(VOVWORLD) - ໃນອາທິດຜ່ານມາ, VOV5 ໄດຮັບຈົດໝາຍ 407 ສະບັບ, ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 21 ສະບັບຈາກທ່ານຜູ້ຟັງລາວ.
ຈົດໝາຍສະບັບທຳອິດທີ່ພວກຂ້າພະເຈົ້າໄດ້ຮັບໃນອາທິດຜ່ານມາແມ່ນຈົດໝາຍຂອງເພື່ອນ ສີສັດທາ ຢູ່ແຂວງ ສາລາວັນ. ໃນຈົດໝາຍ, ເພື່ອນໄດ້ຂຽນມາວ່າ: “ຊົມເຊີຍ ແຂວງ ຮ່າຢາງ ຄວ້າໄດ້ລາງວັນ Homestay ASEAN ໃນຫຼາຍປີຢ່າງລຽນຕິດ. ຜ່ານບົດຂຽນ, ພາບສາລະຄະດີຕ່າງໆທີ່ທາງລາຍການໄດ້ເອົາລົງໃນເວັບໄຊ vovworld.vn ນັ້ນ, ຂ້າພະເຈົ້າເຫັນວ່າ ທິວທັດທຳມະຊາດ, ຮີດຄອງປະເພນີຂອງພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍຢູ່ແຂວງ ຮ່າຢາງ ສວຍງາມ ແລະ ຈັບໃຈຫຼາຍ. ແນ່ນອນວ່າ ນີ້ຈະແມ່ນສະຖານທີ່ທ່ອງທ່ຽວທີ່ຂ້າພະເຈົ້າເລືອກໄປຄົ້ນຫາໃນໄລຍະຈະມາເຖິງ”.
ໝູ່ບ້ານແຫ່ງໜຶ່ງຢູ່ແຂວງ ຮ່າຢາງ |
ຈົດໝາຍສະບັບຕໍ່ໄປທີ່ໄດ້ຝາກເຖິງລາຍການ ແມ່ນຄຳແບ່ງປັນຂອງເພື່ອນ ມະລີວັນ ຢູ່ນະຄອນຫຼວງວຽງຈັນ ດ້ວຍເນື້ອໃນຄືດັ່ງນີ້: “ຄອບຄົວຂ້າພະເຈົ້າທົດລອງເຮັດຢໍ່ຈືນຫອຍຕາມ ຄຼິບແນະນຳຂອງລາຍການແລ້ວ. ແຊບອີຫຼີ. ຄອບຄົວຂ້າພະເຈົ້າຜູ້ໃດກໍມັກກິນ. ບັນດາຄຼິບແນະນຳກ່ຽວກັບອາຫານການກິນແບບນີ້ຄັກ ແລະ ເປັນປະໂຫຍດຫຼາຍ. ຂອບໃຈທາງລາຍການຫຼາຍໆ ແລະ ຫວັງວ່າ ຈະມີຄຼິບວີດີໂອແນະນຳກ່ຽວກັບອາຫານການກິນ ຫວຽດນາມ ຫຼາຍກວ່າອີກ”.
ເພື່ອນ ຈຳປາພັນ ຢູ່ແຂວງ ຈຳປາສັກ ໄດ້ຝາກຈົດໝາຍເຖິງລາຍການ ແລະ ແບ່ງປັນວ່າ: “ມີນັກສຶກສາລາວ ຮຽນຢູ່ ຮ່າໂນ້ຍ ຫຼາຍຄົນ ໄດ້ຖ່າຍຮູບຢູ່ ໝູ່ບ້ານເກົ່າແກ່ ເດື່ອງເລິມ ແລະ ໂພສລົງສື່ສັງຄົມອອນໄລ. ຂ້າພະເຈົ້າຫວັງວ່າ ທາງລາຍການຈະແນະນຳກ່ຽວກັບໝູ່ບ້ານເກົ່າແກ່ແຫ່ງນີ້ຕື່ມອີກ”.
ປະຕູໂຂງ ໂມງຝຸ ເຊິ່ງໄດ້ຮັບການກໍ່ສ້າງເມື່ອປີ 1833
|
ໂດຍຫ່າງຈາກໃຈກາງນະຄອນ ຮ່າໂນ້ຍ ປະມານ 44 ກິໂລແມັດ, ໝູ່ບ້ານເກົ່າແກ່ ເດື່ອງເລິມ ໄດ້ເປັນທີ່ຮູ້ຈັກກັນດີວ່າ ແມ່ນໝູ່ບ້ານເກົ່າແກ່ທີ່ສຸດຢູ່ ຮ່າໂນ້ຍ. ສະຖານທີ່ແຫ່ງນີ້ຍັງຮັກສາບັນດາຈຸດທີ່ເປັນເອກະລັກຂອງເຂດບ້ານນາທາງພາກເໜືອຂອງ ຫວຽດນາມ ໄວ້ໄດ້ໂດຍພື້ນຖານ ດ້ວຍປະຕູໂຂງຂອງບ້ານ, ຕົ້ນໄຮ, ທ່ານ້ຳ, ເດີ່ນສາລາບ້ານ…. ແລະ ເຮືອນແບບເກົ່າ 956 ຫຼັງ. ກ່ອນຈະເຂົ້າໄປຢ້ຽມຊົມໝູ່ບ້ານເກົ່າແກ່ ເດື່ອງເລິມ, ເພື່ອນຈະໄດ້ໄປຜ່ານປະຕູໂຂງ ໂມງຝຸ ເຊິ່ງໄດ້ຮັບການກໍ່ສ້າງເມື່ອປີ 1833 ດ້ວຍສະຖາປັດຕະຍາກຳ ແລະ ຫີນວິລາແລງທີ່ເປັນເອກະລັກຂອງວັດທະນະທຳສະຖາປັດຕະຍາກຳສະໄໝລາດຊະວົງ ເລ. ທາງຂ້າງປະຕູໂຂງ ແມ່ນຕົ້ນໄຮມີອາຍຸກວ່າ 300 ປີ ສ້າງເປັນບ່ອນຮົ່ມເຢັນໃຫ້ແກ່ຊາວກະສິກອນມານັ່ງພັກຜ່ອນຢ່ອນອາລົມ, ພາບບັນຍາກາດນີ້ໄດ້ສ້າງທັດສະນີຍະພາບອັນສະຫງົບງຽບ, ເກົ່າແກ່ ແລະ ເຂັ້ມຂຸ້ນໄປດ້ວຍສີສັນເຂດບ້ານນາ. ບາງສະຖານທີ່ທີ່ເພື່ອນບໍ່ຄວນພາດເມື່ອມາຢາມໝູ່ບ້ານ ນັ້ນແມ່ນ ສາລາບ້ານເກົ່າແກ່ ເດື່ອງເລິມ ໄດ້ຮັບການກໍ່ສ້າງແຕ່ປີ 1684 ໂດຍມີການປະສົມປະສານລະຫວ່າງສະຖາປັດຕະຍາກຳ ຫວຽດ ແລະ ຊາວເຜົ່າເມື່ອງ ດ້ວຍເຮືອນຮ້ານ; ຫໍບູຊາ ທາມຮວາ ຢາງວັນມິງ ເຊິ່ງໄດ້ຮັບການກໍ່ສ້າງແຕ່ສະໄໝເຈົ້າຊີວິດ ຕື້ດຶກ (1847 – 1883) ເພື່ອບູຊາເພິ່ນ, ຜູ້ມີຄຸນງາມຄວາມດີໃນການເດີນທາງໄປ ຈີນ ປົກປ້ອງກຽດສັກສີຂອງຊາດ ຫວຽດນາມ… ເມື່ອມາແຫ່ງນີ້, ເພື່ອນຈະໄດ້ເຫັນປະຈັກຕາຄວາມງາມເຮືອນເກົ່າແກ່ ແລະ ແບບແຜນການດຳລົງຊີວິດຂອງຊາວກະສິກອນເຂດບ້ານນາທາງພາກເໜືອ ຫວຽດນາມ ສະໄໝແຕ່ກີ້ ດ້ວຍອາຍຸນັບຮ້ອຍປີ ເຊັ່ນ ເຮືອນຂອງລຸງເຖ, ລຸງ ຮຸ່ງ, ປ້າ ດ່ຽນ… ແລະ ຢ່າລືມຊິມອາຫານພື້ນບ້ານທີ່ເປັນເອກະລັກຂອງໝູ່ບ້ານແຫ່ງນີ້ອີກດ້ວຍ.
ຄຳຖາມຕໍ່ໄປແມ່ນຂອງເພື່ອນ ສົມບູນ ຢູ່ນະຄອນຫຼວງ ວຽງຈັນ. ເພື່ອນໄດ້ຖາມມາວ່າ: 2 – 3 ປີມານີ້, ຂ້າພະເຈົ້າເຫັນວ່າ ຂະແໜງທ່ອງທ່ຽວຂອງ ຫວຽດນາມ ພັດທະນາຫຼາຍ. ຂ້າພະເຈົ້າຢາກຮູ້ວ່າ ການທ່ອງທ່ຽວເຂດໝູ່ບ້ານຫັດຖະກຳທີ່ເປັນມູນເຊື້ອຢູ່ ຫວຽດນາມ ດຶງດູດແຂກທ່ອງທ່ຽວຫຼາຍບໍ?
ແຂກທ່ອງທ່ຽວ ມັກໄປຊອກຮູ້ກ່ຽວກັບກຳມະວິທີ ແລະ ຂັ້ນຕອນເຮັດເຄື່ອງຫັດຖະກຳ |
ຂະແໜງທ່ອງທ່ຽວຂອງ ຫວຽດນາມ ໃນຊຸມປີມໍ່ໆມານີ້ບັນລຸໄດ້ໝາກຜົນທີ່ເປັນໜ້າຊື່ນຊົມ. ລາຍຮັບຈາກແຂກທ່ອງທ່ຽວປີ 2024 ເພີ່ມຂຶ້ນ 23,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ນອກຈາກທິວທັດທຳມະຊາດທີ່ສວຍສົດງົດງາມແລ້ວ, ລາຍການທ່ອງທ່ຽວໝູ່ບ້ານອາຊີບຫັດຖະກຳທີ່ເປັນມູນເຊື້ອກໍແມ່ນໜຶ່ງໃນບັນດາຜະລິດຕະພັນທ່ອງທ່ຽວທີ່ດູດດື່ມ, ດຶງດູດແຂກທ່ອງທ່ຽວມາ ຫວຽດນາມ ຄົ້ນຫາ ແລະ ລອງລົງຕົວຈິງເປັນຈຳນວນຫຼາຍ. ຕາມການສະຖິຕິແລ້ວ, ປັດຈຸບັນ ມີກວ່າ 5.000 ໝູ່ບ້ານອາຊີບ, ອາຊີບຫັດຖະກຳ ໄດ້ຮັບການຮັບຮອງສ້າງວຽກເຮັດງານທຳໃຫ້ແກ່ແຮງງານນັບລ້ານຄົນ. ພ້ອມດຽວກັນນັ້ນ, ແຕ່ລະໝູ່ບ້ານ, ທ້ອງຖິ່ນ ກໍ່ມີອາຊີບທີ່ເປັນມູນເຊື້ອນັ້ນ ຍັງເປັນບ່ອນສະແດງສີສັນວັດທະນະທຳ, ສະແດງຄວາມສາມາດປະດິດຄິດສ້າງຂອງຊຸມຊົນໃນທ້ອງຖິ່ນ ແລະ ກາຍເປັນໜຶ່ງສະຖານທີ່ຄົ້ນຫາທີ່ພາດບໍ່ໄດ້ໃນວິວັດການຄົ້ນຫາທ້ອງຖິ່ນນັ້ນ. ຜູ້ຕາງໜ້າຫຼາຍວິສາຫະກິດທ່ອງທ່ຽວ ໃຫ້ຮູ້ວ່າ, ໃນບັນດາລາຍການທ່ອງທ່ຽວມານະຄອນ ຝຸກວັກ (ແຂວງ ກຽນຢາງ), ແຂກທ່ອງທ່ຽວສ່ວນຫຼາຍມີຄວາມກະຕືລືລົ້ນເມື່ອໄປຢ້ຽມຊົມ, ລົງຕົວຈິງບັນດາຮາກຖານຜະລິດນ້ຳປາ. ມີແຂກທ່ອງທ່ຽວຫຼາຍຄົນມີຄວາມເມົາມົວໃນການຊອກຮູ້ແຕ່ລະຂັ້ນຕອນການຜະລິດ, ເກັບພາບໄວ້. ຫຼັງຈາກນັ້ນ, ແຂກທ່ອງທ່ຽວຍັງຊິມນ້ຳປາ ແລ້ວຊື້ມາກິນ ຫຼື ເປັນຂອງຕ້ອນຂອງຝາກອີກດ້ວຍ.
ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn. ຂໍຂອບໃຈ!