(VOVWORLD) -
ກະຊວງວິທະຍາສາດ ແລະ ເຕັນໂນໂລຊີ ຫວຽດນາມ ໄດ້ເລືອກເຂດທາງທິດຕາເວັນອອກນະຄອນ ໂຮ່ຈີມິນ ແມ່ນສະຖານທີ່ທຳອິດຂອງເຂດທາງທິດຕາເວັນອອກທາງພາກໃຕ້ ຫວຽດນາມ ໃນໂຄງການຜັນຂະຫຍາຍ net zero. ຍ້ອນເຫດນັ້ນ, ເຂດດັ່ງກ່າວພວມຍູ້ແຮງການຜັນຂະຫຍາຍ ແລະ ມີແຜນນະໂຍບາຍພັດທະນາສີຂຽວ, ສ້າງພື້ນຖານເສດຖະກິດແບບຍືນຍົງ ໄປຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ.
(ພາບ: VOV) |
ຕາມການວາງແຜນຜັງ, ເຂດທາງທິດຕາເວັນອອກນະຄອນ ໂຮ່ຈີມິນ (ແຂວງ ບ່າງເຣັ້ຍ-ຫວຸ້ງເຕົາ ເກົ່າ) ໄລຍະ 2021-2030 ແລະ ວິໄສທັດຮອດປີ 2050 ໄດ້ກຳນົດຈະແຈ້ງແຜນນະໂຍບາຍແມ່ນບັນດາໂຄງການພັດທະນາຮັບປະກັນເງື່ອນໄຂອັນເປັນພື້ນຖານຂອງພື້ນຖານເສດຖະກິດສີຂຽວ, ການປ່ອຍທາດກາກບອນຕ່ຳ, ເສດຖະກິດໝູນວຽນ.
(ພາບ: VOV) |
ຢູ່ເຂດພິເສດ ໂກນດາວ, ເພື່ອໃຫ້ເປົ້າໝາຍດັ່ງກ່າວ ປະກົດຜົນເປັນຈິງນັ້ນ, ທ້ອງຖິ່ນໄດ້ຜັນຂະຫຍາຍແຜນຮ່າງ “ຄົ້ນຄ້ວາ ແລະ ໝູນໃຊ້ຮູບແບບເສດຖະກິດໝູນວຽນ”. ລະອຽດຄື: ໂກນດາວ ໄດ້ ແລະ ພວມບຸລິມະສິດນຳໃຊ້ພະລັງງານແສງຕາເວັນ ແລະ ບັນດາແຫຼ່ງພະລັງງານທົດແທນອື່ນ ເພື່ອຫລຸດຜ່ອນການກະທົບຕໍ່ສິ່ງແວດລ້ອມໃນລະດັບຕ່ຳສຸດ, ມຸ່ງໄປສູ່ເຂດ ໂກນດາວ ທີ່ມີພະລັງງານສະອາດ. ພ້ອມກັນນັ້ນແມ່ນຫລຸດຜ່ອນລົງລະດັບຕ່ຳສຸດ ແລະ ກ້າວໄປເຖິງການບໍ່ນຳໃຊ້ບັນດາຜະລິດຕະພັນທີ່ເຮັດຈາກຢ່າງປະລາສະຕິກໃຊ້ເທື່ອດຽວ ຢູ່ບັນດາຮາກຖານການທ່ອງທ່ຽວ, ການບໍລິການ, ມຸ່ງໄປເຖິງເຂດ ໂກນດາວ ປອດຂີ້ເຫຍີື້ອຢາງປະລາສະຕິກ. ທ່ານ ເລແອັງຕູ ເລຂາຄະນະພັກເຂດພິເສດ ໂກນດາວ ໃຫ້ຮູ້ວ່າ:
ອາດຢືນຢັນວ່າ ໂກນດາວ ໄດ້ບືນຕົວຂຶ້ນຢ່າງແຮງ, ກາຍເປັນສັນຍາລັກຂອງການພັດທະນາຢ່າງກົມກຽວລະຫວ່າງການອະນຸລັກຮັກສາ ແລະ ການປ່ຽນແປງໃໝ່. ດ້ວຍການກຳນົດທິດພັດທະນາແບບຍືນຍົງ, ໂກນດາວ ຖືເປັນສຳຄັນການຮັກສາຊັບພະຍາກອນ, ທຳມະຊາດ ແລະ ສິ່ງແວດລ້ອມ. ແຜນຮ່າງ “ຄົ້ນຄ້ວາ ແລະ ໝູນໃຊ້ຮູບແບບເສດຖະກິດໝູນວຽນ” ຂອງ ໂກນດາວ ໄດ້ ແລະ ພວມໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ເພື່ອແນໃສ່ສະກັດກັ້ນຂີ້ເຫຍື້ອ, ຫລຸດຜ່ອນມົນລະພິດໃນລະດັບຕ່ຳສຸດ ກໍ່ຄືຮັກສາຊີວະນາໆພັນ ແລະ ທິດທັດທຳມະຊາດ.
ປະຈຸບັນ, ເຂດທາງທິດຕາເວັນອອກຂອງນະຄອນ ມີເຂດອຸດສາຫະກຳ 13 ແຫ່ງທີ່ພວມເຄື່ອນໄຫວ. ບັນດາເຂດອຸດສາຫະກຳພວມມີຫຼາຍມາດຕະການສີຂຽວ, ໃນນັ້ນ, ເຂດອຸດສາຫະກຳ ຝູໝີ້ 3, ຝູໝີ້ 2 ພວມໄດ້ຮັບການໜູນຊ່ວຍຈາກອົງການຮ່ວມມືສາກົນ ຍີ່ປຸ່ນ (Jica) ຊື່ງໄດ້ອຸປະຖຳ ແລະ ໜູນຊ່ວຍການຫັນປ່ຽນສີຂຽວ. ຕາມການວາງແຜນຜັງ, ເຂດນີ້ຈະມີເຂດອຸດສາຫະກຳ 24 ແຫ່ງໃນປີ 2030 ແລະ ເຂດອຸດສາຫະກຳພັດທະນາໃໝ່ 7 ແຫ່ງ, ຖືເປັນສຳຄັນການພັດທະນາການບໍລິການ ແລະ ສິ່ງແວດລ້ອມທີ່ປອດໃສໃນການຜະລິດ. ທ່ານ ຫວໍແທັງຟອງ, ຮອງຫົວໜ້າຄະນະຄຸ້ມຄອງບັນດາເຂດອຸດສາຫະກຳ, ເຂດປຸງແຕ່ງເພື່ອສົ່ງອອກ ນະຄອນ ໂຮ່ຈິມິນ ໃຫ້ຮູ້ວ່າ: ປະຈຸບັນ, ຢູ່ບັນດາເຂດອຸດສາຫະກຳໄດ້ມີບັນດາບາດກ້າວຫັນປ່ຽນເພື່ອມຸ່ງໄປເຖິງ net zero:
ພວກຂ້າພະເຈົ້າຈະຮ່ວມເດີນທາງກັບບັນດາວິສາຫະກິດເພື່ອພ້ອມກັນຫັນເປັນສີຂຽວ, ເຮັດແນວໃດເພື່ອໃຫ້ບັນດາເຂດອຸດສາຫະກຳກາຍເປັນເຂດອຸດສາຫະກຳຊີວະພາບ, ບັນດາວິສາຫະກິດພ້ອມກັນຫັນເປັນສີຂຽວ, ເສດຖະກິດໝູນວຽນ. ເລື່ອງນີ້ຈະຕອບສະໜອງກໍ່ຄືປະກອບສ່ວນເຂົ້າໃນເປົ້າໝາຍ ໂດຍລັດຖະບານໄດ້ວາງອອກ ໃນການມຸ່ງໄປເຖິງ net zero carbon ໃນປີ 2050.
ເຂດທາງທິດຕາເວັນອອກຂອງນະຄອນ ໂຮ່ຈິມິນ ພວມມີບັນດາເງື່ອນໄຂຢ່າງຄົບຖ້ວນເພື່ອຫັນພື້ນຖານເສດຖະກິດເປັນສີຂຽວ. ທ່ານຮອງສາດສະດາຈານ, ປະລິນຍາເອກ ຝຸ່ງຈີຊີ, ຮອງປະທານສະມາຄົມຮັກສາທຳມະຊາດ, ສິ່ງແວດລ້ອມ ຫວຽດນາມ ຖືວ່າ ບໍ່ວ່າຂົງເຂດການຜະລິດດຳເນີນທຸລະກິດໃດໆຢູ່ເຂດ ບ່າເຣັ້ຍ-ຫວຸ້ງເຕົາ (ເກົ່າ) ກໍ່ສາມາດໝູນໃຊ້ບັນດາຮູບແບບເສດຖະກິດໝູນວຽນໄດ້. ພິເສດ, ບັນດາຂະແໜງຜະລິດຊີມັງ, ເຫຼັກ, ເຫຼັກກ້າ, ທາດເຄມີ…ແມ່ນບັນດາຂະແໜງການທີ່ມີກຳລັງບົ່ມຊ້ອນອັນໃຫ່ຍຫຼວງກ່ຽວກັບການຫລຸດຜ່ອນອາຍເສຍລົງເປັນສູນ ໃນປີ 2050:
ບັນດາວິສາຫະກິດ ສາມາດນຳໃຊ້ບັນດາມາດຕະການຄື: ປະຢັດພະລັງງານ ແລະ ການຜະລິດໃຫ້ສະອາດກ່ວາ. ໝາຍຄວາມວ່າ ຕ້ອງແກ້ໄຂບັນດາບັນຫາຈາກວັດຖຸສົ້ນເຂົ້າ, ປະຢັດໄຟຟ້າ, ປະຢັດວັດຖຸສົ້ນເຂົ້າ, ນ້ຳ, ປ່ຽນແປງເຕັກໂນໂລຊີ.
ເຂດທາງທິດຕາເວັນອອກຂອງນະຄອນ ໂຮ່ຈິມິນ ພວມກ້າວເຂົ້າສູ່ກາລະໂອກາດໃໝ່, ສັງກາດໃໝ່. ເຂດນີ້ສືບຕໍ່ຢັ້ງຢືນ ແລະ ຢຶດໝັ້ນຕາມວິວັດການພັດທະນາສີຂຽວ, ຍືນຍົງ ແລະ ເຊື່ອມໂຍງເຂົ້າກັບທົ່ວໂລກ. ພ້ອມກັບທົ່ວປະເທດ ປະກອບສ່ວນເຂົ້າໃນການສ້າງວິວັດການຫລຸດຜ່ອນອາຍເສຍລົງເປັນສູນ ໃນປີ 2050 ຊື່ງລັດຖະບານໄດ້ໃຫ້ຄຳໝັ້ນສັນຍາ ທີ່ກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງ ສປຊ ຄັ້ງທີ 26 (COP26), ຢູ່ລາຊະອານາຈັກ ອັງກິດ./.