ສະມາຄົມນັກຂ່າວຫວຽດນາມ ແລະ ສະມາພັນນັກຫນັງສືພິມແຫ່ງປະເທດໄທເພີ່ມທະວີການຮ່ວມມືເພື່ອການພັດທະນາຂອງອາຊຽນ


(vovworld)- ປະ​ຊາ​ຄົມ​ອາ​ຊຽນ​ໄດ້​ຮັບ​ກາ​ນ​ສ້າງ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 31/12/2015 ແລະ ການ​ປະ​ກອບ​ສ່ວນບໍ່​ແມ່ນ​ຫນ້ອຍ​ເຂົ້າ​ໃນ​ການ​ໂຄ​ສະ​ນາ, ຊຸກ​ຍູ້​ວິ​ວັດ​ການ​ສ້າງ​ປະ​ຊາ​ຄົມ​ອ​າ​ຊຽນ ແມ່ນ​ບົດ​ບາດ​ຂອງ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ນັກ​ຂ່າວ​ໃນ​ພາກ​ພື້ນ. ພິ​ເສດ ການ​ຮ່ວມ​ສຳ​ພັນ​ຮ່ວມ​ມື, ໂຄ​ສະ​ນາ​ລະ​ຫວ່າງ​ບັນ​ດາ​ສະ​ມາ​ຊິກ ສະ​ຫະ​ພັນ​ບັນ​ດາ​ນັກ​ຂ່າວ ອາ​ຊຽນ (CAJ) ໄດ້​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ໃນ​ພາກ​ພື້ນ​ຫຍັບ​ມໍ່​ໃກ້​ກັນ​ກວ່າ​ພາຍ​ໃຕ້​ຊາຍ​ຄາ​ອາ​ຊຽນ ຊື່ງ​ພົ​້ນ​ເດັ່ນ​ແມ່ນ​ການ​ຮ່ວມ​ມື​ລະ​ຫວ່າ​ງ​ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ (VJA) ແລະ ສະ​ມາ​ພັນ​ບັນ​ດາ​ນັກ​ຫນັງ​ສ​ື​ພິມ​ແຫ່ງ​ປະ​ເທດ​ໄທ(CTJ). ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ແບບ​ຢ່າງ​ແຫ່ງ​ການ​ຮ່ວມ​ມື​ຂອງ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ນັກ​ຂ່າວ​ໃນ​ພາກ​ພື້ນ.

ສະມາຄົມນັກຂ່າວຫວຽດນາມ ແລະ ສະມາພັນນັກຫນັງສືພິມແຫ່ງປະເທດໄທເພີ່ມທະວີການຮ່ວມມືເພື່ອການພັດທະນາຂອງອາຊຽນ - ảnh 1
ກອງ​ປະ​ຊຸມ​ສະ​ຫະ​ພັນ​ບັນ​ດາ​ນັກ​ຂ່າວ ອາ​ຊຽນ​ຄັ້ງ​ທີ 18
ພາບ:baodulich

        ປີ 1993, ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ ແລະ ສະ​ມາ​ພັນ​ບັນ​ດ​ານັກ​ຫນັງ​ສື​ພິມ​ແຫ່ງ​ປະ​ເທດ​ໄທ ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ສອງ​ຝ່າຍ. ໃນ 20 ກວ່າ​ປີ​ຜ່ານ​ມາ, ການ​ພົວ​ພັນ​ລະ​ຫວ່າງ VJA ແລະ CTJ ໄດ້​ມີ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງ ແລະ ກວ້າງ​ຂວາງ ໃນ​ຂົງ​ເຂດ​ສອງ​ຝ່າຍ ແລະ ຫລາຍ​ຝ່າຍ. ໃນ​ຂົງ​ເຂດ​ສອງ​ຝ່າຍ, ເດືອນ 3/1996 ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ ໄດ້​ຮັບ​ເລືອກ​ຕັ້ງ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ພັນ​ບັນ​ດາ​ນັກ​ຂ່າວ​ອາ​ຊຽນ ຢ່າງ​ເປັນ​ທາງ​ການ. ຜ່ານ ສະ​ຫະ​ພັນ​ບັນ​ດາ​ນັກ​ຂ່າວ​ອາ​ຊຽນ, ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ ມີ​ກາ​ລະ​ໂອ​ກາດ​ເປີດກວ້າງ​ການ​ຮ່ວມ​ມື​ກັບ​ບັນ​ດາ​ສະ​ມາ​ຄົມ​ນັກ​ຂ່າວ​ໃນ​ພາກ​ພື້ນ, ໃນ​ນັ້ນ ມີ CTJ. ດ້ວຍ​ຖາ​ນະ​ເປັນ​ສະ​ມາ​ຊິກ​ຂອງ CAJ, VJA ແລະ CTJ ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ໄດ້​ຮັບ​ຮ​ອ​ງ​ເອົາ​ຖະ​ແຫລງ​ການ​ຮ່ວມ​ສຳ​ຄັນ​ຫລາຍ​ສະ​ບັບ​ຄື: ຖະ​ແຫລງ​ການ​ມາ​ນີ​ລາ, ຖະ​ແຫລງ​ການ​ຮ່າ​ໂນ້ຍ… ສຳ​ລັບ ຖະ​ແຫລງ​ການ​ຮ່າ​ໂນ້ຍ ທີ່ກອງ​ປະ​ຊຸມ​ຄ​ະ​ນະ​ອຳ​ນວຍ​ການ CAJ ດ​ຳ​ເນີນ​ໃນ​ເດືອນ 9/2014, VJA, CTJ ແລະ ສະ​ຫະ​ສະ​ມາ​ຄົມ​ນັກ​ຂ່າວ​ໃນ​ພາກ​ພື້ນ ໄດ້​ສະ​ຫນັບ​ສະ​ຫນູນ​ການ​ສ້າງ​ຕັ້ງ​ຂອງ​ປ​ະ​ຊາ​ຄົມ​ອາ​ຊຽນ ດ້ວຍ​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ແລະ ສະ​ຖຽນ​ລະ​ພາບ, ຜ່ານ​ການ​ໃຫ້​ຂ່າວ​ຢ່າ​ງ​ຖືກ​ຕ້ອງ, ເພີ່ມ​ທະ​ວີ​ການ​ບຳ​ລຸງ​ສ້າງ, ແລກ​ປ່ຽນ​ບົດ​ຮຽນ ກໍ​ຄື​ແລກ​ປ່ຽນ​ຄະ​ນະ​ນັກ​ຂ່າວ​ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ​ພາກ​ພື້ນ, ຍົກ​ສູງ​ບົດ​ບາດ​ຂອງ CAJ ຢູ່​ແຕ່​ລະ​ປະ​ເທດ ໃນ​ພາກ​ພື້ນ ອາ​ຊຽນ ແລະ ໃນ​ໂລກ. ໃນ​ຂົງ​ເຂດ​ສອງ​ຝາຍ, VJA ແລະ  CTJ ໄດ້​ຈັດ​ຕັ້ງ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ​ຢ່າງ​ລຽນ​ຕິດ ແລະ ຮ່ວມ​ມື​ນຳ​ກັນ​ຢ່າງ​ແຫນ້ນ​ແຟ້ນ. ທ່ານ ຮ່າ​ມີງ​ເຫ້ວ, ອະ​ດີດ​ຮອງ​ປະ​ທານ​ປະ​ຈຳ​ການ, ທີ່​ປຶກ​ສາ​ການ​ພົວ​ພັນ​ຕ່າງ​ປະ​ເທດ ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ບັນ​ດາ​ນັກ​ຂ່າວ ເຖິງວ່າ​ຢູ່​ປະ​ເທດ​ໃດ​ກໍ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ​ກັນ, ​ມີ​ຄວາມ​ໃກ້​ຊິດສະ​ຫນິດ​ສະ​ຫນົມ ພິ​ເສດ ຢູ່ ພາກ​ພື້ນ ອາ​ຊຽນ. ສະ​ເພາະ​ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ ແລະ ສະ​ມາ​ພັນ​ນັກ​ຫນັງ​ສື​ພິມ​ແຫ່ງ​ປະ​ເທດ​ໄທ ໄດ້​ສ້າງ​ການ​ພົວ​ພັນ​ສອງ​ຝ່າຍ ສະ​ນັ້ນ ບັນ​ດາ​ການ​ເຄື່ອນ​ໄຫວ​ຢ່າງ​ແຫນ້ນ​ແຟ້ນກວ່າ, ມີ​ການ​ຈັດ​ຕັ້ງ​ກວ່າ. ການ​ນຳ​ສອງ​ສະ​ມາ​ຄົມ​ໄດ້​ພົບ​ປະ​ແລກ​ປ່ຽນ​ເປັນ​ປະ​ຈຳ​ເພື່ອ​ຊຸກ​ຍູ້​ລາຍ​ການຢ່າງ​ແຫນ້ນ​ແຟ້ນກວ່າ. ນອກນັ້ນ ສະ​ມາ​ພັນ​ນັກ​ຫນັງ​ສື​ພິມ​ແຫ່ງ​ປະ​ເທດ​ໄທ ໄດ້​ຈັດ​ຕັ້ງ​ຊຸດ​ພາ​ສາ​ຫວຽດ 2 ຊຸດ​ສະ​ຫງວນ​ໃຫ້​ແກ່​ນັກ​ຂ່າວ​ໄທ ແລະ ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ ກ​ໍ​ໄດ້​ຮັບນັກ​ຂ່າວ​ໄທ​ຜູ້​ທີ່​ຮຽນ​ພາ​ສາ ຫວຽດ​ເກັ່ງ​ສຸດ ມາ​ບຳ​ລຸງ​ຢູ່​ຫວຽດ​ນາມ.”

        ບັນ​ດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ, ເພີ່ມ​ທະ​ວີ​ການ​ຮ່ວມ​ໂຄ​ສະ​ນາ​ລະ​ຫວ່າງ ຫວຽດ​ນາມ ແລະ ໄທ ນັບ​ມື້​ນັບ​ເລິກ​ເຊິ່ງກວ້າງ​ຂວາງ ແລະ ພັດ​ທະ​ນາ, ພິ​ເສດ ເມື່ອ​ສອງ​ປະ​ເທດ​ຍົກ​ການ​ພົວ​ພັນ​ຂຶ້ນ​ສູ່​ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເມ​ື່ອ​ເດືອນ 6/2013 ເນື່ອງ​ໃນ​ໂອ​ກາດ​ການ​ໄປ​ຢ້ຽມ​ຢາມ​ໄທ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ. ທ່ານ​ຊາວ​ະ​ຣົງ ລີ້​ມ​ປັດ​ມະ​ປະ​ນີ ທີ່​ປຶກ​ສາ ສະ​ມາ​ພັນ​ນັກ​ຫນັງ​ສື​ພິມ​ແຫ່ງ​ປະ​ເທດ​ໄທ ໃຫ້​ຮູ້​ວ່າ:

        ສຽງ​ທ່ານ ຊາວ​ະ​ຣົງ

ທີ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ພັນ​ບັນ​ດາ​ນັກ​ຂ່າວ ອາ​ຊຽນ ຄັ້ງ​ທີ 18 ຈັດ​ຂຶ້ນ​ຢູ່ ຫວຽດ​ນາມ, VJA ແລະ  CTJ ໄດ້​ລ​ົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື (MOU), ບົນ​ຈິດ​ໃຈ​ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ, ໃນ​ນັ້ນ ມີ​ການ​ຈັດ​ຕັ້ງ​ບັນ​ດາ​ຊຸດ​ແລກ​ປ່ຽນ, ບຳ​ລຸງວິ​ຊາ​ສະ​ເພາະ. ຕາ​ມ​ທ່ານ ຊາວ​ະ​ຣົງ ລີ້​ມ​ປັດ​ມະ​ປະ​ນີ ນີ້​ແມ່ນ​ຂ​ີດ​ໝາຍ​ສຳ​ຄັນ​ແຫ່ງ​ການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ ແລະ ເລິກ​ເຊິ່ງກວ້າງ​ຂວາງ​ລະ​ຫວ່າງ​ສອງ​ຝ່າຍ.

        ສຽງ​ທ່ານ ຊາວ​ະ​ຮົງ

        ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ, ຮ່​ວມ​ມື ແລະ ຜ່ານ​ບັນ​ດາ​ບົດ​ຫນັງ​ສື​ພິມ, ສິ່ງ​ພິມ​ທີ່​ລົງ​ພິມ​ໃນ​ລະ​ບົບ​ສື່ມວນ​ຊົນ​ຢູ່​ແຕ່​ລະ​ປະ​ເທດ, VJA ແລະ  CTJ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ ແລະ ໄທ ຫຍັບ​ເຂົ້າໃກ້​ກັນ​ກວ່າ ກໍ​ຄື ປະ​ກອບ​ສ່ວນ​ໂຄ​ສະ​ນາ​ ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ.

ຕອບກັບ

ຂ່າວ/ບົດ​ອື່ນ