ພິທີມອບທຶນສຶກສາໃຫ້ລູກຫລານຊາວຫວຽດນາມອາໄສຢູ່ລາວໄປຮ່ຳຮຽນຢູ່ຫວຽດນາມ

ໃນ​ອາທິດ​ຜ່ານ​ມາ, ລາຍການ​ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ ຫວຽດນາມ, ​ໄດ້​ຮັບ​ໂທລະສັບ, ອີ​ແມວ, ຈົດໝາຍ​ຈາກ​ຜູ້​ຟັງລາວ ທີ່​ສົ່ງ​ມາລາ​ຍການ. ​ໃນ​ລາຍ​ການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ບາງເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ. ​ເຊີນທ່ານ​ຕິດຕາມ​ຮັບ​ຟັງ.

        ​ໃນ​ອາທິດ​ຜ່ານ​ມາ, ​ເພື່ອນ ​ເພັດ​ສະຫວັນ ສົມ​ສະ​ນິດ ຢູ່ ​ແຂວງ ບໍລິ​ຄຳ​ໄຊ ​ໄດ້​ໂທລະສັບຫາ​ລາຍການ​​ໂດຍຖາມ​ວ່າ: ຂ້າພະ​ເຈົ້າ​ເປັນລູກ​ຫຼານ​ຊາວ ຫວຽດນາມ ​ທີ່ ພວມ​ດຳລົງ​ຊີວິດ ​ແລ​ະ ຮ່ຳຮຽນ​ຢູ່ ລາວ. ຂ້າພະ​ເຈົ້າ​ເຄີຍ​ຕິດຕາມ​ຮັບ​ຟັງ​ລາຍການ​ພາກ​ພາສາ ລາວ ​ໂດຍ​ຜ່ານ ວິທະຍຸ ​ແລະ ​ເວັບ​ໄຊ vovworld.vn. ຂ້າພະ​ເຈົ້າ​ໄດ້ຮູ້​ວ່າ: ສະຖານທູດ ຫວຽດນາມ ປະຈຳ ລາວ, ສະມາຄົມ​ໃຫຍ່​ຊາວ ຫວຽດນາມ ປະຈຳ ລາວ ຈັດ​ຕັ້ງ​ພິທີ​ມອບ​ທຶນ​ສຶກສາ​ໃຫ້​ລູກ​ຫລານ​ຊາວ ຫວຽດນາມ ອາ​ໄສ​ຢູ່ ລາວ ໄປ​​ຮ່ຳຮຽນ​ຢູ່ ຫວຽດນາມ. ດັ່ງ​ນັ້ນ ຂ້າພະ​ເຈົ້າ ຂໍ​ໃຫ້​ທາງລາ​ຍການ​ແນະນຳ​ເພີ່ມ​ເຕີມ​ກ່ຽວ​ກັບ​ໂຄງການ​ມອບ​ທຶນ​ສຶກສາ​ໃຫ້​ລູກ​ຫລານ​ຊາວ ຫວຽດນາມ ອາ​ໄສ​ຢູ່ ລາວ. ຂໍ​ຂອບ​ໃຈ.

***
ພິທີມອບທຶນສຶກສາໃຫ້ລູກຫລານຊາວຫວຽດນາມອາໄສຢູ່ລາວໄປຮ່ຳຮຽນຢູ່ຫວຽດນາມ - ảnh 1
(ພິທີມອບທຶນສຶກສາໃຫ້ລູກຫລານຊາວຫວຽດນາມ
ອາໄສຢູ່ລາວໄປຮ່ຳຮຽນຢູ່ຫວຽດນາມ)

        ​​ເພື່ອນ​ ເພັດ​ສະຫວັນ ສົມ​ສະ​ນິດ ທີ່​ຮັກ​ແພງ, ນີ້​ແມ່ນ​ໂຄງການ​ຫັນ​​ສັນຍາ​ຮ່ວມ​ມື 2 ຝ່າຍ​ກ່ຽວ​ກັບ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ລະຫວ່າງ 2 ລັດ​ຖະບານ ລາວ ​ແລະ ຫວຽດນາມ 2015 – 2016 ​ແລະ ​ແຜນການ​ຮ່ວມ​ມື​ການ​ສຶກສາ ​ແລະ ພັດທະນາ​ແຫຼ່ງຊັບພະ​ຍາກ​ອນມະນຸດ​ປີ 2015 – 2016 ລະຫວ່າງ 2 ກະຊວງ​ສຶກສາ ​- ບຳລຸງ​ສ້າງ ​ແລະ ກະຊວງ​ສຶກສາ, ກິລາ ລາວ ​ໃຫ້ເປັນ​ລະອຽດ. ຕາມ​ຄາດໝາຍ​ທຶນ​ສຶກສາ​ຂອງ​ສັນຍາ​ຮ່ວມ​ມື 2 ຝ່າຍ​ກ່ຽວ​ກັບ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ລະຫວ່າງ 2 ລັດຖະບານ ລາວ ​ແລະ ຫວຽດນາມ, ສົກຮຽນ 2015 – 2016 ​ແລ້ວ, ລັດຖະບານ ຫວຽດນາມ ​ໄດ້​ສະຫງວນ​ໃຫ້ ລາວ 1.000 ທຶນ​ສຶກສາ, ​ໃນ​ນັ້ນ​ມີ 30 ທຶນ​ສະຫງວນ​ໃຫ້​ນັກຮຽນ​ເປັນ​ລູກ​ຫຼານ​ຊາວ ຫວຽດນາມ ທີ່​ອາ​ໄສ​ຢູ່​ ລາວ ລວມມີ: ຊັ້ນ​ປະລິນຍາ​ໂທ 3 ທຶນ, ຊັ້ນ​ປະລິນຍາ​ຕີ 27 ທຶນ.​ ​​ໃນການ​ປະຕິບັດ​ງານ​ຢູ່ ລາວ ​​ໃນເດືອນ 09/2015 ຜ່ານ​ມາ, ພາຍຫລັງ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ຂອງສະຖານທູດ ຫວຽດນາມ ປະຈຳ ລາວ ກ່ຽວ​ກັບ​ໝາກຜົນ​​ແຫ່ງ​ການ​ຜັນ​ຂະຫຍາຍ 30 ທຶນ​ສຶກສາ​ດັ່ງກ່າວ ກໍ່​ຄື​ຄວາມ​ຮຽກ​ຮ້ອງ​ຕ້ອງການ​ຮ່ຳຮຽນ​ ຢ່າງ​ຫລວງ​ຫລາຍຂອງຊາວ ຫວຽດນາມ ຢູ່ ລາວ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ​ໄດ້​ຕົກລົງ​ສະຫງວນ​ທຶນ​ສຶກສາ​ເພີ່​ມ 62 ທຶນ​ໃຫ້​ລູກ​ຫຼານ​ຊາວ ຫວຽດນາມ ອາ​ໄສ​ຢູ່ ລາວ ທີ່​ໄດ້​ຈົດ​ທະບຽນ​ໄປ​ຮ່​ຳຮຽນ​ຢູ່ ຫວຽດນາມ ລວມມີ: ຊັ້ນ​ປະລິນຍາ​​ເອກ 1 ທຶນ, ຊັ້ນ​ປະລິນຍາ​ໂທ 2 ທຶນ ສ່ວນ​ຍັງ​ເຫຼື​ອ​ແມ່ນ​ຊັ້ນ​ປະລິນຍາ​ຕີ.

+++

        ສ່ວນ​ໃນ​ອີ​ແມວ​ຂອງ​ເພື່ອນ ວິ​ໄລ​ສະຫວັນ ​ແກ້ວ​ພິລາ​ວັນ ຢູ່​ນະຄອນຫລວງ ວຽງ​ຈັນ ຂຽນ​ວ່າ: ຂ້າພະ​ເຈົ້າ​ໄດ້​ຮູ້​ວ່າ ຢູ່ ຫວຽດນາມ, ຕົ້ນ​ປີ​ແມ່ນ​ໄລຍະ​ເວລາ​ທີ່​ມີ​ຫລາຍ​ງານ​ບຸນ​ທີ່​ສຸດ​ໃນ​ປີ ​ແລະ ກໍ່​ແມ່ນ​ໄລຍະ​ທີ່ປະຊາຊົນ​ເຂົ້າ​ຮ່ວມ​ງານ​ບຸນ​ຢ່າງຫລວງຫລາຍ. ຂ້າພະ​ເຈົ້າ ຂໍ​ໃຫ້​ລາຍການ​ແນ​ະນຳ​​ບາງ​ງານ​ບຸນ​ໃຫຍ່​ຕົ້ນ​ປີ​ຂອງ ຫວຽດນາມ. ຂໍ​ຂອບ​ໃຈ.

***
ພິທີມອບທຶນສຶກສາໃຫ້ລູກຫລານຊາວຫວຽດນາມອາໄສຢູ່ລາວໄປຮ່ຳຮຽນຢູ່ຫວຽດນາມ - ảnh 2
(ງານ​ບຸນພື້ນ​ເມືອງໂນນ ດົງດາ)

        . ເພື່ອນ ວິ​ໄລ​ສະຫວັນ ​ແກ້ວ​ພິລາ​ວັນ ທີ່​ຮັກ​ແພງ, ກ່ອນ​ອື່ນ​ໝົດ ພວກ​ເຮົາ​ຂໍ​ຂອບ​ໃຈ​ເພື່ອ​ນທີ່​ໄດ້​ສົ່ງອີ​ແມວ​ຫາ​ລາຍການ. ປະຈຸ​ບັນ ຫວຽດນາມ ມີ​ປະມານ​ກ່ວາ 8900 ງານ​ບຸນ ​ໃນ​ນັ້ນ​ມີ​ກ່ວາ 7000 ງານ​ບຸນພື້ນ​ເມືອງ. ບັນດາ​ງານ​ບຸນ​ນີ້ ພໍ່​ພຽງ​ແຕ່​ປະກອບສ່ວນອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ ​​ເທົ່າ​ນັ້ນ ຫາກ​ຍັງແມ່ນຊັບ​ສົບ​ບັດວັດທະນະທຳບໍ່​ມີ​ຮູບ​ຮ່າງ​ຊອງ​ຊາວ ຫວຽດນາມ ອີ​ກ ດ້ວຍ. ​ໃນ​ບັນດາ​ງານ​ບຸນ​ໃຫຍ່​ທີ່​ຈັດ​ຕັ້ງ​ພາຍຫລັງ​ບຸນປີ​ໃໝ່​ປະຈຳ​ຊາດ ​ແລະ ມີ​ປະຊາຊົນ​ຈຳ​ນວນຫລວງຫລາຍ​ເຂົ້າ​ຮ່ວມ​ນັ້ນ​ມີ: ງານ​ບຸນ ຕີກດຽນ (ໝາຍ​ຄວາມ​ວ່າ ລົງ​ທົ່ງ​ໄຖ​ນາ) ດ້ອຍ​ເຊີນ ຢູ່​ເມືອງ ຢີຕຽນ ​ແຂວງ ຮ່າ​ນາມ ​ແມ່ນ​ມີ​ມາ​ແຕ່​ສັດຕະວັດ​ທີ 10 ດ້ວຍ​ຈຸດປະສົງ​ສົ່ງ​ເສີມ​ກະສິກຳ, ​ແມ່ນ​ການ​ເຄື່ອນ​ໄຫວ​ກັບ​ຄືນ​ສູ່​ກົກ​ເຄົ້າ​ເຫງົ້າກໍ; ງານ​ບຸນ ວັດ​ເຮືອງ ຢູ່​ຕາ​ແສງ ​ເຮືອງ​ເຊີນ ​ເມືອງ ໝີ​ດຶກ ຮ່າ​ໂນ້ຍ ນີ້​ແມ່ນ​ງານ​ບຸນ​ທີ່​ດຶງ​ດູດ​ຄວາມ​​ເອົາ​ໃຈ​ໃສ່​ຫລາຍ​ສຸດ​ຈາກ​ປະຊາຊົນ​ທົ່ວ​ປະ​ເທດ ​​ເຊິ່ງຖືກ​ຈັດ​ຕັ້ງ​ພາຍຫລັງ​ບຸນປີ​ໃໝ່​ປະຈຳ​ຊາດ​ ​​ແລະ ກໍ່​ແມ່ນ​ງານ​ບຸນ​ໄດ້​ຈັດ​ຕັ້ງ​ຍາວ​ທີ່​ສຸດ​ແຕ່​ເດືອນ 1 - ​ເດືອນ 3 (​ໄລ​ຕາມ​ຈັນທະ​ປະຕິ​ທິນ); ງານບຸນ ໂນນ ດົງດາ ດ້ວຍ​ຄວາມ​ໝາຍ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ ຕໍ່​ວິລະ​ຊົ​ນຊາວນາ​ຂອງ ຫວຽດນາມ ກວາງ​ຈູງ ຜູ້​ທີ່​ໄດ້​ບັນຊາ​ປະຊາຊົນ​ຕີ​ເອົາ​ຊະນະ​ເສິກ​ຕ່າງດ້າວ​ເມື່ອ​ປີ 1789; ງານ​ບຸນ ຢອງ​ຟູ​ດົ໋ງ ​ແມ່ນ​ອາ​ໄລ​ຫາ ຄຸນງາມ​ຄວາມ​ດີ​ຂອງ ຟູ​ດົງ​ທຽນ​ເວື​ອງ (​ແທ໋ງຢອງ) ຖືກ​ຈັດ​ຂຶ້ນ​ປະຈຳ​ປີ​ຢູ່​ຕາ​ແສງ ຟູ​ດົງ ​ເມືອງ ຢາ​ເລີມ ຮ່າ​ໂນ້ຍ ຊຶ່ງ​ແມ່ນ​ແຫ່ງກຳ​ເນີ​ດວິລະ​ຊົນ​ເທບ​ນິຍາຍ “ຟູ​ດົງ​ທຽນ​ເວືອງ”. ນອກ​ນັ້ນ​ຍັງ​ມີ​ບາງ​ງານ​ບຸນ​ໃຫຍ່​ຄື: ງານ​ບຸນ ອຽນ​ຕື ຢູ່​ແຂວງ ກວາງ​ນີງ, ງານ​ບຸນ ຫຼີມ ຢູ່​ແຂວງ ບັກ​ນີງ, ງານ​ບຸນ ກົນ​ເຊີນ ຢູ່​ແຂວງ ຫາຍ​​ເຢືອງ, ງານ​ບຸນ ວິຫານ​ເຈີ່ນ ຢູ່​ແຂວງ ນາມ​ດິງ, ງານ​ບຸນ ວັດ​ແກ້ວ ຢູ່​ແຂວງ ທ໋າຍບີ​ງ ​ແລະ ຍັງ​ມີ​ຫລາຍ​ງານ​ບຸນ​ອື່ນໆອີກ…

+++

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ພວກ​ເຮົາ​ໄດ້​ເລີຍໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີແມວ laovov@yahoo.com,  laovov5@gmail.com

 

ຂ່າວ/ບົດ​ອື່ນ