ຖະຫນົນ ຫງວຽນທ້າຍຫອກ: ແດນສະຫວັນແຫ່ງ ກອບພາບ ຢູ່ ຮ່າໂນ້ຍ

(VOVWORLD) - ຖະຫນົນ ຫງວຽນທ້າຍຫອກ ມີຄວາມຍາວເກືອບ 2 ກິໂລແມັດ ຈາກບ່ອນ 5 ແຍກ   ເກື່ອນາມ ຮອດຖະຫນົນ ເຊີນໄຕ ຂອງ ຮ່າໂນ້ຍ. ໃນທ່າມກາງບັນຍາກາດອຶກກະທຶກຄຶກໂຄມ, ສຽງລົດແລ່ນຜ່ານໄປມາ ຢູ່ທີ່ນີ້ ຍັງຄົງຮັກສາສີສັນທີ່ສະຫງົບງຽບ. ຈາກແທ່ນໄມ້, ລວດລາຍຂອງການແກະສະຫລັກກອບພາບລ້ວນແຕ່ປະກອບສ່ວນຮັກສາບັນດາຄວາມຊົງຈຳ, ຮັກສາສິລະປະ.

ຖະຫນົນ ຫງວຽນທ້າຍຫອກ: ແດນສະຫວັນແຫ່ງ ກອບພາບ ຢູ່ ຮ່າໂນ້ຍ - ảnh 1ຖະຫນົນ ຫງວຽນທ້າຍຫອກ ແຕ່ດົນນານມາແລ້ວ ມີຊື່ສຽງແມ່ນໃຈກາງຜະລິດກອບ ພາບ ຂອງນະຄອນຫລວງ ຮ່າໂນ້ຍ: (ພາບ:Thế Hùng/VOV5)

ຖະຫນົນ ຫງວຽນທ້າຍຫອກ ແຕ່ດົນນານມາແລ້ວ ມີຊື່ສຽງແມ່ນໃຈກາງຜະລິດກອບ ພາບ ຂອງນະຄອນຫລວງ, ໄປລຽບຕາມຖະຫນົນ ພວກເຮົາຈະພົບເຫັນຮ້ານຂາຍກອບພາບຫລາຍຮ້ານລຽນໆກັນ. ຢູ່ທີ່ນີ້ ທຸກວັນຍັງຄົງມີສຽງຂອງເຄື່ອງຕັດ, ເຄື່ອງອັດໄມ້ ເຮັດກອບພາບ ແລະ ສຽງໂອ້ລົມແລກປ່ຽນລະຫວ່າງຜູ້ຊື້, ຜູ້ຂາຍກອບພາບ.

ຢູ່ແຕ່ລະຮ້ານຂາຍກອບພາບຢູ່ຖະຫນົນເກົ່າຂອງ ຮ່າໂນ້ຍ ລ້ວນແຕ່ມີເຄັດລັບສະເພາະເພື່ອດຶງດູດລູກຄ້າ. ມີຮ້ານຜະລິດສະເພາະກອບຕົວຫນັງສືສິລະປະ, ມີບາງຮ້ານແມ່ນຂາຍກອບພາບສີຄັດມັນແບບ classic ເອີລົບ. ແຕ່ກໍ່ມີບາງຮ້ານທັນສະໄຫມກວ່າ ພ້ອມຮັບການພິມ, ການອັດ - ຕໍ່ກອບພາບພຽງແຕ່ໃນເວລາຫນຶ່ງຊົ່ວໂມງ.

ເອື້ອຍ ຫງວຽນທິຢູງ ມາຖະຫນົນ ຫງວຽນທ້າຍຫອກ ເພ່ືອເລືອກຊື້ກອບໃສ່ພາບແຕ້ມຂອງລູກສາວນ້ອຍ ຊື່ງຫລານຫາກໍ່ແຕ້ມສຳເລັດ. ນອກນັ້ນ ເອື້ອຍຍັງຊອກຮູ້ ແລະ ຊື້ກອບອື່ນອີກເພື່ອນຳເອົາມາໃສ່ໃບຍ້ອງຍໍ, ພາບທີ່ລະນຶກຂອງຄອບຄົວ.

“ໂດຍແມ່ນສິ່ງທີ່ລະນຶກ ຂ້າພະເຈົ້າຢາກເລືອກບັນດາກອບທີ່ມີຄຸນນະພາບດີເພື່ອເຮັດແນວໃດໃຫ້ຮັກສາບັນດາຮູບພາບຂອງຄອບຄົວ, ຂອງລູກສາວ ແລະ ຂອງຕົນໄວ້ໃຫ້ໄດ້ຍາວນານທີ່ສຸດ. ເມື່ອມານີ້ ຂ້າພະເຈົ້າເຫັນວ່າ ມີຫລາຍຮູບແບບ, ຫລາຍຂະຫນາດແຕກຕ່າງກັນ”.

ອ້າຍ ເຈີນດຶກເຊິນ ກັບຄືນມາຖະຫນົນ ຫງວຽນທ້າຍຫອກ ຄັ້ງນີ້ເພື່ອເລືອກຊື້ກອບພາບທີ່ເໝາະສົມເພື່ອຮັບໃຊ້ໃຫ້ຮ້ານຂອງຕົນ. ອ້າຍແບ່ງປັນວ່າ:

    “ພາບຕ້ອງມີກອບຈຶ່ງງາມ, ການຮັກສາພາບແມ່ນສິ່ງສຳຄັນທີ່ສຸດ. ຄວາມຕ້ອງການຂອງຂ້າພະເຈົ້າແມ່ນພາບຕ້ອງເໝາະສົມກັບຮ້ານຂອງຕົນ, ພາບຢູ່ທີ່ນີ້ ລາຄາເໝາະສົມ ທຸກຄົນລ້ວນແຕ່ຈັບຕ້ອງໄດ້”.

ທ່ານນາງ ຫງວຽນທິກິມທວາ ລູກຄ້າປະຈຳຂອງບັນດາຮ້ານຂາຍພາບຢູ່ ຖະຫນົນ ຫງວຽນທ້າຍຫອກ ແບ່ງປັນວ່າ:

“ຂ້າພະເຈົ້າມີຄວາມເຊື່ອໝັ້ນຢູ່ທີ່ນີ້. ຢູ່ບ້ານມີພາບໃດກໍ່ນຳເອົາມານີ້ຊື້ກອບໃສ່. ສີງາມ, ນາຍຊ່າງມີສີມືດີ ສະນັ້ນ ກອບພາບງາມຫລາຍ”.

ຈຸດພິເສດຊື່ງເຮັດໃຫ້ບັນດາຮ້ານຂາຍກອບພາບຢູ່ຖະຫນົນ ຫງວຽນທ້າຍຫອກ ກາຍເປັນສະຖານທີ່ເລືອກເຟັ້ນແຖວຫນ້າຂອງຊາວ ຮ່າໂນ້ຍ ແມ່ນມີຫລາຍຮູບແບບ ແລະ ວັດສະດຸກໍຫລາກຫລາຍ. ລວດລາຍກອບໄດ້ຮັບການຄວັດສະຫລັກຢ່າງຄ່ອງແຄ້ວລະອຽດລະອໍຕາມຮູບແບບຂອງ ເອີລົບ, classic ຫລື ທັນສະໄຫມ ເຕັມໄປດ້ວຍລັກສະນະສີລະປະ.

ຖະຫນົນ ຫງວຽນທ້າຍຫອກ: ແດນສະຫວັນແຫ່ງ ກອບພາບ ຢູ່ ຮ່າໂນ້ຍ - ảnh 2ກອບພາບຢູ່ຖະຫນົນ ຫງວຽນທ້າຍຫອກ ແມ່ນຫລາກຫລາຍຮູບແບບ.(ພາບ:Thế Hùng/VOV5)

ຕາມບັນດານາຍຊ່າງຜະລິດກອບພາບຢູ່ຖະຫນົນ ຫງວຽນທ້າຍຫອກ ແລ້ວ, ອາຊີບ ເຮັດກອບພາບແມ່ນມີມາແຕ່ນັບຮ້ອຍໆປີ. ກ່ອນນີ້ ບັນດາກອບພາບພຽງແຕ່ອອກແບບດ້ວຍໄມ້, ຮູບແບບກໍ່ງ່າຍກວ່າ ແຕ່ປະຈຸບັນ ບັນດາວັດສະດຸອຸປະກອນ ຮູບແບບໄດ້ມີການປ່ຽນແປງຫລາຍແລ້ວເພື່ອໄປທັນກັບຄວາມຕ້ອງການຂອງຜູ້ຊື້.

ເອື້ອຍ ຟ້າມທິຮວ່ຽນມີ ເຈົ້າຂອງຮ້ານຂາຍພາບ ແລະ ກອບພາບ ຢູ່ຖະຫນົນ ຫງວຽນທ້າຍຫອກ ໃຫ້ຮູ້ວ່າ:

“ພາບແຕ້ມ ແມ່ນສ່ວນຫນຶ່ງ. ພາບແຕ້ມ ແລະ ບັນດາເຄື່ອງຕິດໃສ່ກັບພາບຈະເຮັດໃຫ້ພາບງາມກວ່າ, ມີຄຸນຄ່າກວ່າ. ກອບພາບ ມີສອງປະເພດ ກອບປລາສະຕິດ ແລະ ກອບໄມ້. ກອບພາບປລາສະຕິດ ຈະມີຫລາຍຮູບແບບກວ່າກອບໄມ້. ກອບໄມ້ລາຄາສູງກວ່າ ແຕ່ມີຄຸນນະພາບດີກວ່າ”.

ອາຊີບເຮັດກອບພາບບໍ່ໂດດເດັ່ນຄືຫລາຍອາຊີບຫັດຖະກຳອື່ນ ແຕ່ຄວາມຕ້ອງການເຮັດກອບພາບຍາມໃດກໍ່ມີ ເພາະຕິດພັນກັບທຸກຄົນທຸກຄອບຄົວ. ພາບແຕ່ງດອງ, ພາບລູກແຕ້ມມອບໃຫ້ພໍ່ແມ່ ຫລື ພາບແຂວນຝາ... ກໍ່ລ້ວນແລ້ວແຕ່ຕ້ອງການເຖິງສີມືຂອງຊ່າງເຮັດກອບພາບ.

ໃນທ່າມກາງສຽງອຶກກະທຶກຄຶກໂຄມຂອງຕົວເມືອງນັ້ນ ແຕ່ຖະຫນົນຜະລິດກອບພາບ ຫງວຽນທ້າຍຫອກ ຍັງຄົງສະຫງົບງຽບ ຮັກສາບັນດາຄວາມຊົງຈຳ, ສິ່ງລະນຶກຂອງແຕ່ລະຄົນ, ແຕ່ລະຄອບຄົວ ແລະ ຂອງນະຄອນຫລວງ.

ຕອບກັບ

ຂ່າວ/ບົດ​ອື່ນ