ກ້ວຍຍວນ-ອາຫານທີ່ຮັບຄວາມນິຍົມບໍລິໂພກຂອງຊາວເຜົ່າຜູ້ໄທ ອຽນເຈົາ

ຢູ່​ເມືອງ​ອຽນເຈົາ, ແຂວງ​ເຊີນ​ລາ, ໃນ​ທ່າມ​ກາງ​ເຂດ​ພູ​ຜາ​ປ່າ​ໄມ່ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ຫວຽດ​ນາມນັ້ນ, ມີ​ກ້ວຍ​ຊະ​ນິດ​ໜຶ່ງ​ທີ່​ຊາວ​ເຜົ່າ​ຜູ້​ໄທ​ມັກ​ທີ່​ສຸດ, ນັ້ນ​ແມ່ນ​ກ້ວຍຍວນ. ບໍ່​ພຽງ​ແຕ່ຕິດ​ພັນ​ກັບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເທົ່າ​ນັ້ນ, ກ້ວຍຍວນຍັງ​ແມ່ນ​ອາ​ຫານ​ທີ່​ຂາດບໍ່​ໄດ້​ໃນ​ໂອ​ກາດວັນ​ບຸນ​​ປິ​ໃໝ່ຫຼື​ວັນ​ຕ່າງໆ​ຂອງ ຊາວ​ເຜົ່າ​ຜູ້​ໄທຢູ່​ແຫ່ງນີ້​ອີກ​ດ້ວຍ.

 

ກ້ວຍຍວນ-ອາຫານທີ່ຮັບຄວາມນິຍົມບໍລິໂພກຂອງຊາວເຜົ່າຜູ້ໄທ ອຽນເຈົາ - ảnh 1
ຕົ້ນ​ກ້ວຍຍວນ​ຖືກ​ປູກ​ໃນ​ສວນ​ຂອງລຸງ ລື່​ວັນ​ແບ້ງ

      ຕາມ​ບັນ​ດາ​ຜູ້​ເຖົ້າຜູ້​ແກ່​ຢູ່​ບັນ​ດາ​ໝູ່​ບ້ານຊາວ​ເຜົ່າ​ຜູ້​ໄທ ອຽນ​ເຈົາແລ້ວ, ກ້ວຍຍວນ ໄດ້​ປະ​ກົດ​ມີ​ຢູ່​ເຂດ​ດິນ ອຽນ​ເຈົາ ມາ​ແຕ່​ດົນ​ນານ​ແລ້ວ. ພໍ່​ແມ່​ພີ​ນ້ອງ​ຢູ່​ແຫ່ງນີ້​ຍັງ​ເອີ້ນ ກ້ວຍຍວນ ແມ່ນ​ກ້ວຍ​ປ່ຽວເພາະ​ຕົ້ນ​ກ້ວຍ​ຊະ​ນິດນີ້ ບໍ່​ເຊັ່ນ​ດຽວ​ກັນ​ກັບ​ຕົ້ນ​ກ້ວຍ​ອື່ນ, ມັນ​ຖືກ​ປູກ​ດ້ວຍ​ແກ່ນຂອງ​ມັນ ແລະ ເມື່ອເຕີບ​ໂຕ ກໍບໍ່ສາ​ມາດ​ໃຫ້​ກຳ​ເນີດ​ຕົ້ນ​ກ້ວຍ​ນ້ອຍ​ໄດ້. ດອກ​ກ້ວຍ​ມີ​ສີ​ຂຽວ​ຄື​ເຂົ້າ​ເໝົາ, ເມື່ອ​ໝາກ​ສຸກ​ແລ້ວ, ລຳ​ຕົ້ນຈະ​ຄ່ອຍ​ຫ່ຽວ ແລະ ຕາຍໄປ. ເວ​ລານັ້ນ, ແກ່ນ​ຂອງ​ມັນຫຼົ່ນລົງໜ້າ​ດິນ ແລະ ພັດ​ສືບ​ຕໍ່​ອອກ​ໜໍ່ ກາຍ​ເປັນ​ຕົ້ນ​ກ້ວ​ຍ​ອ່ອນ​ໃໝ່. ລຸງ ລື່​ວັນ​ແບ້ງ ຊາວ​ເຜົ່າ​ຜູ້​ໄທຢູ່​ບ້ານ​ນ່າ​ວ່າ, ຕາ​ແສງ ວຽງ​ລ້ານ, ເມືອງ​ອຽນ​ເຈົາ​ໃຫ້​ຮູ້​ວ່າ :

    “ກ້ວຍຍວນມີ​ຕົ້ນ​ກຳ​ເນີດ​ແມ່ນ​ຢູ່​ໃນ​ປ່າ. ໄລ​ຍະ​ຕໍ່​ມາ, ມີ​ບາງ​ຄອບ​ຄົວ​ນຳ​ເອົາ​ມາ​ປູກ​ໃນ​ສວນ​ຂອງ​ຕົນ. ມາ​ຮອດ​ປະ​ຈຸ​ບັນ, ທຸກໆຄອບ​ຄົວ​ຢູ່​ແຫ່ງນີ້ ລ້ວນ​ແຕ່​ປູກ ກ້ວຍຍວນ ເພື່ອ​ຮັບ​ໃຊ້​ຊີ​ວິດ​ປະ​ຈຳ​ວັນ, ງານດອງ, ພິ​ທີ​ເຂົ​້າເຮືອນໃໝ່…ແຕ່​ລະ​ຄອບ​ຄົວ​ກໍ​ມີ​ຕົ້ນ​ກ້ວຍຢ່າງ​ໜ້ອຍສຸດ​ແຕ່ 5 ຫາ 10 ຕົ້ນ ແລະ ຫຼາຍ​ສຸດແມ່ນ​ແຕ່ 40 ຫາ 50 ຕົ້​ນ  ”

    ແຕ່​ປາງກ່ອນ, ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າ​ຜູ້​ໄທ​ຢູ່ ອຽນ​ເຈົາ ໄດ້​ຮູ້​ຈັກເຂົ້າໄປ​ປ່າ​ເອົາ​ໜໍ່​ໄມ້, ຜັກ​ປ່າ​, ກ້ວຍ​ປ່າມາ​ກິນ. ນັບ​ຕັ້ງ​ແຕ່ນັ້ນ​ເປັນ​ຕົ້ນ​ມາ, ມັນ​ໄດ້​ກາຍ​ເປັນ​ອາ​ຫານ​ທີ່​ຂາດບໍ່​ໄດ້​ຂອງ​ຊາວ​ບ້ານ​ແຫ່ງນີ້​ໃນ​ງານ​ບຸນ, ງານ​ສົບ ແລະ ວັນ​ບຸນ​ຕ່າງໆ. ລຸງ ລື່​ວັນ​ແບ້ງ ຊາວ​ເຜົ່າ​ຜູ້​ໄທຢູ່​ບ້ານ​ນ່າ​ວ່າ, ຕາ​ແສງ ວຽງ​ລ້ານ, ເມືອງ​ອຽນ​ເຈົາ​ໃຫ້​ຮູ້​ວ່າອີກວ່າ  :

     “ ເມື່ອ​ມີ​ງານດອງ, ງານ​ສົບ, ພິ​ທີ​ເຂົ້າ​ເຮ​ືອນ​ໃໝ່, ອາ​ຫານ​ທຸກໆ​ເຍື່ອງ ເຖິງວ່າ​ມີ​ຊີ້ນ, ຜັກ​ຊະ​ນິດ​ຕ່າງໆ​ກໍ​ຕ​າມ, ແຕ່ບໍ່​ອາດ​ຂາດ​ເຍື່ອງ​ແກງ​ກ້ວຍຍວນ​ໄດ້. ຖ້າ​ມີ​ໂອ​ກາດ​ເຂົ້າ​ຮ້ານ​ອາ​ຫານ​ຢູ່​ແຫ່ງນີ້, ແກງກ້ວຍຍວນ ກໍ​ແມ່ນ​ເຍື່ອງ​ອາ​ຫານ​ພິ​ເສດຂອງຊາວ​ເຜົ່າ​ຜູ້​ໄທ ”

          ຍ້ອນ​ວ່າ​ແມ່ນ​ເຍື່ອງ​ອາ​ຫານ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ບໍ​ລິ​ໂພກ​ຈາກ ຊາວ​ເຜົ່າ​ຜູ້​ໄທ, ດັ່ງ​ນັ້ນ​ຊາວ​ບ້ານ​ໄດ້​ເຂົ​້າ​ໄປ​ປ່າ ຊອກ​ຫາ, ຂຸດ​ເອົາ​ຕົ້ນກ້ວຍ​ອ່ອນ​ມາ​ປູກ​ໃນ​ສວນ​ຂອງ​ຕົນ. ເພື່ອ​ປຸງ​ແຕ່ງ​ແກງ​ກ້ວຍ​ທີ່​ແຊ​ບນັ້ນ, ແມ່ນ​ຕ້ອງ​ຮູ້​ຈັກວິ​ທີປຸງ​ແຕ່ງ​ກັບ​ວັດ​ຖຸ​ດິບ, ເຄື່ອງ​ຫອມ​ຕ່າງໆ. ລຸງ ລື່​ວັນ​ແບ້ງ ໃຫ້​ຮູ້​ວ່າ :

   “ ເມື​ອ່​ຕົ້ມ​ແກງຍວນ, ກ່ອນ​ອື່ນ​ໝົດ, ຕ້ອງ​ຕັດ​ຊອຍ​ກ້ວຍເປັນ​ຕອນ​ພໍ​ດີ, ບໍ່​ນ້ອຍ ກໍ​ບໍ່​ໃຫຍ່. ເມື່ອ​ຈັດ​ງານດອງ, ງານ​ສົບ, ເວ​ລານັ້ນ​ເຮົາ​ມີ​ຊີ້ນ​ຄວາຍ, ຊີ້​ນງົວ, ຊີ້​ີນໝູ, ເຮົ​າ​ກໍ​ເອົາ​ກ້ວຍ​ຕົ້ມ​ກັບ​ຊີ້ນ​ງົວ, ຊີ້ນ​ຄວາຍຈຶ່ງ​ແຊບ. ເພື່ອປຸງ​ແຕ່ງ​ແກງກ້ວຍຍວນ ໃຫ້​ແຊບນັ້ນ, ທີ 1 ແມ່ນ​ຕ້ອງ​ຕົ້​ມ​ເປັນ​ເວ​ລາ​ນານ. ທີ 2 ຕ້ອງ​ໃສ່​ໃບ​ໝາກ​ຂາມຫຼື​ໝາກ​ຂາມ​ສົ້ມ​ອີກ​ດ້ວຍ.   ”

          ບໍ່​ພຽງ​ແຕ່​ພໍ່​ແມ່​ພີ​ນ້ອງຊາວ​ເຜົ່າ​ຜູ້​ໄທ​ຢູ່​ບັນ​ດາ​ໝູ່​ບ້ານ ອຽນ​ເຈົາ​ ມັກ​ກິນ ກ້ວຍຍວນເທົ່າ​ນັ້ນ, ຫາກ​ຍັງ​ມີ​ບັນ​ດາ​ຜູ້​ເຖົ້າ, ຜູ້​ແກ່ຕະຫຼອດ​ຮອດ​ເດັກ​ນ້ອຍ​ຢູ່​ແຫ່ງນີ້​ມັກ​ກິນ​ອີ​ກດ້ວຍ. ​ໃນ​ຄວາມຫຼາກຫຼາຍ, ອຸ​ດົມ​ສົມ​ບຸນ​ທາງ​ດ້ານ​ອາ​ຫານ​ການ​ກິນ​ໃນ​ປະ​ຈຸ​ບັນ, ແກງກ້ວຍຍວນຍັງ​ຄົງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ຂາດບໍ່​ໄດ້​ໃນ​ພາ​ເຂົ້າ​ຂອງ ຊາວ​ເຜົ່າ​ຜູ້​ໄທ. ບໍ່​ພຽງ​ແຕ່​ເຊັ່ນ​ນັ້ນ, ແກງກ້ວຍຍວນໃນ​ປະຈຸ​ບັນ ຍັງ​ມີ​ໃນ​ລາຍ​ການ​ອາ​ຫານ​ຢູ່​ພັດ​ຕະ​ຄານຕ່າງໆ ແນ​ໃສ່​ແນະ​ນຳ​ໃຫ້​ແຂກ​ທ່ອງ​ທ່ຽວ​ກ່ຽວ​ກັບ​ລົດ​ຊາດ​ອາ​ຫານ​ຂອງຊາວ​ເຜົ່າ​ຜູ້​ໄທ. ປ້າ ລໍ່​ທິ​ມົນ ຢູ່​ບ້ານ ຕຸມ, ຕາ​ແສງ ຈຽງ​ຄອຍ, ເມືອງອຽນ​ເຈົາ ໃຫ້​ຮູ້​ວ່າ : 

     “ ສຳ​ລັບຊາວ​ເຜົ່າ​ຜູ້​ໄທຢູ່​ອຽນ​ເຈົາ​ແລ້ວ, ເມື່ອ​ເວົ້າ​ກ່ຽວ​ກັບ​ຕົ້ນກ້ວຍຍວນ, ໃນ ເມື່ອ​ມີ​ງານດອງ, ງານ​ສົບ, ພິ​ທີ​ເຂົ້າ​ເຮ​ືອນ​ໃໝ່, ຖ້າ​ຫາກບໍ່​ມີກ້ວຍຍວນ ກໍ​ຖື​ວ່າບໍ່​ມີ​ຄວາມ​ມ່ວນ​ຊື່ນ. ເຖິງວ່າ​ມີ​ຄວາມ​ຂ້ອງ​ຄາ​ໃນ​ງານດອງ, ງານ​ສົບ​ກໍ​ຕາມ, ແຕ່​ກໍ​ຕ້ອງປຸງ​ແຕ່ງເຍື່ອງ​ອາ​ຫານ​ແກງກ້ວຍຍວນ ຍ້ອນ​ວ່າ​ທຸກໆ​ຄົນ​ຕ່າງ​ກໍ​ມັກ​ກິນ, ບໍ່​ວ່າ​ແມ່ນ​ຊາວ​ເຜົ່າກິງຫຼື​ເຜົ່າ​ຜູ້​ໄທ ”

    ຖ້າ​ຫາກນັກ​ທ່ອງ​ທ່ຽວ​ມີ​ໂອ​ກາດ​ມາ​ຢ້ຽມ​ຢາມອຽນ​ເຈົາ, ຢາ​ລືມ​ຊິມ​ລົດ​ຊາດ​ພິ​ເສດ​ຂອງ ​ແກງກ້ວຍຍວນ​ອຽນ​ເຈົາ ຊຶ່ງແມ່ນ​​ເຍື່ອງ​ອາ​ຫານ​ຕິດ​ພັນ​ກັບ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ເຂດ​ພູ​ສູງ​ແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ