ການທ່ອງທ່ຽວວັດທະນະທຳທາງດ້ານຈິດວິນຍານດຶງດູດແຂກທ່ອງທ່ຽວຢູ່ພາຍໃນປະເທດ ແລະ ຕ່າງປະເທດ

(VOVWORLD) - ຮູບການທ່ອງທ່ຽວທາງດ້ານຈິດວິນຍານດ້ວຍບັນດາລາຍການທ່ອງທ່ຽວໄປນະມັດສະການຢູ່ເຂດດິນແດນແຫ່ງບັນພະບຸລຸດ, ຢ້ຽມຢາມບັນດາຮ່ອງຮອຍວັດທະນະທຳກັບບັນດາມໍລະດົກ, ປູຊະນີຍະສະຖານວັດທະນະທຳທີ່ເປັນເອກະລັກສະເພາະ
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 454 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 32 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 20 ສະບັບຈາກທ່ານຜູ້ຟັງລາວ.
ການທ່ອງທ່ຽວວັດທະນະທຳທາງດ້ານຈິດວິນຍານດຶງດູດແຂກທ່ອງທ່ຽວຢູ່ພາຍໃນປະເທດ ແລະ ຕ່າງປະເທດ - ảnh 1(ພື້ນຖານການທູດໄມ້ໄຜ່ເຊິ່ງ ຫວຽດນາມ ທີ່ໄດ້ປະຕິບັດຢູ່ ອາຊີ ແລະ ໂລກ ໄດ້ນຳມາເຊິ່ງໝາກຜົນທີ່ຕັ້ງໜ້າ)

        ເພື່ອນ ທອນສະໄໝ ຈະເລີນສຸກ, ພວມດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ, ເພື່ອນ ພອນແສງ, ດຳລົງຊີວິດຢູ່ແຂວງ ຫົວພັນ, ເພື່ອນ ດາວັນ ພິຈິດ ຢູ່ແຂວງ ຈຳປາສັກ… ໄດ້ໂທລະສັບ, ສົ່ງອີເມວ ແລະ ສະແດງຄວາມຄິດເຫັນໃນສື່ສັງຄົມ FB VOV5. ໃນນັ້ນ, ເພື່ອນ ພອນແກ້ວ ດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ, ໄດ້ສົ່ງອີເມວມາຫາລາຍການ, ແບ່ງປັນວ່າ: ູ່ ຫວຽດນາມ, ເອື້ອຍນ້ອງແມ່ຍິງມີ 2 ມື້ໃນປີເພື່ອເຊີຊູ, ຮັບຂອງຂວັນ, ຮັບຄຳອວຍພອນ, ຄວາມຮັກແພງ. ນັ້ນແມ່ນ “ວັນແມ່ຍິງສາກົນ 08 ມີນາ” ແລະ  “ວັນແມ່ຍິງ ຫວຽດນາມ 20 ຕຸລາ”. ວັນທີ 20 ຕຸລາ ແຕ່ລະປີ, ແມ່ນວັນທີ່ມີຄວາມໝາຍສຳຄັນ, ບໍ່ພຽງແຕ່ສຳລັບແມ່ຍິງເທົ່ານັ້ນ, ຫາກຍັງກັບທົ່ວສັງຄົມ ຫວຽດນາມ ອີດ້ວຍ. ເມື່ອໃນໂອກາດນີ້, ຂ້າພະເຈົ້າຂໍວຍພອນໃຫ້ບັນດາເອື້ອຍນ້ອງແມ່ຍິງ ຫວຽດນາມ ເວົ້າລວມ, ກໍ່ຄືຂອງ VOV 5 ເວົ້າສະເພາະ ຍາມໃດກໍ່ເຕັມໄປດ້ວຍຄວາມຮັກແພງ ແລະ ຫວັງວ່າ, ບັນດາຄວາມໄຝ່ຝັນຂອງບັນດາທ່ານຈະກາຍເປັນຈິງໂດຍໄວ.

        ເພື່ອນ ກິດຈະເລີນ ພວມດຳລົງຊີວິດຢູ່ແຂວງ ຄຳມ່ວນ, ໄດ້ສົ່ງຂໍ້ຄວາມທາງ FB, ໂດຍແບ່ງປັນວ່າ: “ພື້ນຖານການທູດໄມ້ໄຜ່ເຊິ່ງ ຫວຽດນາມ ທີ່ໄດ້ປະຕິບັດຢູ່ ອາຊີ ແລະ ໂລກ ໄດ້ນຳມາເຊິ່ງໝາກຜົນທີ່ຕັ້ງໜ້າ, ນັບທັງດ້ານທິດສະດີ ກໍຄືພຶດຕິກຳຕົວຈິງ. ໝາກຜົນນີ້ໄດ້ສະແດງອອກຜ່ານການເຄື່ອນໄຫວດ້ານການທູດທີ່ຕັ້ງໜ້າຂອງລັດຖະບານ ຫວຽດນາມ, ຍາມໃດກໍ່ກຽມພ້ອມທີ່ຈະໜູນຊ່ວຍສະຫະປະຊາຊາດໃນທຸກໜ້າທີ່ທີ່ໄດ້ຮັບມອບໝາຍ ແລະ ຢືດໝັ້ນໃນຫຼັກໝັ້ນທີ່ວ່າ ຍາມໃດກໍ່ສະໜັບສະໜູນການເຈລະຈາຢູ່ບັນດາເຂດເກີດການປະທະກັນ, ຄື ທະເລຕາເວັນອອກ, ເຊິ່ງແມ່ນແຫ່ງທີ່ ຫວຽດນາມ ແລະ ອາຊຽນ ໄດ້ສຸມທຸກຜົນສະທ້ອນຂອງຕົນໃຫ້ແກ່ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC), ຕ້ອງໄດ້ສ້າງໃຫ້ປະກົດຜົນເປັນຈິງໂດຍໄວ ໂດຍອີງໃສ່ກົດໝາຍວ່າດ້ວຍການເດີນທະເລສາກົນ. ຫວຽດນາມ ສືບຕໍ່ຍົກສູງທີ່ຕັ້ງ, ໄປພ້ອມກັບຄວາມຮັບຜິດຊອບປົກປັກຮັກສາສັນຕິພາບ ແລະ ເພີ່ມທະວີການສົນທະນາເຈລະຈາ”.

        ເພື່ອນ ສຸກມາລີ ທຳມະວົງສາ, ຢູ່ແຂວງ ວຽງຈັນ, ໄດ້ສົ່ງຄຳເຫັນຜ່ານທາງ FB, ດ້ວຍເນື້ອໃນທີ່ວ່າ: “ຂ້າພະເຈົ້າໄດ້ລໍຖ້າບັນດາເນື້ອໃນ ໃນລາຍການໃໝ່ “ຫວຽດນາມ - ສັງກາດບຸກບືນ” ເຊິ່ງທາງ VOV ຫາກໍ່ນຳສະເໜີ. ຂ້າພະເຈົ້າຫວັງວ່າ, ຈະມີຫຼາຍບົດຂຽນລົງເລິກກ່ຽວກັບທ່າອ່ຽງພັດທະນາເສດຖະກິດ - ສັງຄົມ ທີ່ຫວຽດນາມ ພວມມຸ່ງໄປເຖິງໃນອະນາຄົດ”.

ການທ່ອງທ່ຽວວັດທະນະທຳທາງດ້ານຈິດວິນຍານດຶງດູດແຂກທ່ອງທ່ຽວຢູ່ພາຍໃນປະເທດ ແລະ ຕ່າງປະເທດ - ảnh 2ຮູບການທ່ອງທ່ຽວທາງດ້ານຈິດວິນຍານມີກຳລັງດຶງດູດເປັນພິເສດສຳລັບແຂກທ່ອງທ່ຽວ
(ພາບປະກອບອີນເຕີເນັດ)

        ເພື່ອນ ມີນາ ແກ້ວມະລີວົງ, ຢູ່ແຂວງວຽງຈັນ ໄດ້ໂທລະສັບມາລາຍການໂດຍຖາມວ່າ: ຢູ່ບາງປະເທດ, ຄື: ມຽນມາ, ກຳປູເຈຍ, ໄທ… ໄດ້ຈັດລາຍການທ່ອງທ່ຽວແຫ່ງິດວິນຍານ. ຂ້າພະເຈົ້າບໍ່ຮູ້ວ່າຢູ່ຫວຽດນາມ ມີລາຍການທ່ອງທ່ຽວຄືດັ່ງກ່າວບໍ່? ບັນດາເຂດໃດໄດ້ຈັດລາຍການທ່ອງທ່ຽວແບບນີ້?

        ເພື່ອນ ມີນາ ແກ້ວມະລີວົງ ທີ່ຮັກແພງ, ກໍ່ເຊັ່ນດຽວກັນກັບບັນດາປະເທດ ມຽນມາ, ກຳປູເຈຍ, ໄທ… ໃນຊຸມປີມໍ່ໆມານີ້ຢູ່ຫວຽດນາມ ກໍ່ມີບັນດາສະຖານທີ່ທ່ອງທ່ຽວປະຫວັດສາດວັດທະນະທຳ, ວິຫານ, ວັດວາອາຮາມທີ່ມີຊື່ສຽງຂອງບັນດາເຂດພາກໃນທົ່ວປະເທດ ໄດ້ດຶງດູດແຂກທ່ອງທ່ຽວຈາກທົ່ວທຸກສາລາທິດມາຮ່ວມງານນະມັດສະການ, ງານບຸນບູຊາພະເຈົ້າ, ພາວະນາໃຫ້ມີຄວາມສະຫງົບສຸກ. ຮູບການທ່ອງທ່ຽວວັດທະນະທຳທາງດ້ານຈິດວິນຍານນັບມື້ນັບພັດທະນາ, ມີກຳລັງດຶງດູດເປັນພິເສດສຳລັບແຂກທ່ອງທ່ຽວຢູ່ພາຍໃນປະເທດ ແລະ ຕ່າງປະເທດ. ຮູບການທ່ອງທ່ຽວທາງດ້ານຈິດວິນຍານດ້ວຍບັນດາລາຍການທ່ອງທ່ຽວໄປນະມັດສະການຢູ່ເຂດດິນແດນແຫ່ງບັນພະບຸລຸດ, ຢ້ຽມຢາມບັນດາຮ່ອງຮອຍວັດທະນະທຳກັບບັນດາມໍລະດົກ, ປູຊະນີຍະສະຖານວັດທະນະທຳທີ່ເປັນເອກະລັກສະເພາະ, ຢ້ຽມຢາມບູຊາບັນດາສະຖານທີ່ບູຊາ, ເຂດຮ່ອງຮອຍປະຫວັດສາດ, ທັດສະນີຍະພາບ… ໄດ້ຈັດຂຶ້ນນັບມື້ນັບຫຼາຍຂຶ້ນ. ພິເສດແມ່ນບັນດາລາຍການທ່ອງທ່ຽວໄປລຽບຕາມບັນດາແຂວງ ນາມດິ້ງ, ນີງບີ່ງ, ແທງຮ໋ວາ, ເງະອານ ແລະ ແວ່ວິຫານ ເຈີ່ນ, ວັດ ບ໋າຍດີ໋ງ, ວິຫານ ຊ່ອງ, ວິຫານ ຮ່ວາງເມື່ອຍ… ຕາມບັນດາບໍລິສັດທ່ອງທ່ຽວແລ້ວ, ຈຳນວນແຂກຈອງລາຍການທ່ອງທ່ຽວທາງດ້ານຈິດວິນຍານໃນໄລຍະຕົ້ນປີແມ່ນຫຼາຍທີ່ສຸດ. ບັນດາລາຍການທ່ອງທ່ຽວຢູ່ພາຍໃນປະເທດທີ່ໄດ້ຮັບຄວາມນິຍົມແມ່ນ: ສາຍທ່ອງທ່ຽວ ຊາປາ - ລາວກາຍ ໄປຢ້ຽມຢາມວິຫານ ຮວ່າງໄບ໋ ແລະ ລາຍການທ່ອງທ່ຽວທາງທິດຕາເວັນອອກພາກເໜືອ ດ້ວຍການໄປຢ້ຽມຢາມວິຫານພະແມ່ຢູ່ ລ້າງເຊີນ… ຫວັງວ່າ, ດ້ວຍບັນດາຂໍ້ມູນຂ່າວດັ່ງກ່າວ, ຫວຽດນາມ ຈະແມ່ນຈຸດນັດພົບທີ່ດູດດື່ມຂອງພວກເພື່ອນໃນໄລຍະຈະມາເຖິງ.

ແລະກໍ່ໃນອາທິດຜ່ານມາ, ເພື່ອນ ວິໄລສຸກ ຢູ່ແຂວງ ຈຳປາສັກ ໄດ້ສົ່ງຂໍຄວາມທາງ Facebook ມາຫາລາຍການ ໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ຮູ້ວ່າ, ເຂົ້າເໝົ້ແມ່ນເຍື່ອງອາຫານທີ່ເປັນເອກະລັກສະເພາະໃນລະດູໃບໄມ້ຫຼົ່ນຢູ່ຂອງຮ່າໂນ້ຍ. ສະນັ້ນ, ເຂົ້າເໝົ້າໄດ້ເປັນທີ່ຮູ້ຈັກແຕ່ເວລາໃດ? ປະຈຸບັນມີຫຼາຍເຍື່ອງອາຫານທີ່ໄດ້ປຸງແຕ່ງຈາກເຂົ້າເໝົ້າບໍ່?

ເພື່ອນ ວິໄລສຸກ ທີ່ຮັກແພງ, ເຂົ້າເໝົ້າ ແມ່ນໜຶ່ງໃນອາຫານຫຼາຍເຍື່ອງທີ່ເປັນເອກະລັກສະເພາະຂອງຮ່າໂນ້ຍ ເມື່ອລະດູໃບໄມ້ຫຼົ່ນວຽນມາ. ເຂົ້າເໝົ້າມີຊື່ສຽງທີ່ສຸດແມ່ນ ເຂົ້າເໝົ້າບ້ານ ວ່ອງ, ຂຶ້ນກັບຕາແສງ ຢິກວ້ງເຮົ້າ, ເມືອງ ເກົ່າເຢີ໊ຍ, ຮ່າໂນ້ຍ. ຕາມຜູ້ມີອາຍຸສູງຢູ່ບ້ານ ວ່ອງ ແລ້ວ, ໃນລະດູໃບໄມ້ຫຼົ່ນກ່ອນນີ້ນັບພັນປີ, ເມື່ອຕົ້ນເຂົ້າເລີ່ມຖອດຮວງ ແຕ່ຖືກຝົນຕົກໜັກ, ລົມແຮງ, ຄັນຄູແຕກພັງ, ເຂົ້າກໍ່ຖືກຈົມໃນນ້ຳໝົດ. ຊາວບ້ານ ວ່ອງ ກໍ່ຕ້ອງຕັດຮວງມາຂົ້ວ, ເປັນອາຫານປະໄວ້ກິນ ເພື່ອບໍ່ໃຫ້ອຶດຫິວ. ບໍ່ຄິດເລີຍວ່າຜະລິດຕະພັນນັ້ນຈະມີກິ່ນຫອມພິເສດສະເພາະ, ມີຄວາມດຶງດູດ ເຮັດໃຫ້ຊາວບ້ານ ວ່ອງ ເຮັດເປັນປະຈຳເພື່ອກິນໃນຍາມລະດູໃບໄມ້ຫຼົ່ນ. ແລະບໍ່ຮູ້ວ່ານັບແຕ່ເມື່ອໃດ ອາຫານເຍື່ອງນີ້ໄດ້ກາຍເປັນອາຫານທີ່ເປັນເອກະລັກສະເພາະຂອງຊາວຮ່າໂນ້ຍ. ເຂົ້າເໝົ້າໄດ້ປຸງແຕ່ງເປັນອາຫານຫຼາຍເຍື່ອງ, ເຊິ່ງຫຼາຍຄົນມັກກິນຄື: ກະແລມເຂົ້າເໝົ້າ, ຢໍ່ເຂົ້າເໝົ້າ, ນ້ຳຫວານເຂົ້າເໝົ້າ, ເຂົ້າໜົມເຂົ້າເໝົ້າ… ບັນດາຜະລິດຕະພັນທີ່ເຮັດມາຈາກເຂົ້າເໝົ້າໄດ້ວາງຂາຍຢູ່ຫຼາຍບ່ອນໃນຕົວເມືອງຮ່າໂນ້ຍ. ຖ້າມີໂອກາດ, ເຊີນເພື່ອນມາຊີມບັນດາເຍື່ອງອາຫານທີ່ເປັນເອກະລັກຂອງລະດູໃບໄມ້ຫຼົ່ນ ຮ່າໂນ້ຍ ແລະ ແບ່ງປັນຄວາມຮູ້ສຶກກັບພວກຂ້າພະເຈົ້າກ່ຽວກັບອາຫານເຍື່ອງນີ້ເດີ.

ຕອບກັບ

ຂ່າວ/ບົດ​ອື່ນ