ງານວາງສະແດງ “ໜອງໂຮ່ເກືອມ, ທາງແຍກຕາເວັນອອກຕາເວັນຕົກ” ວາດພາບເຖິງຄວາມຊົງຈຳອັນດີງາມກ່ຽວກັບຮ່າໂນ້ຍເມື່ອກ່ອນນີ້

(VOVWORLD) -“ໜອງໂຮ່ເກືອມ, ທາງແຍກຕາເວັນອອກຕາເວັນຕົກ” ແມ່ນຊື່ຂອງງານວາງສະແດງພວມດຳເນີນຢູ່ສູນຖະແຫຼງຂ່າວວັດທະນະທຳໂຮ່ເກືອມແລະເຂດຖະໜົນຍ່າງເລຖາຍໂຕ໋ຮ່າໂນ້ຍ. ຜ່ານງານວາງສະແດງມວນຊົນສາມາດເຂົ້າໃຈກ່ຽວກັບການປ່ຽນແປງໂສມໜ້າຂອງຮ່າໂນ້ຍເມື່ອກ່ອນນີ້, ລຍະທ້າຍສະຕະວັດທີ XIX ແລະຕົ້ນສະຕະວັດທີ XX, ລະຫວ່າງຝ່າຍຕາເວັນແລະຕາເວັນຕົກ, ລະຫວ່າງຄວາມເກົ່າແກ່ ແລະ ທັນສະໄໝ.
ງານວາງສະແດງ “ໜອງໂຮ່ເກືອມ, ທາງແຍກຕາເວັນອອກຕາເວັນຕົກ” ວາດພາບເຖິງຄວາມຊົງຈຳອັນດີງາມກ່ຽວກັບຮ່າໂນ້ຍເມື່ອກ່ອນນີ້ - ảnh 1ງານວາງສະແດງໄດ້ເຮັດໃຫ້ມວນຊົນຫວນຄືນຮູບພາບສະຖານທີ່ປະຫວັດສາດ ແລະ ອະນຸສອນອັນດີງາມໃນຄວາມຊົງຈຳ
 
 

 ກ້າວເຂົ້າສູ່ເຂດສູນຖະແຫຼງຂ່າວວັດທະນະທຳໂຮ່ເກືອມ, ເຮືອນເລກທີ 2 ຖະໜົນຫຼີຖາຍໂຕ໋ຮ່າໂນ້ຍ, ຄວາມປະທັບໃຈທຳອິດສຳລັບຜູ້ຊົມແມ່ນພາບຂາວດຳຂະໜາດໃຫຍ່ເຊິ່ງໄດ້ພັນລະນາໂສມໜ້າໜອງໂຮ່ເກືອມໃນປີ 1873 ແລະ 1884. ດ້ວຍຄວາມແຕກຕ່າງກັບທັດຊະນີຍະພາບທີ່ມີຊີວິດຊີວາແລະດູດດື່ມຂອງໜອງໂຮ່ເກືອມໃນປັດຈຸບັນ, ໃນຈຸດເວລານັ້ນ ໜອງໂຮ່ເກືອມຍັງມີໂສມໜ້າເປັນໜອງເບິ່ງເຂດຊົນນະບົດດ້ວຍບັນດາຂົວໄມ້ໄຜ່ຕັ້ງແຄມໜອງຮັບໃຊ້ຊີວິດປະຈຳວັນຂອງປະຊາຊົນ, ຢູ່ອ້ອມໜອງກໍ່ມີຕູບນ້ອຍຂອງປະຊາຊົນຖືກຕັ້ງເດຍລະດາດ. ພ້ອມກັນນັ້ນແມ່ນຮູບຖ່າຍຂອງບັນດາຮ້ານຂາຍດອກໄມ້ເຊິ່ງ ຊາວຝຣັ່ງໄດ້ປຸກສ້າງຂຶ້ນຢູ່ແຈໜຶ່ງຂອງໜອງໂຮ່ເກືອມ. ນັ້ນແມ່ນຄຸ້ມຖະໜົນຫ່າງໄຄ - ດິງຕຽນຮວ່າງໃນວັນນີ້ ດ້ວຍບັນດາຮ້ານຄ້າຕິດຕໍ່ກັນ. ທ່ານເຈິ່ນດວ່ານເລິມ ນັກຄົ້ນຄວ້າປະຫວັດສາດໃຫ້ຮູ້ວ່າ:

       “ງານວາງສະແດງແມ່ນໂອກາດເພື່ອໃຫ້ຂ້າພະເຈົ້າໄດ້ຄົ້ນຫາມໍລະດົກ, ປະຫວັດສາດແລະມູນເຊື້ອຂອງດິນແດນແຫ່ງໜຶ່ງທີ່ເປັນໜ້າຖະໜຸຖະໜອມນັ້ນແມ່ນນະຄອນຫຼວງຮ່າໂນ້ຍ. ບໍ່ວ່າແມ່ນຜູ້ໃດມີໂອກາດໄດ້ເຂົ້າເຖິງບັນດາເອກະສານທີ່ເກົ່າແກ່ພິເສດແມ່ນເອກະສານດ້ວຍຮູບຖ່າຍ”.

       ໂດຍຜ່ານການເວລາ, ນະຄອນຫຼວງຮ່າໂນ້ຍໄດ້ມີການປ່ຽນແປງຫຼາຍຢ່າງ, ໃນນັ້ນ ໜອງໂຮ່ເກືອມໄດ້ກາຍເປັນສູນກາງປົກຄອງ, ການເຫຼື້ອມໃສ, ການຄ້າ,  ການບໍລິການ ແລະ ວັດທະນະທຳບັນເທີງເຊິ່ງແມ່ນທາງແຍກເຊື່ອມຕໍ່ລະຫວ່າງສະຖາປັດຕະຍະກຳ ແລະ ວັດທະນະທຳຝ່າຍຕາເວັນອອກ, ຕາເວັນຕົກ. ທ່ານນາງເຈິ່ນທິມາຍເຮືອງ ຜູ້ອຳນວຍການສູນຮັກສາສຳເນົາແຫ່ງຊາດເລກ 1 ໃຫ້ຮູ້ວ່າ:

      “ທາງແຍກຕາເວັນອອກຕາ - ຕາເວັນຕົກແມ່ນຫຼັກຖານຢັ້ງຢືນການປະສົມປະສານທາງດ້ານວັດທະນະທຳລະຫວ່າງຝ່າຍຕາເວັນອອກ ແລະ ຕາເວັນຕົກກ່ອນທີ່ຝຣັ່ງເຂົ້າມາແລະ ເມື່ອຝຣັ່ງເຂົ້າມານັ້ນ ກໍ່ໄດ້ນຳວັດທະນະທຳຝ່າຍຕາເວັນຕົກເຂົ້າມານຳ.  ນັ້ນແມ່ນນັບທັງກິດຈະກຳສະຖານປັດຕະຍະກຳຢູ່ອ້ອມໜອງໂຮ່ເກືອມກໍ່ມີສີສັນແບບນີ້.  ຜ່ານງານວາງສະແດງ ພວກຂ້າພະເຈົ້າກໍ່ຢາກໃຫ້ມວນຊົນຮູ້ຈັກເຖິງເອກະສານສຳເນົາທີ່ຍັງເກັບຮັກສາບັນດາຮູບພາບກ່ຽວກັບຮ່າໂນ້ຍໃນລະດູໃບໄມ້ຫຼົ່ນແມ່ນຄືແນວໃດ”.

     ຜ່ານບັນດາຮູບຖ່າຍເອກະສານທີ່ງານວາງສະແດງ, ມວນຊົນໄດ້ຫວນຄືນໄລຍະເວລາ ແລະ ຫວນຄືນຮູບພາບສະຖານທີ່ປະຫວັດສາດ ແລະ ທິວທັດທຳມະຊາດຢູ່ໜອງໂຮ່ເກືອມດ້ວຍບັນດາອະນຸສອນອັນດີງາມໃນຄວາມຊົງຈຳ. ການປະສົມປະສານລະຫວ່າງສະຖາປັດຕະຍະກຳ ແລະ ວັດທະນະທຳຝ່າຍຕາເວັນອອກ - ຕາເວັນຕົກ ໄດ້ສ້າງຂີດໝາຍທີ່ເປັນເອກະລັກສະເພາະໃຫ້ແກ່ໜອງໂຮ່ເກືອມແລະຄຸ້ມຖະໜົນເກົ່າໃນທຸກວັນນີ້. ນັກຖ່າຍຮູບ ຫງວຽນຫິວບ໋າວ ແບ່ງປັນວ່າ:

      “ເຮືອນຂ້າພະເຈົ້າກໍ່ຫ່າງຈາກໜອງໂຮ່ເກືອມປະມານ 100 ແມັດ. ດັ່ງນັ້ນໜອງໂຮ່ເກືອມສຳລັບຂ້າພະເຈົ້າ ກໍປຽບເໝືອນເຮືອນຫຼັງທີສອງ. ມາຮອດປັດຈຸບັນ ຂ້າພະເຈົ້າກໍ່ໄດ້ຢູ່ນີ້ເປັນເວລາ 70ປີແລ້ວ ແຕ່ລະເທື່ອເມື່ອໄດ້ຮັບຊົມເອກະສານກ່ຽວກັບໜອງໂຮ່ເກືອມຄືໃນງານວາງສະແດງນີ້ ກໍ່ໄດ້ເຮັດໃຫ້ຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດ”.

     ໂດຍຜ່ານຮູບແຕ້ມ 22 ແຜ່ນພ້ອມກັບເອກະສານຫຼາຍກວ່າ 100 ແຜ່ນອັນລ້ຳຄ່າເຊິ່ງສູນຮັກສາສຳເນົາແຫ່ງຊາດໄດ້ສະໜອງໃຫ້ນັ້ນບັນດາຄວາມຊົງຈຳອັນດີງາມກ່ຽວກັບໜອງໂຮ່ເກືອມແລະຮ່າໂນ້ຍເມື່ອກ່ອນນີ້ໄດ້ຖືກວາດພາບຢ່າງແທ້ຈິງ ດ້ວຍຮູບພາບທີ່ລື້ງເຄີຍກ່ຽວກັບຊີວິດປະຈຳວັນຂອງຊາວຮ່າໂນ້ຍເວົ້າລວມແລະປະຊາຊົນຢູ່ເຂດອ້ອມໜອງໂຮ່ເກືອມເວົ້າສະເພາະ. ທ່ານນາງເຈິ່ນທິທຸ໊ຍລານ ຮອງຫົວໜ້າຄະນະຄຸ້ມຄອງໜອງໂຮ່ເກືອມແລະຄຸ້ມຖະໜົນເກົ່າຮ່າໂນ້ຍ  ໃຫ້ຮູ້ວ່າ:

      “ພວກຂ້າພະເຈົ້າຫວັງວ່າຮູບພາບເອກະສານເຫຼົ່ານີ້ຈະຊ່ວຍໃຫ້ມວນຊົນສາມາດເຂົ້າໃຈແຈ້ງກວ່າກ່ຽວກັບໄລຍະທີ່ຊາວຝຣັ່ງໄດ້ເຂົ້າມາຫວຽດນາມ ແລະ ມາຮ່າໂນ້ຍ. ຊາວຝຣັ່ງກໍ່ໄດ້ມີແຜນຜັງເຊິ່ງມາຮອດປັດຈຸບັນຮູບພາບ ແລະ ກິດຈະກຳເມື່ອກ່ອນນີ້ຍັງຄົງຕົວຢູ່ເຂດໜອງໂຮ່ເກືອມ. ຜ່ານບັນດາການເຄື່ອນໄຫວວາງສະແດງນີ້, ພວກຂ້າພະເຈົ້າມີຄວາມຫວັງຢາກໃຫ້ທຸກໆຄົນ ຈົ່ງຮ່ວມແຮງຮ່ວມໃຈເພື່ອອະນຸລັກຮັກສາບັນດາຄຸນຄ່າມໍລະດົກຂອງນະຄອນຫຼວງ”

    ບັນດາເອກະສານ, ວັດຖຸພັນຕ່າງໆ, ພາຍຫຼັງໄດ້ນຳມາວາງສະແດງຢູ່ງານວາງສະແດງ “ ໜອງໂຮ່ເກືອບ, ຕາເວັນອອກ - ຕາເວັນຕົກ” (ແຕ່ວັນທີ 6 – 31 ຕຸລາ), ຄາດວ່າ ຈະຖືກຄະນະຄຸ້ມຄອງໜອງໂຮ່ເກືອບ ແລະ  ຄຸ້ມຖະໜົນເກົ່າຮ່າໂນ້ຍນຳເຂົ້າຫຼັກສູດຂອງບັນດາໂຮງຮຽນໃນບໍລິເວນເມືອງ ຮ່ວານກ໋ຽມເວົ້າສະເພາະ ແລະ ນະຄອນຫຼວງເວົ້າລວມ ເພື່ອແນໃສ່ຊ່ວຍໃຫ້ນັກຮຽນ ແລະ ປະຊາຊົນມີໂອກາດເຂົ້າເຖິງ ແລະ ຊອກຮູ້ບັນດາເອກະສານອັນລ້ຳຄ່າຂອງນະຄອນຫຼວງ ຮ່າໂນ້ຍ ຕື່ມອີກ. ຜ່ານນັ້ນ, ປະກອບສ່ວນກຳນົດທິດໃນຊຸມຊົນກ່ຽວກັບສະຕິຮັກສາ ແລະ ວິທີປະພຶດຕໍ່ກັບບັນດາມໍລະດົກວັດທະນະທຳ ທັງລອງ, ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ