ຜັນຂະຫຍາຍແຜນຮ່າງກໍ່ສ້າງຫ້ອງວາງສະແດງກ່ຽວກັບປະທານໄກສອນ ພົມວິຫານ

ຜັນຂະຫຍາຍແຜນຮ່າງກໍ່ສ້າງຫ້ອງວາງສະແດງກ່ຽວກັບປະທານໄກສອນ ພົມວິຫານ  - ảnh 1
ປະທານໄກສອນ ພົມວິຫານ ແລະ ປະທານ ໂຮ່ຈິມີນ

(vovworld)- ພະນະ​ທ່ານປະທານ​ໄກສອນ ພົມວິຫານ ​ແມ່ນ​ສະຫາຍ, ​ເພື່ອນ​ມິດ​ທີ່ສະຫນິດ​ສະໜົມ​ຂອງ​ປະຊາຊົນ​ຫວຽດນາມ, ຜູ້​ທີ່​ມີ​ຄຸນງາມຄວາມດີ​ອັນ​ໃຫຍ່​ຫລວງ​ໃນ​ການ​ສ້າງ​ພື້ນຖານ​ແຫ່ງ​ການ​ສ້າງສາ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ບໍລິສຸດ​ຜຸດ​ຜ່ອງ ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ ​ແລະ ລາວ. ​ເພື່ອ​ອາ​ໄລ​ຫາ ​ແລະ ສະ​ແດງ​ຄວາມ​ຮູ້​ບຸນຄຸນຕໍ່ປະທານ​ໄກສອນ ພົມວິຫານ, ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງທ່ຽວ​ແຂວງ ​ເຫ​ງ້ອານ ​ໄດ້​ສົມທົບ​ກັບ​ຄະນະ​ຄຸ້ມ​ຄອງ​ຫໍພິພິດທະພັນ​ໄກສອນ ພົມວິຫານ ສປປ ລາວ ​ຜັນ​ຂະຫຍາຍ​ແຜນ​ຮ່າງ​ກໍ່ສ້າງ​ຫ້ອງ​ວາງສະ​ແດງ​ກ່ຽວ​ກັບ​ປະທານ​ໄກສອນ ພົມວິຫານ ຢູ່ ຫໍພິພິດທະພັນ ​ໂຊ​ວຽດ ​ເຫ​ງ້ຕີ້​ນ ຂອງ​ຫວຽດນາມ.

​ແຜ​ນຮ່າງ​ກໍ່ສ້າງ​ຫ້ອງ​ວາງສະ​ແດງ​ກ່ຽວ​ກັບ​ປະທານ ​ໄກສອນ ພົມວິຫານ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂ່ຳນັບ​ຮັບ​ຕ້ອນປີ​ແຫ່ງ​ມິດຕະພາບ ຫວຽດນາມ​ ລາວ 2012 ​ແລະ ສ​ະ​ເຫລີ​ມສະຫລອງ​ບັນດາ​ວັນ​ບຸນ​​ໃຫຍ່​ຂອງ​ສອງ​ປະ​ເທດ, ​ເພື່ອ​ປະກອບສ່ວນ​ສຶກສາອົບຮົມ​ລຸ້ນຫນຸ່ມ​ສອງ​ປະ​ເທດ​ ກ່ຽວ​ກັບ​ສາຍ​ພົວພັນ​ສາມັກ​ຄີມິດຕະພາບ​ແບບ​ພິ​ເສດ, ບໍລິ​ສຸດ​ຜຸດ​ຜ່ອງຂອງ​ສອງ​ພັກ ​ແລະ ປະຊາຊົນ​ສອງ​ປະ​ເທດ ​ແລະ ​ເພື່ອ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ນັບ​ມື້​ນັບ​ມີ​ຄວາມ​ເຂົ້າ​ອົກເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ແບບຢ່າງ​ອັນ​ຍິ່ງ​ໃຫຍ່ ​ແລະ ລຽບ​ງ່າຍ​ຂອງ​ຜູ້ນຳ​ລາວ.

ບົນ​ພື້ນຖານ​ນັ້ນ,​ ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນຫລວງ ວຽງ​ຈັນ, ຄະນະ​ປະຕິບັດ​ງານ​ຂອງ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ​ແຂວງ​ເຫ​ງ້ອານ ​ແລະ ຄະນະ​ຄຸ້ມ​ຄອງ​ຫໍ​ພິພິດທະພັນ ປະທານ​ໄກສອນ ພົມ​ວິຫານ ​ໄດ້​ເປັນ​ເອກະ​ພາບ​ບັນດາ​ເນື້ອ​ໃນ ​ແລະ ວິ​ທີ​ການ​ເພື່ອ​ຍື່ນ​ສະ​ເຫ​ນີຕໍ່ການ​ນຳ​ສອງ​ປະ​ເທດ ຫວຽດນາມ ​ແລະ ລາວ ​ກໍ່ສ້າງ​ຫ້ອງ​ວາງສະ​ແດງ​ກ່ຽວ​ກັບ​ຊີວິດ ​ແລະ ພາລະກິດ​ການ​ ຂອງ​ພະນະ​ທ່ານປະທານ​ໄກສອນ ພົ​ມວິຫານ ທີ່​ມີ​ຕໍ່​ພາລະກິດການ​ປະຕິວັດ ​ແລະ ມູນ​ເຊື້ອ​​ແຫ່ງ​ການຕໍ່ສູ້ ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ ສປປ ລາວ ຢູ່ ຫໍພິພິດ​ທະ​ພັນ ​ໂຊ​ວຽດ ​​ເຫ​ງ້ຕີ້​ນ ຂອງ​ຫວຽດນາມ.

ທ່ານ ສຸວັນ​ດີ ສີສະ​ຫວາດ ຮອງ​ຫົວຫນ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ ປະຊາ​ຊົນ ປະຕິວັດ​ລາວ, ຫົວຫນ້າ​ຄະນະ​ຄຸ້ມ​ຄອງ​ຫໍພິພິດທະພັນ ​ໄກສອນ ພົມວິຫານ ຈະ​ສະຫນອງ​ວັດ​ຖະພັນ ​ແລະ ​ເອກະສານ 50 ຊິ້ນ ​ທີ່​ກ່ຽວ​ຂ້ອງ​ເຖິງ​ປະທານ​ໄກສອນ ພົມວິຫານ ​ໃຫ້​ແກ່ ຫໍພິພິດທະພັນ ​ໂຊ​ວຽດ ​ເຫ​ງ້ຕີ້​ນ.

        “ການ​ເຄື່ອນ​ໄຫວ​ຈະ​ປະກອບສ່ວນ​ເສ​ີມສ້າງ​ນ້ຳ​ໃຈມິດຕະພາບທີ່​ເປັນ​ມູນ​ເຊື້ອ ຄວາມ​ສາມັກຄີ​​ແບບພິ​ເສດ ​ແລະ ການ​ຮ່ວມ​ມື​ທີ່​ດີງາມລະຫວ່າງ​ສອງ​ປະ​ເທດ ລາວ ​ແລະ ຫວຽດນາມ ​ໃຫ້​ແຕກ​ດອກ​ອອກ​ຜົນ ຈົບງາມ​ຍິ່ງໆ​ຂຶ້ນ.”

ຕາມ​ທ່ານ ຫງວຽນ​ກົງ​​ຍ່ວນ ຮອງ​ຫົວຫນ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ​ແຂວງ ​ເຫ​ງ້ອານ ​ແລ້ວ, ພະນະ​ທ່ານປະທາ​ນ​ໄກສອນ ພົມວິຫານ ​​​ເປັນ​ເພື່ອ​ນ ສະຫນິດສະຫນົມ, ຜູກພັນ, ບໍລິສຸດ​ຜຸດ​ຜ່ອງ, ​ເປັນ​ສະຫາຍ​ທີ່​ໄວ​້​ເນື້ອ​ເຊື່ອ​ໃຈ​ຂອງ​ປະທານ ​ໂຮ່ຈິ​ມີນ, ຂອງ​ພັກ ​ແລະ ປະຊາຊົນ​ຫວຽດນາມ, ສິ່ງ​ດັ່ງກ່າວ​ຈຳ​ເປັນ​ຕ້ອງ​ກໍ່ສ້າງຫ້ອງ​ວາງສະ​ແດງ​ກ່ຽວ​ກັບ​ປະທານ ​ໄກ​ສອນ ພົມວິຫານ ຢູ່ ຫໍພິພິດທະພັນ​​ໂຊ​ວຽດ ​ເຫ​ງ້ຕີ້​ນ ​ເພື່ອ​​ໃຫ້​ປະຊາຊົນ​ຫວຽດນາມ ມີ​ເງື່ອນ​ໄຂ​ຊອກ​ຮູ້ ​ແລະ ຄົ້ນ​ຄ້ວາ​ກ່ຽວກັບ​ເພີ່ນ, ​ເພື່ອ​ໃຫ້ ​ປຊຊ ທຸກ​ຊັ້ນ​ວັນນະນັບ​ມື້​ນັບ​ຮັກ​ແພງ ສະຫນິດ​ຕິດ​ພັນ​ກັບປະ​ເທດລາວ ອ້າຍ​ນ້ອງ​ກວ່າອີກ.

“​ເລື່ອງ​ກໍ່ສ້າງ​ຫອ້ງວາງສະ​ແດງ​ກ່ຽວ​ກັບ​ປະທານ ​ໄກສອນ ພົມວິຫານ ຢູ່ ​ແຂວງ​ເຫ​ງ້ອານ ​ແມ່ນ​ວຽກງານ​ທີ່​ຈຳ​ເປັນ. ນີ້​ແມ່ນ​ການສະ​ແດງ​ໃຫ້​ເຫັນ​​ເຖິງຄວາມ​ມຸ້ງ​ຫວັງ​ຂອງ​ປະຊາຊົນ​​ແຂ​ວງ ​ເຫ​ງ້ອານ ​ເວົ້າ​ສະ​ເພາະ​ ແລະ ປະ​ເທດ​ຫວຽດນາມ ​ເ​ວົ້າລວມ ​ ທີ່​ມີ​ຕໍ່​ປະ​ເທດ​ລາວ ​ເວົ້າ​ລວມ ​ແລະ ປະ​ທານ​ໄກສອນ ພົມວິຫານ​ເວົ້າ​ສະ​ເພາະ, ​ແມ່ນ​ການສະ​ແດງ​ຄວາມ​ຮູ້​ບຸ​ນຄຸ​ນ, ​ແມ່ນ​ອາລົມ​ຈິດ​ຖານ​ອ້າຍ​ນ້ອງ, ​ເພື່ອນ​ມິດ, ຍົກ​ສູງ​ບົດບາດ​ທີ່​ຕັ້ງ​ຂອງ ​ປະທານ​ໄກສອນ​ພົມວິຫານ ​ໃນ​ການ​ປະກອບສ່ວນ​ຂອງ​ການ​ປະຕິວັດ​ປະຊາຊົນ​ລາວ ​ເຂົ້າ​ໃນ​ກາ​ນປະຕິ​ວັດ​ໂລກ, ​ໃນ​ນັ້ນ​ມີ​ຫວຽດນາມ. ພ້ອມ​ກັນ​ນັ້ນ ​ເພື່ອ​ໃຫ້​ລຸ້ນຄົນ​ຕ່າງ​ໆ​ຂອງ​ສອງ​ປະ​ເທດ ຫວຽດນາມ ​ແລະ ລາວ ຍາມ​ໃດ​ກໍ​ຈາລຶກ ​ບຸ​ນຄຸ​ນຂ​ອງຜູ້ນຳທີ່​ຍິ່ງ​ໃຫຍ່,​ ນີ້​ກໍ​ແມ່ນຈຸດປະສົງ​​ ​ແມ່ນທິດ​ທາງ​​ເພື່​​ອຮ​່ຳຮຽນ ຝຶກ​ຝົນ​ຫລໍ່​ຫລອມ​​ໃຫ້ເປັນ​ຢ່າງ​ດີກ​ວ່າ, ​ເພື່ອ​ເພີ່ມ​ທະວີ​ຄວາມ​ສາມັກຄີ ຫວຽດນາມ ລາວ, ລາວ ຫວຽດນາມຍິ່ງ​ຂຶ້ນ.”

ຫໍພິພິດທະພັນ ​​ໂຊ​ວຽດ ​ເຫ​ງ້ຕິ້ນ ​ແມ່ນ​ຫໍພິພິດທະພັນ​ນອນ​ໃນ​ລະບົບ​ຫໍພິພິດທະພັນ ​​ປະທານ ​ໂຮ່ຈິ​ມີນຂອງ​ຫວຽດນາມ. ພາຍຫລັງ ກໍ່ສ້າງ​ຫ້ອງ​ວາງສະ​ແດງ​ກ່ຽວກັບ​ປະທານ ​ໄກສອນ ພົມວິຫານ ສຳ​ເລັດ ຈະ​​ເປັນ​ຂົວ​ເຊື່ອມ​ຕໍ່​ທີ່​ມີຊີວິດ​ຊີວາ ປະກອບສ່ວນ​ໂຄສະນາ​ກ່ຽວ​ກັບ​ຮູບ​ພາບ​ຜູ້ນຳ​ຂອງ​ສອງ​ປະ​ເທດ ຫວຽດນາມ ​ແລະ ລາວ,​ ​ເຮັດ​ໃຫ້​ປະຊາຊົນ​ສອງ​ປະ​ເທດ ນັບ​ມື້​ນັບ​ສະຫນິດ​ຕິດ​ພັນນຳ​ກັນ​ກວ່າອີກ ​ແລະ ພ້ອມ​ກັນ​ຮ່ວມ​ມື​ພັດທະນາ​ໃນ​ທຸກ​ຂົງ​ເຂດ​ຢ່າງ​ແຂງ​ແຮງ​ກວ່າ./.

ຕອບກັບ

ຂ່າວ/ບົດ​ອື່ນ