ຂັບອົ໊ງ-ທຳນອງເພງຍາມລະດູບານໃໝ່ຢູ່ເຂດພູພຽງຫີນຮ່າຢາງ

(VOVWORLD) -ພໍ່ແມ່ພີ່ນ້ອງເຜົ່າມົ້ງທີ່ແຂວງຮ່າຢາງມີສາງວັດທະນະທຳອັນເປັນປະເພນີ ຫຼາກຫຼາຍສີສັນແລະອຸດົມສົມບູນ. ໃນນັ້ນເປັນເອກະລັກກວ່າໝູ່ ແມ່ນຕ້ອງເວົ້າເຖິງສິລະປະ ຂັບອົ໊ງ(ໝາຍເຖິງຂັບຜ່ານທໍ່ໄມ້ໄຜ່). ໃນໂອກາດບັນດາວັນບຸນໃຫຍ່ ຫຼືບູນເຕັດ, ບັນດາທຳນອງເພງຂັບອົ໊ງໄດ້ຖືກພໍ່ແມ່ພີ້ນ້ອງເຜົ່າມົ້ງ ຂັບຮ້ອງໃຫ້ດັງກ້ອງກັນວານຢູ່ເຂດພູສູງທີ່ໃຫຍ່ໂຕມະໂຫຖານຢູ່ທາງທິດເໜືອຂອງປະເທດຊາດ.
ຂັບອົ໊ງ-ທຳນອງເພງຍາມລະດູບານໃໝ່ຢູ່ເຂດພູພຽງຫີນຮ່າຢາງ - ảnh 1ຂັບອົ໊ງແມ່ນປະເພດສິລະປະຂັບກ້ຽວ ຂັບຕອບກັນ

     ຂັບອົ໊ງແມ່ນປະເພດສິລະປະຂັບກ້ຽວ ຂັບຕອບກັນແຕ່ລະຄຳປະໂຫຍກໃນບົດເພງກໍ່ລ້ວນແຕ່ສະແດງໃຫ້ເຫັນການຕອບກັນດ້ວຍຄວາມເກັ່ງກ້າສະຫຼາດສະຫຼຽວແລະເປັນຕະຫຼົກຂອງຜູ້ຂັບຮ້ອງ. ເຂົາເຈົ້າຂັບຮ້ອງດ້ວຍທໍ່ຜູ້ລະຫົວຂັບໄປຂັບມາຫຼາຍເທື່ອລະຫວ່າງຄູ່ບ່າວສາວຄູ່ຍິງ, ຄູ່ຊາຍຫຼືແຕ່ລະໝູ່ນັກຮ້ອງນຳກັນ. ຜູ້ເຖົ້າຜູ້ແກ່ບ່າວສາວກໍ່ລ້ວນແຕ່ ຂັບອົ້ງໃນບັນດາງານບຸນໄດ້. ເມື່ອຂັບຮ້ອງຢູ່ຫົວໜຶ່ງຂອງທໍ່ໃຊ້ເພື່ອຂັບຮ້ອງປຽບເໝືອນໄມ, ສ່ວນຫົວເບື້ອງນັ້ນຂອງທໍ່ ແມ່ນຕັ້ງໃສ່ຫູເພື່ອຟັງ ແລ້ວຂັບຕອບກັນ. ສຽງຂັບກ້ຽວປະສານກັບສຽງຂຸ່ຍສຽງແຄນເຜົ່າມົ້ງໃນງານບຸນ ເບິ່ງຄືວ່າໄດ້ເຮັດໃຫ້ທຸກໆຄົນສາມາດລືມຄວາມອິດເມື່ອຍພາຍຫຼັງອອກແຮງງານດ້ວຍຄວາມລຳບາກມາເປັນເວລາໜຶ່ງປີ. ຂັບອົ໊ງ ເຄີຍຖືກຈັດຂຶ້ນຢູ່ບັນດາງານບຸນຫຼືໂອກາດເປີດຕະຫຼາດນັດຢູ່ເຂດພູສູງ. ມີບ່າວສາວຫຼາຍຄູ່ຈາກການເຂົ້າຮ່ວມ ຂັບອົ໊ງນີ້ ຈຶ່ງມີໂອກາດໄດ້ກາຍເປັນຄູ່ຜົວເມຍກັນ. ນາງເຫົ່າທິເຈົ໋າ ຢູ່ບ້ານມໍ່ສ່າຍ ຕາແສງແທັງເວີນ ເມືອງກ໋ວນບະ ໃຫ້ຮູ້ວ່າ:

     “ຂ້າພະເຈົ້າຊົມຊອບທຳນອງເພງຂັບອົ໊ງຂອງເຜົ່າຕົນທີ່ສຸດ. ແຕ່ລະຄຳປະໂຫຍກຂອງຂັບອົ໊ງກໍ່ສະແດງໃຫ້ເຫັນຄວາມໝາຍຢ່າງເລິກເຊິ່ງກ່ຽວກັບຊີວິດການເປັນຢູ່, ກ່ຽວກັບຄຄວາມຮັກແພງ, ຄວາມຮັກຂອງຄູ່ບ່າວສາວ… ເຖິງວ່າປີນີ້ມີອາຍຸສູງແລ້ວກໍ່ຕາມແຕ່ຂ້າພະເຈົ້າຍັງຊົມຊອບການຂັບຮ້ອງທີ່ສຸດເມື່ອໄດ້ຂັບຮ້ອງຂ້າພະເຈົ້າຮູ້ສຶກເຮົາໜຸ່ມຂຶ້ນຈິດໃຈກໍ່ສະຫວາດສະເຫວີຍ, ຂ້າພະເຈົ້າກໍ່ໄດ້ຂັບຮ້ອງເພື່ອໃຫ້ໄວໜຸ່ມເຫັນໄດ້ເຖິງອັນດີແລະຄວາມໝາຍຂອງສິລະປະຂັບອົ໊ງເພື່ອໃຫ້ໄວໜຸ່ມສາມາດສືບຕໍ່ຮັກສາສິລະປະປະເພດນີ້ ບໍ່ໃຫ້ມັນສູນຫາຍໄປ”.

       ຂັບອົ໊ງຖືກພໍ່ແມ່ພີ່ນ້ອງໃນແຂວງຮ່າຢາງຮັກສາແລະສືບທອດກັນຜ່ານຫຼາຍເຊັ່ນຄົນ. ບັນດາວັດຖຸທີ່ຫາງ່າຍຄືໄມ້ໄຜ່ ໄມ້ເຮ້ຍ, ເສັ້ນດ້າຍກໍ່ໄດ້ກາຍເປັນພາຫະນະຕິດຕໍ່ແລກປ່ຽນຄວາມຮັກແພງ. ກ່ຽວກັບວິທີເຮັດທໍ່ໄມ້ໄຜ່ ເພື່ອຂັບຮ້ອງ. ລຸງຫວ່າງເຈິ໊ນຢ໊າວ ຢູ່ບ້ານມໍສ່າຍຕາແສງແທັງເວິນເມືອງກ໋ວນບະແຂວງຮ່າຢາງໃຫ້ຮູ້ວ່າ:

     “ເພື່ອເຮັດທໍ່ຂັບຮ້ອງແມ່ນງ່າຍດາຍທີ່ສຸດ. ຕ້ອງຕັດເອົາໄມ້ໄຜ່ສອງຫົວປະມານ 20 ຊັງຕີແມັດ ມີເສັ້ນຜ່ານກາງ 10 ຊັງຕີແມັດ, ປະໃຫ້ຮົ່ວສອງຫົວ. ແລ້ວເອົາກະເພາະໄກ່ລ້າງໃຫ້ສະອາດເພື່ອໃຊ້ຕິດຫົວໜຶ່ງ ຫຼັງຈາກນັ້ນໃຊ້ເສັ້ນດ້າຍມັດຫົວໜຶ່ງ ແລ້ວສອດຜ່ານເຍື່ອກະເພາະໄກ່. ສ່ວນຫົວໜຶ່ງຂອງທໍ່ທີ່ຍັງເຫຼືອແມ່ນເຮັດຄ້າຍຄືກັນແລະກໍ່ເຊື່ອມຕໍ່ກັນ, ເສັ້ນດ້າຍມີຄຸນປະໂຫຍດສົ່ງສັນຍານ

      ຊີວິດດ້ານເສດຖະກິດສັງຄົມນັບມື້ນັບຂະຫຍາຍຕົວ, ດ້ວຍການປະສົມປະສານລະຫວ່າງພື້ນຖານວັດທະນະທຳແຕ່ສິລະປະຂັບອົ໊ງຍັງຄົງຖືກພໍ່ແມ່ພີ່ນ້ອງເຜົ່າມົ້ງຢູ່ແຂວງຮ່າຢາງສືບທອດກັນຮັກສາກາຍເປັນອາຫານທາງດ້ານຈິດໃຈທີ່ຂາດບໍ່ໄດ້ໃນງານບຸນ. ມາຢ້ຽມຢາມແຂວງຮ່າຢາງໃນຊຸມວັນຕົ້ນລະດູບານໃໝ່ ໄດ້ຄົ້ນຫາວັດທະນະທຳອັນເປັນປະເພນີຂອງຊາວເຜົ່າມົ້ງ, ໄດ້ເຊື່ອມຕົວເຂົ້າກັບທຳນອງເພງຂັບອົ໊ງ, ແນ່ນອນວ່າຈະສ້າງອະນຸສອນຍາກທີ່ຈະລືມໄດ້ໃນການເດີນທາງທ່ອງທ່ຽວ ຄົ້ນຫາຍາມລະດູບານໃໝ່ຂອງແຂກທ່ອງທ່ຽວແຕ່ລະຄົນ. 

ຕອບກັບ

ຂ່າວ/ບົດ​ອື່ນ