ນະຄອນກ່າເມົາພັດທະນາການອ່ານໃນໂຮງຮຽນ

(VOVWORLD) -ເພື່ອແນໃສ່ພັດທະນາຄວາມລື້ງເຄີຍອ່ານປຶ້ມຍົກສູງຊີວິດທາງດ້ານວັດທະນະທຳແລະຈິດໃຈໃຫ້ແກ່ປະຊາຊົນພິເສດແມ່ນໄວໝຸ່ມ, ໂຄງການປຶ້ມອ່ານແລະການກະທຳນະຄອນໂຮ່ຈີມິນໄດ້ ແລະພວມຈັດຕັ້ງບັນດາກິດຈະກຳແນໃສ່ເພື່ອສ້າງຄວາມລື້ງເຄີຍອ່ານປຶ້ມ ເພື່ອພັດທະນາວັດທະນະທຳການອ່ານຢູ່ຕາມໂຮງຮຽນໃນບໍລິເວນ  ໃນນັ້ນມີນະຄອນກ່າເມົາ. 
ນະຄອນກ່າເມົາພັດທະນາການອ່ານໃນໂຮງຮຽນ - ảnh 1ໂຮງຮຽນມັດທະຍົມສົມບູນ ຫຼີວັນເລິມ ຫາກໍ່ຮັບປຶ້ມອ່ານຈາກໂຄງການປຶ້ມອ່ານແລະການກະທຳຂອງນະຄອນໂຮ່ຈີມິນ

     ໂຮງຮຽນມັດທະຍົມສົມບູນ ຫຼີວັນເລິມ ຕາແສງ ຫຼີວັນເລິມນະຄອນ ກ່າເມົາ ຫາກໍ່ຈັກພິທີຕ້ອນຮັບປຶ້ມອ່ານຈາກໂຄງການປຶ້ມອ່ານແລະການກະທຳຂອງນະຄອນໂຮ່ຈີມິນມອບໃຫ້, ເຂົ້າຮ່ວມໃນໂຄງການສະໂມສອນປຶ້ມອ່ານແລະການກະທຳ, ພວກນ້ອງນັກຮຽນໄດ້ປະຕິບັດການປະດັບປະດາແຈອ່ານປຶ້ມໂດຍຕົນເອງ ເພື່ອສ້າງຕູ້ປຶ້ມແລະເປີດບໍລິການຫໍສະໝຸດສະເພາະຂອງຕົນ. ໂຄງການໄດ້ພັດທະນາຄວາມລື້ງເຄີຍອ່ານປຶ້ມແລະສ້າງສະຕິການກະທຳໃຫ້ແກ່ບັນດາເພື່ອນໜຸ່ມນັບແຕ່ຫົວທີ. ນັກຮຽນ ດວ່ານທູທ໋າວສັງກັດຫ້ອງ ມ7 ໂຮງຮຽນມັດທະຍົມສົມບູນຫຼີວັນເລິມແບ່ງປັນວ່າ:

     “ການອ່ານປຶ້ມຈະນຳບັນດາຄວາມຮູ້ໃຫ້ແກ່ຜູ້ອ່ານຈາກນັ້ນຖອດຖອນບົດຮຽນເພື່ອກະທຳປະຕິບັດຄວາມໄຝ່ຝັນຢ່າງແຮງກ້າຂອງຕົນ. ມາດຖານສະໂມສອນປຶ້ມແລະກະທຳຂອງໂຮງຮຽນນ້ອງແມ່ນອ່ານປຶ້ມພາໄປເຖິງການກະທຳ”. 

       ສ່ວນນ້ອງ ກາວຈ້ອງເຫງຍ ນັກຮຽນຫ້ອງ ມ7 ໂຮງຮຽນມັດທະຍົມສົມບູນຫຼີວັນເລິມໃຫ້ຮູ້ວ່າເຂົ້າຮ່ວມສະໂມສອນ ນ້ອງໄດ້ອ່ານປຶ້ມນັບມື້ນັບຫຼາຍຂຶ້ນ ແລະ ໄດ້ຮັບຄວາມຮູ້ຫຼາຍກວ່າເກົ່າ

        “ປຶ້ມອ່ານແມ່ນສ່ວນໜຶ່ງທີ່ສຳຄັນໃນຊີວິດເພາະວ່າມັນນຳຜົນປະໂຫຍດທີ່ດີຫຼາຍຢ່າງໃຫ້ແກ່ຕົນເອງ. ໃນປຶ້ມອ່ານກໍ່ມີບົດຮຽນຫຼາຍບົດທີ່ປະເສີດເລີດລ້ຳເພື່ອຊ່ວຍໃຫ້ເຮົານຶກຄິດທັງລະດັບຄວາມຮູ້ໃນຊີວິດ. ມັນໄດ້ສົ່ງຜົນກະທົບຢ່າງແຂງແຮງໃນຊີວິດການເປັນຢູ່ຂອງນ້ອງ ຊ່ວຍໃຫ້ນ້ອງຖອດຖອນໄດ້ຫຼາຍບົດຮຽນທີ່ດີໃນຊີວິດປັດຈຸບັນ”.

       ສະໂມສອນປຶ້ມອ່ານແລະກະທຳຂອງໂຮງຮຽນມັດທະຍົມສົມບູນຫຼີວັນເລິມແມ່ນໜຶ່ງໃນຈຳນວນ 10 ໂຮງຮຽນເຊິ່ງໂຄງການປຶ້ມອ່ານແລະການກະທຳນະຄອນໂຮ່ຈີມິນໄດ້ຜັນຂະຫຍາຍປະຕິບັດໃນບໍລິເວນແຂວງກ່າເມົາ. ບັນດາສະໂມສອນປຶ້ມອ່ານແລະການກະທຳນັບມຶ້ນັບດຶງດູດນັກຮຽນເຂົ້າຮ່ວມຢ່າງຫຼວງຫຼາຍ. ມາຮອດປັດຈຸບັນສະໂມສອນແຕ່ລະແຫ່ງໃນໂຮງຮຽນຕ່າງໆ ກໍ່ລ້ວນແຕ່ສ້າງຫ້ອງອ່ານປຶ້ມຕູ້ປຶ້ມໂດຍຕົນເອງເພື່ອຮັບໃຊ້ການອ່ານບໍ່ເກັບຄ່າ. ນອກຈາກນັ້ນບັນດາສະໂມສອນກໍ່ຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມການອ່ານຢ່າງເປັນປະຈຳຄືວັນປຶ້ມອ່ານ, ຄ່ຳຄືນປຶ້ມອ່ານ, ງານບຸນປຶ້ມອ່ານຫຼືການປະກວດແຕ້ມກ່ຽວກັບປຶ້ມອ່ານ. ບັນດາສະໂມສອນກໍ່ຍັງປະຕິບັດບັນດາບັ້ນເຄື່ອນໄຫວຄືການກຸສົນ, ສ້າງກອງທຶນ, ດຳເນີນທຸລະກິດເພື່ອຊ່ວຍພວກນ້ອງນັກຮຽນໝູນໃຊ້ຄວາມຮູ້ຈາກປຶ້ມອ່ານເຂົ້າໃນພຶດຕິກຳຕົວຈິງ. ທ່ານນາງ ໂດ໊ຫງວຽນເຮືອງຢາງ ປະທານໂຄງການປຶ້ມອ່ານແລະ ການກະທຳນະຄອນໂຮ່ຈີມິນໃຫ້ຮູ້ວ່າ:

       “ໃນເບື້ອງຕົ້ນເມື່ອຜັນຂະຫຍາຍແຜນພັດທະນາວັດທະນະທຳການອ່ານໃນແຂວງກ່າເມົາ, ນ້ອງເຫັນວ່າບັນດາເພື່ອນຍັງບໍ່ທັນລື້ງເຄີຍເທື່ອ. ບັນດາເພື່ອນນັກຮຽນກໍ່ໄດ້ແບ່ງປັນວ່າຍັງບໍ່ທັນໄດ້ເຂົ້າຮ່ວມການເຄື່ອນໄຫວເຊັ່ນນີ້ຈັກເທື່ອ. ມີບັນດາໂຮງຮຽນໃນກ່າເມົາກໍ່ບໍ່ມີສະໂມສອນ ດັ່ງນັ້ນພວກອ້າຍເອື້ອຍຄູກໍ່ມີຄວາມຫວັງສະໂມສອນປຶ້ມອ່ານແລະການທຳໃນໂຮງຮຽນ ຈະເປັນພື້ນຖານເພື່ອໃຫ້ນ້ອງນັກຮຽນມີໂອກາດໄດ້ຮຽນໄດ້ອ່ານແລະໄດ້ລົງເຄື່ອນໄຫວຕົວຈິງ”.

       ຕາມຂໍ້ມູນການສຳຫຼວດເມື່ອບໍ່ດົນມານີ້ຂອງສະຖາບັນຄົ້ນຄວ້າສັງຄົມ - ເສດຖະກິດແລະສິ່ງແວດລ້ອມກ່ຽວກັບການນຳໃຊ້ເວລາຫວ່າງເພື່ອເຮັດຫຍັງໃນໄວໝຸ່ມກໍ່ເຫັນວ່າມີນັກຮຽນພຽງ 15% ແມ່ນອ່ານປຶ້ມເທົ່ານັ້ນ. ການຂະຫຍາຍຕົວຢ່າງແຂງແຮງຂອງເຕັກໂນໂລຊີດ້ວຍພາຫະນະຫຼາຍຢ່າງໄດ້ພາໃຫ້ນັກຮຽນເພື່ອນໜຸ່ມສູນເສຍເວລາຫຼາຍ.ເຮັດແນວໃດເພື່ອປຸກລຸກຄວາມຮັກອ່ານປຶ້ມເພື່ອໃຫ້ບັນດາເພື່ອນໜຸ່ມມີການສັງເກດຢ່າງຖືກຕ້ອງກ່ຽວກັບຄຸນຄ່າຂອງປຶ້ມອ່ານໃນສັງກາດດີຈີຕອນແມ່ນເປົ້າໝາຍຂອງໂຄງການປຶ້ມອ່ານແລະການກະທຳ. ການພັດທະນາສະໂມສອນປຶ້ມອ່ານ ແລະ ການກະທຳແມ່ນໜຶ່ງໃນບັນດາໂຄງການເຄື່ອນໄຫວເພື່ອປຸກລຸກແລະ ພັດທະນາວັດທະນະທຳການອ່ານປຶ້ມບໍ່ພຽງແຕ່ຍົກສູງລະດັບຄວາມຮູ້ເທົ່ານັ້ນ ຫາກຍັງຊ່ວຍສ້າງຄຸນລັກສະນະມະນຸດໃຫ້ແກ່ພວກນ້ອນັກຮຽນນັບແຕ່ເວລາຍັງຢູ່ໂຮງຮຽນ. ໂຄງການຍັງໄດ້ຊ່ວຍນັກຮຽນນັກສຶກສາໃນນະຄອນກ່າເມົາມີໂອກາດເຂົ້າເຖິງພູມປັນຍານັບມື້ນັບຫຼາຍຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ