ບໍລິສັດ CPV: ຮູບແບບການຜະລິດກະສິກຳປະສົບຜົນສຳເລັດຢູ່ຫວຽດນາມ

(VOVWORLD) -ພາຍຫລັງ 20 ກວ່າປີລົງທຶນຢູ່ ຫວຽດນາມ, ບໍລິສັດຫຸ້ນສ່ວນລ້ຽງສັດ CP ຫວຽດນາມ (CPV) ດ້ວຍ ທຶນຂອງ ໄທ 100% ໄດ້ຢືນຢັນທີ່ຕັ້ງໝັ້ນຄົງຢູ່ຫວຽດນາມ ຜ່ານການສ້າງຕັ້ງ “ຮູບແບບການຜະລິດກະສິກຳເປັນແບບຢ່າງ”. ຮູບແບບນີ້ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ບໍລິສັດ CPV ເທົ່ານັ້ນ ຫາກຍັງຊ່ວຍພື້ນຖານກະສິກຳຫວຽດນາມ ພັດທະນານັບມື້ນັບທັນສະໄຫມອີກດ້ວຍ.
ບໍລິສັດ CPV: ຮູບແບບການຜະລິດກະສິກຳປະສົບຜົນສຳເລັດຢູ່ຫວຽດນາມ - ảnh 1 ບໍລິສັດ CPV

ກ່ອນນີ້ 2 ປີ, ອ້າຍ ຫງວຽນເຈື່ອງດ້າຍ, ເຈົ້າຂອງຟາມລ້ຽງກຸ້ງ ດ້ວຍເນື້ອທີ່ກວ່າ 4 ເຮັກຕາ ຢູ່ ຕາແສງ ຫວີງແທງ ເມືອງ ເຍີນແຈກ ແຂວງ ດົງນາຍ ໄດ້ມີຄຳຕັດສິນທີ່ສຳຄັນ ເມື່ອປະລະການລ້ຽງກຸ້ງແບບເກົ່າເພື່ອໝູນໃຊ້ເຕັກນິກໃນການລ້ຽງກຸ້ງແບບໃຫມ່ຈາກ ບໍລິສັດ CPV. ໃນນັ້ນ CPV ໄດ້ແນະນຳ, ຮັບປະກັນຂັ້ນຕອນການລ້ຽງກຸ້ງຢ່າງປອດໄພ ຈາກຂອດເລືອກເຟັ້ນແນວພັນ, ຫົວອາຫານ. ສະນັ້ນ ລາຍຮັບຂອງຄອບຄົວອ້າຍ ດ້າຍ ຍາມໃດກໍ່ຮັບປະກັນ.

CPV ບໍ່ພຽງແຕ່ຮ່ວມມື, ດຳເນີນທຸລະກິດໂດຍກົງກັບຜູ້ລ້ຽງສັດ, ເຈົ້າຂອງຟາມ ເທົ່ານັ້ນ ຫາກຍັງເຮັດວຽກກັບຕົວແທນຈຳຫນ່າຍເພື່ອໃຫ້ບັນດາຜະລິດຕະພັນຫົວອາຫານສັດລ້ຽງໄດ້ຮັບການຈຳຫນ່າຍເຖິງຜູ້ລ້ຽງສັດໃນທົ່ວບັນດາແຂວງ, ນະຄອນຢູ່ຫວຽດນາມອີກດ້ວຍ. ພົ້ນເດັ່ນ ຄື ທ່ານ ຫວູຮ່ວາງກຸງ, ເຈົ້າຂອງຕົວແທນຈຳຫນ່າຍຫົວອາຫານສັດລ້ຽງຂອງ CPV ໄດ້ນຳມາເຊິ່ງຄຸນຄ່າແບບຍືນຍົງໃຫ້ທັງຊາວກະສິກອນ ແລະ ຕົວແທນຈຳຫນ່າຍ.

“ຂ້າພະເຈົ້າໄດ້ຮ່ວມມືກັບ CPV ມາເປັນເວລາ 21 ກວ່າປີແລ້ວ. ກ່ອນນີ້ ຂ້າພະເຈົ້າດຳເນີນທຸລະກິດຜະລິດຕະພັນກະເສດ ແລະ ເຂົ້າສານ, ຮຳ, ເຂົ້າປ່ຽນ. ໃນ ໄລຍະກວ່າ 21 ປີຮ່ວມມືກັບ CPV, ຂ້າພະເຈົ້າເຫັນວ່າ CPV ຍາມໃດກໍ່ນຳມາໃຫ້ຜູ້ລ້ຽງສັດໝາກຜົນດີທີ່ສຸດ. ນອກນັ້ນ CPV ຍັງຫນູນຊ່ວຍດ້ານເຕັກນິກໃຫ້ຜູ້ລ້ຽງສັດກໍຄືເງິນລົງທຶນຢ່າງມີປະສິດທິຜົນ. ຂ້າພະເຈົ້າເອງ ແລະ ຜູ້ລ້ຽງສັດມີຄວາມເຊື່ອໝັ້ນ ເພາະວ່າ ບໍລິສັດບໍ່ພຽງແຕ່ຂາຍຫົວອາຫານລ້ຽງສັດໃຫ້ເທົ່ານັ້ນ ຫາກບໍລິສັດຍັງຊ່ວຍໃຫ້ຜູ້ລ້ຽງສັດມີຄວາມອຸ່ນອ່ຽນໃຈ, ສ້າງລາຍຮັບເໝາະສົມທີ່ສຸດ, ການລົງທຶນ, ການຜະລິດ, ການລ້ຽງສັດເຮັດແນວໃດໃຫ້ມີປະສິດທິຜົນ.”

ບໍລິສັດ CPV: ຮູບແບບການຜະລິດກະສິກຳປະສົບຜົນສຳເລັດຢູ່ຫວຽດນາມ - ảnh 2 ທ່ານ ມົນຕຣີ ສຸວັນໂພສີ, ຜູ້ອຳນວຍການກຸ່ມບໍລິສັດ CPV

        ອ້າຍດ້າຍ ແລະ ທ່ານກູງ ແມ່ນ ສອງຄົນໃນຄູ່ຮ່ວມມືນັບພັນໆຄົນຂອງ CPV ຢູ່ 50 ແຂວງ, ນະຄອນ ຂອງຫວຽດນາມ. ເພື່ອບັນລຸໄດ້ໝາກຜົນດຳເນີນທຸລະກິດຄືປະຈຸບັນ, ບໍ່ມີເທົ່າໃດຄົນຮູ້ໄດ້ວ່າ ເມື່ອປີ 1988, ບໍລິສັດ CPV ເລີ່ມຕົ້ນການດຳເນີນທຸລະກິດ ດ້ວຍຫ້ອງການຜູ້ຕາງຫນ້າ ຢູ່ ນະຄອນ ໂຮ່ຈິມີນ ລວມມີຈຳນວນພາລະກອນບໍ່ ຮອດ 100 ຄົນ. ແລະ ຮອດປີ 1993 ບໍລິສັດ CPV ຈຳກັດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ. ທ່ານ ມົນຕຣີ ສຸວັນໂພສີ, ຜູ້ອຳນວຍການກຸ່ມບໍລິສັດ CPV ໃຫ້ຮູ້ວ່າ:

       ຕໍ່ຫນ້າຄວາມຫຍຸ້ງຍາກ, ໄລຍະທຳອິດ ບໍລິສັດພຽງແຕ່ເຄື່ອນໄຫວດຳເນີນທຸລະກິດກ່ຽວກັບການຊອກຫາຕົວແທນຈຳຫນ່າຍ, ຜະລິດຕະພັນຫົວອາຫານສັດລ້ຽງໄດ້ນຳເຂົ້າຈາກບໍລິສັດແມ່ຢູ່ໄທ ນຳມາຈຳຫນ່າຍຢູ່ຕະຫລາດຫວຽດນາມ. ພາຍຫລັງໄລຍະຫນຶ່ງແຫ່ງການພັດທະນາ, ຍ້ອນຕະຫລາດທີ່ມີຄວາມສາມາດບົ່ມຊ້ອນຂອງຫວຽດນາມ, ພິເສດ ຍ້ອນນະໂຍບາຍບຸລິມະສິດສະຫງວນໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ບໍລິສັດໄດ້ເປີດກວ້າງການເຄື່ອນໄຫວດຳເນີນທຸລະກິດ, ທຳມາຫາກິນຢ່າງຍາວນານຢູ່ຫວຽດນາມ.

        ສຽງທ່ານ ມົນຕຣີ ສຸວັນໂພສີ

ບໍລິສັດ CPV: ຮູບແບບການຜະລິດກະສິກຳປະສົບຜົນສຳເລັດຢູ່ຫວຽດນາມ - ảnh 3 ບັນດາຜະລິດຕະພັນຂອງ ບໍລິສັດ CPV

ພາຍຫລັງ 20 ກວ່າປີດຳເນີນທຸລະກິດຢູ່ຫວຽດນາມ, ຈາກການນຳເຂົ້າບັນດາຜະລິດຕະພັນຫົວອາຫານສັດລ້ຽງທີ່ຂາຍຢູ່ຫວຽດນາມ, ປະຈຸບັນ ບໍລິສັດໄດ້ຄ້າຂາຍໂດຍກົງກັບຄອບຄົວຊາວກະສິກອນນັບພັນໆຄອບຄົວ, ລະບົບຈຳຫນ່າຍໄດ້ເປີດກວ້າງຢູ່ທົ່ວ ເຂດ, ພາກ ຂອງຫວຽດນາມ, ສ້າງວຽກເຮັດງານທຳໃຫ້ຄົນງານປະມານ 150.000 ຄົນ, ໃນນັ້ນ ພາລະກອນຂອງ CPV ແມ່ນເກືອບ 16.000 ຄົນ. ຍິ່ງກວ່ານັ້ນ, ບໍລິສັດຍັງຜະລິດກຸ້ງ, ປາ ແລະ ບັນດາປະເພດອາຫານຮັບໃຊ້ຜູ້ອຸປະໂພກບໍລິໂພກຢູ່ພາຍໃນປະເທດ ແລະ ສົ່ງອອກ. ປະຈຸບັນ CPV ໄດ້ກໍ່ສ້າງໂຮງງານປຸງແຕ່ງອາຫານຢູ່ ດົງນາຍ ດ້ວຍການຜະລິດໄສ້ກອກ 3.800 ໂຕນ/ປີ ແລະ ປີ 2012 ໄດ້ກໍ່ສ້າງໂຮງານປຸງແຕ່ງອາຫານຕື່ມອີກແຫ່ງຫນຶ່ງທັນສະໄຫມກວ່າໝູ່ຢູ່ ນະຄອນ ຮ່າໂນ້ຍ ດ້ວຍປະສິດທິພາບ 3000 ໂຕນ/ປີ ແລະ ສືບຕໍ່ເປີດກວ້າງປະສິດທິພາບຂຶ້ນເຖິງ 9000 ໂຕນ/ປີ. ທ່ານ ມົນຕຣີ ສຸວັນໂພສີ, ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ CPV ໃຫ້ຮູ້ວ່າ:

ສຽງທ່ານມົນຕຣີ ສຸວັນໂພສີ

ຄາດວ່າ ໃນໄລຍະຈະມາເຖິງ, CPV ຈະລົງທຶນກໍ່ສ້າງໂຮງງານປຸງແຕ່ງຕື່ມອີກແຫ່ງຫນຶ່ງຢູ່ ນະຄອນ ດາຫນັງ, ເກີນເທີ.. ດ້ວຍຄວາມມານະພະຍາຍາມໃນການດຳເນີນທຸລະກິດ ມາເປັນເວລາ 20 ກວ່າປີ ແລະ ເຄື່ອນໄຫວຢ່າງຕັ້ງຫນ້າເພື່ອວົງຄະນາຍາດ, ວັນທີ 22 ມີນາ ປີ 2017, CPV ໄດ້ຮັບການຕີລາຄາວ່າ ແມ່ນຫນຶ່ງໃນ 100 ສະຖານທີ່ເຮັດວຽກດີສຸດຢູ່ຫວຽດນາມ ຕາມການຄັດເລືອກຈາກບໍລິສັດ Anphabe ແລະ ບໍລິສັດຄົ້ນຄ້ວາຕະຫລາດ Nielsen.

ຕອບກັບ

ຂ່າວ/ບົດ​ອື່ນ