ການ​ສົ່ງ​ອອກ​ກະ​ສິ​ກຳເຄືຶ່ອງ​ປ່າ​ຂອງ​ດົງ​ ສິນ​ໃນ​ນ້ຳ​ຂອງ​ຫວຽດ​ນາມ​ເພີ່ມ​ຂຶ້ນ​ກ່​ວາ 8%

(VOVWORLD) - ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ, ວົງເງິນສົ່ງອອກຂະແໜງກະສິກຳ ເຄື່ອງປ່າຂອງດົງ ສິນໃນນ້ຳໃນເດືອນກຸມພາ 2025ຄາດວ່າບັນລຸ 4,4 ຕື້ USD, ເພີ່ມຂຶ້ນ 37,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ການ​ສົ່ງ​ອອກ​ກະ​ສິ​ກຳເຄືຶ່ອງ​ປ່າ​ຂອງ​ດົງ​ ສິນ​ໃນ​ນ້ຳ​ຂອງ​ຫວຽດ​ນາມ​ເພີ່ມ​ຂຶ້ນ​ກ່​ວາ 8% - ảnh 1ພາບປະກອບ: vneconomy.vn

ອາທິດຜ່າມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ (VOV5) ໄດ້ຮັບຈົດໝາຍອີເມວ 395 ສະບັບ ແລະ ໂທລະສັບຫຼາຍສາຍຂອງທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄ້ວນ. ໃນນັ້ນມີທ່ານຜູ້ຟັງຫຼາຍຄົນໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບສະພາບເສດຖະກິດ ຫວຽດນາມ ແລະ ການພົວພັນລະຫວ່າງ ຫວຽດນາມ - ລາວ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້ ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ ແລະ ບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ສົ່ງມາລາຍການໃນອະ ທິດຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.

ທ່ານ Juan Diez, ຊາວແອັດສະປາຍມີຄວາມສົນໃຈເຖິງເຫດການເວທີປາໄສອະນາຄົດ ອາຊຽນ ໂດຍໄດ້ຈັດຂຶ້ນຢູ່ ຫວຽດນາມ ໃນອາທິດຜ່ານມາ: “ໃນຂະນະປັບປຸງສິດອະທິປະໄຕຍຸດທະສາດ, ອາຊຽນໄດ້ຢັ້ງຢືນລັກກສະນະເປັນເອກະລາດຂອງຕົນ. ສິດອະທິປະໄຕຂອງອາຊຽນ ອະນຸຍາດອົງການນີ້ຕົກເຂົ້າສູ່ທ່າຮັບໜ້ອຍກວ່າ ແລະ ເຂົ້າຮ່ວມການແກ້ໄຂບັນດາການປະທະກັນຢ່າງຕັ້ງໜ້າກວ່າ, ເຊິ່ງໃນນັ້ນມີຫຼາຍການປະທະກັນພວມຮ້າຍແຮງຂຶ້ນ ແລະ ຕ້ອງການຄວາມຮັບຮູ້ທົ່ວໂລກກ່ຽວກັບຕົວຈິງທີ່ພວກເຮົາກຳລັງດຳລົງຊີວິດ. ທຸກສິ່ງທຸກຢ່າງຕ້ອງເຂົ້າຮ່ວມການຕໍ່ສູ້, ຊຸກຍູ້ບັນດາກຳລັງເພື່ອສັນຕິພາບ ພ້ອມກັນນັ້ນກໍ່ເພື່ອກຳນົດຄືນໃໝ່ຄວາມເປັນລະບຽບຮຽບຮ້ອຍໃນໂລກທີ່ນັບມື້ນັບສັບສົນ”.

ເພື່ອນ Philippe Marsan ຊາວຝລັ່ງໄດ້ຂຽນວ່າ: ຂ້າພະເຈົ້າມັກລາຍການໂອ້ລົມກັບທ່ານຜູ້ຟັງປະຈຳອາທິດຂອງ VOV. ຍາມໃດຂ້າພະເຈົ້າກໍ່ຮູ້ສຶກມີຄວາເບີກບານມ່ວນຊື່ນເມື່ອໄດ້ຮັບຟັງລາຍການນີ້, ຍ້ອນວ່າລາຍການໄດ້ສ້າງຄວາມສຳພັນລະຫວ່າງທາງວິທະຍຸກັບທ່ານຜູ້ຟັງ. ບັນດາຄຳຕອບຂອງພວກເພື່ອນ ໄດ້ຊ່ວຍສະໜອງຫຼາຍຂໍ້ມູນທີ່ເປັນໜ້າຈັບໃຈໃຫ້ແກ່ພວກຂ້າພະເຈົ້າ. ຂໍຂອບໃຈ.

ເພື່ອນ Muhammad Aqeel Bashir ມາຈາກປາກິດສະຖານຂຽນວ່າ: ລາຍການຂອງພວກເພື່ອນບໍ່ພຽງແຕ່ສົ່ງສານສົ່ງຂ່າວກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມເທົ່ານັ້ນ ຫາກຍັງມີຂ່າວສາກົນອີກດ້ວຍ. ຂ້າພະເຈົ້າຮັບຮູ້ເຖິງຄວາມມານະພະຍາຍາມຂອງພວກເພື່ອນ. ອີກຄັ້ງໜຶ່ງຂອບໃຈພວກເພື່ອນຍ້ອນໄດ້ມີການເຊື່ອມຕໍ່ກັບທ່ານຜູ້ຟັງ ແລະ ໄດ້ແບ່ງປັນເນື້ອໃນທີ່ມີຄຸນຄ່າ.

ໃນຈົດໝາຍສົ່ງມາຍັງລາຍການ, ເພື່ອນ ພະນົມສອນ ຈິນດາວົງ, ພວມເຮັດວຽກຢູ່ຊາວໜຸ່ມແຂວງບໍລິຄຳໄຊໄດ້ຂຽນວ່າ: ປີ 2024 ຜ່ານມາ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແລະ ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດຫຼາຍການເຄື່ອນໄຫວຢ່າງແທດຈິງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນານ້ຳໃຈມິດຕະພາບແບບພິເສດຂອງປະຊາຊົນ ແລະ ຊາວໜຸ່ມສອງປະເທດ. ດັ່ງນັ້ນ ໃນປີ 2025 ນີ້ມີຈະການເຄື່ອນໄຫວພົ້ນເດັ່ນໃດແດ່?

ເພື່ອນພະນົມສອມ ຈິນດາວົງ ທີ່ຮັກແພງ! ປີ 2024 ແມ່ນປີທີສາມທີ່ປະຕິບັດຂໍ້ຕົກລົງຮ່ວມມືໃນໄລຍະ 2022 – 2027 ຂອງຄະນະຊາວໜຸ່ມສອງປະເທດ. ອາດເວົ້າໄດ້ວ່າ, ໃນຊຸມປີຜ່ານມາຜ່ານບັນດາການເຄື່ອນໄຫວຂອງຄະນະຊາວໜຸ່ມ, ຊາວໜຸ່ມສອງປະເທດບັນລຸໄດ້ຫຼາຍໝາກຜົນທີ່ຕັ້ງໜ້າ, ເຂົ້າສູ່ແທດຈິງ.

ປີ 2025, ຄະນະຊາວໜຸ່ມສອງປະເທດຈະສືບຕໍ່ສູ້ຊົນປະຕິບັດສຳເລັດບັນດາໜ້າທີ່, ເນື້ອໃນໂດຍສູນກາງຄະນະຊາວໜຸ່ມສອງປະເທດໄດ້ລົງນາມ. ຕາມນັ້ນແລ້ວ, ປີ 2025 ຄະນະຊາວໜຸ່ມສອງປະເທດຈະສຸມໃສ່ຜັນຂະຫຍາຍບາງກຸ່ມເຄື່ອນໄຫວ, ລະອຽດຄື: ສືບຕໍ່ຜັນຂະຫຍາຍຮູບແບບພົບປະແລກປ່ຽນມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ ຢູ່ຫວຽດນາມ ແລະ ລາວ, ອາດຈະເປີດກວ້າງໄປຍັງບັນດາເປົ້າໝາຍອື່ນຄື: ອະນຸຊົນ, ເຍົາວະຊົນເພື່ອໃຫ້ ໄວໜຸ່ມເຍົາວະຊົນອະນຸຊົນສອງປະເທດ ມີໂອກາດເພື່ອຊອກຮູ້, ແລກປ່ຽນນຳກັນ, ມີຄວາມຮູ້ຕື່ມອີກກ່ຽວກັບມູນເຊື້ອອັນດີງາມ, ການພົວພັນແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ, ຕັ້ງໜ້າຜັນຂະຫຍາຍໂຄງການກໍ່ສ້າງ ແລະ ພັດທະນາສູນບຳລຸງສ້າງຊາວໜຸ່ມເຍົາວະຊົນ ລາວ - ຫວຽດນາມ;

ຊີ້ນຳຄະນະຊາວໜຸ່ມທຸກຂັ້ນ, ພິເສດແມ່ນທ້ອງຖິ່ນຕິດກັບຊາຍແດນ, ແຮກສ່ຽວຍົກສູງຄວາມຮັບຜິດຊອບ, ເປັນເຈົ້າການໃນການປະຕິບັດ, ສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວ, ສືບຕໍ່ຜັນຂະຫຍາຍຈັດຕັ້ງບັນດາເນື້ອໃນຂໍ້ຕົກລົງຮ່ວມມືໄລຍະ 2022 – 2027, ສູງກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ເອົາໃຈໃສ່ຊຸກຍູ້ໂຄງການກໍ່ສ້າງ ແລະ ພັດທະນາສູນບຳລຸງສ້າງຊາວໜຸ່ມ ລາວ - ຫວຽດນາມ ຢູ່ວຽງຈັນ.

ເພື່ອນ ດວງໃຈ, ປັດຈຸບັນພວມດຳລົງຊີວິດ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນຄືດັ່ງນີ້: ອາທິດຜ່ານ, ເມື່ອຕິດຕາມຂ່າວຢູ່ເວັບໄຊ vovworld.vn, ຂ້າພະເຈົ້າໄດ້ຮັບຂ່າວວ່າ ໃນສອງເດືອນຕົ້ນປີ 2025, ການສົ່ງອອກກະສິກຳເຄືຶ່ອງປ່າຂອງດົງ ສິນໃນນ້ຳຂອງຫວຽດນາມເພີ່ມຂຶ້ນກ່ວາ 8%. ອາດເວົ້າໄດ້ວ່ານີ້ແມ່ນສັນຍານທີ່ເປັນໜ້າຊື່ນຊົມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດເປົ້າໝາຍເສດຖະກິດກວ່າ 8% ໃນປີນີ້ຂອງຫວຽດນາມ. ໄປຄຽງຄູ່ກັນນັ້ນ ຂ້າພະເຈົ້າກໍ່ຢາກຮູ້ຂໍ້ມູນຕື່ມອີກ, ຫວັງວ່າ ບັນດາອ້າຍເອື້ອຍນ້ອງບັນນາທິການພາກພາສາລາວ ຈະສະໜອງຂໍ້ມູນກ່ຽວກັບເນື້ອໃນນີ້? ຂໍຂອບໃຈ.

ເພື່ອນດວງໃຈທີ່ຮັກແພງ! ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ, ວົງເງິນສົ່ງອອກຂະແໜງກະສິກຳ ເຄື່ອງປ່າຂອງດົງ ສິນໃນນ້ຳໃນເດືອນກຸມພາ 2025ຄາດວ່າບັນລຸ 4,4 ຕື້ USD, ເພີ່ມຂຶ້ນ 37,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໄລ່ລວມ 2 ເດືອນຕົ້ນປີ, ຍອດວົງເງິນສົ່ງອອກກະສິກຳ ເຄື່ອງປ່າຂອງດົງ ສິນໃນນ້ຳ ບັນລຸ 9,38 ຕື້ USD, ເພີ່ມຂຶ້ນ 8,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ມູນຄ່າສົ່ງອອກບັນດາຜະລິດຕະພັນກະເສດບັນລຸ 4,89 ຕື້ USD, ເພີ່ມຂຶ້ນ 4,5%, ສັດລ້ຽງ 72,2 ລ້ານ USD, ເພີ່ມຂຶ້ນ 4%; ສິນໃນນ້ຳ 1,42 ຕື້ USD, ເພີ່ມຂຶ້ນ 18,6%; ເຄື່ອງປ່າຂອງດົງ 2,68 ຕື້ USD, ເພີ່ມຂຶ້ນ 11,9%, ເກືອບັນລຸ 1,4 ລ້ານ USD, ເພີ່ມຂຶ້ນ 2 ເທົ່າ.

ກ່ຽວກັບຕະຫຼາດສົ່ງອອກ, ອາຊີແມ່ນຕະຫຼາດນຳເຂົ້າຜະລິດຕະພັນກະເສດ ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳຂອງຫວຽດນາມຫຼາຍທີ່ສຸດກວມເອົາ 42,2%. ສອງຕະຫຼາດໃຫຍ່ຖັດຈາກນັ້ນແມ່ນ ອາເມລິກາ ແລະ ເອີລົບ ກວມເອົາຕາມລຳດັບແມ່ນ 24,2% ແລະ 15,5%. ເມື່ອພິຈາລະນາຕາມຕະຫຼາດຢ່າງລະອຽດໄດ້ຮູ້ວ່າ ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳຫວຽດນາມ ໄປຍັງອາເມລິກາ ເພີ່ມຂຶ້ນ 18,9%.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມານັ້ນແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນ ຊ່ວຍໃຫ້ລາຍການຂອງພວກເຮົານັບມື້ນັບດີກວ່າເກົ່າ. ບັນດາທ່ານກໍ່ສາມາດຝາກຈົດໝາຍມາຍັງລາຍການ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.8256631 ຫຼືອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມຜ່ານບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ. ຂໍຂອບໃຈ!

ຕອບກັບ

ຂ່າວ/ບົດ​ອື່ນ