ແບ່ງ​ປັນ​ບົດ​ຮຽນ, ໜູ​ນ​ຊ່ວຍ ລາວ ໃນ​ວຽກ​ງານ​ຄຸ້ມ​ຄອງ, ​ເຮັດ​ສື່​​ເລັກ​ໂຕ​ນິກ

(VOVWORLD) - ໂດຍປະຕິບັດຕາມບົດບັນທຶກ ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ກັບ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ໄລຍະ 2016  2020, ຫວ່າງແລ້ວນີ້ ກົມສື່ມວນຊົນ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ຈັດຕັ້ງໃຫ້ບັນດານັກຂ່າວລາວ ມາຢ້ຽມຢາມ ແລະ ຊອກຮູ້ກ່ຽວກັບສື່ເອເລັກໂຕນິກ ຢູ່ຫວຽດນາມ ເພື່ອແນໃສ່ໜູນຊ່ວຍ, ຍົກສູງວິຊາສະເພາະ, ການຄຸ້ມຄອງສື່ເອເລັກໂຕນິກ ໃຫ້ແກ່ລາວ. ຕໍ່ໄປນີ້ ເຊີນທ່ານຜູ້ຟັງ ພ້ອມກັນຕິດຕາມບົດຂຽນ ທີ່ມີຫົວຂໍ້ວ່າ “ການແບ່ງປັນບົດຮຽນ, ໜູນຊ່ວຍລາວ ໃນວຽກງານຄຸ້ມຄອງ, ຜະລິດໜັງສືພິມເອເລັກໂຕນິກ” ຂອງ ເຈິ່ນຕວ໊ນ - ນັກຂ່າວ VOV.

ໃນ 2 – 3 ປີ ມໍ່ໆມານີ້, ລະບົບສື່ເອເລັກໂຕນິກ ຢູ່ລາວ ໄດ້ກ້າວເຂົ້າສູ່ໄລຍະພັດທະນາ ດ້ວຍປະລິມານຂໍ້ມູນຂ່າວຢ່າງຫຼວງຫຼາຍໃນແຕ່ລະວັນ. ເຖິງຢ່າງໃດກໍຕາມ, ຍ້ອນຄຸນນະພາບໄປບໍ່ທັນກັບປະລິມານ ສະນັ້ນ ໄດ້ເຮັດໃຫ້ເກີດຂໍ້ຂາດຕົກບົກພ່ອງຫຼາຍຢ່າງໃນວຽກງານໂຄສະນາເຜີຍແຜ່ ກໍຄືການຄຸ້ມຄອງໜັງສືພິມເອເລັກໂຕນິກ ຫຼື ຢູ່ບັນດາເວັບໄຊ. ເນື່ອງຈາກນັ້ນ, ການຢ້ຽມຢາມ ແລະ ເຮັດວຽກ ຢູ່ອົງການ, ສູນສື່ມວນຊົນບາງແຫ່ງ ຢູ່ຫວຽດນາມ ຄື: ໜັງສືພິມ Vietnamnet, ໜັງສືພິມ VnExpress, ໜັງສືພິມ ຍ່າບ໊າວ ແລະ ກົງລ້ວນ (ໜັງສືພິມ ນັກຂ່າວ ແລະ ຫາງສຽງມະຫາຊົນ), ໜັງສືພິມ ຢູລິກ (ທ່ອງທ່ຽວ), ໜັງສືພິມ ເຊີຍຢື້ງ (ກໍ່ສ້າງ), ກົມຮັກສາຄວາມປອດໄພຂໍ້ມູນຂ່າວສານ, ສູນມອບ-ຮັບຂໍ້ມູນເອເລັກໂຕນິກ ແລະ ໜູນຊ່ວຍສື່ມວນຊົນ… ເພື່ອແນໃສ່ແບ່ງປັນບົດຮຽນ, ໜູນຊ່ວຍ ລາວ ໃນວຽກງານຄຸ້ມຄອງ ກໍຄື ກຳນົດທິດທາງພັດທະນາສື່ເອເລັກໂຕນິກໃນອະນາຄົດ. ທ່ານ ຫງວຽນຖ໊າຍຟຽນ, ຮອງຫົວໜ້າກົມສື່ມວນຊົນ ໃຫ້ຮູ້ວ່າ:

        “ໃນຫຼາຍປີຜ່ານມາ, ກົມສື່ມວນຊົນ ໄດ້ຈັດຕັ້ງການຢ້ຽມຢາມ, ຊອກຮູ້ ແລະ ບຳລຸງສ້າງທັກສະ, ວິຊາສະເພາະໃຫ້ທາງຝ່າຍ ລາວ ຫຼາຍພໍສົມຄວນຄື: ການຂຽນບົດສາລະຄະດີ, ການນໍາສະເໜີຂ່າວກ່ຽວກັບບັນດາເຫດການສຳຄັນ, ເຫດການເກີດຂຶ້ນດ່ວນ... ແຕ່ສະເພາະຂົງເຂດສື່ເອເລັກໂຕນິກ, ຂ້າພະເຈົ້າຄິດວ່າ ແມ່ນສິ່ງທີ່ໃໝ່ ແລະ ສຳຄັນສຳລັບ ລາວ ໃນປັດຈຸບັນ. ໃນໄລຍະເວລາບໍ່ຫຼາຍ ດ້ວຍຂໍ້ມູນຂ່າວທີ່ນໍາມາປຶກສາຫາລືເປັນຈໍານວນຫຼວງຫຼາຍນັ້ນ ສອງຝ່າຍຖອດຖອນບົດຮຽນໄດ້ຫຼາຍບັນຫາ ເຊິ່ງຕົວຈິງ ກໍຄືບັນດາຫຼັກສູດການສອນບໍ່ໄດ້ເຕື້ອງເຖິງ”.

ແບ່ງ​ປັນ​ບົດ​ຮຽນ, ໜູ​ນ​ຊ່ວຍ ລາວ ໃນ​ວຽກ​ງານ​ຄຸ້ມ​ຄອງ, ​ເຮັດ​ສື່​​ເລັກ​ໂຕ​ນິກ - ảnh 1 ຄະນະນັກຂ່າວລາວເຮັດວຽກກັບໜັງສືພິມ ເຊີຍຢື້ງ (ກໍ່ສ້າງ) ຫວຽດນາມ

        ເຂົ້າຮ່ວມການຢ້ຽມຢາມ, ຊອກຮູ້ກ່ຽວກັບສື່ເອເລັກໂຕນິກ ຢູ່ຫວຽດນາມ ຄັ້ງນີ້, ລວມມີ ພະນັກງານ, ນັກຂ່າວ 10 ຄົນທີ່ມາຈາກ 6 ອົງການສື່ມວນຊົນຂອງລາວຄື: ກົມສື່ມວນຊົນ; ສຳນັກຂ່າວສານ; ໂທລະພາບແຫ່ງຊາດ;  ວິທະຍຸກະຈາຍສຽງແຫ່ງຊາດ; ໜັງສືພິມ Vientiane Times; ໜັງສືພິມ Lao News Agency. ທ່ານ ສົມສະຫວາດ ພົງສາ - ຮອງຫົວໜ້າກົມສື່ມວນຊົນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ, ຫົວໜ້າຄະນະນັກຂ່າວລາວ ໃຫ້ຮູ້ວ່າ:

        ປັດຈຸບັນ, ນັບມື້ນັບປະກົດມີບັນດາແຫຼ່ງຂ່າວບໍ່ມີມູນຄວາມຈິງ ໃນສື່ສັງຄົມອອນລາຍຫຼາຍ, ອັນໄດ້ກໍ່ຄວາມສັບສົນໃຫ້ແກ່ທົ່ວໂລກເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ. ເພາະສະນັ້ນ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ສ້າງຕັ້ງສູນມອບ-ຮັບຂໍ້ມູນຂ່າວສານເອເລັກໂຕນິກ ແລະ ໜູນຊ່ວຍສື່ມວນຊົນ ດ້ວຍຈຸດປະສົງ ນຳໃຊ້ເຕັກໂນໂລຢີເພື່ອແກ້ໄຂສະພາບຂໍ້ມູນຂ່າວບໍ່ມີມູນຄວາມຈິງ, ຕິດຕາມກວດກາອິນເຕີແນັດ, ຄືດັ່ງຄຳແບ່ງປັນຂອງທ່ານລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ຫງວຽນແມ້ງຫຸ່ງທີ່ວ່າ:

        “ແຕ່ລະມື້, ອິນເຕີແນັດຂອງ ຫວຽດນາມ ມີຂ່າວປະມານ 100 ລ້ານຂ່າວ, ເຊິ່ງ ພຽງມີແຕ່ເຕັກໂນໂລຢີ ຈິ່ງຕິດຕາມກວດກາໄດ້. ບັນດາສື່ສັງຄົມອອນລາຍຕ້ອງປະຕິບັດຕາມກົດໝາຍໃນການລົບລ້າງບັນດາຂໍ້ມູນຂ່າວບໍ່ມີມູນຄວາມຈິງ, ສ້າງບັນດາເອກະສານທາງດ້ານນິຕິກຳໃຫ້ສົມບູນແບບ ແລະ ພິເສດແມ່ນໃຊ້ລະບຽບວິໄນຢ່າງເຂັ້ມງວດສຳລັບກໍລະນີລະເມີຕ່າງໆ”.

ແບ່ງ​ປັນ​ບົດ​ຮຽນ, ໜູ​ນ​ຊ່ວຍ ລາວ ໃນ​ວຽກ​ງານ​ຄຸ້ມ​ຄອງ, ​ເຮັດ​ສື່​​ເລັກ​ໂຕ​ນິກ - ảnh 2 ຄະນະນັກຂ່າວລາວເຮັດວຽກກັບໜັງສືພິມ ຢູລິກ (ທ່ອງທ່ຽວ) ຫວຽດນາມ

        ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກ, ນັກຂ່າວລາວ ໄດ້ໄປຢ້ຽມຢາມສູນດັ່ງກ່າວ. ເຖິງວ່າ ຫາກໍໄດ້ສ້າງຕັ້ງເມື່ອປີ 2018 ແລະ ຫາກໍນຳເຂົ້າເຄື່ອນໄຫວຢ່າງເປັນທາງການໃນຕົ້ນປີ 2019 ກໍຕາມ ແຕ່ສູນມອບ-ຮັບຂໍ້ມູນຂ່າວສານ ເອເລັກໂຕນິກ ແລະ ໜູນຊ່ວຍສື່ມວນຊົນ ໄດ້ສ້າງຄວາມສົນໃຈ ແລະ ຄວາມເອົາໃຈໃສ່ເປັນຢ່າງຍິ່ງຈາກນັກຂ່າວ ລາວ, ໂດຍສະເພາະແມ່ນອຸປະກອນທີ່ທັນສະໄໝ, ເຕັກໂນໂລຢີກ້າວໜ້າໃນການແກ້ໄຂ, ຕິດຕາມກວດກາອິນເຕີແນັດ. ພາຍຫຼັງການຢ້ຽມຢາມ, ທ່ານ ສົມສະຫວາດ ພົງສາ, ຮອງຫົວໜ້າກົມສື່ມວນຊົນ ຕີລາຄາວ່າ:

        ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກລະຫວ່າງວັນທີ 24 – 31 ມີນາ 2019, ຄະນະນັກຂ່າວ ລາວ ໄດ້ມີການຊົມທັດສະນະສຶກສາຢູ່ບາງຈຸດທ່ອງທ່ຽວ, ທັດສະນີຍະພາບ, ມໍລະດົກຢູ່ຮ່າໂນ້ຍ ແລະ ກວາງນິງ. ໃນໄລຍະຈະມາເຖິງ, ກົມສື່ມວນຊົນ ຈະຈັດຕັ້ງບັນດາຊຸດຝຶກອົບຮົມ, ບຳລຸງສ້າງທັກສະເຮັດສື່ເອເລັກໂຕນິກ ກໍຄືວຽກງານຄຸ້ມຄອງໜັງສືພິມເອເລັກໂຕນິກໃຫ້ບັນດານັກຂ່າວລາວ, ເພື່ອຊ່ວຍບັນດານັກຂ່າວລາວ ຍົກສູງວິຊາສະເພາະໃນການເຮັດສື່ເອເລັກໂຕນິກໃຫ້ດີກວ່າອີກ, ໄປທັນກັບການປະຕິວັດອຸດສາຫະກຳ 4.0./.

ຕອບກັບ

ຂ່າວ/ບົດ​ອື່ນ