ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 392 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 22 ສະບັບຈາກທ່ານຜູ້ຟັງລາວ.
ການຍິງບັ້ງໄຟດອກຢູ່ໜອງ ຮວ່ານກຽມ
(ພາບປະກອບ: TTXVN)
|
ເພື່ອນ ວົງຄຳ, ຢູ່ແຂວງ ອຸດົມໄຊ ໄດ້ສົ່ງອີເມວມາຫາລາຍການ, ແບ່ງປັນວ່າ: ສະບາຍດີບັນດາອ້າຍ, ເອື້ອຍ, ນ້ອງໃນລາຍການກະຈາຍສຽງພາກພາສາ ລາວ. ເນື່ອງໃນໂອກາດປີໃໝ່ 2026, ຂ້າພະເຈົ້າ ຂໍອວຍພອນໃຫ້ບັນດາຜູ້ເຮັດລາຍການພາກພາສາ ລາວ, VOV5 ເວົ້າສະເພາະ, ພ້ອມກັບພະນັກງານ, ພາລະກອນ VOV ແລະ ທ່ານຜູ້ຟັງທຸກໆທ່ານມີແຕ່ຄວາມໂຊກດີ, ມີສຸຂະພາບເຂັ້ມແຂງ, ວຽກງານນັບມື້ນັບພັດທະນາກ້າວໆຂຶ້ນ.
ສ່ວນເພື່ອນ ສຸລິວົງ, ຢູ່ແຂວງ ຫຼວງພະບາງ ໄດ້ສົ່ງອີເມວມາຫາລາຍການ, ດ້ວຍເນື້ອໃນທີ່ວ່າ: ກ້າວເຂົ້າສູ່ປີໃໝ່ 2026, ຂ້າພະເຈົ້າຈະສືບຕໍ່ຕິດຕາມແຕ່ລະບາດກ້າວໃນການພັດທະນາໃໝ່ຂອງ VOV; ສະພາບການການເມືອງ, ສັງຄົມ ແລະ ການພັດທະນາເສດຖະກິດ, ການຄ້າຢູ່ ຫວຽດນາມ. ຂ້າພະເຈົ້າກໍ່ຢາກສະແດງຄວາມຂອບໃຈຕໍ່ຄວາມສຸດຈິດສຸດໃຈ, ຄວາມເປັນມືອາຊີບຂອງພວກເພື່ອນໃນບັນດາລາຍການທີ່ໄດ້ຜະລິດໃນປີຜ່ານມາ, ແລະຂໍອວຍພອນໃຫ້ VOV ສືບຕໍ່ພັດທະນາຍິ່ງໆຂຶ້ນ.
ເພື່ອນ ຄຳສີ, ນັກສຶກສາໂຮງຮຽນຄົມມະນາຄົມຂົນສົ່ງ ຮ່າໂນ້ຍ ໄດ້ສົ່ງຂໍ້ຄວາມມາທາງ Facebook, ແບ່ງປັນວ່າ: ຜ່ານບັນດາເຫດການຢູ່ພາຍໃນປະເທດ ແລະ ສາກົນພົ້ນເດັ່ນທີ່ VOV ໄດ້ຄັດເລືອກ, ຂ້າພະເຈົ້າເຫັນວ່າ ບັນດາຜົນງານທີ່ ຫວຽດນາມ ບັນລຸໄດ້ໃນປີ 2025 ຍິ່ງມີຄວາມໝາຍ. ໃນສະພາບທີ່ຂາດຄວາມເປັນປົກກະຕິດ້ານການຄ້າ, ການປະທະກັນ, ໄພທຳມະຊາດນັ້ນ ແຕ່ ຫວຽດນາມ ຍັງຮັກສາລະດັບເຕີບໂຕ, ການສົ່ງອອກ - ນຳເຂົ້າ, ການທ່ອງທ່ຽວຍັງບັນລຸລະດັບສະຖິຕິ, ການຮັບປະກັນຊີວິດສັງຄົມໃຫ້ແກ່ປະຊາຊົນໄດ້ຮັບການຮັບປະກັນ. ນີ້ແມ່ນສັນຍານທີ່ໜ້າປິຕິຊົມຊື່ນ ແລະ ກ້າວເຂົ້າປີ 2026, ຂ້າພະເຈົ້າຂໍອວຍພອນໃຫ້ ຫວຽດນາມ ສືບຕໍ່ບັນລຸຫຼາຍຜົນງານກວ່າເກົ່າ.
ລາຍການພາກພາສາ ລາວ ຂໍຂອບໃຈບັນດາທ່ານຜູ້ຟັງ, ຜູ້ອ່ານທີ່ໄດ້ໂທລະສັບ, ສົ່ງຈົດໝາຍ, ອີເມວ… ມາຫາລາຍການໃນຕະຫຼອດໄລຍະຜ່ານມາ. ໃນປີ 2026 ນີ້, ພວກຂ້າພະເຈົ້າຫວັງວ່າ ຈະສືບຕໍ່ໄດ້ຮັບຄຳເຫັນປະກອບ, ການແບ່ງປັນຂອງທ່ານຜູ້ຟັງໃຫ້ຫຼາຍກວ່າອີກ ເພື່ອຊ່ວຍໃຫ້ລາຍການນັບມື້ນັບສົມບູນກວ່າ. ເນື່ອງໃນໂອກາດປີໃໝ່ 2026, ລາຍການພາກພາສາ ລາວ ຂໍອວຍພອນໃຫ້ທ່ານຜູ້ຟັງ, ຜູ້ອ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສຳເລັດໃໝ່ຫຼາຍຢ່າງ.
ລານການສະແດງສິລະປະມິດຕະພາບ ລາວ - ຫວຽດນາມເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນຊາດປະເທດ ສປປ.ລາວ
(ພາບປະກອບ: nhandan.vn)
|
ຕໍ່ໄປນີ້, ລາຍການໂອ້ລົມກັບເພື່ອນ ລາວ ຈະຕອບຄຳຖາມຈຳນວນໜຶ່ງທີ່ທ່ານຜູ້ຟັງ, ຜູ້ອ່ານໄດ້ສົ່ງມາລາຍການ.
ເພື່ອນ ຈັນແສງ, ນັກຝຶກງານ ລາວ ພວມຮ່ຳຮຽນຢູ່ສະຖາບັນຊົນເຜົ່າ, ຮ່າໂນ້ຍ ໄດ້ໂທລະສັບມາຫາລາຍການ ດ້ວຍເນື້ອໃນ: ຂ້າພະເຈົ້າໄດ້ຮັບຂ່າວວ່າ ລາຍການສະແດງສິລະປະ ຫວຽດນາມ - ລາວ ຈະໄດ້ຈັດຂຶ້ນໃນເດືອນ ມັງກອນ ນີ້. ຂ້າພະເຈົ້າຢາກຮູ້ວ່າ ລາຍການນັ້ນຈະຈັດຂຶ້ນໃນມື້ໃດ?
ເພື່ອນ ຈັນແສງ ທີ່ຮັກແພງ! “ຫວຽດນາມ - ລາວ: ມະຫາກາບແຫ່ງມິດຕະພາບ” ແມ່ນຫົວຂໍ້ຫຼັກຂອງລາຍການສະແດງສິລະປະພິເສດ ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບກະຊວງວັດທະນະທຳ ແລະ ທ່ອງທ່ຽວ ລາວ ຄາດວ່າ ຈະຈັດຂຶ້ນຢູ່ນະຄອນຫຼວງ ວຽງຈັນ ໃນເດືອນ ມັງກອນ 2026. ທີ່ການໂອ້ລົມສົນທະນາທີ່ຈັດຂຶ້ນໃນວັນທີ 28 ທັນວາ 2025, ການນຳກະຊວງວັດທະນະທຳຂອງ 2 ປະເທດໃຫ້ຮູ້ວ່າ ການນຳຂັ້ນສູງ 2 ປະເທດໄດ້ເປັນເອກະພາບຈັດລາຍການສະແດງສິລະປະພິເສດ “ຫວຽດນາມ - ລາວ: ມະຫາກາບແຫ່ງມິດຕະພາບ” ເພື່ອຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກປະຊາຊົນປະຕິວັດ ລາວ ແລະ ສະເຫຼີມສະຫຼອງ 105 ປີແຫ່ງວັນເກີດ ປະທານ ໄກສອນ ພົມວິຫານ. ຕາມແຜນການ, ລາຍການສະແດງສິລະປະພິເສດນີ້ຈະຈັດຂຶ້ນໃນເວລາ 90 ນາທີ, ຜູ້ເຂົ້າຮ່ວມຈະໄດ້ຮັບຊົມບັນດາລາຍການສະແດງຟ້ອນລຳທຳເພງພິເສດ ໂດຍນັກສິລະປິນ 2 ປະເທດສະແດງ ກ່ຽວກັບຊີວິດ, ພາລະກິດການປະຕິວັດຂອງ ປະທານ ໄກສອນ ພົມວິຫານ; ບັນດາບົດເພງປະຕິວັດຕິດພັນກັບປະຫວັດສາດຂອງ 2 ປະເທດ, ຄວາມສາມັກຄີ, ສະໜິດຕິດພັນ, ການເສຍສະຫຼະຊີວິດ, ຄວາມລຳບາກກາກກຳ, ຮຽງບ່າຮຽງໄຫຼ່ ເພື່ອໄປເຖິງໄຊຊະນະຂອງ 2 ປະເທດ ແລະ ບັນດາບົດເພງຍ້ອງຍໍສາຍພົວພັນແບບພິເສດ ຫວຽດນາມ - ລາວ.
ຄາດວ່າ, ລາຍການຈະຈັດຂຶ້ນໃນເວລາ 19 ໂມງຂອງວັນທີ 09 ມັງກອນ 2026, ຢູ່ສະໜາມກິລາແຫ່ງຊາດ ລາວ, ທີ່ນະຄອນຫຼວງ ວຽງຈັນ. ໂດຍຈະມີນັກສິລະປິນມີຊື່ສຽງປະມານ 1.000 ຄົນຂອງ 2 ປະເທດເຂົ້າຮ່ວມເຫດການດັ່ງກ່າວ.
ໂຮງງານໄຟຟ້າພະລັງງານແຮງລົມ ສະຫວັນ 1
(ພາບ: VGP)
|
ເພື່ອນ ຄຳປະສົງ ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງອີເມວມາຫາລາຍການ, ຢາກຊອກຮູ້ກ່ຽວກັບໂຮງງານໄຟຟ້າພະລັງງານແຮງລົມ ທີ່ໄດ້ລົງທຶນກໍ່ສ້າງຢູ່ແຂວງ ສະຫວັນນະເຂດ ໂດຍຝ່າຍ ຫວຽດນາມ ລົງທຶນ.
ເພື່ອນຄຳປະສົງ ທີ່ຮັກແພງ! ຕາມຂໍ້ມູນຫຼ້າສຸດຈາກກຸ່ມບໍລິສັດ T&T Group ທີ່ໄດ້ເອົາລົງໃນເວັບໄຊໃນວັນທີ 28 ທັນວາ 2025 ແລ້ວ, ໃນວັນທີ 26 ທັນວາ 2025, 48 ກັງຫັນຜະລິດໄຟຟ້າແຮງລົມຂອງໂຮງງານໄຟຟ້າພະລັງງານແຮງລົມ ສະຫວັນ 1 - ໂຄງການພະລັງງານທົດແທນ ໂດຍກຸ່ມບໍລິສັດ T&T Group ລົງທຶນ ແລະ ພັດທະນາຢູ່ ລາວ - ໄດ້ນຳເຂົ້າເຄື່ອນໄຫວດ້ານການຄ້າຢ່າງເປັນທາງການ. ຫຼັກໝາຍພະລັງງານກໍ່ໝາຍຄວາມວ່າ ເລື່ອງໂຮງງານໄຟຟ້າພະລັງງານແຮງລົມ ສະຫວັນ 1 ໄດ້ສະໜອງກະແສໄຟຟ້າສະອາດ ສົ່ງອອກໄປຍັງ ຫວຽດນາມ ຢ່າງເປັນທາງການ ດ້ວຍສະມັດຕະພາບໄລຍະທີ 1 ບັນລຸ 300 MW. ດ້ວຍຍອດສະມັດຕະພາບຕິດຕັ້ງທັງໝົດ 495 MW ແລະ ຍອດເງິນລົງທຶນປະມານ 768 ລ້ານ USD, ໂຄງການນີ້ໄດ້ຮັບຄວາມຫວັງວ່າ ຈະກາຍເປັນໜຶ່ງໃນບັນດາກິດຈະກຳພະລັງງານທົດແທນທີ່ພົ້ນເດັ່ນ, ປະກອບສ່ວນສຳຄັນເຂົ້າໃນການຮ່ວມມືດ້ານພະລັງງານແບບຍືນຍົງລະຫວ່າງ ຫວຽດນາມ ແລະ ລາວ, ພ້ອມກັນນັ້ນ, ກໍ່ໜູນຊ່ວຍການຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ.
ໂຮງງານໄຟຟ້າພະລັງງານແຮງລົມ ສະຫວັນ 1 ໄດ້ຮັບການກໍ່ສ້າງຢູ່ແຂວງ ສະຫວັນນະເຂດ, ແມ່ນໂຄງການໄຟຟ້າພະລັງງານແຮງລົມຢູ່ເຂດດິນຕໍ່ແຜ່ນທີ່ໃຫຍ່ທີ່ສຸດ ເຊິ່ງກຸ່ມບໍລິສັດ T&T Group ຂອງນັກທຸລະກິດ ໂດ້ກວາງຫຽນ ເຄີຍໄດ້ລົງທຶນມາຮອດປະຈຸບັນ.