Carnaval ຮະ​ລອງ 2026 - ມະ​ຫັດ​ສະ​ຈັນ​ປະກາຍແຈ້ງໃນ​ສັງ​ກາດ​ໃໝ່

(VOVWORLD) - ລາຍການ “Carnaval ຮະລອງ 2026 - ມະຫັດສະຈັນປະກາຍແຈ້ງໃນສັງກາດໃໝ່” ຄາດວ່າ ຈະຈັດຂຶ້ນແຕ່ວັນທີ 24 ເມສາ ຮອດວັນທີ 04 ພຶດສະພາ ດ້ວຍການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງກວ່າ 4.000 ຄົນ
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 344 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 23 ສະບັບຈາກທ່ານຜູ້ຟັງລາວ.
Carnaval ຮະ​ລອງ 2026 - ມະ​ຫັດ​ສະ​ຈັນ​ປະກາຍແຈ້ງໃນ​ສັງ​ກາດ​ໃໝ່ - ảnh 1ທີ່ພິທີເປີດຕົວສະໂມສອນມລະດົກ ອ້າວຢາຍ ຫວຽດນາມ ຢູ່ ລາວ
(ພາບ: TTXVN)

ເນື່ອງໃນໂອກາດວັນແມ່ຍິງສາກົນ 08 ມີນາ  ຜ່ານມາ, ລາຍການພາກພາສາ ລາວ ໄດ້ຮັບຄຳເຫັນຜ່ານ Facebook, ອີເມວ, ຂໍ້ຄວາມ ສົ່ງຄຳອວຍພອນເຖິງບັນດາບັນນາທິການຍິງທີ່ປະຕິບັດດຳເນີນລາຍການ ແລະ ເອື້ອຍນ້ອງແມ່ຍິງທີ່ພວມເຮັດວຽກຢູ່ VOV. ໃນນັ້ນ, ເພື່ອນ ວົງຄຳ, ຢູ່ແຂວງ ອຸດົມໄຊ ໄດ້ສົ່ງອີເມວມາຫາລາຍການ, ແບ່ງປັນວ່າ: “ເນື່ອງໃນໂອກາດວັນແມ່ຍິງສາກົນ 08 ມີນາ, ຂ້າພະເຈົ້າຂໍອວຍພອນໃຫ້ເອື້ອຍນ້ອງຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ຍາມໃດກໍ່ຮັກສາກຳລັງແຮງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ປະຕິບັດສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ”.

ເພື່ອນ ຄຳປະສົງ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງອີເມວມາຫາລາຍການ, ແບ່ງປັນຂໍ້ມູນທີ່ວ່າ: “ໃນອາທິດຜ່ານມາ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ 08 ມີນາ ແລະ ເປີດຕົວສະໂມສອນມໍລະດົກ ອ້າວຢາຍ ຫວຽດນາມ ຢູ່ ລາວ ດ້ວຍຫົວຂໍ້ “ອ້າວຢາຍ ຫວຽດນາມ - ເຊື່ອມຕໍ່ວັດທະນະທຳ, ແຜ່ກະຈາຍສີສັນ”. ໂດຍເປັນກຽດໄດ້ເຂົ້າຮ່ວມລາຍການ, ຂ້າພະເຈົ້າເຫັນວ່າ ອ້າວຢາຍ (ຊຸດເສື້ອຍາວ) ຂອງ ຫວຽດນາມ ບໍ່ພຽງແຕ່ແມ່ນຊຸດອາພອນທີ່ເປັນມູນເຊື້ອເທົ່ານັ້ນ, ຫາກຍັງແມ່ນສັນຍາລັກຂອງຄວາມງາມ. ແລະນີ້ກໍ່ແມ່ນການເຄື່ອນໄຫວປະກອບສ່ວນແຜ່ກະຈາຍຮູບພາບຊຸດເສື້ອຍາວ ຫວຽດນາມ ໄປເຖິງເພື່ອນມິດສາກົນ, ໃນນັ້ນມີປະຊາຊົນ ລາວ, ຊ່ວຍໃຫ້ປະຊາຊົນ ລາວ ມີຄວາມເຂົ້າໃຈກ່ຽວກັບວັດທະນະທຳຂອງຊາວ ຫວຽດນາມ ຫຼາຍຂຶ້ນ”.

ລາຍການພາກພາສາ ລາວ ຂໍຂອບໃຈບັນດາທ່ານຜູ້ຟັງ, ຜູ້ອ່ານທີ່ໄດ້ໂທລະສັບ, ສົ່ງຈົດໝາຍ, ອີເມວ… ມາຫາລາຍການໃນຕະຫຼອດໄລຍະຜ່ານມາ. ໃນປີ 2026 ນີ້, ພວກຂ້າພະເຈົ້າຫວັງວ່າ ຈະສືບຕໍ່ໄດ້ຮັບຄຳເຫັນປະກອບ, ການແບ່ງປັນຂອງທ່ານຜູ້ຟັງໃຫ້ຫຼາຍກວ່າອີກ ເພື່ອຊ່ວຍໃຫ້ລາຍການນັບມື້ນັບສົມບູນກວ່າ.

Carnaval ຮະ​ລອງ 2026 - ມະ​ຫັດ​ສະ​ຈັນ​ປະກາຍແຈ້ງໃນ​ສັງ​ກາດ​ໃໝ່ - ảnh 2(ງານບຸນວັດ ເຮືອງ 2026)

ຕໍ່ໄປນີ້, ລາຍການໂອ້ລົມກັບເພື່ອນ ລາວ ຈະຕອບຖາມຈຳນວນໜຶ່ງເຊິ່ງທ່ານຜູ້ຟັງທີ່ໄດ້ຝາກມາລາຍການໃນອາທິດຜ່ານມາ.

ເພື່ອນ ຈັນແສງ, ນັກຝຶກງານ ລາວ ພວມຮ່ຳຮຽນຢູ່ສະຖາບັນຊົນເຜົ່າ, ຮ່າໂນ້ຍ ໄດ້ໂທລະສັບມາຫາລາຍການ ດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າໄດ້ຮູ້ວ່າ ພາຍຫຼັງບຸນເຕັດ, ຫວຽດນາມ ຈະຈັດຫຼາຍງານບຸນ. ຜ່ານແຫຼ່ງຂ່າວຂອງ VOV, ຂ້າພະເຈົ້າກໍ່ໄດ້ຮູ້ຈັກເຖິງງານບຸນຈຳນວນໜຶ່ງ, ຄື: ງານບຸນວັດ ເຮືອງ, ງານບຸນວັດ ອຽນຕື, ງານບຸນ ລິມ. ຜ່ານລາຍການ, ຂ້າພະເຈົ້າຢາກຊອກຮູ້ບັນດາງານບຸນອື່ນໆ ທີ່ໄດ້ຈັດຂຶ້ນຢູ່ທາງພາກເໜືອຂອງ ຫວຽດນາມ ຕື່ມອີກ. ຂໍຂອບໃຈທາງລາຍການ.

ເພື່ອນ ຈັນແສງ ທີ່ຮັກແພງ! ບັນດາງານບຸນຍາມຕົ້ນປີໃໝ່ຢູ່ ຫວຽດນາມ, ສ່ວນຫຼາຍແມ່ນໄດ້ຈັດຂຶ້ນໃນເດືອນຈຽງ (ໄລ່ຕາມຈັນທະປະຕິທິນ), ແມ່ນຈຸດວັດທະນະທຳທີ່ເປັນມູນເຊື້ອ ພາວະນາຂໍໃຫ້ປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ມີໂຊກມີລາບ ແລະ ສະຫງົບສຸກ. ພົ້ນເດັ່ນແມ່ນບັນດາງານບຸນດ້ານຈິດວິນຍານ, ວັດທະນະທຳໃຫຍ່.

ຕໍ່ໄປນີ້, ພວກເຮົາຂໍແນະນຳງານບຸນຈຳນວນໜຶ່ງທີ່ໄດ້ຈັດຂຶ້ນຍາມຕົ້ນປີໃໝ່ສູ່ທ່ານຟັງ.

+ ງານບຸນ ຢ໊ອງ (ວິຫານ ຊອກ/ຝູດົ່ງ, ຮ່າໂນ້ຍ - ຈັດຂຶ້ນໃນວັນທີ 06 ເດືອນ ຈຽງ ໄລ່ຕາມຈັນທະປະຕິທິນ): ເຊີດຊູ ວິລະຊົນ ແທັງຢ໊ອງ, ເຊິ່ງ UNESCO ໄດ້ຮັບຮອງເອົາເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸ ຕາງໜ້າໃຫ້ມວນມະນຸດ.

+ ງານບຸນວັດ ເຮືອງ (ຮ່າໂນ້ຍ - ຈັດຂຶ້ນແກ່ຍາວຮອດທ້າຍເດືອນ 3 ໄລ່ຕາມຈັນທະປະຕິທິນ): ງານບຸນແມ່ນການໄປນະມັດສະການມາເຂດດິນແດນຂອງພະພຸດທະເຈົ້າ, ຢ້ຽມຊົມທິວທັດທຳມະຊາດ.

+ ງານບຸນ ລິມ (ບັກນິງ - ຈັດຂຶ້ນໃນວັນທີ 13 ເດືອນ ຈຽງ): ມີຄວາມເປັນເອກະລັກສະເພາະດ້ວຍການຂັບ ກວານຫໍ້. ປີນີ້, ງານບຸນ ລິມ ທີ່ເປັນມູນເຊື້ອ ໄດ້ຮັບນາມມະຍົດແມ່ນມມໍລະດົກບໍ່ເປັນວັດຖຸລະດັບຊາດ.

+ ງານບຸນລະດູບານໃໝ່ ອຽນຕື (ກວາງນິງ - ຈັດຂຶ້ນແຕ່ວັນທີ 09 ເດືອນ ຈຽງ): ງານບຸນແມ່ນການໄປນະມັດສະການຢູ່ເທິງຈອມພູທີ່ສັກສິດ, ແກ່ຍາວໃນຕະຫຼອດລະດູບານໃໝ່.

ນອກນັ້ນ, ຍັງມີຫຼາຍງານບຸນທີ່ໄດ້ຈັດຂຶ້ນຢູ່ຫຼາຍແຂວງ, ນະຄອນຂອງ ຫວຽດນາມ. ຖ້າມີເງື່ອນໄຂ, ເພື່ອນສາມາດເຂົ້າຮ່ວມບັນດາງານບຸນເພື່ອຊອກຮູ້ແຈ້ງກວ່າກ່ຽວກັບວັດທະນະທຳການເຫຼື້ອມໃສເຊື່ອຖືຂອງຊາວ ຫວຽດນາມ.

Carnaval ຮະ​ລອງ 2026 - ມະ​ຫັດ​ສະ​ຈັນ​ປະກາຍແຈ້ງໃນ​ສັງ​ກາດ​ໃໝ່ - ảnh 3 ຄາດວ່າ Carnaval ຮະລອງ 2026 ຈະຈັດຂຶ້ນແຕ່ວັນທີ 24 ເມສາ ຮອດວັນທີ 04 ພຶດສະພາ
(ພາບປະກອບ: congly.vn)

ເພື່ອນ ຄຳສີ, ນັກສຶກສາມະຫາວິທະຍະໄລ ຄົມມະນາຄົມຂົນສົ່ງ ຮ່າໂນ້ຍ, ໄດ້ສົ່ງຂໍ້ຄວາມທາງ Facebook ຢາກຮູ້ວ່າ ໃນໄລຍະຈະມາເຖິງນີ້, ແຂວງ ກວາງນິງ ຈະຈັດງານບຸນໃຫຍ່ໃດບໍ່? ນັ້ນແມ່ນງານບຸນຫຍັງ ແລະ ຈະຈັດຂຶ້ນໃນເວລາໃດ?

ເພື່ອນ ຄຳສີ ທີ່ຮັກແພງ,  ຕາມແຜນການ, ລາຍການ “Carnaval ຮະລອງ 2026 - ມະຫັດສະຈັນປະກາຍແຈ້ງໃນສັງກາດໃໝ່” ຄາດວ່າ ຈະຈັດຂຶ້ນແຕ່ວັນທີ 24 ເມສາ ຮອດວັນທີ 04 ພຶດສະພາ ດ້ວຍການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງກວ່າ 4.000 ຄົນ ເຊິ່ງຈະດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວມາຢ້ຽມຊົມ, ເຂົ້າຮ່ວມແຕ່ 500.000 ຫາ 700.000 ເທື່ອຄົນ.

ຄາດວ່າ, Carnaval ຮະລອງ 2026 ຈະໄດ້ຈັດຂຶ້ນຢູ່ 2 ຕາແສງ ຮະລອງ ແລະ ບາຍໄຈ, ແຂວງ ກວາງນິງ. ນີ້ກໍ່ແມ່ນສ່ວນໜຶ່ງຂອງສັບປະດາວັດທະນະທຳ, ກິລາ, ທ່ອງທ່ຽວ ກວາງນິງ ຕ້ອນຮັບລະດູຮ້ອນ 2026, ດ້ວຍການເຄື່ອນໄຫວທີ່ເປັນເອກະລັກສະເພາະ 15 ລາຍການ, ໃນນັ້ນມີ: ລາຍການສະແດງສິລະປະເປີດ Carnaval, ການເຕັ້ນຕາມຖະໜົນ “ຈັງຫວະເຕັ້ນ 5 ທະວີບ”; ງານບຸນແຂ່ງຂັນອອກແບບ, ປະດິດຄິດສ້າງຮູບແບບທີ່ເປັນເອກະລັກສະເພາະຂອງແຂວງ; ການສະແດງແສງສີກຳປັ່ນທ່ອງທ່ຽວຢູ່ເຂດອ່າວ ຮະລອງ; ການສະແດງແຟຊັ່ນ, ຊຸດເສື້ອຍາວ ດ້ວຍຫົວຂໍ້ “ມໍລະດົກ ແລະ ສິ່ງມະຫັດສະຈັນ”…, ຜ່ານນັ້ນ, ກໍ່ຈະສ້າງຈຸດພົ້ນເດັ່ນທີ່ມີຊີວິດຊີວາ, ດຶງດູດແຂກທ່ອງທ່ຽວມາຢ້ຽມຢາມແຂວງ ກວາງນິງ.

ຕອບກັບ

ຂ່າວ/ບົດ​ອື່ນ