My Tra -  
(vovworld) – ດ້ວຍທິວທັດທຳມະຊາດທີ່ສວຍງາມຄືດັ່ງໃນເລື່ອງເທບນິຍາຍ, ເຂດທ່ອງທ່ຽວຊີວະພາບບ່ານ່າ ໄດ້ຮັບຖືວ່າແມ່ນແດນສະຫວັນຢູ່ພື້ນດິນ ແລະ ແມ່ນສະຖານທີ່ຖ່າຍຮູບແຕ່ງງານທີ່ໜ້າປະທັບໃຈ. ເຂດທ່ອງທ່ຽວນີ້ຫ່າງຈາກໃຈກາງນະຄອນດ່ານັ້ງ ໄປທາງທິດຕາເວັນຕົກ 40 ກ.ມ, ບໍ່ພຽງແຕ່ໄດ້ສ້າງຄວາມດຶງດູດໃຫ້ນັກທ່ອງທ່ຽວຍ້ອນທິວທັດທຳມະຊາດທີ່ສວຍງາມເທົ່ານັ້ນ, ຫາກແຕ່ດົນນານມາແລ້ວ ແຫ່ງນີ້ໄດ້ກາຍເປັນສະຖານທີ່ຖ່າຍຮູບແຕ່ງງານຂອງບັນດາຄູ່ບາວສາວ.
![ແຕ່ງງານເພີນຈິດຢູ່ບ່ານ່າ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/tpuokbj/2017_01_09/ba na toan canh.jpg) |
ບໍ່ມີສິ່ງໃດທີ່ຍອດຍິ່ງກວ່າເມື່ອຄູ່ບາວສາວຖ່າຍຮູບຄວາມຮັກຂອງຕົນ, ເປັນອະນຸສອນແຫ່ງວັນກາຍເປັນຄູ່ຜົວເມຍດ້ວຍຊຸດຮູບຖ່າຍຢູ່ຄວາມສູງ 1.482 ມ, ເທິງຈອມພູບ່ານ່າ. |
![ແຕ່ງງານເພີນຈິດຢູ່ບ່ານ່າ - ảnh 2](https://photo-cms-vovworld.zadn.vn/w730/uploaded/vovworld/tpuokbj/2017_01_09/ba na 1.jpg) |
ໜຶ່ງໃນບັນດາສິ່ງທີ່ສ້າງຄວາມດຶງດູດບັນດາຄູ່ບາວສາວ ມາແຫ່ງນີ້ເພື່ອຖ່າຍຮູບແຕ່ງງານນັ້ນແມ່ນໂບດ Saint Denis ທີ່ເກົ່າແກ່ |
![ແຕ່ງງານເພີນຈິດຢູ່ບ່ານ່າ - ảnh 3](https://photo-cms-vovworld.zadn.vn/w730/uploaded/vovworld/tpuokbj/2017_01_09/ba na 2.jpg) |
ນອກຈາກຄວາມດຶງດູດໃຈດ້ວຍທັດສະນີຍະພາບທີ່ສວຍງາມ, ອາກາດຢູ່ທີ່ນີ້ກໍ່ດີສົມຄວນປະມານ 17 – 20 ອົງສາ C. |
![ແຕ່ງງານເພີນຈິດຢູ່ບ່ານ່າ - ảnh 4](https://photo-cms-vovworld.zadn.vn/w730/uploaded/vovworld/tpuokbj/2017_01_09/ba na 3.jpg) |
ຄວາມສຸກຂອງຄູ່ບາວສາວເມື່ອຖ່າຍຮູບນຳກັນຢູ່ເຂດມີທິວທັດທຳມະຊາດງາມດັ່ງພາບແຕ້ມ |
![ແຕ່ງງານເພີນຈິດຢູ່ບ່ານ່າ - ảnh 7](https://photo-cms-vovworld.zadn.vn/w730/uploaded/vovworld/tpuokbj/2017_01_09/ba na 6.jpg) |
ເຖິງວ່າມີແດດ ຫຼື ມີນ້ຳໝອກກໍ່ຕາມ, ຍາມໃດບ່ານາ ກໍມີຄວາມງາມສະເພາະ ເຮັດໃຫ້ບັນດາຮູບຖ່າຍຂອງຄູ່ບາວສາວລ້ວນແຕ່ມີຄວາມງາມ |
![ແຕ່ງງານເພີນຈິດຢູ່ບ່ານ່າ - ảnh 10](https://photo-cms-vovworld.zadn.vn/w730/uploaded/vovworld/tpuokbj/2017_01_09/ba na 10.jpg) |
ຢູ່ທີ່ນີ້ເຄີຍຈັດ ບັນດາລາຍການສະແດງງານຢູ່ຕາມຖະໜົນຫົນທາງຢ່າງອຶກກະທຶກຄຶກໂຄມ, ມ່ວນຊື່ນ ສ້າງຄວາມປະທັບໃຈທີ່ຍາກຈະລືມໄດ້ໃຫ້ນັກທ່ອງທ່ຽວ ແລະ ບັນດາຄູ່ບາວສາວ |
My Tra