ນະຄອນຫຼວງຮ່າໂນ້ຍ ເສີມຂະຫຍາຍຄຸນຄ່າ ຄວາມສາມາດບົ່ມຊ້ອນຂອງບັນດາໝູ່ບ້ານອາຊີບຫັດຖະກຳ

(VOVWORLD) - ຮ່າໂນ້ຍເປັນທີ່ຮູ້ຈັກກັນດີເປັນດິນແດນສັບພະອາຊີບດ້ວຍບັນດາໝູ່ບ້ານຫັດຖະກຳທີ່ມາແຕ່ດົນນານ ເຊິ່ງແມ່ນແຫ່ງເກັບຮັກສາບັນດາຄຸນຄ່າວັດທະນະທຳເປັນວັດຖຸ ແລະບໍ່ເປັນວັດຖຸທີ່ອຸດົມສົມບູນມີລັກສະນະວົງຄະນາຍາດສູງ.
ນະຄອນຫຼວງຮ່າໂນ້ຍ ເສີມຂະຫຍາຍຄຸນຄ່າ ຄວາມສາມາດບົ່ມຊ້ອນຂອງບັນດາໝູ່ບ້ານອາຊີບຫັດຖະກຳ - ảnh 1ບັນດາຜະລິດຕະພັນເຄື່ອງຈັກສານຂອງ ຫວຽດນາມ
(ພາບ:Đức Anh/VOV5)
 
 

ການຮັກສາແລະເສີມຂະຫຍາຍບັນດາຄຸນຄ່າດັ່ງກ່າວແມ່ນທິດກ້າວເດີນທີ່ສຳຄັນປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງນະຄອນຫຼວງ.ໃນລາຍການວັດທະນະທຳຫວຽດນາມພາກນີ້, ພວກເຮົາຂໍແນະນຳບົດຂອງນັກຂ່າວ ເລຮວາ ທີ່  ພາດຫົວຂໍ້ວ່າ “ນະຄອນຫຼວງຮ່າໂນ້ຍ ເສີມຂະຫຍາຍຄຸນຄ່າຄວາມສາມາດບົ່ມຊ້ອນຂອງບັນດາໝູ່ບ້ານອາຊີບຫັດຖະກຳ”. ເຊີນທ່ານຕິດຕາມຮັບຟັງ

            ປັດຈຸບັນຮ່າໂນ້ຍມີຫຼາຍກວ່າ 1.350 ໝູ່ບ້ານອາຊີບໃນນັ້ນມີ 318 ໝູ່ບ້ານອາຊີບແລະໝູ່ບ້ານອາຊີບຫັດຖະກຳໄດ້ຮັບການຮັຮອງ. ໝູ່ບ້ານອາຊີບສຸມໃສ່ບັນດາຂະແໜງການຄືປຸງແຕ່ງ, ຮັກສາຜະລິດຕະພັນກຳເສດເຄື່ອງປ່າຂອງດົງສິນໃນນ້ຳຜະລິດຕະພັນສິລະປະຫັດຖະກຳ, ການຜະລິດເຄື່ອງເຟີນີເຈີ, ເຄື່ອງຈັກສານ, ເຄື່ອງປັ້ນດິນເຜົາເຄືອບ, ເຄື່ອງຕ່ຳແຜ່ນຕັດຫຍິບ… ທ່ານຕະວັນເຕື່ອງຮອງຫົວໜ້າພະແນກກະສິກຳແລະພັດທະນາຊົນນະບົດນະຄອນຮ່າໂນ້ຍໃຫ້ຮູ້ວ່າ: “ດ້ວຍໄລຍະປະຫວັດສາດທີ່ມີມາແຕ່ດົນນານ, ຮ່າໂນ້ຍແມ່ນແຫ່ງທີ່ມີຫຼາຍອາຊີບໂດຍຄົນລຸ້ນກ່ອນໆ ໄດ້ຖ່າຍທອດໃຫ້ ໃນນັ້ນມີຫຼາຍອາຊິບຫາຍາກ. ມູນເຊື້ອປະຫວັດສາດວັດທະນະທຳແລະ ສີສັນຂອງຊາດແມ່ນມີຄວາມເຂັ້ມແຂງຢູ່ໃນບັນດາໝູ່ບ້ານອາຊີບ.ໄປຄຽງຄູ່ກັບວິວັດການພັດທະນາປັດຈຸບັນກໍ່ຍັງມີຫຼາຍໝູ່ບ້ານອາຊີບຫາກໍ່ພັດທະນາຢ່າງຈະເລີນຮຸ່ງເຮືອງ”. ການຮັກສາອະນຸລັກແລະພັດທະນາອາຊີບຫັດຖະກຳ, ໝູ່ບ້ານອາຊີບ, ໝູ່ບ້ານມີອາຊີບ ຍົກສູງກຳລັງຄວາມສາມາດແກ້ງແຍ້ງໃນທ້ອງຕະຫຼາດໃຫ້ແກ່ບັນດາຜະລິດຕະພັນຂອງໝູ່ບ້ານອາຊີບກໍ່ແມ່ນບັນຫາໄດ້ຮັບຄວາມເອົາໃຈໃສ່ຈາກການນຳນະຄອນຮ່າໂນ້ຍ. ໃນໄລຍະທີ່ຜ່ານມາທາງນະຄອນກໍ່ໄດ້ຈັດຕັ້ງບັນດາເຫດການ, ງານຕະຫຼາດນັດ, ສັບປະດາສິນຄ້າ,ງານແຂ່ງຂັນ, ງານບຸນເພື່ອເຊີດຊູຜະລິດຕະພັນຂອງບັນດາໝູ່ບ້ານອາຊີບ. ທ່ານເລວັນບິ໊ງ ປະທານຄະນະກຳມະການປະຊາຊົນເມືອງຝູຊວຽນນະຄອນຮ່າໂນ້ຍໃຫ້ຮູ້ວ່າ:

      “ຝູຊວຽນ ແມ່ນໜຶ່ງໃນບັນດາເມືອງທີ່ມີຄວາມສາມາດບົ່ມຊ້ອນທາງດ້ານໝູ່ບ້ານອາຊີບ ດ້ວຍ 154 ໝູ່ບ້ານອາຊີບໃນນັ້ນມີ 43 ໝູ່ບ້ານອາຊີບໄດ້ຮັບການຮັບຮອງລະດັບນະຄອນ. ພວກຂ້າພະເຈົ້າກໍ່ມີງານບຸນເຊີດຊູບັນດາໝູ່ບ້ານອາຊີບແລະບັນດາຜະລິດຕະພັນຂອງໝູ່ບ້ານອາຊີບ, ສິ່ງທີ່ຍອດຍິ່ງຂອງໝູ່ບ້ານອາຊີບເພື່ອຮັກສາເສີມຂະຫຍາຍສີສັນຂອງໝູ່ບ້ານອາຊີບ.ພວກຂ້າພະເຈົ້າກໍ່ຍັງຊຸກຍູ້ການພັດທະນາເສດຖະກິດສັງຄົມເວົ້າລວມແລະການທ່ອງທ່ຽວໝູ່ບ້ານອາຊີບ, ແລະຜະລິດຕະພັນໝູ່ບ້ານອາຊີບເວົ້າສະເພາະ”.

ນະຄອນຫຼວງຮ່າໂນ້ຍ ເສີມຂະຫຍາຍຄຸນຄ່າ ຄວາມສາມາດບົ່ມຊ້ອນຂອງບັນດາໝູ່ບ້ານອາຊີບຫັດຖະກຳ - ảnh 2ແຂກທ່ອງທ່ຽວຕ່າງປະເທດ ນິຍົມບັນດາອາຊີບຫັດຖະກຳ ຫວຽດນາມ
(ພາບ:Đức Anh/VOV5)

      ບັນດາເຫດການກ່ຽວກັບໝູ່ບ້ານອາຊີບໂດຍຮ່າໂນ້ຍຈັດຕັ້ງຂຶ້ນນັ້ນ ແມ່ນເພື່ອແນໃສ່ສ້າງສະຖານທີ່ພົບປະແລກປ່ຽນສົ່ງເສີມບັນດານັກສິລະປະການ,  ນາຍຊ່າງທີ່ມີສີມືດີໄດ້ພົບປະຖອດຖອນບົດຮຽນ ເພື່ອຮັກສາອະນຸລັກຈຸດວັດທະນະທຳທີ່ເປັນເອກະລັກຂອງໝູ່ບ້ານອາຊີບ, ເສີມຂະຫຍາຍແນວຄວາມຄິດໃໝ່ ເພື່ອສ້າງບັນດາຜະລິດຕະພັນທີ່ເໝາະສົມກັບຄວາມຕ້ອງການໃນທ້ອງຕະຫຼາດໃນປັດຈຸບັນ. ອ້າຍ ດັ້ງວັນຕຽນ ຢູ່ໝູ່ບ້ານອາຊີບເຮັດຮູບປັ້ນຕໍແຫ່ ຊວັນລາ ຕາແສງເຟື້ອງຢຶກ ເມືອງຝູຊວຽນໃຫ້ຮູ້ວ່າ:

       “ທີ່ເຫດການຄັ້ງນີ້ ພວກຂ້າພະເຈົ້າມີຄວາມຫວັງຢາກຊຸກຍູ້ບັນດາໝູ່ບ້ານອາຊີບຫັດຖະກຳ, ສິລະປະຫັດຖະກຳ ກໍ່ຄືບັນດານັກສິລະປະການໃນໝູ່ບ້ານອາຊີບມີໂອກາດໂຄສະນາແນະນຳບັນດາຜະລິດຕະພັນມີຄຸນນະພາບສູງແລະຮູບແບບສິນຄ້າງາມທີ່ສຸດ”.

      ນະຄອນຮ່າໂນ້ຍໄດ້ປະກາດໃຊ້ຫຼາຍນະໂຍບາຍໜູນຊ່ວຍສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດຄອບຄົວດຳເນີນທຸລະກິດຂະແໜງອາຊີບເຂດຊົນນະບົດໃຫ້ພັດທະນາ. ທາງນະຄອນກໍ່ໄດ້ອະນຸມັດຜ່ານຫຼາຍໂຄງການແຜນງານພັດທະນາໝູ່ບບ້ານອາຊີບ, ມອບໝາຍໃຫ້ບັນດາພະແນກຂະແໜງການທ້ອງຖິ່ນ ຜັນຂະຫຍາຍປະຕິບັດ. ໄລຍະ 2023 ຫາ 2025 ຮ່າໂນ້ຍໄດ້ສຸມໃສ່ພັດທະນາບັນດາຜະລິດຕະພັນ OCOP ຢູ່ບັນດາໝູ່ບ້ານອາຊີບຫັດຖະກຳ, ປັບປຸງໂຄງການແຕ່ລະຕາແສງໜຶ່ງຜະລິດຕະພັນຄືນໃໝ່ ເພື່ອຊຸກຍູ້ຂະບວນວິວັດສ້າງກະສິກຳຊົນນະບົດເປັນອຸດສາຫະກຳແລະທັນສະໄໝ. ພ້ອມກັນນັ້ນກໍ່ພັດທະນາການຜະລິດຕາມລະບົບຄຸນຄ່າຕິດພັນກັບການພັດທະນາການທ່ອງທ່ຽວ ການບໍລິການແລະຮັກສາສິ່ງແວດລ້ອມຊີວະພາບ. ທ່ານ ຕະວັນເຕື່ອງ ຮອງຫົວໜ້າພະແນກກະສິກຳແລະພັດທະນາຊົນນະບົດຮ່າໂນ້ຍຖືວ່າ:

      “ທິດທາງດຶງດູດແຂກທທ່ອງທ່ຽວເຂົ້າມາບັນດາໝູ່ານອາຊີບໃນປັດຈຸບັນແມ່ນຈຳເປັນທີ່ສຸດໃນນັ້ນທາງນະຄອນຈະມາບັນດາມາດຕະການເພື່ອມຸ່ງໄປສູ່ການໜູນໃຊ້ນັກສິລະປະການ. ຍົກຕົວຢ່າງຄືສຳລັບໝູ່ບ້ານອາຊີບເຮັດເກີບ ພວກເຮົາຈະເຊື້ອເຊີນນັກສິງລະປະການທີ່ມີຄວາມເກັ່ງກ້າທີ່ສຸດມີເຕັກນິກມາເຮັດເກີບໃຫ້ແຂກທ່ອງທ່ຽວໂດຍກົງ”.

      ພ້ອມກັບການພັດທະນາຮ່າໂນ້ຍ, ບັນດາຄຸນຄ່າວັດທະນະທຳທີ່ມີມາແຕ່ດົນນານຂອງບັນດາໝູ່ບ້ານອາຊີບຍັງຄົງສືບຕໍ່ໄດ້ຮັບການຮັກສາແລະຖ່າຍທອດໃຫ້ແກ່ຄົນລຸ້ນຫຼັງ. ຄວາມສາມາດບົ່ມຊ້ອນຂອງແຕ່ລະໝູ່ບ້ານອາຊີບກໍ່ໄດ້ຮັບການເສີມຂະຫຍາຍຈາກບັນດານັກສິລະປະການຈາກນັ້ນປະກອບສ່ວນບໍ່ໜ້ອຍເຂົ້າໃນການພັດເສດຖະກິດສັງຄົມຂອງນະຄອນຫຼວງ./.

ຕອບກັບ

ຂ່າວ/ບົດ​ອື່ນ