ໄວຫນຸ່ມແຜ່ຂະຫຍາຍແບບແຜນການດຳລົງຊີວິດສີຂຽວ

(VOVWORLD) - ດ້ວຍຄວາມປາດຖະຫນາຢາກປົກປັກຮັກສາສິ່ງແວດລ້ອມ ແລະ ຊອກຫາວິວັດການໃຫມ່ໃຫ້ແກ່ຂີ້ເຫຍື້ອ, ມີເພື່ອນຫນຸ່ມຫລາຍຄົນຢູ່ ຮ່າໂນ້ຍ ດ້ວຍວິທີເຮັດທີ່ແຕກຕ່າງກັນ, ພວມແຜ່ຂະຫຍາຍວິຖີການດຳລົງຊີິວິດແບບເປັນມິດ ແລະ ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ວົງຄະນາຍາດ.
ໄວຫນຸ່ມແຜ່ຂະຫຍາຍແບບແຜນການດຳລົງຊີວິດສີຂຽວ - ảnh 1ບັນດາອາສາສະໝັກໃນກຸ່ມ Tagom ຈັດແຍກປະເພດຂີ້ເຫຍື້ອ. (ພາບ:Tagom)

ໃນຫ້ອງພັກນ້ອຍ, ຢູ່ອ້ອມແອ້ມແມ່ນຈັດວາງຂວດ, ແກ້ວ ເປັນຈຳນວນຫລາຍ, ລືວຈູງເຫງ໊ຍ ຢູ່ ຮ່າດົງ ຮ່າໂນ້ຍ ໄດ້ຕັດຂວດພະລາສະຕິກ ເພື່ອອອກແບບໃຫ້ກາຍເປັນໂຄມໄຟນ້ອຍທີ່ສວຍງາມ. ເຫງ໊ຍ ໄດ້ປະດິດສ້າງເຄື່ອງຫລິ້ນຂອງເດັກກວ່າ 1000 ອັນຈາກສິ່ງທີ່ເປັນຂີ້ເຫຍື້ອປ່ອຍອອກສູ່ສິ່ງແວດລ້ອມ. ຫລາຍປີມານີ້ ເຫງ໊ຍ ມີຄວາມເມົາມົວ ແລະ ຕັ້ງໃຈໃນການເກັບສິ່ງທີ່ເຂົາເຈົ້າປ່ອຍປະຖິ້ມ ແລ້ວເກັບເອົາມາທຳຄວາມສະອາດ. ທ້າຍອາທິດ ເມື່ອມີເວລາຫວ່າງ, ເຫງ໊ຍ ປະດິດສ້າງເປັນເຄື່ອງຫລິ້ນ, ເຄື່ອງປະດັບ... ຄື: ໂຖດອກໄມ້, ໂຕໝູ, ໂຕຊ້າງ, ລົດໂອໂຕ, ລົດຖັງ... ນອກນັ້ນ ເຫງ໊ຍ ຍັງເປີດຊຸດຮຽນເພື່ອສອນໃຫ້ພວກນ້ອງນ້ອຍໄດ້ຮູ້ວິທີອອກແບບເຄື່ອງຫລິ້ນ ຫລື ສ້າງ Video ເອົາລົງໃນສື່ສັງຄົມອອນລາຍ ແນະນຳໃຫ້ທຸກຄົນທີ່ໃຊ້ເຄື່ອງພະລາສະຕິກໃຊ້ຄັ້ງດຽວ ເຮັດເປັນບັນດາຜະລິດຕະພັນຮັບໃຊ້ໃຫ້ຊີວິດ. ເພື່ອນ ລືວຈູງເຫງ໊ຍ ໃຫ້ຮູ້ວ່າ:

“ນັບແຕ່ຄາວຍັງນ້ອຍ ຂ້າພະເຈົ້າ ມັກເຮັດບັນດາເຄື່ອງຫລິ້ນດ້ວຍໄມ້ໄຜ່, ໄມ້ເຮ້ຍ, ໃບໄມ້. ຂ້າພະເຈົ້າຄ່ອຍໆເຫັນໄດ້ວ່າ ວັດຖຸດິບນັ້ນ ແມ່ນຫາຍາກ ແລະ ສິ່ງທີ່ປະຖິ້ມຄື ຂວດພະລາສະຕິກເປັນຈຳນວນຫລາຍ. ຂ້າພະເຈົ້າຈຶ່ງຄິດອອກວ່າ ອາດຈະເຮັດເປັນເຄື່ອງຫລິ້ນຈາກວັດຖຸທີ່ເສດເຫລືອນັ້ນ. ຫວັງວ່າ ຜ່ານບັນດາຜະລິດຕະພັນຂອງຕົນ, ທຸກຄົນຈະມີສະຕິໃນການປົກປັກຮັກສາສິ່ງແວດລ້ອມກວ່າ”.

ໂດຍໄດ້ຮັບການສ້າງຕັ້ງກ່ອນນີ້ 3 ປີ (ປີ 2022), Tagom ແມ່ນກຸ່ມວົງຄະນາຍາດ ປະກອບສ່ວນສ້າງສິ່ງແວດລ້ອມແບບຍືນຍົງ ໂດຍມີສະມາຊິກທັງໝົດແມ່ນ 40 ຄົນ ປະຕິບັດການເກັບຂີ້ເຫຍື້ອໃນທຸກວັນ, ແນະນຳໃຫ້ປະຊາຊົນຈັດແຍກປະເພດຂີ້ເຫຍື້ອ ແລະ ຊ່ວຍໃຫ້ເຂົາເຈົ້າເຂົ້າໃຈແຈ້ງເຖິງຄຸນຄ່າຂອງຂີ້ເຫຍື້ອແຕ່ລະປະເພດ. ແຕ່ລະເດືອນ ກຸ່ມເກັບຂີ້ເຫຍື້ອໄດ້ປະມານ 2 ໂຕນ, ພາຍຫລັງບຳບັດແລ້ວ ຈະໄດ້ຕິດສະແຕມ ແລະ ສົ່ງເຖິງໂຮງງານເພື່ອຜະລິດໃຫ້ບັນລຸມາດຖານຄືນໃຫມ່. ຂີ້ເຫຍື້ອບາງປະເພດ ໄດ້ຜະລິດເປັນກະເປົາ, ປື້ມຂຽນ, ເຄື່ອງປະດັບ ແລະ ຫລາຍຜະລິດຕະພັນອື່ນອີກ. ບັນດາເພື່ອນຫນຸ່ມເຫລົ່ານີ້ ໄດ້ປະກອບສ່ວນຍົກສູງຄວາມຮັບຮູ້ໃນວົງຄະນາຍາດກ່ຽວກັບຄວາມສຳຄັນຂອງການຫັນຂີ້ເຫຍື້ອເປັນວັດຖຸດິບຜະລິດຄືນໃຫມ່, ຫລຸດຜ່ອນການກະທົບຕໍ່ສິ່ງແວດລ້ອມ. ເພື່ອນ ຫງວຽນຖຸ່ຍລິງ, ຫົວຫນ້າກຸ່ມ Tagom ໃຫ້ຮູ້ວ່າ:

“ຜ່ານການເຄື່ອນໄຫວນີ້ ພວກນ້ອງຢາກສົ່ງສານເຖິງທຸກຄົນດ້ວຍສານທີ່ວ່າ ທຸກການກະທຳນ້ອຍຂອງພວກເຮົາລ້ວນແຕ່ແມ່ນກຳລັງແຮງໃຫ້ແກ່ການປ່ຽນແປງທີ່ຕັ້ງຫນ້າ ແລະ ໃຫຍ່ກວ່າໃນອະນາຄົດ. ຕົວຢ່າງຄື: ບັນດາການກະທຳ, ຄວາມຊິນເຄີຍຂອງພວກເຮົາເຮັດໃນແຕ່ລະວັນ ຄືຫລຸດຜ່ອນການໃຊ້ຖົງຢາງນີລົງ ຫລື ຫລຸດຜ່ອນເຄື່ອງພະລາສະຕິກ, ການຈັດແຍກປະເພດຂີ້ເຫຍື້ອຢູ່ເຮືອນ ກໍ່ແມ່ນສິ່ງທີ່ພວກເຮົາພວມປະກອບສ່ວນຢ່າງຫລວງຫລາຍໃຫ້ແກ່ວິວັດການຫລຸດຜ່ອນຂີ້ເຫຍື້ອອອກສູ່ສິ່ງແວດລ້ອມ”.

ໃນຂະນະນັ້ນ “ການແລກຂີ້ເຫຍື້ອເອົາຕົ້ນໄມ້”, ແມ່ນວິທີເຮັດຂອງກຸ່ມ Green Life ເພື່ອຫລຸດຜ່ອນຂີ້ເຫຍື້ອພະລາສະຕິກ, ສົ່ງແຮງບັນດານໃຈໃນການດຳລົງຊີວິດສີຂຽວໃຫ້ແກ່ເພື່ອນຫນຸ່ມຢູ່ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈິມິນ. ໂດຍໄດ້ຮັບການສ້າງຕັ້ງແຕ່ທ້າຍປີ 2018, ມາຮອດປະຈຸບັນ ກຸ່ມນີ້ມີເກືອບ 40 ສະມາຊິກ ແລະ ປະມານ 1.000 ຜູ້ຮ່ວມງານ ເຊິ່ງແມ່ນບັນດານັກສຶກສາຂອງມະຫາວິທະຍາໄລຫລາຍແຫ່ງ. ໃນຫລາຍປີຜ່ານມາ, ກຸ່ມໄດ້ເກັບຂີ້ເຫຍື້ອກວ່າ 600 ໂຕນ. ແຕ່ລະອາທິດ ກຸ່ມ Green Life ຈັດຕັ້ງເຫດການຫນຶ່ງກ່ຽວກັບສິ່ງແວດລ້ອມໃຫ້ແກ່ວົງຄະນາຍາດ. ມາຮອດປະຈຸບັນ ກຸ່ມໄດ້ຈັດຕັ້ງ 450 ເຫດການ ໂດຍມີການເຂົ້າຮ່ວມຂອງກວ່າ 1 ລ້ານຄົນ.

ໄວຫນຸ່ມແຜ່ຂະຫຍາຍແບບແຜນການດຳລົງຊີວິດສີຂຽວ - ảnh 2ປະຊາຊົນເຂົ້າຮ່ວມລາຍການແລກຂີ້ເຫຍື້ອເອົາຕົ້ນໄມ້ປະດັບຂອງກຸ່ມGreen Life. (ພາບ: Green Life)

ຈາກບັນດາການເຄື່ອນໄຫວທີ່ມີຄວາມໝາຍຄືແນວນັ້ນ ມີເພື່ອນຫນຸ່ມຫລາຍຄົນ ໄດ້ຍົກສູງສະຕິຄວາມຮັບຜິດຊອບໃນການຫລຸດຜ່ອນການປ່ອຍຂີ້ເຫຍື້ອອອກສູ່ສິ່ງແວດລ້ອມ. ເພື່ອນ ດັ້ງຮ່າກຽນ ໃຫ້ຮູ້ວ່າ:

“ຂ້າພະເຈົ້າເຫັນວ່າ ສິ່ງທຳອິດທີ່ກະທົບເຖິງຕົວເຮົາເອງແມ່ນຂ້າພະເຈົ້າໄດ້ມີຄວາມຮູ້ກ່ຽວກັບການຈັດແຍກປະເພດຂີ້ເຫຍື້ອຕື່ມອີກ, ຂ້າພະເຈົ້າໄດ້ຮູ້ວ່າ ຂີ້ເຫຍື້ອປະເພດໃດຄວນປະຢູ່ໃສ ແລະ ແຍກປະເພດໃຫ້ເໝາະສົມກັບຈຸດປະສົງທີ່ຈະໃຊ້ເທື່ອຕໍ່ໄປ. ຍ້ອນມີການຈັດແຍກປະເພດຂີ້ເຫຍື້ອ, ພວກເຮົາຈິ່ງສາມາດນຳມາຜະລິດຄືນໃໝ່ໄດ້. ແຕ່ວ່າ ຍັງມີອີກສິ່ງໜຶ່ງແມ່ນ ຂ້າພະເຈົ້າຍັງສາມາດແຜ່ກະຈາຍຄວາມຄິດຕົນເອງ, ຄວາມປາດຖະຫນາຂອງຕົນເອງກ່ຽວກັບການຮັກສາສະພາບແວດລ້ອມຢູ່ອ້ອມຂ້າງ ຕະຫລອດເຖິງຄົນໃນຄອບຄົວ, ບັນດາຫມູ່ເພື່ອນໃນການດຳລົງຊີວິດ, ເພື່ອໃຫ້ເຂົາເຈົ້າພ້ອມກັນກັບຂ້າພະເຈົ້າຈັດແຍກປະເພດຂີ້ເຫຍື້ອ, ມຸ່ງໄປເຖິງການປ່ຽນເອົາຕົ້ນໄມ້ສີຂຽວມາປະດັບມູມເຮັດວຽກ”.

ການກະທຳນ້ອຍໆແຕ່ມີຫລາຍຄວາມຫມາຍ, ຫລາຍການກະທຳນ້ອຍໆໄດ້ຮັບການທະວີຄູນຂຶ້ນ ຈະສົ່ງຜົນກະທົບຢ່າງຕັ້ງໜ້າ ຊ່ວຍໃຫ້ສະພາບແວດລ້ອມນັບມື້ນັບເປັນສີຂຽວ, ສະອາດ ແລະ ສວຍງາມ. ມີເພື່ອນຫນຸ່ມຫລາຍຄົນພວມສະຫມັກໃຈແຜ່ລາມແບບແຜນການດຳລົງຊີວິດສີຂຽວແບບງຽບໆ ດ້ວຍຄວາມຮັກ ແລະ ຄວາມຮັບຜິດຊອບກັບສະພາບແວດລ້ອມການດຳລົງຊີວິດຢູ່ອ້ອມຂ້າງຕົນເອງ./.

ຕອບກັບ

ຂ່າວ/ບົດ​ອື່ນ