ນ້ຳໃຈຂອງຊາວ ໄທ ທີ່ມີປະທານ ໂຮ່ຈີມິນ

(VOVWORLD) -  ປະຈຸບັນ, ບັນດາຮ່ອງຮອຍແຫ່ງການເຄື່ອນໄຫວປະຕິວັດຢູ່ບ້ານດົງຂອງປະທານ ໂຮ່ຈີມິນ ຍັງບໍ່ຫຼົງເຫຼືອງຫຼາຍ, ສ່ວນຫຼາຍແມ່ນໄດ້ຟັງຜ່ານການເລົ່າຂອງບັນດາຜູ້ອາຍຸສູງກໍ່ຕາມ ແຕ່ໃນໃຈຂອງປະຊາຊົນຢູ່ບ້ານດົງ, ສຳລັບການນຳສູງສຸດຂອງຊາດ ຫວຽດນາມ...
ນ້ຳໃຈຂອງຊາວ ໄທ ທີ່ມີປະທານ ໂຮ່ຈີມິນ - ảnh 1ປ້າ  ພໍເພັນ ແລະ ສຸຣິມົນ ບູຊາຢູ່ເຂດອະນຸສອນສະຖານ ປະທານ ໂຮ່ຈີມິນ

ເຖິງວ່າ ວິວັດການເຄື່ອນໄຫວປະຕິວັດຂອງປະທານ ໂຮ່ຈີມິນ ຢູ່ ໄທ ພຽງແຕ່ປີປາຍເທົ່ານັ້ນ, ແຕ່ສຳລັບຊາວ ໄທແລ້ວ, ບັນດາຄວາມຊົງຈຳ ແລະ ນ້ຳໃຈສະຫງວນໃຫ້ເພີ່ນແມ່ນຫຼາຍທີ່ສຸດ. ພິເສດ, ຢູ່ບ້ານ ດົງ, ຕາແສງ ປະມະຄາບ, ແຂວງ ພິຈິດ - ເຊິ່ງເປັນສະຖານທີ່ເພີ່ນໄດ້ເຄື່ອນໄຫວເປັນເວລາສັ້ນໆ ແຕ່ສຳລັບຊາວໄທແລ້ວ, ປະທານໂຮ່ຈີມິນ ຍາມໃດກໍ່ແມ່ນຮູບພາບທີ່ງົດງາມທີ່ສຸດ.

ສຽງທ່ານ ວິຣາສັກ ວິຈິດແສງສີ

        ນັ້ນແມ່ນຄວາມໃນໃຈຂອງທ່ານ ວິຣາສັກ ວິຈິດແສງສີ, ເຈົ້າແຂວງແຂວງ ພິຈິດ ໄດ້ພາພວກຂ້າພະເຈົ້າໄປຢ້ຽມຢາມເຂດອະນຸສອນສະຖານ ບ້ານດົງ ໂຮ່ຈີມິນ ແລະ ພົບປະກັບປະຊາຊົນຊາວ ໄທ ຜູ້ທີ່ມີນ້ຳໃຈຮັກແພງຕໍ່ກັບປະທານ ໂຮ່ຈີມິນ. ເຖິງວ່າ ປະຈຸບັນ, ບັນດາຮ່ອງຮອຍແຫ່ງການເຄື່ອນໄຫວປະຕິວັດຢູ່ບ້ານດົງຂອງປະທານ ໂຮ່ຈີມິນ ຍັງບໍ່ຫຼົງເຫຼືອງຫຼາຍ, ສ່ວນຫຼາຍແມ່ນໄດ້ຟັງຜ່ານການເລົ່າຂອງບັນດາຜູ້ອາຍຸສູງກໍ່ຕາມ ແຕ່ໃນໃຈຂອງປະຊາຊົນຢູ່ບ້ານດົງ, ສຳລັບການນຳສູງສຸດຂອງຊາດ ຫວຽດນາມ ແລ້ວແມ່ນຍັງຮັກສາໄດ້ທີ່ຕັ້ງພິເສດ. ໂດຍເປັນຊາວໄທຢູ່ບ້ານດົງ, ທ່ານ ຈະເລີນ ແພພວງ, ປະທານສະມາຄົມຄຸ້ມຄອງຕາແສງ ປະມະຄາບ ມີຄວາມເອກອ້າງທະນົງໃຈ ແລະ ຮູ້ສຶກ ເປັນກຽດເມື່ອ ລຸງ ໂຮ່ ໄດ້ເລືອກເຟັ້ນ ແຫ່ງນີ້ແມ່ນສະຖານທີ່ເຄື່ອນໄຫວປະຕິວັດທຳອິດໃນເຂດດິນແດນໄທ:

ສຽງທ່ານ ຈະເລີນ

        ໃນໄລຍະເຄື່ອນໄຫວຢູ່ບ້ານດົງ, ປະທານ ໂຮ່ຈີມິນ ໄດ້ເຊື່ອມຕົວກັບການດຳລົງຊີວິດ ຂອງປະຊາຊົນຢູ່ທີ່ນີ້. ຍາມກາງເວັນ, ຫງວຽນອ໋າຍກວກ - ປະທານ ໂຮ່ຈີມິນ ຍັງເຮັດໄຮ່ເຮັດນາ, ລ້ຽງສັດປີກ, ເຮັດກະສິກຳ. ຍາມກາງຄືນ, ເພີ່ນໄດ້ເຕົ້າໂຮມຊາວ ຫວຽດນາມ ຜູ້ຮັກຊາດທີ່ອາໄສຢູ່ປະເທດໄທ, ເພື່ອລາຍງານກ່ຽວກັບສະພາບການການເມືອງຢູ່ ຫວຽດນາມ ກໍ່ຄືພາລະກິດແຫ່ງການປົດປ່ອຍປະເທດຊາດ. ປະທານ ໂຮ່ຈີມິນ ບໍ່ເປີດເຜີຍຫຍັງກ່ຽວກັບສະນະພາບຂອງຕົນ ດັ່ງນັ້ນ ຂໍ້ມູນຂ່າວກ່ຽວກັບເພີ່ນ ບໍ່ມີຫຼາຍຄົນໃນບ້ານຮູ້ຈັກ. ແຕ່ເມື່ອຮູ້ຂ່າວກ່ຽວກັບການນຳຂອງ ຫວຽດນາມ ເຄີຍຢູ່ອາໄສໃນບ້ານ, ຫຼາຍຄົນກໍ່ມີຄວາມເອກອ້າງທະນົງໃຈ ແລະ ຢາກຊອກຮູ້ກ່ຽວກັບເພີ່ນ. ບໍ່ພຽງແຕ່ມີລຸ້ນຜູ້ອາຍຸສູງຄືທ່ານ ທົງຈັນຊີ໋, ອະດີດເລຂາພັກກອມມູນິດ ໄທ, ປະຈຸບັນ ມີອາຍຸເກືອບ 100 ປີແລ້ວ, ແຕ່ບັນດາຄວາມຊົງຈຳກ່ຽວກັບປະທານໂຮ່ຈີມິນ ຍັງໄດ້ຖ່າຍທອດສູ່ລຸ້ນຄົນທີ 2, 3 ຂອງຊາວໄທເຊື້ອຊາດ ຫວຽດນາມ ອີກດ້ວຍ. ຕົວຢ່າງຄື ສຸຣິມົນ ມົງຄຸນ ສະຫາຍ, ອາຍຸ 30 ປີ, ຄົນລຸ້ນທີ 3 ໄດ້ຮັບການກຳເນີດ ແລະ ເຕີບໃຫຍ່ຢູ່ບ້ານ ດົງ, ຕາແສງ ປະມະຄາບ, ແຂວງ ພິຈິດ, ປະຈຸບັນແມ່ນພະນັກງານຮັບຜິດຊອບດ້ານວັດທະນະທຳຂອງຕາແສງ. ນັບແຕ່ຄາວຍັງນ້ອຍ, ປູ່ຂອງ ສຸຣິມົນ ມົງຄຸນ ສະຫານ, ເຊິ່ງແມ່ນຊາວ ຫວຽດນາມ ມັກຈະເລົ່າເລື່ອງກ່ຽວກັບບ້ານເກີດເມືອງນອນ, ກ່ຽວກັບປະທານ ໂຮ່ຈີມິນ ໃຫ້ສຸຣິມົນ ຟັງເລື້ອຍໆ. ແລະຍ້ອນຄວາມຮັກ, ຄວາມສະໜິດຕິດພັນນັ້ນໄດ້ກະຕຸກຊຸກຍູ້ ສຸຣິມົນ ເຕີບໃຫຍ່ ແລະ ມີຄວາມປາດຖະໜາຢາກປະກອບສ່ວນກຳລັງເຫື່ອແຮງຂອງຕົນເພື່ອອ່ວາຍໜ້າເມືອຫາບ້ານເກີດເມືອງນອນ. ແລະ ວຽກງານໃນປະຈຸບັນຂອງລາວ ແມ່ນເປັນພະນັກງານຮັບຜິດຊອບຢູ່ເຂດອະນຸສອນສະຖານບ້ານດົງ ໂຮ່ຈີມິນ , ຕາແສງ ປະມະຄາບ, ແຂວງ ພິຈິດ ໄດ້ຕອບສະໜອງສ່ວນໃດສ່ວນໜຶ່ງຄວາມຫວັງນັ້ນ.

ສຽງນາງ ສຸຣິມົນ

ນ້ຳໃຈຂອງຊາວ ໄທ ທີ່ມີປະທານ ໂຮ່ຈີມິນ - ảnh 2ເຮືອນຮ້ານ

        ກໍ່ຄືກັບຫຼານຂອງຕົນ, ປ້າ ພໍເພັນ ແພພວງ, ອາຍຸ 50 ປີ ເຊິ່ງແມ່ນປ້າຂອງ ສຸຣິມົນ ກໍ່ພາກພູມໃຈເມື່ອເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ ຕາແສງ ປະມະຄາບ, ແຂວງ ພິຈິດໄດ້ຮັບການຜັນຂະຫຍາຍກໍ່ສ້າງ ແລະ ອີກບໍ່ດົນປານໃດ ກໍ່ຈະໄດ້ຮັບການເປີດສະຫຼອງຢ່າງເປັນທາງການ. ເຂດອະນຸສອນສະຖານແຫ່ງນີ້ກໍ່ແມ່ນບ່ອນຊ່ວຍໃຫ້ປ້າ ກໍ່ຄືພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ໄທ ໄດ້ສະແດງຄວາມເຄົາລົບນັບຖືຕໍ່ການນຳຜູ້ຍິ່ງໃຫຍ່ຂອງຊາດ ຫວຽດນາມ, ປະທານ ໂຮ່ຈີມິນ, ພ້ອມທັງກໍ່ແມ່ນບ່ອນຕັກເຕືອນໃຫ້ຜູ້ມີເຊື້ອຊາດ ຫວຽດນາມ ບໍ່ລືມກົກເຄົ້າເຫງົ້າກໍ່ຂອງຕົນ:

       ສຽງປ້າ ພໍເພັນ ແພພວງ

        ເກືອບ 1 ສະຕະວັດໄດ້ຜ່ານພົ້ນໄປແລ້ວ, ແຕ່ບັນດານ້ຳໃຈຄວາມຮັກແພງຂອງປະຊາຊົນຊາວໄທ ທີ່ສະຫງວນໃຫ້ແກ່ເພີ່ນ ຍັງຄົງຮັກສາໄດ້ເໝືອນເດີມ. ແຕ່ລະເທື່ອ, ເມື່ອເວົ້າເຖິງປະທານໂຮ່ຈີມິນ, ປະຊາຊົນຢູ່ທີ່ນີ້ຍັງມີຄວາມຕື້ນຕັນໃຈ ແລະ ມີຄວາມເປັນກຽດ ແລະ ຄວາມເອກອ້າງທະນົງໃຈ ຍ້ອນເພີ່ນໄດ້ເລືອກບ້ານ ດົງ ແມ່ນສະຖານທີ່ເຄື່ອນໄຫວທຳອິດໃນວິວັດການເຄື່ອນໄຫວປະຕິວັດຢູ່ ໄທ. ຍ້ອນສິ່ງດັ່ງກ່າວຈຶ່ງໄດ້ສ້າງໜ້າປະຫວັດສາດມີຄວາມໝາຍຢູ່ແຂວງ ພິຈິດ ແລະ ແມ່ນແບບຢ່າງເພື່ອໃຫ້ຄົນລຸ້ນຫຼັງຮ່ຳຮຽນ ແລະ ປະຕິບັດຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ