ບັ້ນ​ເຄື່ອນ​ໄຫວ “ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ ລະ​ດູ​ແລ້ງ” ປີ 2024 ຂອງ​ຄະ​ນະ​ຊາວ​ໜຸ່ມ​ນະ​ຄອນ ຮ່າ​ໂນ້ຍ

(VOVWORLD) - ດ້ວຍທ່າໄດ້ປຽບ ແມ່ນໜຶ່ງໃນສອງອົງການຄະນະຊາວໜຸ່ມໃຫຍ່ທີ່ສຸດໃນທົ່ວປະເທດ, ມີຊາວໜຸ່ມ, ນັກຮຽນ, ນັກສຶກສາ, ຖັນແຖວປັນຍາຊົນໜຸ່ມຫຼາຍຄົນ, ຊາວໜຸ່ມນະຄອນ ໄດ້ກຳນົດຜັນຂະຫຍາຍ 1 ລາຍການ, 4 ການເຄື່ອນໄຫວຈຸດສຸມ ແລະ ປະຕິບັດ 14 ກຸ່ມຄາດໝາຍໂດຍພື້ນຖານໃນບັ້ນການເຄື່ອນໄຫວນີ້.
ບັ້ນ​ເຄື່ອນ​ໄຫວ “ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ ລະ​ດູ​ແລ້ງ” ປີ 2024 ຂອງ​ຄະ​ນະ​ຊາວ​ໜຸ່ມ​ນະ​ຄອນ ຮ່າ​ໂນ້ຍ - ảnh 1ພິທີເລີ່ມຕົ້ນ ບັ້ນເຄື່ອນໄຫວ “ຊາວໜຸ່ມອາສາສະໝັກ ລະດູແລ້ງ” ປີ 2024 ຂອງ ຄະນະຊາວໜຸ່ມນະຄອນຮ່າໂນ້ຍ (ພາບ: dangcongsan.vn)

ໃນອາທິດຜ່ານມາ, ພະແນກພາສາຕ່າງປະເທດ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 399 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກຫຼາຍປະເທດ ໃນໂລກ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 20 ສະບັບ ແລະ ໂທລະສັບຈາກທ່ານຜູ້ຟັງລາວ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.

ທ່ານ Joan Coba Femenia ມາຈາກ ແອັດສະປາຍ ໄດ້ແບ່ງປັນວ່າ: ບັນດາທ່ານທີ່ເຮັດລາຍການຂອງວິທະຍຸກະຈາຍສຽງ ຫວຽດນາມ ທີ່ຮັກແພງ! ຂ້າພະເຈົ້າຍາມໃດກໍ່ຮູ້ວ່າ ວິທະຍຸກະຈາຍສຽງ ຫວຽດນາມ ຍັງສືບຕໍ່ຮ່ວມເດີນທາງພ້ອມກັບທ່ານຜູ້ຟັງ ແລະ ຂ້າພະເຈົ້າຮູ້ສຶກປະເອີບໃຈ ເມື່ອໄດ້ຮັບຟັງລາຍການຂອງພວກເພື່ອນ. ຂອບໃຈທາງວິທະຍຸກະຈາຍສຽງ ຍ້ອນທຸກສິ່ງທຸກຢ່າງ, ຂ້າພະເຈົ້າຂໍອວຍພອນໃຫ້ທຸກຄົນ ປະສົບຜົນສຳເລັດ ແລະ ຂໍຝາກຄຳຢຶ້ຢາມຖາມຂ່າວຈາກແອັດສະປາຍ ໄປຍັງພະນັກງານ VOV ໝົດທຸກຄົນ.

ທ່ານຜູ້ຟັງ Diego Echeverri ຢູ່ໂກໂລມເບຍ ໄດ້ຂຽນວ່າ: ຂ້າພະເຈົ້າມັກຮັກລາຍການຂອງພວກເພື່ອນ, ຂ້າພະເຈົ້າຂອບໃຈພວກເພື່ອນທີ່ມີລາຍການໂອ້ລົມກັບທ່ານຜູ້ຟັງນີ້, ເຊິ່ງໄດ້ປະກອບສ່ວນນຳວິທະຍຸກະຈາຍສຽງ ຫວຽດນາມ ກາຍເປັນໜຶ່ງ ໃນບັນດາສະຖານີວິທະຍຸກະຈາຍສຽງ ສາກົນ ທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດໃນໂລກ. ຫວ່າງມໍ່ໆມານີ້ ຂ້າພະເຈົ້າມີໂອກາດໄດ້ໂອ້ລົມກັບຜູ້ວ່າການເທດສະບານ ບ່ອນທີ່ຂ້າພະເຈົ້າພວມດຳລົງຊີວິດ ກ່ຽວກັບຄວາມຮັກຂອງຂ້າພະເຈົ້າ ທີ່ມີຕໍ່ສະຖານີວິທະຍຸກະຈາຍສຽງ ຫວຽດນາມ ແລະ ທ່ານກໍ່ສະແດງຄວາມສົນໃຈຕໍ່ຫົວຂໍ້ນີ້.

ທ່ານ ດວງໃຈ ຢູ່ແຂວງ ຊຽງຂວາງ ໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານທາງ Faceebook ດ້ວຍເນື້ອໃນວ່າ: ຂອບໃຈທາງລາຍການທີ່ໄດ້ສະໜອງຂໍ້ມູນກ່ຽວກັບບັນດາຫາດຊາຍທະເລສວຍງາມທີ່ສຸດຢູ່ ຫວຽດນາມ ໃຫ້ແກ່ຂ້າພະເຈົ້າ. ໃນຈຳນວນຫາດຊາຍທະເລໂດຍລາຍການນຳສະເໜີ, ຂ້າພະເຈົ້າຮູ້ສຶກນິຍົມຊົມຊອບທີ່ສຸດແມ່ນຫາດຊາຍ ເກືອດ້າຍ ຢູ່ໂຮ້ຍອານ, ໃນໂອກາດພັກແລ້ງນີ້ ແນ່ນອນວ່າ ຂ້າພະເຈົ້າພ້ອມກັບຄອບຄົວຂອງຕົນ ຈະໄປທ່ຽວສະຖານທີ່ດັ່ງກ່າວ.

ທ່ານ ປັນ, ປັດຈຸບັນພວມດຳລົງຊີວິດ ແລະ ເຮັດວຽກຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນ: ໂດຍແມ່ນຜູ້ທີ່ເຮັດວຽກງານຊາວໜຸ່ມ, ດັ່ງນັ້ນ ຂ້າພະເຈົ້າມີຄວາມສົນໃຈຕໍ່ການເຄື່ອນໄຫວຕ່າງໆຂອງຊາວໜຸ່ມ, ຂ້າພະເຈົ້າໄດ້ຮູ້ວ່າ ຈຸດເວລານີ້ ໄດ້ຈັດເຄື່ອນໄຫວທີ່ພົ້ນເດັ່ນຫຼາຍຢ່າງຂອງຊາວໜຸ່ມ ຫວຽດນາມ, ໃນນັ້ນ ມີຂະບວນການ “ຊາວໜຸ່ມ ອາສາສະໝັກ”. ຂ້າພະເຈົ້າຢາກຮູ້ຕື່ມອີກກ່ຽວກັບຂະບວນການນີ້ຢູ່ຮ່າໂນ້ຍ ເຊິ່ງແມ່ນໜຶ່ງໃນສອງອົງການຊາວໜຸ່ມໃຫຍ່ທີ່ສຸດຂອງ ຫວຽດນາມ, ຫວັງວ່າ ລາຍການຈະສະໜອງຂໍ້ມູນກ່ຽວກັບການເຄື່ອນໄຫວນີ້ໃຫ້ແກ່ຂ້າພະເຈົ້າດ້ວຍ? ຂໍຂອບໃຈ.

ເພື່ອນ ປັນ ທີ່ຮັກແພງ! ອາທິດຜ່ານມາ, ຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ໄດ້ຈັດບັ້ນເຄື່ອນໄຫວ “ຊາວໜຸ່ມອາສາສະໝັກ ລະດູແລ້ງ” ປີ 2024. ບັ້ນເຄື່ອນໄຫວ “ຊາວໜຸ່ມອາສາສະໝັກ ລະດູແລ້ງ” ປີນີ້ ໄດ້ດຳເນີນໃນຈຸດເວລາທີ່ມີຄວາມໝາຍສຳຄັນພິເສດ ສຳລັບຊາວໜຸ່ມນະຄອນຫຼວງ. ນີ້ແມ່ນປີສະເຫຼີມສະຫຼອງ 60 ປີແຫ່ງການປະຕິບັດຂະບວນການ “3 ພ້ອມ”, 70 ປີແຫ່ງການປົດປ່ອຍນະຄອນຫຼວງ, 25 ປີແຫ່ງການປະຕິບັດຂະບວນການ “ຊາວໜຸ່ມ ອາສາສະໝັກ”. ດ້ວຍທ່າໄດ້ປຽບ ແມ່ນໜຶ່ງໃນສອງອົງການຄະນະຊາວໜຸ່ມໃຫຍ່ທີ່ສຸດໃນທົ່ວປະເທດ, ມີຊາວໜຸ່ມ, ນັກຮຽນ, ນັກສຶກສາ, ຖັນແຖວປັນຍາຊົນໜຸ່ມຫຼາຍຄົນ, ຊາວໜຸ່ມນະຄອນ ໄດ້ກຳນົດຜັນຂະຫຍາຍ 1 ລາຍການ, 4 ການເຄື່ອນໄຫວຈຸດສຸມ ແລະ ປະຕິບັດ 14 ກຸ່ມຄາດໝາຍໂດຍພື້ນຖານໃນບັ້ນການເຄື່ອນໄຫວນີ້.

ໃນນັ້ນ, ລາຍການ “ເພີ່ມກຳລັງແຮງຍາມລະດູເສັງ” ຈະຮ່ວມເດີນທາງ, ໜູນຊ່ວຍຜູ້ເຂົ້າຮ່ວມການເສັງ ແລະ ພີ່ນ້ອງຂອງຜູ້ເຂົ້າຮ່ວມການເສັງ ໃນຊຸມວັນເສັງຢູ່ກ່ວາ 201 ສະຖານທີ່ຈັດການເສັງໃນບໍລິເວນ ຮ່າໂນ້ຍ; ພ້ອມທັງ ສືບຕໍ່ຜັນຂະຫຍາຍໂຄງການ “ຊາວໜຸ່ມສິດສອນ - ເພີ່ມກຳລັງແຮງຍາມລະດູເສັງ” ເພື່ອແນໃສ່ທວນບົດຮຽນໃຫ້ແກ່ນັກຮຽນເຂົ້າຮ່ວມການເສັງທີ່ປະສົບກັບຄວາມຫຍຸ້ງຍາກ.

ຈຸດສຸມໃນບັ້ນເຄື່ອນໄຫວປີນີ້ແມ່ນ ຄະນະຊາວໜຸ່ມ ຮ່າໂນ້ຍ ຈະຈັດສົ່ງຜູ້ອາສາສະໝັກປະມານ 15.000 ຄົນເຂົ້າຮ່ວມການໜູນຊ່ວຍຢູ່ບັນດາທ້ອງຖິ່ນ ໂດຍສຸມໃສ່ເຂົ້າ ບັນດາ ເນື້ອໃນພື້ນຖານຄື: ຍູ້ແຮງການຫັນເປັນດີຈີຕອນ, ເຂົ້າຮ່ວມການສ້າງຊົນນະບົດໃໝ່, ໂອນຖ່າຍວິທະຍາສາດເຕັກນິກຕິດພັນກັບວິຊາການ; ໃຫ້ຄຳປຶກສາ, ຝືກອົບຮົມ, ໜູນຊ່ວຍຊາວໜຸ່ມ Startup ແລະ ປະດິດຄິດສ້າງ; ສ້າງ ແລະ ຮັກສາຕົວເມືອງສີວິໄລ, ເຂົ້າຮ່ວມການແກ້ໄຂບັນດາບັນຫາໃນການຊ່ວຍເຫຼືອສັງຄົມ; ອາສາສະໝັກມຸ່ງໄປເຖິງເຂດຊາຍແດນ, ໝູ່ເກາະ.

ທ່ານ ດາລາວັນ ຢູ່ແຂວງ ຫົວພັນ ໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບສະພາບການສົ່ງອອກໄມ້ ແລະ ຜະລິດຕະພັນຈາກໄມ້ຂອງ ຫວຽດນາມ ໃນ 4 ເດືອນຕົ້ນປີ 2024.

ເພື່ອນ ດາລາວັນ ທີ່ຮັກແພງ! ຕາມຕົວເລກຂອງກົມໃຫຍ່ພາສີແລ້ວ, ຄາດວ່າ ໃນ ເດືອນເມສາ ປີ 2024, ວົງການການສົ່ງອອກໄມ້ ແລະ ບັນດາຜະລິດຕະພັນຈາກໄມ້ ບັນລຸ 1,3 ຕື້ USD, ເພື່ມຂຶ້ນ 0,2% ເມື່ອທຽບໃສ່ກັບເດືອນມີນາ ປີ 2024 ແລະ ເພີ່ມຂຶ້ນ 19,4% ເມື່ອທຽບໃສ່ກັບເດືອນເມສາ ປີ 2023. ໃນນັ້ນ, ວົງເງິນການສົ່ງອອກຜະລິດຕະພັນໄມ້ ຄາດວ່າບັນລຸ 893 ລ້ານ USD, ເພີ່ມຂຶ້ນ 0,7% ເມື່ອທຽບໃສ່ເດືອນມີນາ ປີ 2024, ເພີ່ມຂຶ້ນ 14,1% ເມື່ອທຽບໃສ່ເດືອນເມສາປີ 2023. ໄລ່ລວມແລ້ວ, 4 ເດືອນຕົ້ນປີ 2024, ການສົ່ງອອກໄມ້ ແລະ ຜະລິດຕະພັນຈາກໄມ້ ຄາດວ່າບັນລຸ 4,8 ຕື້ USD, ເພີ່ມຂຶ້ນ 23,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນນັ້ນ, ວົງເງິນການສົ່ງອອກຜະລິດຕະພັນຈາກໄມ້ ຄາດວ່າບັນລຸ 3,3 ຕື້ USD, ເພີ່ມຂຶ້ນ 25,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ໃນ 4 ເດືອນຕົ້ນປີ 2024, ການສົ່ງອອກໄມ້ ແລະ ຜະລິດຕະພັນຈາກໄມ້ຂອງ ຫວຽດນາມ ໄປຍັງບັນດາຕະຫຼາດຫຼັກ ລ້ວນແຕ່ມີການເຕີບໂຕຢູ່ລະດັບສູງ. ນຳໜ້າແມ່ນການສົ່ງອອກໄປຍັງຕະຫຼາດ ອາເມລິກາ ບັນລຸ 2,7 ຕື້ USD, ເພີ່ມຂຶ້ນ 31,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຖັດຈາກນັ້ນ ແມ່ນການສົ່ງອອກໄປຍັງຕະຫຼາດ ຈີນ ບັນລຸ 668 ລ້ານ USD, ເພີ່ມຂຶ້ນ 38,3%; ການາດາ ບັນລຸ 77,4 ລ້ານ USD, ເພີ່ມຂຶ້ນ 29,2%; ອັງກິດ ບັນລຸ 73 ລ້ານ USD, ເພີ່ມຂຶ້ນ 21,3% , ອົດສະຕາລີ ບັນລຸ 46 ລ້ານ USD, ເພີ່ມຂຶ້ນ 28,7% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023.

ເພື່ອນ ດາລາວັນ ທີ່ຮັກແພງ ດັ່ງທີ່ກ່າວມາຂ້າງເທິງແມ່ນຄຳຕອບໂດຍພື້ນຖານໃຫ້ແກ່ຄຳຖາມຂອງເພື່ອນ ຫວັງວ່າຈະເປັນປະໂຫຍດໃຫ້ເພື່ອນ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະ ການຕອບບາງຄຳຖາມ ຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາຍັງລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້.

ຂໍຂອບໃຈ!

ຕອບກັບ

ຂ່າວ/ບົດ​ອື່ນ