ນ້ຳສຽງ ຮ່າໂນ້ຍ

(VOVWORLD) - ເມື່ອເວົ້າເຖິງ ຮ່າໂນ້ຍ, ນັກທ່ອງທ່ຽວ ຈະພັດຄິດເຖິງຕົວເມືອງທີ່ເກົ່າແກ່, ສະຫງົບງຽບ ສວຍງາມແບບດັ້ງເດີມ. ແຕ່ ຍັງມີ ຮ່າໂນ້ຍ ທີ່ແຕກຕ່າງ, ແມ່ນຕົວເມືອງທີ່ເຕັມໄປດ້ວຍຈັງຫວະຊີວິດທີ່ອຶກກະທຶກ. ນັບແຕ່ຮຸ່ງເຊົ້າ ດ້ວຍສຽງລຳໂພງອອກກຳລັງກາຍ ຕະຫລອດຮອດຍາມກາງຄືນໄຟແສງສີຍັງແຈ້ງສະຫວ່າງ ນັ້ນແມ່ນ ຮ່າໂນ້ຍ ຕົວເມືອງບໍ່ຫຼັບນອນ.
 
ນ້ຳສຽງ ຮ່າໂນ້ຍ - ảnh 1ຮຸ່ງເຊົ້າ ຊາວນະຄອນຫລວງຮ່າໂນ້ຍ ພາກັນລົງຖະຫນົນ ອອກກຳລັງກາຍ. (ພາບ:Văn Ngân/VOV)

ຍາມຮຸ່ງເຊົ້າ ຮ່າໂນ້ຍ ເລີ່ມຕົ້ນດ້ວຍວັນໃຫມ່ທີ່ເຕັມໄປດ້ວຍພະລັງຊີວິດ. ສຽງລຳໂພງອອກກຳລັງກາຍດັງຂຶ້ນຈາກບັນດາສວນສາທາລະນະ, ເຂດຊຸມຊົນ, ສຽງຫົວສຽງເວົ້າຂອງຜູ້ຫັດກາຍ, ສຽງບາດຕີນແລ່ນໄດ້ປຸກຈັງຫວະຊີວິດຂອງນະຄອນຫລວງ.

ເອື້ອຍ ເລທູຖູຍ ຢູ່ ຕາແສງ ແທງຊວນບັກ ໃຫ້ຮູ້ວ່າ: ກິລາປະເພດແລ່ນ ແລະ ອອກກຳລັງກາຍໃນຍາມເຊົ້າຢູ່ອ້ອມສວນສາທາລະນະ ແມ່ນຄວາມຊິນເຄີຍຂອງ ເອື້ອຍ ມາເປັນເວລາຫລາຍປີ. ສຳລັບເອື້ອຍແລ້ວ ຮ່າໂນ້ຍ ໃນຍາມຮຸ່ງເຊົ້າແມ່ນສິ່ງສວຍງາມທີ່ແປກຕ່າງ.

ໃນຫລາຍປີຜ່ານມາ ຂ້າພະເຈົ້າລ້ວນແຕ່ຮັກສາຄວາມຊິນເຄີຍອອກກຳລັງກາຍເປັນປະຈຳ. ຂ້າພະເຈົ້າ ຍາດເວລາເພື່ອຕື່ນແຕ່ເຊົ້າ ເວລານັ້ນ ແດດບໍ່ທັນຮ້ອນ, ຫັດກາຍແມ່່ນແຂງແຮງກວ່າ ແລະ ໄດ້ມີໂອກາດພົບປະກັບໝູ່ເພື່ອນ. ພິເສດ ຂ້າພະເຈົ້າຮູ້ສຶກວ່າ ຮ່າໂນ້ຍ ຍາມເຊົ້າ ມີຄວາມງາມແບບສະຫງົບງຽບ ແຕ່ເຕັມໄປດ້ວຍພະລັງຊີວິດ”.

ເມື່ອຕາເວັນຂຶ້ນ ຮ່າໂນ້ຍ ບັນຍາກາດຍິ່ງອຶກກະທຶກ. ຈາກພັດທະຄານຕະຫລອດຮອດຮ້ານອາຫານຢູ່ແຄມທາງລ້ວນແຕ່ມີແຂກນັ່ງເຕັມ. ຖ້ວຍເຝີ, ເຂົ້າປຸ້ນຊີ້ນປີ້ງ, ເຂົ້າປຸ້ນຣຽວ, .... ພ້ອມກັບສຽງຫົວ ສຽງເວົ້າມ່ວນຊື່ນຂອງແຂກມາກິນ ໄດ້ສ້າງເປັນຮູບພາບທີ່ມີຊີວິດຊີວາຢູ່ ນະຄອນຫລວງ ຮ່າໂນ້ຍ.

ອ້າຍ Hou Xiang Yu ນັກທ່ອງທ່ຽວມາຈາກ ຈີນ ຮູ້ສຶກວ່າ:

“ຂ້າພະເຈົ້າຮູ້ສຶກວ່າ ບັນຍາກາດຢູ່ທີ່ນີ້ ແມ່ນປະທັບໃຈທີ່ສຸດ ພິເສດ ແມ່ນອາຫານການກິນຢູ່ຕາມຖະຫນົນຫົນທາງໃນຍາມຕອນສວາຍ ແມ່ນອຶກກະທຶກຄຶກໂຄມ ແລະ ມີຊີວິດຊີວາ. ນັບທັງເມື່ອ ຮ່າໂນ້ຍ ອາກາດຮ້ອນເອົ້າທີ່ສຸດ ຈາກພັດທະຄານ ຕະຫລອດຮອດຮ້ານອາຫານຢູ່ແຄມທາງ ຍັງຄົງມີຜູ້ໄປມາຢ່າງຄັບຄາຫນາແຫນ້ນ ດ້ວຍບັນດາຖ້ວຍເຂົ້າປຸ້ນຊີ້ນງົວປິ້ງ, ເຂົ້າປຸ້ນຣຽວປູ ສະຫຼັບກັບສຽງຫົວສຽງເວົ້າຂອງແຂກ ໄດ້ສ້າງເປັນຮູບພາບຊີວິດທີ່ມີຊີວິດຊີວາຂອງນະຄອນຫລວງ ຮ່າໂນ້ຍ”.

ຮອດຕອນຄ່ຳ ຢູ່ຖະຫນົນສາຍຕ່າງໆຄື ຕະຫ້ຽນ, ຮ່າງບ່ວມ, ຖະຫນົນຍ່າງ ໂຮ່ເກືອມ ລ້ວນແຕ່ມີໄຟແສງສີແຈ້ງສະຫວ່າງ, ສຽງດົນຕີຈາກບັນດາຮ້ານ ກາເຟ, bar ແມ່ນຟົດຟື້ນມ່ວນຊື່ນ. ບັນຍາກາດອຶກກະທຶກຄຶກໂຄມບໍ່ຕ່າງຫຍັງກັບຢູ່ຫລາຍຕົວເມືອງອື່ນໃນໂລກ.

ນ້ຳສຽງ ຮ່າໂນ້ຍ - ảnh 2ເຂດອາຫານການກິນ ຢູ່ ຖະຫນົນ ຕະຫ້ຽນ - ເລືອງງອັກກວຽນ ໃນຍາມກາງຄືນ. (ພາບ:H. La/VOV)

ອ້າຍ Anh Hou Xiang Yu ນັກທ່ອງທ່ຽວມາຈາກຈີນ ຮູ້ສຶກວ່າ ໃນຍາມກາງຄືນ ຮ່າໂນ້ຍ ຍິ່ງສວຍງາມກວ່າ, ອຶກກະທຶກຄຶກໂຄມກວ່າ.

ບໍ່ພຽງແຕ່ຢູ່ຖະຫນົນສາຍຕ່າງໆໃນຍາມກາງຄືນ ຫາກບັນດາ Tour ຄົ້ນຫາ ຮ່າໂນ້ຍ ກໍ່ໄດ້ດຳເນີນໃນຍາມກາງຄືນອີກດ້ວຍ. ຕົວຢ່າງຄື: Tour ທ່ອງທ່ຽວ “ຍາມກາງຄືນແຫ່ງສັກກະລະບູຊາ” ຢູ່ ຄຸກ ຫວາຫລໍ່, ຫລື Tour “ສຽງລະຄັງ ເຈີນຫວູ” ໃກ້ຈະໄດ້ເປີດຕົວໃນເດືອນສິງຫາ ຈະມາເຖິງ. ທ່ານ ນິງກວາງເຈື່ອງ, ຜູ້ກຳກັບ Tour ຍາມກາງຄືນ “ສຽງລະຄັງ ເຈີນຫວູ” ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າ ສ້າງ Tour ສຽງລະຄັງ ເຈີນຫວູ ເພື່ອນຳມາໃຫ້ ນະຄອນ ຮ່າໂນ້ຍ ໃນຍາມກາງຄືນ ມີຜະລິດຕະພັນຕື່ມອີກເພື່ອໃຫ້ທຸກຄົນສາມາດເຂົ້າຮ່ວມ, ຂຸດຄົ້ນພື້ນຖານເສດຖະກິດໃນຍາມກາງຄືນ. ສຳລັບ Tour ຄ່ຳຄືນ ສຽງລະຄັງ ເຈີນຫວູ ພວກຂ້າພະເຈົ້າມີສອງລາຍການຄື: ທີຫນຶ່ງ ແມ່ນລາຍການສະແດງ show, ທີສອງແມ່ນບັນດາການເຄື່ອນໄຫວລົງຕົວຈິງ”.

ຮ່າໂນ້ຍ ໃນຍາມກາງຄືນ ບໍ່ພຽງແຕ່ມີສຽງອຶກກະທຶກຄຶກໂຄມເທົ່ານັ້ນ ຫາກຍັງມີຈຸດເວລາທີ່ສະຫງົບງຽບອີກດ້ວຍ. ສຽງໃບໄມ້ສວດສາດຢູ່ບັນດາຖະຫນົນສາຍທີ່ມີຄົນໄປມາຫນ້ອຍ, ແສງໄຟເຫຼືອງອ່ອນສາດລົງເຍືືອງໃຫ້ກຳມະກອນຜູ້ເກັບຂີ້ເຫຍື້ອເຮັດອະນາໄມຖະຫນົນຫົນທາງ ຫລື ສຽງລະຄັງຢູ່ໂບດດັງຂຶ້ນໃນກາງຄືນ ທຸກສິ່ງທຸກຢ່າງໄດ້ສ້າງເປັນຮູບພາບຂອງ ຮ່າໂນ້ຍ ທັງອຶກກະທຶກຄຶກໂຄມ ທັງສະຫງົບງຽບ, ທັງເຕັມໄປດ້ວຍນ້ຳສຽງທີ່ຈັບໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ