(VOVWORLD) -
The Rieng ແມ່ນຮ້ານນ້ອຍຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ ຊື່ງໄດ້ຖືກສ້າງຕັ້ງຂຶ້ນເພື່ອຢາກສ້າງສະຖານທີ່ເຮັດວຽກໃຫ້ແກ່ຄົນພິການ. The Rieng ໄດ້ກາຍເປັນແຫ່ງທີ່ບັນດາເພື່ອນໜຸ່ມຫູໜວກປາກກືກ ສາມາດເສີມຂະຫຍາຍຄວາມສາມາດຂອງຕົນ, ໄດ້ຮັບການຍອມຮັບ ແລະ ເຊື່ອໝັ້ນຕົນເອງໃນການເຊື່ອມຕໍ່ກັບປະຊາຄົມ.
(ພາບ: Khanh Long-VNP) |
ແຕ່ລະມື້, ເຈິ່ນທູເຟືອງ ໄດ້ຂີ່ລົດເມປະມານ 20 ກມ ຈາກເຂດຊານເມືອງໄປ The Rieng ຢູ່ໃຈກາງນະຄອນ ຮ່າໂນ້ຍ ເພື່ອເຮັດວຽກ. ເຖິງວ່າການໄປມາປະສົບກັບຄວາມຫຍຸ້ງຍາກກໍ່ຕາມ ແຕ່ ເຟືອງ ກໍ່ບໍ່ຢາກເຮັດວຽກງານອື່ນ ຍ້ອນວ່າ ຢູ່ The Rieng ບ່ອນເຮັດວຽກຂອງ ເຟືອງ ມີບັນດາເພື່ອນຜູ້ຫູໜວກປາກກືກຄືລາວ. ສິ່ງສຳຄັນກ່ວາ ນັ້ນແມ່ນ, ຢູ່ທີ່ນີ້, ເຟືອງ ຈະມີໂອກາດສະແດງຄວາມປະດິດສ້າງຂອງຕົນດ້ວຍວຽກງານທີ່ລາວຮັກມັກ. ຍ້ອນບໍ່ສາມາດໄດ້ຍິນ, ບໍ່ສາມາດເວົ້າໄດ້, ສະນັ້ນ, ໃນບັນດາໂອກາດພິເສດ, ເຟືອງ ຕ້ອງການຜູ້ຊ່ວຍແປພາສາສັນຍານ (ພາສາມື) ໃຫ້.
ຫງວຽນເຟືອງຮ່າ ເພື່ອນຜູ້ໜຶ່ງຂອງ ເຟືອງ ໄດ້ແປຈາກພາສາສັນຍານຂອງ ເຟືອງ ໃຫ້ຜູ້ຟັງ.
ເຟືອງ ມັກວຽກງານຂອງຕົນບໍ່? ເປັນຫຍັງ?
ກ່ອນນີ້ ເຟືອງກໍ່ ໄດ້ເຮັດວຽກຢູ່ບ່ອນອື່ນ ແຕ່ຍາກຫຼາຍ. ຮູບແບບສະຫງວນໃຫ້ແກ່ຄົນຫູໜວກແມ່ນເໝາະສົມທີ່ສຸດ. ພະລາກອນທຸກຄົນຢູ່ທີ່ນີ້ ລ້ວນແຕ່ໄດ້ໃຊ້ພາສາສັນຍານ. ຂ້າພະເຈົ້າມັກວຽກງານຢູ່ທີ່ນີ້ທີ່ສຸດ, ໂດຍສະເພາະແມ່ນວຽກປຸງແຕ່ງນ້ຳ, ເຫັນແຂກພໍໃຈກັບນ້ຳທີ່ຕົນເອງປຸງແຕ່ງນັ້ນ ຂ້າພະເຈົ້າກໍ່ຮູ້ສຶກດີໃຈຫຼາຍ.
ສ່ວນ ເລືອງຫວຽດກວາງ ຜູ້ບ່າວອາຍຸ 19 ປີ ພັດມັກສຽງອື່ນ:
ກວາງ ບໍ່ໄດ້ຍິນສຽງ ແຕ່ຍັງສາມາດຮູ້ສຶກໄດ້ເຖິງການສັ່ນຂອງເຄື່ອງ ເມື່ອແຂກກົດໃສ່ເຄື່ອງອຸປະກອນເຊື່ອມຕໍ່ຢູ່ເທິງໂຕະ ເພື່ອຂໍການບໍລິການໃນຮ້ານ. ໃນຂະນະນັ້ນ, ຫງວຽນທິກີມແອັງ ຜູ້ທີ່ເປັນພຽງແຕ່ຜູ້ຊ່ວຍວຽກມາຫຼາຍປີ ຍ້ອນວ່າຢູ່ຫຼາຍແຫ່ງ, ບໍ່ມີຜູ້ໃດເຊື່ອໝັ້ນວ່າ ຄົນຫູໜວກປາກກືກຈະສາມາດເຂົ້າໃຈ ແລະ ເຮັດວຽກທີ່ຖືກມອບໃຫ້ເປັນຢ່າງດີໄດ້, ແຕ່ວ່າຢູ່ The Rieng, ກີມແອັງ ໄດ້ເຮັດວຽກງານເກັບເງິນ ຊື່ງແມ່ນວຽກທີ່ໃໝ່ອ່ຽມສຳລັບນາງ.
ເພື່ອນ ຟ້າມທາຍຮ່າ ລູກຄ້າຂອງ The Rieng, ໃຫ້ຮູ້ວ່າ:
ເຖິງວ່າພວກເພື່ອນບໍ່ສາມາດເວົ້າແບບທຳມະດາກັບຂ້າພະເຈົ້າ ແຕ່ດ້ວຍຄວາມສຸດຈິດສຸດໃຈ, ຄວາມລອບຄອບຖີ່ຖ້ວນຂອງພວກເພື່ອນ ໄດ້ສະແດງໃຫ້ເຫັນຜ່ານສາຍຕາ ຫຼືເຄື່ອງອຸປະກອນໜູນຊ່ວຍ, ຫຼືວ່າເມື່ອພວກເພື່ອນສອນພາສາສັນຍານໂດຍພື້ນຖານໃຫ້ຂ້າພະເຈົ້າ. ຂ້າພະເຈົ້າເຫັນວ່າສິ່ງນີ້ມີຄວາມໝາຍທີ່ສຸດ.
ປິ 2019, ພາຍຫຼັງໄດ້ພົບກັບເພື່ອນຫູໜວກປາກກືກຜູ້ໜຶ່ງໂດຍບັງເອີນ, ປະຈຸບັນພວມເປັນຜູ້ບໍລິຫານດ້ານບຸກຄະລາກອນຢູ່ The Rieng, ຫວູວັນຢຸງ ໄດ້ມີຄວາມຄິດເປີດຮ້ານກິນດື່ມສະເພາະໃຫ້ແກ່ປະຊາຄົມຜູ້ຫູໜວກປາກກືກ. ແຕ່ຮອດປີ 2024, The Rieng ຈຶ່ງສາມາດເຂົ້າເຄື່ອນໄຫວໄດ້ ພາຍຫຼັງໄດ້ໂຈະໄວເປັນຫຼາຍເທື່ອ. ເຖິງວ່າໄດ້ຄັດເລືອກ, ບຳລຸງສ້າງອັນເປັນພື້ນຖານແລ້ວກໍ່ຕາມ ແຕ່ ຫວູວັນຢຸງ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ:
ພວກເພື່ອນມີຄວາມສຸດຈິດສຸດໃຈ, ມີລະບຽບວິໄນດີ. ຂ້າພະເຈົ້າຢາກສ້າງໂອກາດເຮັດວຽກໃຫ້ແກ່ພວກເພື່ອນ ເພື່ອສາມາດເຊື່ອມຕົວເຂົ້າກັບສັງຄົມ. ພາຍຫຼັງເກັບຄືນເງິນລົງທຶນແລ້ວ, ກຳໄລທັງໝົດທີ່ຍັງເຫຼືອຈະຖືກສະຫງວນໃຫ້ແກ່ກອງທຶນການສຶກສາຄົນຫູໜວກ ແລະ ຜູ້ເປັນໂລກມະເຮັງທີ່ປະສົບກັບຄວາມຫຍຸ້ງຍາກ. ຂ້າພະເຈົ້າຢາກເຊື່ອມຕໍ່ລະຫວ່າງຄົນພິການ ກັບຄົນທຳມະດາ.
ເມື່ອອຳລາ ແລະ ນັດພົບກັນໃໝ່ກັບລູກຄ້າ, ບັນດາເພື່ອນພະນັກງານຢູ່ The Rieng ຈະເຮັດສັນຍານຮູບຫົວໃຈດ້ວຍນີ້ວມື ພ້ອມດ້ວຍຮອຍຍີ້ມແທນຄຳຂອບອົກຂອບໃຈ. ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ລະມື້, ພວກເພື່ອນຍັງມານະພະຍາຍາມເຮັດວຽກ, ເຊື່ອມຕົວ, ສ້າງບັນດາຄຸນຄ່າເພື່ອຢັງຢືນຕົວເອງ ແລະ ເຊື່ອໝັ້ນຕໍ່ຕົນເອງ, ບືນຕົວຂຶ້ນໃນການດຳລົງຊີວິດ./.