ກີ່ນຫອມຫວນຂອງດອກບົວຢູ່ ຮ່າໂນ້ຍ

(VOVWORLD) - ເດືອນ ມິຖຸນາ ຂອງທຸກປີ, ບັນດາດອກບົວ ພິເສດ ແມ່ນດອກບົວພັນກີບ, ເມື່ອເຂົ້າລະດູທີ່ເບັ່ງບານແມ່ນສວຍງາມທີ່ສຸດ. ນີ້ກໍ່ແມ່ນຊ່ວງເວລາທີ່ຊາວ ຮ່າໂນ້ຍ ຜູ້ມັກຮັກດອກບົວໄດ້ກ້າວເຂົ້າສູ່ຊຸມມື້ທີ່່ຊີວິດມີສີດອກບົວ ແລະ ກີ່ນຫອມຂອງດອກບົວຢູ່ອ້ອມຕົວ.

 
 
ກີ່ນຫອມຫວນຂອງດອກບົວຢູ່ ຮ່າໂນ້ຍ - ảnh 1ດອກບົວຢູ່ ຫນອງໂຮ່ໄຕ.  (ພາບ:  Minh Đức/VTC News)

ຊຸມມື້ນີ້ ຫນອງໂຮ່ໄຕ ຍິ່ງອຶກກະທຶກຄືກໂຄມກວ່າມື້ທຳມະດາ ເພາະວ່າ ບັນດາບຶງດອກບົວພັນກີບ ໄດ້ເບັ່ງບານຢ່າງສວຍງາມ. ລະດູດອກບົວເບັ່ງບານຢູ່ ຮ່າໂນ້ຍ ແມ່ນສັ້ນທີ່ສຸດ, ພຽງແຕ່ແກ່ຍາວປະມານເກືອບ 2 ເດືອນ (ແຕ່ເດືອນ ພຶດສະພາ ຮອດເດືອນ ກໍລະກົດ). ແຕ່ນັ້ນແມ່ນລະດູດອກໄມ້ທີ່ໄດ້ຮັບການລໍຄອຍທີ່ສຸດໃນປີ. ໄປລຽບຕາມເສັ້ນທາງແຄມຫນອງໂຮ່ໄຕ ໃນຍາມຮຸ່ງເຊົ້າທີ່ອາກາດປອດໂປ່ງເຢັນສະບາຍ, ໃຜໆກໍ່ຢາກຄ່ອຍໆໄປເພື່ອຊົມ ແລະ ສູບເອົາກິ່ນຫອມຂອງດອກບົວຈາກບຶງດອກບົວທີ່ສວຍງາມຄືດັ່ງພາບແຕ້ມ. ບັນດາເພື່ອນຫນຸ່ມກໍ່ຍາດເວລາຕື່ນແຕ່ເຊົ້າເພື່ອໄປ ຫນອງໂຮ່ໄຕ ຊື້ດອກບົວ ຫລື ຖ່າຍຮູບກັບດອກບົວ. ເອື້ອຍ ດັ້ງເຈີນຖູຍງອັກ ໃຫ້ຮູ້ວ່າ:

ລະດູດອກບົວ ຮ່າໂນ້ຍ ມີສີສັນສວຍງາມ ແລະ ເຕັມໄປດ້ວຍຄວາມຄະນຶງຫາ. ກິ່ນຫອມຂອງດອກບົວລອຍຜ່ານຖະຫນົນ, ບັນດາຫາບດອກບົວ ຫລື ບຶງດອກບົວ ຢູ່ຫນອງໂຮ່ໄຕ ລ້ວນແຕ່ສ່ອງແສງໃຫ້ເຫັນຈຸດພິເສດສະເພາະຂອງ ດິນແດນ ຮ່າໂນ້ຍ. ດ້ວຍບັນດາຮູບພາບຖ່າຍກັບດອກບົວ ຍາມໃດກໍ່ປະກົດມີຈຸດຄວາມງາມທີ່ອ່ອນໂຍນ.

ຮ່າໂນ້ຍ ມີບຶງດອກບົວຫລາຍບຶງ ແຕ່ວ່າ ມີພຽງແຕ່ດອກບົວຢູ່ຫນອງໂຮ່ໄຕ ຫລື ບາງບຶງທີ່ມີນ້ຳຈາກ ແມ່ນ້ຳແດງໄຫລເຂົ້າ ຈຶ່ງເຮັດໃຫ້ດອກບົວມີກິ່ນຫອມພິເສດ ແລະ ເໝາະກັບການຜະລິດຊາດອກບົວ.

ກີ່ນຫອມຫວນຂອງດອກບົວຢູ່ ຮ່າໂນ້ຍ - ảnh 2ຂັ້ນຕອນ ເອືອບຊາດອກບົວ. (ພາບ:Viên Minh/VTC News)

ເມື່ອດອກບົວພັນກີບເບັ່ງບານພໍດີ ແລະ ໃຫຍ່ສະເຫມີ, ຄອບຄົວ ອ້າຍ ຫງວຽນວັນຈວ່ຽນ ເລີ່ມກ້າວເຂົ້າສູ່ລະດູຜະລິດຊາດອກບົວ.

“ພາຍຫລັງ 6 ໂມງເຊົ້າ, ກີບດອກບົວບານອອກໃຫຍ່, ກວ້າງ, ສົ່ງກິ່ນຫອມອອກຫລາຍ ແລະ ເວລານັ້ນ ຖ້າຂົນສົ່ງດອກບົວຈະເຮັດໃຫ້ກີບຫລົ່ນ. ສະນັ້ນ ຕ້ອງເກັບກູ້ດອກບົວກ່ອນເວລາ 6 ໂມງເຊົ້າ. ມີບາງຄົນເຮັດດອກບົວຢູ່ບຶງເລີຍ ແຕ່ບາງຄົນພັດເອົາເຮັດຢູ່ບ້ານ. ຍິ່ງຮັກສາດອກບົວ ແລະ ນ້ຳຢູ່ໃນກ້ານໄດ້ຍິ່ງດົນ  ດອກບົວກໍ່ຍິ່ງດີ. ນັ້ນແມ່ນເຄັດລັບຂອງບາງຄອບຄົວ”.

ຊາດອກບົວ ໄດ້ປຸງແຕ່ງດ້ວຍ 2 ວິທີ ນັ້ນແມ່ນເອືອບ (ໝັກ) ແບບໄວ ແລະ ໝັກດ້ວຍເມັດເກສອນດອກບົວ. ການໝັກແບບໄວແມ່ນວິທີເອົາຊາໃສ່ໃນດອກບົວທີ່ເລີ່ມຈະບານ ແລະ ເອົາຊາອອກໃນເຊົ້າມື້ຕໍ່ມາ. ສ່ວນເມັດເກສອນດອກບົວແມ່ນເມັດນ້ອຍໆສີຂາວທີ່ໄດ້ຄັດແຍກອອກຈາກລະອອງເກສອນດອກບົວ ແລະ ແມ່ນສ່ວນທີ່ເກັບຮັກສາກິ່ນຂອງດອກບົວ.

ເພື່ອນຜະລິດຊາດອກບົວໃຫ້ໄດ້ປະມານ 1 ກິໂລກາມ ຕ້ອງໃຊ້ດອກບົວປະມານ 1.000 ດອກ. ແຕ່ລະຄອບຄົວ ຈະມີວິທີເອືອບທີ່ແຕກຕ່າງກັນ ແຕ່ເອີ້ນລວມວ່າ ແມ່ນສ້າງກິ່ນຫອມ ຍ້ອນການເຮັດທີ່ລະອຽດລະອໍໃນແຕ່ລະຂັ້ນຕອນ. ສະນັ້ນ ຊາດອກບົວ ມີກິ່ນຫອມທີ່ພິເສດ ພ້ອມທັງສະແດງໃຫ້ເຫັນ ວິທີດື່ມຊາແບບລະອຽດອ່ອນຂອງຊາວ ຮ່າໂນ້ຍ.

ນັ່ງຢູ່ບ່ອນທີ່ມີດອກບົວອ້ອມຂ້າງ ແລະ ດື່ມນ້ຳຊາດອກບົວ ນັ້ນແມ່ນຈຸດເວລາທີ່ບັນດາຜູ້ມັກຮັກດອກບົວຮູ້ສຶກໄດ້ເຖິງຄວາມສະຫງົບງຽບຂອງຈິດໃຈ. ສຳລັບ ເອື້ອຍ ເຈີນຢ້ຽວຖູຍ, ຊື່ງແມ່ນຜູ້ມັກຮັກດອກບົວ, ເອື້ອຍ ໃຫ້ຮູ້ວ່າ: ພຽງແຕ່ໄດ້ດົມກິ່ນຫອມຂອງດອກບົວ ຕົວເອງກໍ່ຮູ້ສຶກຈິດໃຈສະຫວາດສະເຫວີຍ. ສະນັ້ນ ເມື່ອລະດູດອກບົວວຽນມາ ເອື້ອຍກໍ່ຕື່ນນອນແຕ່ເຊົ້າເພື່ອໄປຫນອງໂຮ່ໄຕ ເລືອກເອົາບັນດາດອກບົວທີ່ສວຍງາມເພື່ອນຳເອົາມາປະດັບປະດາໃນເຮືອນ. ເອື້ອຍ ເຈີນຢ້ຽວຖູຍ ໃຫ້ຮູ້ວ່າ:

“ການທີ່ເຮົາປະດັບດ້ວຍດອກບົວ ມັນຄືເປັນສິ່ທີ່ເຮັດໃຫ້ເຮົາຕິດ. ຕື່ນນອນຕອນເຊົ້າ, ໃນເຮືອນມີພຽງແຕ່ກິ່ນຫອມຂອງດອກບົວ ແມ່ນຈະນຳມາເຊິ່ງຈິດໃຈທີ່ສະຫວາດສະເຫວີຍ, ຫລຸດຜ່ອນຄວາມຕຶງຄຽດໄດ້ເປັນຢ່າງດີ, ເຮົາພຽງແຕ່ໄດ້ດື່ມຊາທີ່ມີກິ່ນຫອມຂອງດອກບົວໃນບໍລິເວນທີ່ມີດອກບົວ ເຮົາຈະຮູສຶກຈິດໃຈສະຫວາດສະເຫວີຍທີ່ສຸດ”.

ລະດູດອກບົວເຖິງວ່າສັ້ນກໍຕາມ ແຕ່ໄດ້ປະຫລາຍຄວາມຮູ້ສຶກໄວ້ໃຫ້ແກ່ຜູ້ມັກຮັກດອກບົວ. ຮູບພາບບັນດາບຶງດອກບົວໃນຍາມຮຸ່ງເຊົ້າ ຫລື ຊໍ່ດອກບົວ, ຂາວບໍລິສຸດ, ພິເສດແມ່ນກິ່ນຫອມຂອງດອກບົວ ຍາມໃດກໍ່ຝັງເລິກໃນໃຈຂອງແຕ່ລະຄົນ, ເຊິ່ງໄດ້ປະສິ່ງທີ່ບໍ່ອາດຫລົງລືມໄດ້ໃຫ້ແກ່ຊາວ ຮ່າໂນ້ຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ