ນະ​ຄອນ ໂຮ່​ຈິ​ມິນ ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ທ່າ​ໄດ້​ປຽບ​ຂອງ​ນະ​ຄອນ​ເສດ​ຖະ​ກິດ​ທະ​ເລ

(VOVWORLD) -  ບັນດາຜູ້ຊ່ຽວຊານເສດຖະກິດທະເລຖຶວ່າ: ພາຍຫຼັງໄດ້ໂຮມເຂົ້າກັບ ບິງເຢືອງ ແລະ ບ່າເຣັ້ຍ-ວຸ້ງເຕົ່າ, ນະຄອນ ໂຮ່ຈິມິນ ບໍ່ພຽງແຕ່ໄດ້ກາຍເປັນນະຄອນໃຫຍ່ເທົ່ານັ້ນ, ຫາກຍັງແມ່ນນະຄອນໃຫຍ່ດ້ວຍຈຸດສຸມແມ່ນເສດຖະກິດທະເລອີກດ້ວຍ. ເລື່ອງໂຮມ 3 ທ້ອງຖິ່ນເຂົ້ານຳກັນແມ່ນການປ່ຽນແປງດ້ານພູມສາດ ກໍ່ຄືເປີດອອກໂອກາດຍຸດທະສາດທີ່ສຳຄັນທີ່ສຸດ.
ນະ​ຄອນ ໂຮ່​ຈິ​ມິນ ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ  ແລະ ທ່າ​ໄດ້​ປຽບ​ຂອງ​ນະ​ຄອນ​ເສດ​ຖະ​ກິດ​ທະ​ເລ - ảnh 1

   ແຕ່ລະທ້ອງຖິ່ນລ້ວນແຕ່ມີທ່າໄດ້ປຽບສະເພາະ, ນະຄອນ ໂຮ່ຈິມິນ ແມ່ນນະຄອນນຳໜ້າດ້ານເສດຖະກິດ, ບິງເຢືອງ ແມ່ນສູນການຜະລິດ, ສ່ວນ ບ່າເຣັ້ຍ-ວຸ້ງເຕົ່າ ມີປະຕູອອກສູ່ທະເລທີ່ມີມູນຄ່າທົ່ວໂລກ. ນະຄອນໃໝ່ນີ້ແມ່ນນະຄອນສຳຄັນໃນລະບົບມູນຄ່າ logistics ຂອງເຂດພາກໃຕ້ ຫວຽດນາມ.

ນະ​ຄອນ ໂຮ່​ຈິ​ມິນ ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ  ແລະ ທ່າ​ໄດ້​ປຽບ​ຂອງ​ນະ​ຄອນ​ເສດ​ຖະ​ກິດ​ທະ​ເລ - ảnh 2

  ການໂຮມ 3 ທ້ອງຖິ່ນເຂົ້ານຳກັນບໍ່ພຽງແຕ່ໄດ້ຫັນຂັ້ນຕອນ logistics ເປັນຢ່າງດີທີ່ສຸດເທົ່ານັ້ນ ຫາກຍັງໄດ້ສ້າງລະບົບເຊື່ອມຕໍ່ຈາກການຜະລິດຕະຫຼອດຮອດການສົ່ງອອກອີກດ້ວຍ, ຊື່ງໄດ້ເປີດໂອກາດດຶງດູດກະແສທຶນ FDI ໃໝ່ ແລະ ການເຕີບໂຕແຮງໃນອະນາຄົດ.

ບັນດາເງື່ອນໄຂກ່ຽວກັບພື້ນຖານໂຄງລ່າງເຊື່ອມຕໍ່ແມ່ນພວເຮົາໄດ້ຮູ້ຈັກແລ້ວ. ປະຈຸບັນ, ການວາງແຜນຜັງແມ່ນມີຢູ່ແລ້ວ ແລະ ພວມຄ່ອຍໆໄດ້ສ້າງໃຫ້ສົມບູນແບບ. ຂ້າພະເຈົ້າເຊື່ອໝັ້ນວ່າ ໃນ 2,3 ປີຈະມາເຖິງນີ້, ບັນດາເສັ້ນທາງແລວ 3-4 ຈະໄດ້ກໍ່ສ້າງສຳເລັດ, ລະບົບເສັ້ນທາງນ້ຳພາຍໃນເຊື່ອມຕໍ່ ຫຼືການຂົນສົ່ງແຄມທະເລກໍ່ຈະເຄື່ອນໄຫວເປັນປົກກະຕິ.

ຕາມ ທ່ານ ຫງວຽນຊວັນກີ່, ເລຂາທິການສະຫະສະມາຄົມທ່າກຳປັ່ນທະເລອາຊີຕາເວັນອອກສ່ຽງໃຕ້, ບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງ ໄດ້ ແລະ ພວມຜັນຂະຫຍາຍໃນ 2-3 ປີທີ່ຈະມາເຖິງນັ້ນ ຈະປະກອບສ່ວນປ່ຽນແປງໂສມໜ້າຄົມມະນາຄົມຂອງເຂດພາກໃຕ້ ຫວຽດນາມ.

ລະອຽດຄື ບັນດາເສັນທາງຄວາມໄວສູງຄື: ເບັນລຶກ-ລອງແທງ; ນະຄອນໂຮ່ຈິມິນ-ລອງແທງ-ເຢົາໄຢ ແລະ ແລວ 3-4 ນະຄອນ ໂຮ່ຈິມິນ ໄດ້ນຳເຂົ້າເຄື່ອນໄຫວ ຈະຊ່ວຍສິນຄ້ານຳເຂົ້າສົ່ງອອກທີ່ຜ່ານທ່າກຳປັ່ນລຸລ່ວງ ບໍ່ພຽງແຕ່ໃຫ້ແກ່ນະຄອນໂຮ່ຈິມິນ ເທົ່ານັ້ນ ຫາກຍັງໃຫ້ທັງເຂດທາງທິດຕາເວັນອອກ ຕາເວັນຕົກຂອງພາກໃຕ້ ຫວຽດນາມ ອີກດ້ວຍ.

  ເມື່ອພວກເຮົາໄດ້ເປີດລຸລ່ວງບັນດາເສັ້ນທາງສຳຄັນ ແນ່ນອນວ່າ ບັນດາໜ່ວຍປະສົມເຕັກໂນໂລຊີ, ກຸ່ມບໍລິສັດໃຫ່ຍ ຈະມາລົງທຶນ. ເຂົາເຈົ້າຈະກໍ່ສ້າງໂຮງງານຢູ່ນີ້ ແລ້ວສົ່ງສິນຄ້າໄປຍັງ ອາເມລິກາ.

   ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກ ນະຄອນໂຮ່ຈິມິນ ຄັ້ງທີ 1 ອາຍຸການ 2025-2030 ໄດ້ກຳນົດໜຶ່ງໃນບັນດາໜ້າທີ່, ທິດທາງຈຸດສຸມຂອງ ນະຄອນໂຮ່ຈິມິນ ແມ່ນວາງແຜນຜັງພັດທະນາເຂດການຄ້າເສລີລຸ້ນໃໝ່ ຕິດພັນກັບການພັດທະນາບັນດາສູນ logistics ອັດສະລິຍະ, ບັນດາກຸມທ່າກຳປັ່ນຂົນສົ່ງສາກົນ ແລະ ສະໜາມບິນສິນຄ້າ.

    ໄປຄຽງຄູ່ກັນນັ້ນ, ການລົງທຶນຍົກລະດັບ, ຈັດແບ່ງໜ້າທີ່, ຫັນປ່ຽນຮູບແບບລະບົບທ່າກຳປັ່ນຢູ່ອ້ອມແອ້ມ, ບັນດາທ່າກຳປັ່ນລຽບຕາມແມ່ນ້ຳ ໄຊງອນ ແລະ ກຸ່ມທ່າກຳປັ່ນທາງບົກ (ICD) ໄດ້ສ້າງເປັນະບົບ logistics ບັນລຸປະສິດທິຜົນມີລັກສະນະຍືນຍົງ.         

     ເພື່ອສືບຕໍ່ເສີມຂະຫຍາຍທ່າແຮງຂອງແຕ່ລະເຂດ, ຫຼາຍວິສາຫະກິດຖືວ່າ ລັດຖະບານຕ້ອງລົງທຶນກໍ່ສ້າງພັດທະນາທ່າກຳປັ່ນ ກາຍແມບ-ທິຫວາຍ ກາຍເປັນທ່າກຳປັ່ນຄ່ຽນຖ່າຍສາກົນ ໂດຍໄວ. ພ້ອມທັງກໍ່ສ້າງເສັ້ນທາງເຊື່ອມຕໍ່ ເກິ່ນເຢີ-ວຸ້ງເຕົ່າ, ເສັນທາງລົດໄຟຄວາມໄວສູງເຊື່ອມຕໍ່ນະຄອນ ໂຮ່ຈິມິນ-ບ່າເຣັ້ຍ-ບິງເຢືອງ (ເກົ່າ) ເພື່ອແນໃສ່ເສີມຂະຫຍາຍທ່າແຮງເຊື່ອມຕໍ່ຄົມມະນາຄົມຮັບໃຊ້ການສົ່ງອອກນຳເຂົ້າ ແລະ logistics.

   ຕາມທ່ານ ຫວຽນວັນຫາຍ ວິສາຫະກິດຂົນສົ່ງ – Logictics ເຂດ ກາຍແມບ ຖືວ່າ:

    ໂດຍແມ່ນຫົວໜ່ວຍເຄື່ອນໄຫວໃນຂົງເຂດຂົນສົ່ງ, logictics ເຂດ ກາຍແມບ, ຫວ່າງແລ້ວນີ້, ເມື່ອມີແຜນນະໂຍບາຍພັດທະນາເຂດການຄ້າເສລີ ກາຍແມບຮະ ພວກຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ ແລະ ສະໜັບສະໜູນແຜນນະໂຍບາຍນີ້. ພວກຂ້າພະເຈົ້າປາດຖະໜາວ່າ ລັດຖະບານຈະສ້າງເງື່ອນໄຂອຳນວຍຄວາມສະດວກ ເພື່ອສາມາດກໍ່ສ້າງໄດ້ໂດຍໄວ, ຊ່ວຍໃຫ້ວິສາຫະກິດພັດທະນາ, ສາມາດປະກອບສ່ວນຫຼາຍກ່ວາເຂົາໃນງົບປະມານ.

    ໃນສະພາບການທີ່ການແກ່ງແຍ້ງໃນຕະຫຼາດທ່າກຳປັ່ນທະເລນັບມື້ນັບຂ້ຽວຂາດນັ້ນ, ເລື່ອງສຸມໃສ່ລົງທຶນເຂົ້າໃນທ່າກຳປັ່ນ ຈະແມ່ນທິດເດີນທີ່ສຳຄັນ ເພື່ອໃຫ້ ນະຄອນໂຮ່ຈິມິນ ຢັງຢືນທີ່ຕັ້ງນຳໜ້າດ້ານເສດຖະກິດຂອງປະເທດຊາດຢ່າງໜັກແໜ້ນ./.

ຕອບກັບ

ຂ່າວ/ບົດ​ອື່ນ