ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຫງວຽນ​ຈີ໊ຢຸງ ເຂົ້າ​ຢ້ຽມ​ຂ່ຳ​ນັບ​ການ​ນຳ​ຂັ້ນ​ສູງ ລາວ

(VOVWORLD) - ຕອນບ່າຍວັນທີ 23 ມີນາ, ຄະນະຜູ້ແທນກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໂດຍທ່ານລັດຖະມົນຕີ ຫງວຽນຈີ໊ຢຸງ ນຳໜ້າ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ແລະ ທ່ານຮອງນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ.
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຫງວຽນ​ຈີ໊ຢຸງ ເຂົ້າ​ຢ້ຽມ​ຂ່ຳ​ນັບ​ການ​ນຳ​ຂັ້ນ​ສູງ ລາວ - ảnh 1ທ່ານລັດຖະມົນຕີ ຫງວຽນຈີ໊ຢຸງ ນຳໜ້າ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ

  ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ.ລາວ ໃນລະຫວ່າງວັນທີ 21 – 23 ມີນາ, ຕອນບ່າຍວັນທີ 23 ມີນາ, ຄະນະຜູ້ແທນກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໂດຍທ່ານລັດຖະມົນຕີ ຫງວຽນຈີ໊ຢຸງ ນຳໜ້າ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ແລະ ທ່ານຮອງນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ.

        ທີ່ການພົບປະ, ທ່ານລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ໊ຢຸງ ໄດ້ສົ່ງຄຳຢື້ຢາມຖາມຂ່າວຂອງການນຳພັກ, ລັດ, ສະພາແຫ່ງຊາດ ແລະ ລັດຖະບານ ຫວຽດນາມ ມາຍັງການນຳຂັ້ນສູງ ລາວ; ກໍຄືຕີລາຄາສູງຜົນງານຂອງວຽກງານພາຍໃນ ແລະ ການຕ່າງປະເທດ ເຊິ່ງ ລາວ ບັນລຸໄດ້, ພິເສດແມ່ນໃນການຄວບຄຸມໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ.

        ກໍໃນວັນດຽວກັນ, ທ່ານລັດຖະມົນຕີຫງວຽນຈີ໊ຢຸງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ລັດຖະກອນສະຖານທູດ ຫວຽດນາມ ປະຈຳ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ