບປະກັບໝູ່ເພື່ອນທີ່ເປັນຊາວທ້ອງຖິ່ນ. ສະນັ້ນ ຂ້າພະເຈົ້າຄິດວ່າ ຈະມານີ້ເພື່ອຊົມເຫດການ. ແລະແລ້ວ ຂ້າພະເຈົ້າກໍ່ກັບມານີ້ອີກຄັ້ງຫນຶ່ງຍ້ອນບັນຍາກາດຢູ່ທີ່ນີ້ແມ່ນປະທັບໃຈທີ່ສຸດ”.

ໃຈກາງນະຄອນຫລວງ ຮ່າໂນ້ຍ ມີຫລາຍຄົນໄດ້ເລືອກເອົາການເຕັ້ນຕາມແຕ່ລະຈັງຫວະ Swing ແບບເບົາໆ ແຕ່ເຕັມໄປດ້ວຍພະລັງຊີວິດ, ແບບບໍ່ຕັ້ງໃຈ ແຕ່ພັດມີການເຊື່ອມຕໍ່. ແຕ່ລະຄ່ຳຂອງກາງອາທິດ, ຢູ່ມູມຫນຶ່ງໃນຕົວເມືອງ ຮ່າໂນ້ຍ ມີບັນດາຈັງຫວະເຕັ້ນຕາມສຽງດົນຕີທີ່ຈັບໃຈ ພາຜູ້ເຂົ້າຮ່ວມການເຕັ້ນໄດ້ຫຍັບເຂົ້າໃກ້ກັນກວ່າ. ນັ້ນອາດແມ່ນສິ່ງທີ່ເຮັດໃຫ້ Swing  ກາຍເປັນສ່ວນຫນຶ່ງທີ່ບໍ່ອາດຂາດໄດ້ໃນຊີວິດຂອງເພື່ອນຫນຸ່ມຫລາຍຄົນ ຢູ່ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ