ທະນາຄານລົງທຶນ ແລະ ພັດທະນາ ຫວຽດນາມ 55 ປີ ແຫ່ງການກໍ່ສ້າງ ແລະ ເຕີບໃຫຍ່.

(vovworld) - ​ໃນ​ຊຸມ​ມື້​ທ້າຍ​ເດືອນ 4/2012 ຢູ່ ຮ່າ​ໂນ້ຍ, ທະນາຄານ​ລົງທຶນ ​ແລະ ພັດທະນາ ຫວຽດນາມ (BIDV) ​ໄດ້​ຈັດ​ຕັ້ງ​ພິທີ​ລະນຶກ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ​ແລະ ຮັບຫລຽນ​ໄຊ​ເອກະລາດ​ຊັ້ນ​ຫນຶ່ງ ຄັ້ງ​ທີ​ສອງ ຂອງ​ລັດ ສສ ຫວຽດນາມ, ຫລຽນ​ໄຊ​ອິດສະຫລະຂອງ​ລັດ​ ສປປ ລາວ ​ແລະ ຫລຽນ​ໄຊ​ລາຊະວົງ​ ອັນ​ສູງ​ສົ່ງ​ຂອງ​ລາຊະ​ອານາ​ຈັກ ກຳປູ​ເຈ​ຍ. ນີ້​ແມ່ນ​ລາງວັນ​ອັນ​ສູງ​ສົ່ງ, ຮັບ​ຮູ້​ການ​ປະກອບສ່ວນ​ຂອງ BIDV ​ໃຫ້​ແກ່​ການພັດທະນາ​ເສດຖະກິດ​ຂອງ​ທັງ​ ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ.

ທະນາຄານລົງທຶນ ແລະ ພັດທະນາ ຫວຽດນາມ 55 ປີ ແຫ່ງການກໍ່ສ້າງ ແລະ ເຕີບໃຫຍ່. - ảnh 1
ທ່ານຮອງນາຍົກລັດຖະມົນຕີ ສປປ ລາວ ສົມສະຫວາດເລັ່ງສະຫວັດ ມອບຫລຽນໄຊໃຫ້ແກ່ ທ່ານ Tran Bac Ha ປະທານສະພາບໍລິຫານ BIDV
ພາບ: chinhphu.vn

        ​ໃນ​ໄລຍະ​ທາງ 55 ປີ​ແຫ່ງ​ການສ້າງ​ຕັ້ງ ​ແລະ ​ເຕີບ​​ໃຫຍ່ (26/4/1957 - 26/4/2012), BIDV ​ຍາມ​ໃດ​ກໍ​ມານະ​ພະຍາຍາມ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ເພື່ອ​ເຮັດ​ຫລ້ອນ​ຫນ້າ​ທີ່ ຊຶ່ງ​ພັກ ​ແລະ ລັດ​ໄດ້​ມອບ​ໝາຍ​ໃຫ້, ຍາມ​ໃດ​ກໍ​ນຳ​ຫນ້າ​ປະຕິບັດ​ບັນດາ​ນະ​ໂຍບາຍ​ການ​ເງິນ​ເງິນຕາ ​ແລະ ປະຕິບັດ​ວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, BIDV ​ໄດ້​ພ້ອມ​ກັບ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຕັ້ງຫນ້າ​ເປີດ​ກວ້າງ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່​ບັນດາ​ຕະຫລາດ​ຕ່າງປະ​ເທດ​ຄື: ບັນດາ​ປະ​ເທດ ອາ​ຊຽນ, ລັດ​ເຊຍ, ​ເຊັກ... ປະກອບສ່ວນ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ ຫວຽດນາມ ​ແລະ​ ບັນດາ​ປະ​ເທດໃນໂລກ. ​ໃນ​ພິທີ​ຮັບ​ນາມມະຍົດ​ອັນ​ສູງ​ສົ່ງ​ຂອງ​ພັກ, ລັດ ຫວຽດນາມ, ຂອງ​ລັດ ສປປ ລາວ ​ແລະ ລາຊະ​ອານາຈັກ​ກຳປູ​ເຈຍ ມອບ​ໃຫ້, ທ່ານ Tran Bac Ha, ປະທານສະພາບໍລິຫານທະນາຄານ BIDV ໃຫ້ຮູ້ວ່າ:

 “ໃນໂອກາດລະນຶກ 55 ປີ ແຫ່ງວັນມູນເຊື້ອ, BIDV ມີຄວາມເປັນກຽດ ແລະ ເອກອ້າງທະນົງໃຈທີ່ໄດ້ຮັບນາມມະຍົດອັນສູງສົ່ງຂອງພັກ, ລັດ, ລັດຖະບານ      ຫວຽດນາມ, ຂອງ​ລັດ​ແຫ່ງ ສປປ ລາວ ແລະ ລັດກຳປູ​ເຈຍ​ມອບ​ໃຫ້. ນັ້ນ​ບໍ່​ພຽງ​ແຕ່​ແມ່ນ​ການ​ຮັບ​ຮູ້, ​ຍ້ອງຍໍ​ສັນລະ​ເສີນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ລະດົມ​ກຳລັງ​ໃຈ​ເພື່ອ​ໃຫ້ BIDV ບືນ​ຕົວຂຶ້ນ ອຸທິ​ດສ່ວນ​ໃຫ້​ແກ່​ການ​ພັດທະນາ​ຂອງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ພາຍ​ໃນ​ພາກ​ພື້ນອີກ​ດ້ວຍ.”

        ດ້ວຍ​ທີ່​ຕັ້ງບົດບາດ ອິດ​ທິພົນ​ຊື່​ສຽງ​ໃນ​ການ​ພົວພັນ​ຮ່ວມ​ມື​ສາກົນ, ພິ​ເສດ ດ້ວຍ​ບົດບາດ​ແມ່ນ​ປະທານ​ສະຫະ​ສະມາຄົມ​ບັນດາ​ນັກ​ລົງທຶນ ຫວຽດນາມ ​ໄປ​ຍັງ ​ລາວ (AVIL) ​ກຳປູ​ເຈຍ (AVIC) ​ແລະ ມ້ຽນ​ມາ (AVIM), BIDV ​ໄດ້​ພ້ອມ​ກັບ​ບັນດາ​ນັກ​ລົງທຶນ ຫວຽດນາມ ຍູ້​ແຮງ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງທຶນ​ຂອງ ​ຫວຽດນາມ ​ອອກ​ສູ່​ຕ່າງປະ​ເທດ, ປະກອບສ່ວນ​ນຳ​ການ​ລົງທຶນ FDI ຂອງ​ຫວຽດນາມ ຢືນ​ອັນ​ດັບ 2 ຢູ່ ລາວ, ຢືນ​ອັນ​ດັບ 3 ຢູ່​ ກຳປູ​ເຈຍ. ທ່ານ​ນາງ Men Som On ຮອງ​ນາຍົກລັດຖະມົນຕີ ຜູ້​ປະຈຳການ​ລາຊະ​ອານາ​ຈັກ​ກຳປູ​ເຈຍ ​ໃຫ້​ຮູ້​ວ່າ: ​ແຕ່​ປີ 2009 BIDV ​ໄດ້​ມີຫນ້າ​ຢູ່ກຳ​ປູ​ເຈຍ ​ແລະ ບັນດາ​ສາຂາ​ຂອງ​ທະນາຄານຂອງ BIDV ​ຢູ່ ກຳປູ​ເຈຍ ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ນາງ Men Som On ​ເວົ້າ​ວ່າ:

        “ ການ​ມີຫນ້າ​ຂອງ BIDV ຢູ່ ກຳປູ​ເຈຍ ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ໃນ​ການ​ພັດທະນາ​ພື້ນຖານ​ເສດຖະກິດ ກຳ​ປູ​ເຈຍ ​ແລະ ຢັ້ງຢືນ​ອິດ​ທິພົນ​ຊຶ່ສຽງ​ຂອງ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ, ພິ​ເສດ​ແມ່ນ​ບັນດາ​ນັກ​ລົງທຶນ ຫວຽດນາມ ຢູ່ ກຳປູ​ເຈຍ. BIDV ​ໄດ້​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ຂອງ​ຕະຫລາດ​ການ​ເງິນ, ທະນາຄານ ​ແລະ ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ກຳປູ​ເຈຍ.”

ທະນາຄານລົງທຶນ ແລະ ພັດທະນາ ຫວຽດນາມ 55 ປີ ແຫ່ງການກໍ່ສ້າງ ແລະ ເຕີບໃຫຍ່. - ảnh 2
ທ່ານນາງຮອງ​ນາຍົກລັດຖະມົນຕີ ກຳປູເຈຍ
Men Som On ປະດັບຫລຽນໄຊໃຫ້ແກ່ BIDV
ພາບ: chinhphu.vn

        ​ໃນ​ຊຸມ​ປີ​ຜ່ານ​ມາ, BIDV ​ຍາດ​ໄດ້​ບັນດາ​ຜົນງານ​ດີ​ເດັ່ນ, ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ ສັງຄົມ​ຢູ່ ສປປ ລາວ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ ​ແລະ ລາວ. ລັດຖະບານ​ລາວ ​ໄດ້​ຕົກລົງ​ມອບ​ຫລຽນ​ໄຊ​ອິດ​ສະຫລະ​ຊັ້ນ​ສອງ​ໃຫ້​ແກ່ BIDV ​ແລະ ​ໃຫ້​ແກ່ທ່ານ Tran Bac Ha ປະທານ​ສະພາ​ບໍລິຫານ​ທະນາຄານ BIDV, ຫລຽນ​ໄຊ​ອິດ​ສະຫລະຊັ້ນ​ສາມ​ໃຫ້​ແກ່​ໝູ່​ຄະນະ, ຫລຽນ​ໄຊ​​ແຮງ​ງານ​ຊັ້ນ​ຫນຶ່ງ ​ແລະ ຊັ້ນ​ສອງ​ໃຫ້​ແກ່​​ 5 ບຸກຄົນ . ທ່ານ Nguyen Van Binh ຜູ້​ວ່າການ​ທະນາຄານ​ແຫ່​ງລັດ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ ສປປ ລາວ ​ແລະ ລາຊະ​ອານາຈັກ​ກຳ​ປູ​ເຈຍ ​ໄດ້​ໃຫ້ການ​ສະຫນັບ​ສະ​ຫນູນ, ການ​ຊ່ວຍ​ເຫລືອ​ອັນ​ໃຫຍ່​ຫລວງ ​ແລະ ບັນດາ​ອາລົມ​ຈິດ​ອັນ​ລ້ຳ​ຄ່າ​​ໃຫ້​ແກ່ ຫວຽດນາມ ​ເວົ້າ​ລວມ ​ແລະ BIDV ​ເວົ້າ​ສະ​ເພາະ ເພື່ອ​​ໃຫ້ BIDV ຍາດ​ໄດ້​ບັນດາ​ຜົນງານ​ຄື​ວັນ​ນີ້. ພ້ອມທັງປາດ​ຖະຫນາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, BIDV ຈະ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ ລາວ, ກຳ​ປູ​ເຈຍ, ມ້ຽນ​ມາ ກໍ​ຄື​ບັນດາ​ປະ​ເທດ ອາ​ຊຽນ.”

        ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ​ໄດ້​​ຊ່ວຍ​ໃຫ້​ວິ​ສາ​ຫະກິດ ຫວຽດນາມ​ເວົ້າ​ລວມ, BIDV ​ເວົ້າ​ສະ​ເພາະ​ມີກາລະ​ໂອກາດ​ອອກ​ສູ່​ຕ່າງປະ​ເທດ, ​ແຊກຊືມເຂົ້າ​ບັນດາ​ຕະຫລາດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງ​ຂວາງ, ພິ​ເສດ ​ແມ່ນບັນດາ​ປະ​ເທດ​ພາຍ​ໃນ​ພາກ​ພື້ນ​ອາ​ຊຽນ, ​ເຊື່ອມ​ຕໍ່​ກັບ​ບັນດາ​ຕະຫລາດ​ພາຍ​ໃນ​ປະ​ເທດ​ເພື່ອ​ຍົກ​ສູງ​ກຳລັງ​ແກ້ງ​ແຍ້​ງ, ຮ່ວມ​ມືພ້ອມ​ກັບ​ບັນດາ​ປະ​ເທດ​​ເພື່ອ​ພັດທະນາ. ​ໃນ​ຕະຫລອດ 55 ປີຜ່ານມາ, ພິ​ເສດ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ BIDV ​ໄດ້​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ລົງທຶນ​ຢູ່​ຕ່າງປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ, ​ເປັນ​ຕົ້ນ​ຢູ່​ພາກ​ພື້ນ ອາ​ຊຽນ, ສະ​ແດງ​​ໃຫ້​ເຫັນ​ບົດບາດ​ເປີດ​ຊ່ອງ​ທາງ, ​ຮ່ວມ​ສຳພັນ​ລະຫວ່າງບັນດາ​ວິ​ສາ​ຫະກິດ ຫວຽດນາມ ລົງທຶນ​ເຂົ້າ​ຕະຫລາດ​ໃຫມ່, ປະກອບ​ສ່ວນ​ເສີມ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ກັບ​ພາກ​ພື້ນ ​ແລະ ສາກົນ.

My Binh

ຕອບກັບ

ຂ່າວ/ບົດ​ອື່ນ