ຊາວຫວຽດນາມ ໃຊ້ປັນຍາຫວຽດນາມ ເພື່ອນຳຫວຽດນາມ ອອກສູ່ໂລກ

(VOVWORLD) -ສຳລັບຊາວຫວຽດນາມ ລຸ້ນທີສອງທີສາມທີ່ກຳເນີດ ແລະ ເຕີບໃຫຍ່ຂຶ້ນຢູ່ຕ່າງປະເທດ, ຄວາມສຳນຶກກ່ຽວກັບ ຫວຽດນາມ ແມ່ນຍັງບໍ່ທັນໄດ້ສ້າງເປັນຮູບປະທຳຢ່າງຈະແຈ້ງ ໃນຈິດໃຈຂອງເຂົາເຈົ້າ. ແຕ່ພາຍຫຼັງທີ່ເຂົາເຈົ້າໄດ້ກັບຄືນມາບ້ານເກີດເມືອງນອນ ກໍ່ໄດ້ເຮັດໃຫ້ຫຼາຍຄົນຕົກລົງຢູ່ ຫວຽດນາມ ເພື່ອສ້າງອາຊີບ ຫຼື ມານະພະຍາຍາມເຊື່ອມຕໍ່ ຫວຽດນາມ ກັບບັນດາປະເທດໃນໂລກ. ພາຍຫຼັງທີ່ລັດ ຫວຽດນາມ ໄດ້ມີຊື່ໃນແຜນທີ່ໂລກ ເມື່ອວັນທີ 2 ກັນຍາ ປີ 1945 ຫວຽດນາມ ກາຍເປັນສະຖານທີ່ ເຊິ່ງຊາວໜຸ່ມຫຼາຍຄົນພວມອາໄສຢູ່ຕ່າງປະເທດ ມີຄວາມຄາດຫວັງຢາກອຸທິດສ່ວນຢ່າງຕັ້ງໜ້າ ໃຫ້ແກ່ການພັດທະນາຂອງປະເທດຊາດ ຫວຽດນາມ. 
ຊາວຫວຽດນາມ ໃຊ້ປັນຍາຫວຽດນາມ ເພື່ອນຳຫວຽດນາມ ອອກສູ່ໂລກ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງຖ່າຍຮູບທີ່ລະນຶກພ້ອມກັບບັນດານັກທຸລະກິດໜຸ່ມ

       ດານຽນ ຫງວຽນ ອ້າຍບ່າວຖືສັນຊາດ ອາເມລິກາ ໃຫ້ຮູ້ວ່າ ຊື່ຫວຽດນາມຂອງນອ້ງແມ່ນ ຮວ່າຍຕ໊ຽນ. ເອື້ອຍຄູ ຊາວຫວຽດນາມ ໄດ້ສອນນ້ອງ ກ່ຽວກັບຄວາມໝາຍຂອງຊື່ຂອງຕົນ ນັ້ນແມ່ນຄວາມຄອງຄອຍກ້າວຂຶ້ນສູ່ທາງໜ້າ. ພໍ່ແມ່ນ້ອງໄດ້ຕັ້ງຊື່ເຊັ່ນນັ້ນ ກໍ່ແມ່ນຄວາມຄອງຄອຍຕໍ່ນ້ອງ ໃຫ້ມີອະນາຄົດທີ່ດີງາມ ແລະ ຍາມໃດກໍ່ກ້າວຂຶ້ນສູ່ທາງໜ້າ.

   ພາຍຫຼັງທີ່ໄດ້ກັບຄືນຢາມຫວຽດນາມ ເທື່ອທຳອິດເມື່ອປີ 2008 ດ້ວຍຄວາມຕື້ນຕັນໃຈທີ່ສຸດ, ຮວ່າຍຕ໊ຽນ ຢາກເຮັດຫຼາຍສິ່ງຫຼາຍຢ່າງງໃຫ້ແກ່ປະເທດ ຫວຽດນາມ ລາວໄດ້ເດີນທາງໄປຍັງເຂດ ເຕິຍບັກ ໝາຍເຖິງເຂດທາງທິດຕາເວັນຕົກພາກເໜືອ ເພື່ອຊອກຫາວິທີຊ່ວຍພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍຢູ່ທີ່ນີ້ ໃຫ້ມີການດຳລົງຊີວິດແບບຍືນຍົງ. ຮວ່າຍຕ໊ຽນ ໃຫ້ຮູ້ວ່າ:

      “ເມື່ອຊອກຮູ້ກ່ຽວກັບການເຫຼື້ອມໃສ, ວິຖີຊີວິດ ແລະ ວັດທະນະທຳຂອງພໍ່ແມ່ພີ່ນ້ອງບັນດາເຜົ່າ ຈຶ່ງຮູ້ວ່າພື້ນຖານກະສິກຳ ແມ່ນເລືອດເນື້ອຂອງເຂົາເຈົ້າ. ດັ່ງນັ້ນ ຂ້າພະເຈົ້າໄດ້ເລືອກເອົາວິທີແກ້ໄຂດ້ານແນວພັນຢູ່ທ້ອງຖິ່ນ ພິເສດແມ່ນເຂົ້າ, ສາລີ ແລະ ພືດພັນທັນຍາຫານຕ່າງໆ ເພື່ອສ້າງສົ້ນອອກແບບຍືນຍົງ ໃຫ້ແກ່ຜະລິດຕະພັນກະເສດຂອງປະຊາຊົນ. ສຳຄັນກວ່ານັ້ນ ແມ່ນສ້າງເຄື່ອງໝາຍການຄ້າເພື່ອແນະນຳຜະລິດຕະພັນຂອງພໍ່ແມ່ພີ່ນ້ອງອອກສູ່ຕ່າງປະເທດ.  ຜະລິດຕະພັນທຳອິດຂອງພວກຂ້າພະເຈົ້າກໍ່ແມ່ນ ເຫຼົ້າຢີນ ແມ່ນ້ຳກ໊າຍ”.

       ເຫຼົ້າຢີນ ຫວຽດນາມ ຜະລິດຈາກສາລີ ຂອງບໍລິສັດ ຊົງກ໊າຍ Distillery ໂດຍ ດານຽນຫງວຽນ ຫຼື ຮວ່າຍຕ໊ຽນ ສ້າງຕັ້ງຂຶ້ນ ໄດ້ຮັບການຮອງຮັບຈາກຕະຫຼາດຫຼາຍແຫ່ງໃນໂລກ. ຜະລິດຕະພັນນີ້ ໄດ້ຮັບລາງວັນເງິນສາກົນ ກ່ຽວກັບເຄື່ອງດື່ມ ແລະ ໃນມໍ່ໆມານີ້ວາລະສານເສດຖະກິດ ໂບຣມເບີກ ໄດ້ຕີລາຄາວ່າ ເຫຼົ້າຢີນ ແມ່ນໜຶ່ງໃນຈຳນວນເຫຼົ້າ 16 ຊະນິດທີ່ແຊບທີ່ສຸດໃນໂລກໃນປີ 2021. ກໍ່ເຊັ່ນດ່ຽວກັນກັບ ຮວ່າຍຕ໊ຽນ, ຖາວ ກຣິບຟິດ ເຊິ່ງແມ່ນ ຊາວຫວຽດນາມ ອາໄສຢູ່ ສິງກະໂປ ກໍ່ມີຄວາມຫວັງຢາກນຳ ຫວຽດນາມ ເຂົ້າໃນແຜນທີ່ໂລກ. ນາງໄດ້ມີໄລຍະເວລາຍາວນານເຮັດວຽກຢູ່ສະມາຄົມທະຫານຜ່ານເສິກອາເມລິກາ ປະຈຳ ຫວຽດນາມ. ປັດຈຸບັນໃນຖານະເປັນຜູ້ອຳນວຍການພາກພື້ນ ກຸ່ມບໍລິສັດເຕັກໂນໂລຊີ ເມຕາ ຂອງ ອາເມລິກາ,  ຖາວ ກຣິບຟິດ ພັດສືບຕໍ່ພາລະກຳຂອງຕົນ ແມ່ນເຊື່ອມຕໍ່ສາມຫຼ່ຽມ ສິງກະໂປ - ຫວຽດນາມ - ອາເມລິກາ ໃນຂົງເຂດຫັນເປັນດີຈີຕອນ. ຖາວ ກຣິບຟິດ ໃຫ້ຮູ້ວ່າ:

       “ຄວາມຮັບຜິດຊອບຂອງຂ້າພະເຈົ້າ ແມ່ນເຊື່ອມຕໍ່ລະຫວ່າງ ສິງກະໂປ - ອາເມລິກາ, ສອງສູນກາງຂອງການຫັນເປັນດີຈີຕອນກັບ ຫວຽດນາມ ກ່ຽວກັບນະວັດຕະກຳ. ພວກຂ້າພະເຈົ້າພວມຮ່ວມມືກັບກະຊວງແຜນການ ແລະ ການລົງທຶນ ພິເສດແມ່ນສູນນະວັດຕະກຳແຫ່ງຊາດ ເພື່ອຍົກອອກໂຄງການ ສິ່ງທ້າທາຍຕໍ່ການປ່ຽນແປງໃໝ່ຂອງ ຫວຽດນາມ”.

      ຕໍ່ໜ້າທ່າອ່ຽງຫັນເປັນດີຈີຕອນໃນໂລກ ພວມຂະຫຍາຍຕົວຢ່າງແຂງແຮງຍິ່ງກວ່າເວລາໃດໝົດ, ການດຶງດູດການລົງທຶນຂອງບໍລິສັດເຕັກໂນໂລຊີຈາກບັນດາປະເທດພັດທະນາ ຈະສ້າງກຳລັງໜູນໃຫ້ແກ່ພື້ນຖານເສດຖະກິດດີຈີຕອນຂອງ ຫວຽດນາມ. ນັ້ນແມ່ນວິທີເຊິ່ງ ຖາວ ກຣິບຟິດ ພວມປະຕິບັດ ເພື່ອໃຫ້ຄຸນຄ່າຂອງ ຫວຽດນາມ ນັບມື້ນັບກ້າວໄປໄກກວ່າ. ຖາວ ກຣິບຟິດ ໃຫ້ຮູ້ວ່າ:

    “ພວກເຮົາເຮັດແນວໃດ ເພື່ອເຊື່ອມຕໍ່ກັບບັນດາບໍລິສັດເຕັກໂນໂລຊີສາກົນໃຫ້ໄດ້ ເພື່ອນຳເຕັກໂນໂລຊີດີຈີຕອນ ແລະ ພັດທະນາເຂົ້າສູ່ ຫວຽດນາມ, ຕັ້ງສຳນັກງານຢູ່ ຫວຽດນາມ ກໍ່ມີຄວາມໝາຍວ່າ ການປະກອບສ່ວນທາງດ້ານພູມປັນຍາຂອງ ຫວຽດນາມ ເຂົ້າໃນພື້ນຖານເສດຖະກິດ ຫວຽດນາມ ກໍ່ຄືພື້ນຖານເສດຖະກິດໂລກຈະເພີ່ມຂຶ້ນ  ແລະ ເຮັດໃຫ້ຄຸນຄ່າ ຫວຽດນາມ ກໍ່ເພີ່ມຂຶ້ນນຳ”.

       ເສັ້ນທາງການເຄື່ອນໄຫວຂອງບັນດາຜູ້ຄື ຮວ່າຍຕ໊ຽນ ຫຼື ຖາວ ກຣິບຟິດ ກໍ່ແມ່ນເສັ້ນທາງເຄືອນໄຫວສ້າງແຫຼ່ງບັນດານໃຈ ກ່ຽວກັບຄວາມຄາດຫວັງຢາກອຸທິດສ່ວນສ້າງສາປະເທດຊາດ ຫວຽດນາມ ໃຫ້ນັບມື້ນັບພັດທະນາແບບຍືນຍົງ  ແລະ ຈະເລີນຮຸ່ງເຮືອງ.

ຕອບກັບ

ຂ່າວ/ບົດ​ອື່ນ