ບັນດາເຫດການວັດທະນະທຳທີ່ພົ້ນເດັ່ນໃນປີ 2017

(VOVWORLD) - ໃນປີ 2017, ມໍລະດົກສິລະປະບ່າຍຈ່ອຍທາງພາກກາງ ຫວຽດນາມ ໄດ້ຮັບການຮັບຮອງຈາກອົງການສະຫະປະຊາຊາດເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ (UNESCO) ວ່າເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດຢ່າງເປັນທາງການ.
ບັນດາເຫດການວັດທະນະທຳທີ່ພົ້ນເດັ່ນໃນປີ 2017 - ảnh 1 ມໍລະດົກສິລະປະບ່າຍຈ່ອຍທາງພາກກາງ ຫວຽດນາມ (ພາບ: dantri.com.vn)

ໃນປີ 2017, ມໍລະດົກສິລະປະບ່າຍຈ່ອຍທາງພາກກາງ ຫວຽດນາມ ໄດ້ຮັບການຮັບຮອງຈາກອົງການສະຫະປະຊາຊາດເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ (UNESCO) ວ່າເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດຢ່າງເປັນທາງການ. ສິລະປະບ່າຍຈ່ອຍແມ່ນຮູບການດຳເນີນຊີວິດດ້ານສິລະປະວັດທະນະທຳພື້ນເມືອງທີ່ເປັນເອກະລັກສະເພາະຂອງປະຊາຊົນບັນດາແຂວງພາກກາງ ຫວຽດນາມ, ເຊິ່ງປະກອບມີບັນດາຮູບການດົນຕີ, ກະວີ, ສະແດງບົນເວທີ, ຈິດຕະກຳ, ວັນນະຄະດີ… ຖືກສະແດງພາຍໃຕ້ຮູບການຫຼິ້ນບ່າຍຈ່ອຍ ແລະ ສະແດງບ່າຍຈ່ອຍ. ໃນຂະນະນັ້ນ UNESCO ກໍ່ໄດ້ຖອນມໍລະດົກຂັບຊວານແຂວງ ຟູ໋ທໍ້ ອອກຈາກບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸທີ່ຄວນຮັກສາດ່ວນ ແລະ ຖືກຈົດໃສ່ບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸທີ່ເປັນຕົວແທນຂອງມວນມະນຸດຢ່າງເປັນທາງການ. ຂັບຊວານແມ່ນຮູບການສິລະປະວົງຄະນາຍາດ, ຕິດພັນກັບການບູຊາເຈົ້າຊີວິດ ຮຸ່ງ, ແມ່ນການເຫຼື້ອມໃສບູຊາບັນພະບຸລຸດຂອງຊາວ ຫວຽດນາມ. ສາສະດາຈານ ຮ່ວາງເຈືອງ, ຜູ້ອຳນວຍການໃຫຍ່ສູນຄົ້ນຄ້ວາ, ອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຂອງຊາດ ຫວຽດນາມ, ໃຫ້ຮູ້ວ່າ:

  ສິລະປະບ່າຍຈ່ອຍມີຕົ້ນກຳເນີດຢູ່ແຂວງ ບິ່ງດິ້ງ, ແມ່ນອາຫານດ້ານຈິດໃຈຂອງຊາວພາກກາງ. ສ່ວນຂັບຊວານກໍ່ໄດ້ຮັບການອະນຸລັກຮັກສາຢ່າງຕັ້ງໜ້າຈາກແຂວງ ຟູ໋ທໍ້. ພວກເຮົາສ້າງເງື່ອນໄຂໃຫ້ບ່າຍຈ່ອນ ແລະ ຂັບຊວານໄດ້ຮັບການສະແດງ. ເພື່ອໃຫ້ສິລະປະນັ້ນຄົງຕົວ ແລະ ພັດທະນາ. ສຳລັບບັນດາຮູບການສິລະປະພື້ນເມືອງທີ່ໄດ້ຮັບການຮັບຮອງຈາກ UNESCO ແລ້ວນັ້ນ ແມ່ນຕ້ອງເຜີຍແຜ່ໃຫ້ຮຸ່ນໜຸ່ມສືບທອດ“.

ປີ 2017, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ແຕ່ງຕັ້ງ Jordan Vogt Roberts, ຜູ້ກຳກັບການສະແດງຊາວ ອາເມລິກາ ເປັນທູດການທ່ອງທ່ຽວ ຫວຽດນາມ, ອາຍຸການ 2017-2020. Jordan Vogt Roberts ແມ່ນຄົນຕ່າງປະເທດທຳອິດທີ່ໄດ້ຮັບການແຕ່ງຕັ້ງເປັນທູດການທ່ອງທ່ຽວຂອງ ຫວຽດນາມ. Jordan Vogt Roberts, ແມ່ນຜູ້ກຳກັບການສະແດງຮູບເງົາເລື່ອງ Kong: Skull Island, ເຊິ່ງແມ່ນຮູບເງົາທີ່ມີຊື່ສຽງໂດ່ງດັງຂອງ Hollywood. ຮູບເງົາເລື່ອງນີ້ມີຫຼາຍຮູບພາບໄດ້ຮັບການຖ່າຍທຳຢູ່ບັນດາທັດສະນີຍະພາບສວຍງາມຢູ່ ຫວຽດນາມ.

ບັນດາເຫດການວັດທະນະທຳທີ່ພົ້ນເດັ່ນໃນປີ 2017 - ảnh 2 ຂັບຊວານຈາກແຂວງ ຟູ໋ທໍ້ (ພາບ: dantri.com.vn)

ເຫດການວັດທະນະທຳພົ້ນເດັ່ນອື່ນອີກໃນປີ 2017 ນັ້ນແມ່ນເລື່ອງຫໍພິພິທະພັນປະຫວັດສາດແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ ຈັດຕັ້ງງານວາງສະແດງ “ວັດຖຸພັນອັນປະເສີດຂອງຊາດ ຫວຽດນາມ“. ໃນຈຳນວນວັດຖຸພັນອັນປະເສີດຂອງຊາດ 18 ຢ່າງທີ່ໄດ້ຮັບການວາງສະແດງນັ້ນ, ມີກອງທອງ ງອກຫຼູ ຸຂອງວັດທະນະທຳ ດົງເຊີນ, ທີ່ມີມາກ່ອນນີ້ 2000 - 2500 ປີ. ພ້ອມນັ້ນແມ່ນທາບດ່າວທິ້ງ (ໄຫສະສົມທັນຍາຫານ) ທີ່ມີມາກ່ອນນີ້ປະມານ 2.500 ປີ.  ຮູບຫຼໍ່ຜູ້ຊາຍສອງຄົນເຈ່ຍກັນເປົ່າແຄນທີ່ມີມາແຕ່ສະໄໝ VII ກ່ອນຄິດທະສັກກະຫຼາດ). ພິເສດບົດປະພັນ “ປື້ມບັນທຶກປະຈຳວັນໃນຄຸກ“, ປື້ມເສັ້ນທາງປະຕິວັດ ແລະ ຮ່າງເອກະສານ “ຄຳຮຽກຮ້ອງທົ່ວປະເທດທຳການຕໍ່ຕ້ານ“ ຂອງປະທານ ໂຮ່ຈີມິນ. ປອ ຫງວຽນວັນເກື່ອງ, ຜູ້ອຳນວຍການຫໍພິພິທະພັນ ປະຫວັດສາດແຫ່ງຊາດ, ໃຫ້ຮູ້ວ່າ:

ນີ້ແມ່ນງານວາງສະແດງພິເສດ, ເປັນຄັ້ງທຳອິດທີ່ຫໍພິພິທະພັນປະຫວັດສາດແຫ່ງຊາດ ສະເໜີຕໍ່ສາທາລະນະຊົນບັນດາວັດຖຸພັນອັນປະເສີດຂອງຊາດ. ນີ້ແມ່ນວັດຖຸພັນທີ່ມີຄວາມໝາຍຫຼາຍຢ່າງ, ນັບທັງດ້ານສິລະປະ, ປະຫວັດສາດ, ວັດທະນະທຳ, ທີ່ມີມາກ່ອນນີ້ນັບພັນປີ, ແມ່ນພື້ນຖານວັດທະນະທຳທີ່ພັດທະນາຢ່າງຮຸ່ງເຮືອງເຫຼືອງເຫຼື້ອມໃນສະໄໝສີວິໄລທຳອິດຂອງຊາວ ຫວຽດນາມ“.

ພາຍຫຼັງ 3 ປີແຫ່ງການຄົ້ນຄ້ວາ ຂັບກາຈູ່, ນັກຄົ້ນຄ້ວາດົນຕີ ບູ່ຍຈ້ອງຮ່ຽນ (ສະຖາບັນ ສິລະປະ ວັດທະນະທຳ ຫວຽດນາມ) ແລະ ໜ່ວຍຮ່ວມງານ ໄດ້ຟື້ນຟູສຳເລັດກິດຈະກຳຂັບເກືອດິ່ງ (ປະຕູສາລາ) ເຊິ່ງແມ່ນຕົ້ນກຳເນີດຂອງ ກາຈູ່ ທີ່ຖືກເສື່ອມເສຍໄປກ່ອນນີ້ 60 ປີແລ້ວ. ໂຄງການ “ອະນຸລັກຮັກສາ ກາຈູ່ ຢູ່ ຮ່າໂນ້ຍ ຕາມວິທີສຳຜັດແບບໃໝ່“ ຫາກໍ່ໄດ້ຮັບການກວດຮັບຮອງໃນວັນທີ 14 ພະຈິກ 2017. ໂຄງການໄດ້ສະຫຼຸບເອກະສານກ່ຽວກັບຂັບກາຈູ່ໃນ 1 ສະຕະວັດ, ແລ້ວຖອດຖອນເປັນທິດສະດີພື້ນຖານ, ປະກອບສ່ວນອະນຸລັກຮັກສາ ແລະ ພັດທະນາ ກາຈູ່ໃນຊີວິດຍຸກປັດຈຸບັນ. ກາຈູ່ແມ່ນມໍລະດົກວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນພະບຸລຸດ, ມີການສົມທົບລະຫວ່າງກະວີກັບດົນຕີຢ່າງມີຊີວິດຊີວາ. ນັກຄົ້ນຄ້ວາ ບຸ່ຍຈ້ອງຮ່ຽນ, ໃຫ້ຮູ້ວ່າ:

     ຂ້າພະເຈົ້າຊອກຫາບັນດາເທບອັດສຽງຂັບກາຈູ່ຂອງນັກຮ້ອງທີ່ມີຊື່ສຽງແຕ່ຊຸມປີ 1920-1930. ພາຍຫຼັງຟັງເທບເຫຼົ່ານັ້ນແລ້ວ, ຂ້າພະເຈົ້າກໍ່ຊອກໄດ້ຫຼັກຂອງການຂັບເກືອດິ່ງ. ຕໍ່ມາຂ້າພະເຈົ້າກໍ່ອັດສຽງຂັບກາຈູ່ຂອງບັນດາຜູ້ເຖົ້າຜູ້ແກ່ໄວ້ເພື່ອສອນໃຫ້ລູກຫຼານ.ດົນຕີໃນກາຈູ່ແມ່ນພິເສດທີ່ສຸດ, ທຳນອງເພງເຊື່ອມກັນຢ່າງຕໍ່ເນື່ອງ. ຜູ້ຮ້ອງຕ້ອງມີຄວາມຊຳນານໃນການຫຼິ້ນດົນຕີປະເພດນີ້ຈຶ່ງສາມາດຂັບກາຈູ່ໄດ້“.

ບັນດາເຫດການວັດທະນະທຳທີ່ພົ້ນເດັ່ນໃນປີ 2017 - ảnh 3 ແຂກທ່ອງທ່ຽວຢ້ຽມຢາມຫໍວັດທະນະທຳ

ເຫດການວັດທະນະທຳທີ່ໜ້າສົນໃຈໜຶ່ງອີກໃນປີ 2017, ນັ້ນແມ່ນລາຍການຢ້ຽມຢາມໂຮງລະຄອນໃຫຍ່ ຮ່າໂນ້ຍ ແບບລວງຕາ. ໂຮງລະຄອນ ຮ່າໂນ້ຍ ແມ່ນໜຶ່ງໃນບັນດາກິດຈະກຳພົ້ນເດັ່ນທີ່ສຸດໃນຈຳນວນມໍລະດົກສະຖາປັດຕະຍະກຳ ຝະລັ່ງ ຢູ່ ຫວຽດນາມ ກໍ່ຄືຢູ່ ອິນດູຈີນ. ເຖິງວ່າໄດ້ຜ່ານໄລຍະເວລາ 100 ກວ່າປີແລ້ວກໍ່ຕາມ, ແຕ່ມັນຍັງຄົງສ້າງຄວາມດຶງດູດ, ກາຍເປັນສັນຍາລັກກ່ຽວກັບປະຫວັດສາດ, ວັດທະນະທຳຂອງ ຮ່າໂນ້ຍ. ລາຍການຢ້ຽມຢາມໂຮງລະຄອນໃຫຍ່ ຮ່າໂນ້ຍ ແບບລວງຕາຖືກແກ່ຍາວໃນເວລາ 15 ນາທີ, ດ້ວຍບັນດາຮູບພາບທີ່ເປັນເອກະລັກສະເພາະ, ປະສານກັບສຽງດົນຕີທີ່ມີຊື່ສຽງຂອງ ຝະລັ່ງ, ພ້ອມກັບຄຳແນະນຳດ້ວຍ 3 ພາສາຄື: ອັງກິດ, ຝະລັ່ງ, ຫວຽດນາມ ນັ້ນ, ໄດ້ສ້າງຄວາມດຶງດູດໃຫ້ແກ່ນັກທ່ອງທ່ຽວ.

ງານມະໂຫລານຟ້ອນສາກົນ 2017 ຖືກດຳເນີນໃນເດືອນກັນຍາຢູ່ແຂວງ ນິງບິ່ງ, ດ້ວຍການເຂົ້າຮ່ວມຂອງ 24 ຄະນະສິລະປະທີ່ມາຈາກ 15 ປະເທດ. ຄະນະຈັດຕັ້ງງານມະໂຫລານໄດ້ມອບລາງວັນຄຳໃຫ້ 10 ລາຍການ, ໃນນັ້ນ ຫວຽດນາມ ຍາດໄດ້ 4 ລາງວັນຄຳ.

ຕອບກັບ

ຂ່າວ/ບົດ​ອື່ນ