ສີ​ສັນ ຫວຽດນາມ ໃນ​ງານ​ຕະຫຼາດ​ນັດ ການ​ຄ້າ, ອາ​ຫານການ​ກິນ ອາ​ຊຽນ 2024

(VOVWORLD) -  ວັນທີ 15 ມິຖຸນາ, ສະຖານທູດ ຫວຽດນາມ ປະຈຳ ຊູແອັດ ໄດ້ເຂົ້າຮ່ວມງານຕະຫຼາດນັດການຄ້າ - ອາຫານການກິນ ອາຊຽນ 2024 ຢູ່ Stockholm, ຊູແອັດ.
ສີ​ສັນ ຫວຽດນາມ ໃນ​ງານ​ຕະຫຼາດ​ນັດ ການ​ຄ້າ, ອາ​ຫານການ​ກິນ ອາ​ຊຽນ 2024 - ảnh 1ອາຫານ ຫວຽດນາມ ດຶງດູດໃຈຜູ້ມາຊື້ເປັນຈຳນວນຫຼາຍ (ພາບ: TTXVN)

ງານຕະຫຼາດນັດດັ່ງກ່າວ ໂດຍຄະນະກຳມະການ ອາຊຽນ ປະຈຳ Stockholm ເປັນເຈົ້າພາບຈັດຕັ້ງ, ດ້ວຍການສົມທົບຂອງສະຖານທູດ 6 ປະເທດ ອາຊຽນ ປະຈຳ ຊູແອັດ, ເຊິ່ງລວມມີ: ອິນໂດເນເຊຍ, ລາວ, ມາເລເຊຍ, ຟີລິບປິນ, ໄທ ແລະ ຫວຽດນາມ.

        ໃນເຫດການນີ້, ສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ຊູແອັດ ໄດ້ນຳເອົາບັນດາຜະລິດຕະພັນກະເສດ, ອາຫານ, ເຄື່ອງສິລະປະຫັດຖະກຳ, ເຄື່ອງຕຳແຜ່ນຕັດຫຍິບ, ເຄື່ອງຈັກສານ... ມາວາງສະຂາຍ ແນະນຳຕໍ່ແຂກທ່ອງທ່ຽວ. ພິເສດ, ບັນດາເຍື່ອງອາຫານພື້ນເມືອງຂອງ ຫວຽດນາມ, ເຊັ່ນ: ແໜມ, ເຂົ້າຈີ່, ບັນກວນ, ກາເຟນົມ... ກໍໄດ້ນຳມາວາງຂາຍເຊັ່ນດຽວກັນ.

        ນີ້ແມ່ນງານຕະຫຼາດນັດຄັ້ງທໍອິດ ໂດຍຄະນະກຳມະການ ອາຊຽນ ປະຈໍາ Stockholm ຈັດຂຶ້ນ. ງານຕະຫຼາດນັດແມ່ນໂອກາດເພື່ອໃຫ້ສະຖານທູດ ຫວຽດນາມ ປະຈຳ  Stockholm ແນະນຳ, ໂຄສະນາກຳລັງບົ່ມຊ້ອນຂອງປະເທດຊາດໃນບັນດາຂົງເຂດວິທະຍາສາດ, ເຕັກໂນໂລຢີ, ພະລັງງານທົດແທນ, ການບໍລິການ - logistics, ກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງ, ສິນທະເລ - ສິນໃນນ້ຳ, ການທ່ອງທ່ຽວ, ການບໍລິການ... ເພື່ອປະກອບສ່ວນນຳບັນດາເຄື່ອງໝາຍການຄ້າ ຫວຽດນາມ ແລະ ສີສັນວັດທະນະທຳຂອງຊາດ ມາສູ່ເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ