ສະໂມສອນສິລະປະວັນນະຄະດີພື້ນເມືອງ ຮົ່ງມີ - ບ່ອນແຜ່ກະຈາຍວັດທະນະທຳເຜົ່າມົ້ງ

(VOVWORLD) -ສະໂມສອນສິລະປະວັນນະຄະດີພື້ນເມືອງ ຮົ່ງມີ ຢູ່ເມືອງບັກຮ່າ ແຂວງ ລ່າວກາຍ ແມ່ນໜຶ່ງໃນບັນດາຫົວໜ່ວຍນຳໜ້າໃນຂະບວນການວັດທະນະທຳ ສິລະປະວັນນະຄະດີມະຫາຊົນຢູ່ທ້ອງຖິ່ນ. ສະມາຊິກສະໂມສອນເຄີຍສະແດງຢູ່ຕະຫຼາດນັດ ບັກຮ່າ ແລະ ຢູ່ບັນດາຮ້ານກາເຟ ພັດຕະຄານ ໂຮງແຮມ. ການເຄື່ອນໄຫວນີ້ ໄດ້ປະສ່ວນແຜ່ກະຈາຍສີສັນວັດທະນະທຳເຜົ່າມົ້ງ ໃຫ້ແກ່ແຂກທ່ອງທ່ຽວ ທັງຢູ່ພາຍໃນ ແລະ ສາກົນ.
ສະໂມສອນສິລະປະວັນນະຄະດີພື້ນເມືອງ ຮົ່ງມີ - ບ່ອນແຜ່ກະຈາຍວັດທະນະທຳເຜົ່າມົ້ງ - ảnh 1ພວກນ້ອງໃນສະໂມສອນຮົ່ງມີ ສະແດງລາຍການຟ້ອນຢູ່ຕະຫຼາດນັດ ບັກຮ່າ

      ໂດຍມີຕົ້ນກຳເນີດຈາກສະໂມສອນແຄນເຜົ່າມົ້ງ ບັກຮ່າ ປີ 2019 ສະໂມສອນສິລະປະວັນນະຄະດີພື້ນເມືອງ ຮົ່ງມີ ໄດ້ຮັບການສ້າງຕັ້ງຂຶ້ນ ຕາມຂໍ້ຕົກລົງຂອງສະພາປະຊາຊົນແຂວງ ລ່າວກາຍ ເພື່ອຮັບໃຊ້ແຂກທ່ອງທ່ຽວຢູ່ຕາມສະຖານທີ່ມ່ອງທ່ຽວ. ປັດຈຸບັນສະໂມສອນມີສະມາຊິກ 20 ຄົນຖືກຈັດແບ່ງເປັນສາມກຸ່ມ ແລະ ເຄື່ອນໄຫວປະຈຳວັນເສົາ ວັນທິດ ຢູ່ຕາມສະຖານທີ່ທ່ອງທ່ຽວຕ່າງໆ. ອ້າຍ ຢ່າງອາຫ໋າຍ ປະທານສະໂມສອນສິລະປະວັນນະຄະດີພື້ນເມືອງ ຮົ່ງມີ ໃຫ້ຮູ້ວ່າ:

 “ດ້ວຍຄວາມກະຕືລືລົ້ນກໍ່ຄືຄວາມພະຍາຍາມຂອງທຸກໆຄົນໃນສະໂມສອນ, ພວກຂ້າພະເຈົ້າໄດ້ຮັບການຕອບສະໜອງຢ່າງສຸດໃຈຈາກແຂກທັງຫຼາຍ. ນັ້ນແມ່ນຄວາມມ່ວນຊື່ນ ແມ່ນກຳລັງດັນເພື່ອໃຫ້ພວກຂ້າພະເຈົ້າສືບຕໍ່ພະຍາຍາມ. ໄດ້ຮັບຊົມບັນດາລາຍການສະແດງສິລະປະວັນນະຄະດີທີ່ລຽບງ່າຍເຕັມໄປດ້ວຍສີສັນຂອງທ້ອງຖິ່ນ ດັ່ງນັ້ນ ແຂກທ່ອງທ່ຽວມີຄວາມຊົມຊອບ ແລະ ປະທັບໃຈທີ່ສຸດ”.

ສະມາຊິກສ່ວນຫຼາຍໃນສະໂມສອນສິລະປະວັນນະຄະດີພື້ນເມືອງຮົ່ງມີແມ່ນນັກຮຽນ, ເຖິງວ່າຍັງບໍ່ທັນໄດ້ຜ່ານຊຸດອົບຮົມດ້ານດົນຕີກໍ່ຕາມ ແຕ່ເມື່ອເຂົ້າເປັນສະມາຊິກສະໂມສອນ ກໍ່ໄດ້ຮັບການບຳລຸງກໍ່ສ້າງ, ໄດ້ຮຽນເສບບັນດາເຄື່ອງດົນຕີພື້ນເມືອງ, ຟ້ອນ ແລະ ຂັບຮ້ອງ. ມີເພື່ອນບາງຄົນເມື່ອຫາກໍ່ເຂົ້າເປັນສະມາຊິກສະໂມສອນກໍ່ບໍ່ລຶ້ງ ແຕ່ພາຍຫຼັງໄດ້ຮັບການຝຶກແອບກໍ່ຄ່ອຍໆມີຄວາມເຊື່ອໝັ້ນຕົວເອງທຳການສະແດງ. ນ້ອງ ຢ່າງທິຈຸງຖຸ໋ຍ ສັງກັດສະໂມສອນສິລະປະວັນນະຄະດີພື້ນເມືອງ ຮົ່ງມີ ແບ່ງປັນວ່າ:

 “ນ້ອງເຂົ້າຮ່ວມສະໂມສອນສິລະປະວັນນະຄະດີພື້ນເມືອງ ຮົ່ງມີ ເປັນເວລາເກືອບສອງປີແລ້ວ. ໄດ້ສະແດງຢູ່ໂຮງຮຽນກໍ່ງ່າຍດາຍຍກວ່າ ການສະແດງຢູ່ຕະຫຼາດນັດ. ພວກນ້ອງເຄີຍສະແດງໃນຕອນເຊົ້າວັນທິດ ຢູ່ຕາມພັດຕະຄານໃນເມືອງ ບັກຮ່າ. ນ້ອງຫວັງຢາກໂຄສະນາສີສັນວັດທະນະທຳເຜົ່າມົ້ງໃຫ້ແຂກທ່ອທ່ຽວ”.

ອ້າຍ ວື່ແຊວແຊ່ງ ຜູ້ສາມາດເປົ່າແຄນມ່ວນທີ່ສຸດໃຫ້ຮູ້ວ່າ:

“ຮອດວັນເສົາປະຈຳອາທິດ ຂ້າພະເຈົ້າກໍ່ໄປສະແດງຢູ່ຕະຫຼາດຄ່ຳຄືນ ບັກຮ່າ. ສຳລັບວັນທິດ ກໍ່ສະແດງຕອນໜຶ່ງຢູ່ສະຖານທີ່ທ່ອງທ່ຽວ. ແຂກທ່ອງທ່ຽວກໍ່ຊົມຊອບລາຍການສະແດງທີສຸດ”.

      ໄປຕະຫຼາດນັດ ບັກຮ່າ ໄດ້ຮັບຊົມລາຍການສະແດງຂອງສະໂມສອນສິລະປະວັນນະຄະດີພື້ນເມືອງ ຮົ່ງມີ, ອ້າຍ ຕະແບັກເລິມ ແຂກທ່ອງທ່ຽວມາຈາກ ຫວິງຟຸກ ເປີດເຜີຍວ່າ:

 “ຂ້າພະເຈົ້າໄປຕະຫຼາດນັດ ບັກຮ່າ ຄັ້ງນີ້ແມ່ນຄັ້ງທີສາມແລ້ວ ຂ້າພະເຈົ້າເຫັນວ່າ ບັນດາວາດຟ້ອນຢູ່ທີ່ນີ້ງາມຫຼາຍ ຊຸດອາພອນປະຈຳເຜົ່າກໍ່ເປັນເອກະລັກ. ເຄື່ອງດົນຕີຂອງຊາວເຜົ່າມົ້ງຄື ຂຸ່ຍ ແຄນ ກໍ່ມີຄວາມເປັນເອກະລັກສະເພາະ”. 

       ເມື່ອມີລາຍການພົບປະແລກປ່ຽນວັດທະນະທຳສາກົນຢູ່ທ້ອງຖິ່ນ, ສະໂມສອນສິລະປະວັນນະຄະດີພື້ນເມືອງຮົ່ງມີ ກໍ່ລ້ວນແຕ່ໄດ້ຮັບການເຊື້ອເຊີນເຂົ້າຮ່ວມ. ເດືອນມີນາ ທີ່ຜ່ານມາ ຢູ່ເວທີສະແດງຕະຫຼາດຄ່ຳຄືນ ບັກຮ່າ ໃນເທດສະບານ ບັກຮ່າ ກໍ່ໄດ້ຈັດລາຍການພົບປະແລກປ່ຽນສະແດງສິລະປະ ຫວຽດນາມ - ອິນເດຍ ອັນໄດ້ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວນັບພັນຄົນມາຊົມ. ທ່ານ ບຸ່ຍວັນວິງ ຫົວໜ້າຂະແໜງວັດທະນະທຳ ຖະແຫຼງຂ່າວ ເມືອງ ບັກຮ່າ ໃຫ້ຮູ້ວ່າ:

       “ສະໂມສອນ ຮົ່ງມີ ເຄີຍທຳການສະແດງຢູ່ຕະຫຼາດນັດ ບັກຮ່າ ເຊິ່ງເປັນການຮັກສາສີສັນວັດທະນະທຳຂອງຊາວເຜົ່າມົ້ງ. ຍ້ອນມີລາຍການສະແດງດັ່ງນັ້ນ ຄຸນຄ່າວັດທທະນະທຳພື້ນເມືອງຂອງຊົນເຜົ່າ ໄດ້ຮັບການເສີມຂະຫຍາຍ ແລະ ມີຊື່ສຽງ ແລະ ໄດ້ກາຍເປັນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກຂອງທ້ອງຖິ່ນ”.

       ສະໂມສອນສິລະປະວັນນະຄະດີພື້ນເມືອງ ຮົ່ງມີ ແມ່ນໜຶ່ງໃນບັນດາຫົວໜ່ວຍນຳໜ້າໃນການເຄື່ອນໄຫວສະແດງ ສິລະປະວັດທະນະທຳ ຢູ່ເມືອງບັກຮ່າ ແຂວງ ລ່າວກາຍ. ສະໂມສອນໄດ້ປະກອບສ່ວນ ອະນຸລັກຮັກສາໂຄສະນາວັດທະນະທຳເຜົ່າມົ້ງ ໃຫ້ແກ່ປະຊາຊົນ ແລະ ແຂກທ່ອງທ່ຽວທັງຢູ່ໃກ້ ແລະ ໄກ. 

ຕອບກັບ

ຂ່າວ/ບົດ​ອື່ນ