ສ້າງ​ຕັ້ງ​​ບໍ​ລິ​ສັດຮ່ວມ​ທຸ​ລະ​ກິດ​ພັດ​ທະ​ນາ ທ່າ​ກ່ຳ​ປັ່ນ ຫວູງອ໊າງ ລາວ - ຫວຽດ​ນາມ

(VOVWORLD) -        ບໍລິສັດການຄ້ານ້ຳມັນອາຍແກັດ ລາວ (Petro Trade) ຫາກໍປະກາດພາກສ່ວນສະພາບໍລິຫານ ບໍລິສັດພັດທະນາທ່າກ່ຳປັ່ນ ຫວູງອ໊າງ ລາວ - ຫວຽດນາມ (VDS).
ສ້າງ​ຕັ້ງ​​ບໍ​ລິ​ສັດຮ່ວມ​ທຸ​ລະ​ກິດ​ພັດ​ທະ​ນາ ທ່າ​ກ່ຳ​ປັ່ນ ຫວູງອ໊າງ ລາວ - ຫວຽດ​ນາມ - ảnh 1ທ່າກ່ຳປັ່ນ ຫວູງອ໊າງ, ມຸ່ງໄປເຖິງການຮັບເອົາກ່ຳປັ່ນ ທີ່ບັນຈຸສິນຄ້າໄດ້ແຕ່ 5.000 – 100.000 ໂຕນ (ພາບ: baohatinh.vn)

ພິທີປະກາດຖືກດຳເນີນໃນວັນທີ 25 ທັນວາ ໂດຍມີການເຂົ້າຮ່ວມຂອງທ່ານຮອງລັດຖະມົນຕີກະຊວງການເງິນ ລາວ ບຸນເຫຼືອ ສິນໄຊວໍລະວົງ. ບໍລິສັດ VDS ລາວ ແມ່ນ ບໍລິສັດຮ່ວມທຸລະກິດລະຫວ່າງ ລັດຖະບານ ລາວ ແລະ ບໍລິສັດ Petro Trade. ກະຊວງການເງິນ ລາວ ຖືຫຸ້ນສ່ວນດ້ວຍທຶນຂອງລັດ ແມ່ນ 51%, ໄລຍະເຄື່ອນໄຫວແມ່ນ 50 ປີ ແລະ ສາມາດຕໍ່ເວລາຕາມການຕົກລົງລະຫວ່າງສອງຝ່າຍ. ການສ້າງຕັ້ງບໍລິສັດຮ່ວມທຸລະກິດນີ້ ແມ່ນເພື່ອແນໃສ່ປະຕິບັດຍຸດທະສາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ເປີດກວ້າງທ່າກ່ຳປັ່ນ ຫວູງອ້າງ ເລກ 1, ເລກ 2 ແລະ ເລກ 3 ຕາມຂໍ້ຕົກລົງທີ່ ລັດຖະບານ ລາວ - ຫວຽດນາມ ໄດ້ລົງນາມ, ເພີ່ມທະວີກຳລັງຄວາມສາມາດໃນການສົ່ງຕໍ່ສິນຄ້າຢູ່ທ່າກ່ຳປັ່ນ ຫວູງອ໊າງ, ມຸ່ງໄປເຖິງການຮັບເອົາກ່ຳປັ່ນມາທຽບທ່າ ທີ່ບັນຈຸສິນຄ້າໄດ້ແຕ່ 5.000 – 100.000 ໂຕນ ແລະ ສະໜອງການບໍລິການໃຫ້ແກ່ຕູ້ container ແຕ່ 50.000 – 1.200.000 ຕູ້ ດ້ວຍປະລິມານສິນຄ້າທີ່ມີນໍ້າຫນັກແຕ່ 3 ລ້ານໂຕນຂຶ້ນເຖິງ 20 ລ້ານໂຕນ ໃນປີ 2030.

ຕອບກັບ

ຂ່າວ/ບົດ​ອື່ນ