ຄວາມປະທັບໃຈຕໍ່ເຂດວັດທະນະທຳ ໂຮ່ຈີມິນ

(VOVWORLD) -ການສ້າງເຂດວັດທະນະທຳ ໂຮ່ຈີມິນ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມໃນແຜນຍຸດທະສາດພັດທະນາຂະແໜງວັດທະນະທຳນະຄອນ ໂຮ່ຈີມິນ ໄລຍະ 2020 – 2035. ກິດຈະກຳນີ້ໄດ້ ແລະ ພວມຖືກຜັນຂະຫຍາຍຢ່າງແຂງແຮງ ຢູ່ບັນດາອົງການ ສຳນັກງານ ຫົວໜ່ວຍ ຄຸ້ມທະຖົນ, ໂຮງຮຽນ, ສະຖານທີ່ທາງສາສະໜາໃນບໍລິເວນນະຄອນ ອັນໄດ້ສ້າງສີສັນວັດທະນະທຳເປັນເອກະລັກສະເພາະໃນວິວັດການພັດທະນານະຄອນ ໂຮ່ຈີນ ທີ່ສີວິໄລທັນສະໄໝ ແລະ ມິດຈິດມິດໃຈ
ຄວາມປະທັບໃຈຕໍ່ເຂດວັດທະນະທຳ ໂຮ່ຈີມິນ - ảnh 1

ບັນດາສິ່ງພິມ, ຮູບຖ່າຍ, ເອກະສານອັນລ້ຳຄ່າກ່ຽວກັບປະທານໂຮ່ຈິມິນຖືກນຳມາວາງສະແດງຢູ່ເຂດວັດທະນະທຳໂຮ່ຈິມິນ

     ປັດຈຸບັນໃນບໍລະເວນນະຄອນ ໂຮ່ຈີມິນ ມີຫຼາຍກວ່າ 2.900 ຮູບແບບເຂດວັດທະນະທຳ ໂຮ່ຈີມິນ ຢູ່ທີ່ບັນດາສຳນັກງານອົງການຫົວໜ່ວຍສະຖານທີ່ທາງສາສະໜາ, ອາພາດເມັນ… ຫຼາຍຮູບແບບກິດຈະກຳເຂດວັດທະນະທຳ ໂຮ່ຈີມິນ ຖືກສ້າງຂຶ້ນດ້ວຍເນື້ອໃນຮູບການທີ່ອຸດົມສົມບູນຄື ຕູ້ປຶ້ມລຸງໂຮ່; ງານວາງສະແດງຮູບຖ່າຍກ່ຽວກັບລຸງ ໂຮ່; ການປະກວດຊອກຮູ້ກ່ຽວກັບຊີວິດ ແລະ ພາລະກິດປະທານ ໂຮ່ຈີມິນ, ບັນດາງານແຂ່ງຂັນວັດທະນະທຳ - ສິລະປະວັນນະຄະດີ ຍ້ອງຍໍສັນລະເສີມ ໂຮ່ຈີມິນ.

      ຢູ່ທີ່ສະຫະພັນແມ່ຍິງນະຄອນ ໂຮ່ຈີມິນ ດ້ວຍຄວາມເປັນເອກະລັກສະເພາະ, ເຂດວັດທະນະທຳ ໂຮ່ຈີມິນ ໄດ້ຖືກຈັດສັນຢູ່ທີ່ສຳນັກງານດ້ວຍບັນດາກິດຈະກຳການເຄື່ອນໄຫວຄື ຄໍລ້ຳ “ຄຳສັ່ງສອນຂອງລຸງ ໂຮ່ ເມື່ອກ່ອນນີ້”, “ເລື່ອງລາວກ່ຽວລຸງ ໂຮ່”; “ປຸກລະດົມສະມາຊິກມະມາຄົມແມ່ຍິງແຂວນຮູບຖ່າຍລຸງ ໂຮ່ ຢູ່ເຮືອນ; ແຂ່ງຂັນແຕ່ລະຄົນເລືອກເອົາກິລາປະເພດໜຶ່ງ ເພື່ອຝຶກແອບໃນແຕ່ລະວັນ ຕິດພັນກັບບັ້ນຂົນຂວາຍ “ທົ່ວປວງຊົນ ຝຶກແອບຮ່າງກາຍຕາມແບບຢ່າງລຸງ ໂຮ່ ຜູ້ຍິ່ງໃຫຍ່”… ທ່ານ ນາງ ຈິ້ງທິແທັງ ຮອງປະທານສະຫະພັນແມຍິງນະຄອນ ໂຮ່ຈີມິນ ຖືວ່າ:

      “ຢູ່ນີ້ ກໍ່ເຄີຍຈັດຕັ້ງບັນດາການເຄື່ອນໄຫວ ຂະບວນການສະມາຄົມ, ດັ່ງນັ້ນການສ້າງເຂດວັດທະນະທຳ ໂຮ່ຈີມິນ ຢູ່ທີ່ສຳນັກງານສະຫະພັນແມ່ຍິງນະຄອນ ໄດ້ປະກອບສ່ວນແຜ່ກະຈາຍຢ່າງແຂງແຮງກ່ຽວກັບຄຸນຄ່າ ແນວຄິດຄຸນສົມບັດ ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ”.

     ໂດຍໄດ້ຮັບຖືວ່າ ນີ້ແມ່ນກິດຈະກຳທີ່ຕ້ອງໄດ້ສຸມຈິດສຸມໃຈ, ພະນັກງານນັກຮົບ, ທະຫານລາດເມືອງ ຝູຍ້ວນ ສັງກັດກອງບັນຊາການນະຄອນ ໂຮ່ຈີມິນ ໄດ້ໝູນໃຊ້ການຫັນເປັນດີຈີຕອນ ເຂົ້າໃນການສ້າງເຂດວັດທະນະທຳ ໂຮ່ຈີມິນ. ທ່ານ ຈິ້ງຮວ່າງແຄັງ ຫົວໜ້າກອງບັນຊາການທະຫານຕາແສງ 8 ເມືອງ ຝູຍ້ວນ ໃຫ້ຮູ້ວ່າ:

     “ໃນວິວັດການປະຕິບັດ  ໄດ້ມີການຄົ້ນຄວ້າຊອກຮູ້ ຮຽນຮູ້ຈາກບັນດາກົມກອງຢູ່ໃກ້ຄຽງ ກໍ່ຄືໄດ້ຮັບການຊີ້ນຳຈາກອຳນາດການປົກຄອງຕາແສງກ່ຽວກັບເນື້ອໃນປະຕິບັດການກວດລະຫັດ QR. ດ້ວຍເຂດວັດທະນະທຳ ໂຮ່ຈີມິນ, ນັກຮົບທະຫານລາດໄດ້ມີບ່ອນເພື່ອຮ່ຳຮຽນຕື່ມກ່ຽວກັບແນວຄິດຂອງລຸງ ໂຮ່ ແລະ ຮຽນຄວາມລື້ງເຄີຍອ່ານປຶ້ມ”.

    ໂດຍແມ່ນເມືອງໃຈກາງຂອງນະຄອນ ໂຮ່ຈີມິນ,ອຳນາດການປົກຄອງເມືອງໜຶ່ງໄດ້ກຳນົດການສ້າງເຂດວັດທະນະທຳ ໂຮ່ຈີມິນ ແມ່ນໜ້າທີ່ສຳຄັນ ແລະ ຍາວນານ. ມີຫຼາຍຮູບແບບກິດຈະກຳລະອຽດ ຮູບການທີ່ອຸດົມສົມບູນໄດ້ຖືກຜັນຂະຫຍາຍ. ທ່ານ ໂຕທິບິກເຈົາ ເລຂາຄະນະພັກເມືອງ 1 ໃຫ້ຮູ້ວ່າ:

      “ເຂດວັດທະນະທຳ ໂຮ່ຈີມິນ ມີວັດທະນະທຳເປັນວັດຖຸ ແລະ ວັດທະນະທຳບໍ່ເປັນວັດຖຸ. ໃນການສ້າງເຂດນີ້, ປະຊາຊົນມີຄວາມຫວັງແນວໃດ, ບັນດາບັນຫາທີ່ທີ່ດີງາມຄືແນວໃດ, ຕ້ອງສ້າງຄວາມເຫັນດີເຫັນພ້ອມໃນສັງຄົມຢ່າງສູງກວ່າ ດ້ວຍວິທີໂຄສະນາຂົນຂວາຍ ຮັບຟັງການສ່ອງແສງຂອງປະຊາຊົນ”.

     ດ້ວຍການຮ່ວມແຮງຮ່ວມໃຈ ທະວີຄູນກິດຈະກຳການເຄື່ອນໄຫວ, ມີຫຼາຍທ້ອງຖິ່ນໄດ້ຂົນຂວາຍບັນດາຮາກຖານ ວິສາຫະກິດ ປະດັບປະດາ “ເຂດຮ່ຳຮຽນ ແລະ ເຮັດຕາມແບບຢ່າງປະທານ ໂຮ່ຈີມິນ”, ວາງສະແດງບັນດາປຶ້ມທີ່ດີ, ຮູບພາບ ວັດຖຸພັນຕິດພັນການຊີວິດ ແລະ ພາລະກິດຂອງລຸງ ໂຮ່. ທ່ານ ເຢືອງແອັງດຶກ ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ:

      “ໄດ້ມີຫຼາຍຮູບການ ແບບວິທີຜັນຂະຫຍາຍທີ່ອຸດົມສົມບູນ ຍ້ອງຍໍສັນລະເສີມ ເປີດກວ້າງຮູບແບບ ຕົວແແບບຮ່ຳຮຽນ ແລະ ເຮັດຕາມປະທານ ໂຮ່ຈີມິນ. ຜ່ານນັ້ນກໍ່ໄດ້ລະດົມກຳລັງໃຈສົ່ງເສີມຢ່າງເປັນທາງການຕໍ່ການສູ້ຊົນພະຍາຍາມຂອງໝູ່ຄະນະ ສ່ວນບຸກຄົນ ອັນໄດ້ສ້າງເປັນຂະບວນການຮ່ຳຮຽນເຮັດຕາມວິທີຢ່າງລະອຽດແທດຈິງ ແລະ ມີປະສິດທິຜົນທີ່ສຸດ”.

     ການສ້າງເຂດວັດທະນະທຳ ໂຮ່ຈີມິນ ບໍ່ພຽງແຕ່ແມ່ນຄວາມເປັນກຽດເທົ່ານັ້ນ ຫາກຍັງແມ່ນຄວາມຮັບຜິດຊອບຂອງຊາວນະຄອນ ໂຮ່ຈີມິນ ແຕ່ລະຄົນອີກດ້ວຍ. ໂດຍໄດ້ເສີມຂະຫຍາຍບັນດາມໍລະດົກວັດທະນະທຳເປັນວັດຖຸ ພ້ອມກັບບັນດາຄຸນຄ່າວັດທະນະທຳທາງດ້ານຈິດໃຈທີ່ເຂັ້ມຂົ້ນໄປດ້ວຍຂີດໝາຍປະທານ ໂຮ່ຈີມິນ ຍາມໃດກໍ່ມີຄວາມໝາຍຢ່າງຕັ້ງໜ້າຕໍ່ຊາວ ຫວຽດນາມ ພ້ອມກັນນັ້ນກໍ່ໄດ້ປະກອບສ່ວນສ້າງສີສັນວັດທະນະທຳສະເພາະໃນຂະບວນວິວັດພັດທະນານະຄອນ ໂຮ່ຈີມິນ ອະລິຍະທຳ ທັນສະໄໝ. 

ຕອບກັບ

ຂ່າວ/ບົດ​ອື່ນ