ງານບຸນ ຊິງໂກ - ລອງຫ໋າຍ: ຈຸດທີ່ພົ້ນເດັ່ນ ດຶງດູດແຂກທ່ອງທ່ຽວຂອງແຂວງ ບ່າເຣັຍ - ຫວຸງເຕົ່າ

(VOVWORLD) -  ງານບຸນ ຊິງໂກ ຢູ່ແຂວງ ບ່າເຣັຍ - ຫວຸງເຕົ່າ ແມ່ນໜຶ່ງໃນບັນດາງານບຸນໃຫຍ່ກວ່າໝູ່ຂອງຊາວປະມົງເຂດແຄມທະເລພາກໃຕ້.ງານບຸນແມ່ນຂຶ້ນກັບວັດທະນະທຳການເຫຼື້ອມໃສບູຊາພະແມ່ ເຊິ່ງແມ່ນໜຶ່ງໃນບັນດາເຫດການວັດທະນະທຳ - ທ່ອງທ່ຽວໃຫຍ່ໃນປີ ຂອງແຂວງ ບ່າເຣັຍ - ຫວູງເຕົ່າ.ປັດຈຸບັນງານບຸນ ຊິງໂກ ໄດ້ແຜ່ຂະຫຍາຍອອກສູ່ວົງກວ້າງກາຍເປັນຈຸດວັດທະນະທຳທີ່ເປັນເອກະລັກຂອງຫຼາຍນະຄອນແຄມທະເລພາກໃຕ້. 
ງານບຸນ ຊິງໂກ - ລອງຫ໋າຍ: ຈຸດທີ່ພົ້ນເດັ່ນ ດຶງດູດແຂກທ່ອງທ່ຽວຂອງແຂວງ ບ່າເຣັຍ - ຫວຸງເຕົ່າ - ảnh 1ລາຍການສິລະປະໃນງານບຸນຊິງໂກ
 
 

 ນັບແຕ່ຮຸ່ງເຊົ້າວັນທີ 12 ເດືອນ ຍີ່ ໄລ່ຕາມຈັນທະປະຕິທິນ ບັນດາເຮືອກຳປັ່ນມຸ່ງໄປສູ່ທະເລ ກໍ່ລ້ວນແຕ່ທຳພິທີແຫ່ວໍພະແມ່. ເຮືອລຳໜຶ່ງຂອງຊາວປະມົງເຊິ່ງໄດ້ຮັບຖືວ່າ ແມ່ນເຮືອເດີນທະເລໄດ້ຮັບຜົນງານດີເດັ່ນທີ່ສຸດໃນປີ ຈະໄດ້ຮັບເລືອກເປັນເຮືອນຳໜ້າ ເທິງເຮືອກໍ່ມີວໍຂອງພະແມ່ ພ້ອມກັບບັນດາທ່ານໃນຄະນະຈັດຕັ້ງພິທີ, ບັນດາຜູ້ອາຍຸສູງ. ໃນທ່າມກາງສຽງດັງກ້ອງກັນວານຂຶ້ນ, ຂະບວນເຮືອຕິດຕໍ່ກັນເດີນທະເລ ປະມານສອງສາມໄມທະເລກໍ່ຈະຮອດບ່ອນທີ່ພະແມ່ຮັບເຫດຮ້າຍເມືອກ່ອນນີ້, ເຈົ້າພາບຈັດພິທີຈະເລີ່ມຕົ້ນພິທີແຫ່ວໍພະແມ່ ມາຮັບປະທານອາຫານໃນວັນໄຫວ້ບູຊາ

     ໃນຊຸມມື້ຈັດງານບຸນ, ຫໍບູຊາພະແມ່ໄດ້ຖືກປະດັບປະດາຢ່າງສວຍສົດງົດງາມ. ເຮືອລຳຕ່າງໆຈາກບັນດາໝູ່ບ້ານຊາວປະມົງ ຄື ລອງຫ໋າຍ, ເຟືອກຫ໋າຍ, ຫວຸງເຕົ່າ… ແລະ ເຮືອບາງລຳຈາກພາກກາງເດີນມານີ້ ກໍ່ລ້ວນແຕ່ຖືກປະດັບປະດາຢ່າງສວຍງາມ.ເຮືອລຳໃດກໍ່ມຸ່ງໜ້າສູ່ຫໍບູຊາພະແມ່ ເພື່ອປະຕິບັດພິທີກຳ. ທ່ານ ເຈິ່ນກວັກເຢິ໊ນ ຮອງປະທານຄະນະກຳມະການປະຊາຊົນເທດສະບານ ລອງຫ໋າຍ ເມືອງ ລອງດ່ຽນ ໃຫ້ຮູ້ວ່າ:

     “ຊາວທ້ອງຖິ່ນທີຄວາມຫວັງວ່າ ເມື່ອຮອດເວລາຈັດງານບຸນ ຊິງໂກ ແມ່ນພາວະນາໃຫ້ປະເທດຊາດມີສັນຕິພາບ ປະຊາຊົນມີຄວາມຢູ່ເຢັນເປັນສຸກ ດິນຟ້າອາກາດອຳນວຍຄວາມສະດວກ ເພື່ອໃຫ້ປະຊາຊົນມີຄວາມໝັ້ນໃຈເດີນເຮືອຈັບຫາປາ. ພວກຂ້າພະເຈົ້າຈະຍົກລະດັບງານບຸນໃນປີ 2024 ເພື່ອຈະມີການເຄື່ອນໄຫວຫຼາຍຢ່າງທີ່ສົມເປັນງານບຸນວັດທະນະທຳລະດັບຊາດ”

       ນອກຈາກຂັ້ນຕອນທຳພິທີໄຫວ້ບູຊາ, ຂັ້ນຕອນຈັດງານບຸນກໍ່ມີການເຄື່ອນໄຫວສະແດງຄື ຂັບເດີນກາຕາຍຕື໋, ປ່ອຍວ່າວສິລະປະຢູ່ຫາດຊາຍທະເລ, ແຂ່ງຂັນບານສົ່ງຫາດຊາຍທະເລ ຍິງ ຊາຍ, ຂີ່ໄມ້ໂຢກເຢກບົນຫາດຊາຍ….     ທ່ານ ໂຮ່ງອກຢາວ ຮອງຫົວໜ້າຄະນະຄຸ້ມຄອງເຂດປູຊະນີຍະສະຖານເມືອງ ລອງດ່ຽນ ໃຫ້ຮູ້ວ່າ:

     “ງານບຸນປ່ອຍວ່າວ ຊິງໂກ ໃນປີນີ້ ແມ່ນເທື່ອທຳອິດຖືກຈັດຂຶ້ນ. ນີ້ແມ່ນການເລີ່ມຕົ້ນໃຫ້ແກ່ຂັ້ນຕອນຈັດງານບຸນທີ່ມີຊີວິດຊີວາ ອັນໄດ້ສ້າງຂີດໝາຍທີ່ໜ້າປະທັບໃຈໃຫ້ແກ່ງານບຸນ ຊິງໂກ ໃນປີນີ້ ແລະ ຊຸມປີຕໍ່ໆໄປ. ພວກຂ້າພະເຈົ້າຈະຍົກສູງຂັ້ນຕອນຈັດງານບຸນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໄປວັດວາອາຮາມຂອງແຂກທ່ອງທ່ຽວ”.

ງານບຸນ ຊິງໂກ - ລອງຫ໋າຍ: ຈຸດທີ່ພົ້ນເດັ່ນ ດຶງດູດແຂກທ່ອງທ່ຽວຂອງແຂວງ ບ່າເຣັຍ - ຫວຸງເຕົ່າ - ảnh 2ວັດ ຊິງໂກ
(ພາບ: ittpa.baria-vungtau.gov.vn)

     ພາຍຫຼັງໄດ້ຮັບການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າອັນເປັນປະເພນີຂອງງານບຸນ ຊິງໂກ ເປັນເວລາ 200 ປີ, ຊາວເມືອງ ລອງດ່ຽນ ກໍ່ມີຄວາມເປັນກຽດຢ່າງຍິ່ງ ພ້ອມກັບຄວາມເອກອ້າທະນົງໃຈ ຂະນະທີ່ທ່ານລັດຖະມົນຕີກະຊວງ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ ໄດ້ປະກາດໃຊ້ຂໍ້ຕົກລົງ ເລກທີ 237 ລົງວັນທີ 14 ກຸມພາ ປີ 2023 ກ່ຽວກັບການປະກາດບັນຊີລາຍຊື່ປູຊະນີຍະສະຖານວັດທະນະທຳບໍ່ເປັນວັດຖຸລະດັບຊາດ ໃຫ້ແກ່ງານບຸນ ຊິງໂກ ເທດສະບານ ລອງຫ໋າຍ ເມືອງ ລອງດ່ຽນ ແຂວງ ບ່າເຣັຍ - ຫວຸງເຕົ່າ. ສິ່ງນີ້ຈະປະກອບສ່ວນຊຸກຍູ້ຂະແໜງທ່ອງທ່ຽວຂອງທ້ອງຖິ່ນໃນໄລຍະທີ່ຈະມາເຖິງ. ທ່ານ ເລິມວັນຮົ່ງ ປະທານຄະນະກຳມະການປະຊາຊົນເມືອງ ລອງດ່ຽນ ໃຫ້ຮູ້ວ່າ:

     “ງານບຸນ ຊິງໂກ ປີ 2023 ໄດ້ຮັບການຮັບຮອງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ. ນີ້ແມ່ນຄວາມເອກອ້າງທະນົງໃຈ, ເປັນກຳລັງໜູນທາງດ້ານຈິດໃຈໃຫ້ແກ່ພໍ່ແມ່ພີ່ນ້ອງ. ພ້ອມກັນນັ້ນກໍ່ແມ່ນໜ້າທີ່ຮັບຜິດຊອບ ເພື່ອໃນໄລຍະທີ່ຈະມາເຖິງ ຕ້ອງອະນຸລັກເສີມຂະຫຍາຍໃຫ້ແທດເໝາະກັບນາມມະຍົດໃໝ່”.

     ປີນີ້ງານບຸນ ຊິງໂກ - ລອງຫ໋າຍ ດຶງດູດແຂກທ່ອງທ່ຽວຊາວທ້ອງຖິ່ນນັບແສນ ເທື່ອຄົນມາໄຫວ້ບູຊາ ພາວະນາໃຫ້ການດຳລົງຊີວິດໄດ້ຮັບຜົນດີ, ມີຄວາມຢູ່ເຢັນເປັນສຸກ. ການເຂົ້າຮ່ວມ ແລະ ລະດົມກຳລັງໃຈຂອງແຂກທ່ອງທ່ຽວໄດ້ເຮັດໃຫ້ງານບຸນ ຊິງໂກ - ລອງຫ໋າຍເພີ່ມຄວາມດູດດື່ມຫຼາຍຂຶ້ນ ເຊິ່ງບໍ່ພຽງແຕ່ມີສິສັນຊາດເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມມຸ່ງຫວັງຂອງປະຊາຊົນ ເຊິ່ງຍາມໃດກໍ່ຫວັງມີຄວາມສຸກຄວາມອີ່ມໜຳສຳລານ.

ຕອບກັບ

ຂ່າວ/ບົດ​ອື່ນ