ບຸນເຕັດຫວຽດນາມ - ໂອກາດເພື່ອໂຄສະນາວັດທະນະທຳ ຫວຽດນາມເຖິງນັກສຶກສາສາກົນ

(VOVWORLD) -    ບຸນປີໃໝ່ປະຈຳຊາດຫຼືເອີ້ນວ່າບຸນເຕັດແມ່ນງານບຸນໃຫຍ່ທີ່ສຸດແລະສຳຄັນທີ່ສຸດຂອງຊາວຫວຽດນາມໃນປີ. ນີ້ກໍ່ແມ່ນໂອກາດເພື່ອໂຄສະນາວັດທະນະທຳຫວຽດນາມສົ່ງສານແຫ່ງສາມັກຄີແລະປະກອບສ່ວນເສີມສ້າງນ້ຳໃຈມິດຕະພາບລະຫວ່າງນັກສຶກສາຫວຽດນາມກັບນັກສຶກສາປະເທດຕ່າງໆໃນໂລກ. 
ບຸນເຕັດຫວຽດນາມ - ໂອກາດເພື່ອໂຄສະນາວັດທະນະທຳ ຫວຽດນາມເຖິງນັກສຶກສາສາກົນ - ảnh 1ນ້ອງ Leu Ponlek (ເບື້ອງຊ້າຍ) ນັກສຶກສາຊາວກຳປູເຈຍ ກັບເພື່ອນນັກສຶກສາຫວຽດນາມ

     ມະຫາວິທະຍະໄລລາດຊະວົງກຳປູເຈຍທີ່ນະຄອນຫຼວງພະນົມເປັນເຊິ່ງແມ່ນແຫ່ງພວມບຳລຸງກໍ່ສ້າງນັກສຶກສາຫວຽດນາມ, ລາວນັບຮ້ອຍຄົນພ້ອມກັບນັກສຶກສາກຳປູເຈຍນັບພັນຄົນ. ໃນຊຸມມື້ສຸດທ້າຍຂອງປີແມວ 2023 ບັນດານັກສຶກສາຫວຽດນາມພ້ອມກັນຫ້າງຫາກະກຽມບັນດາກິດຈະກຳຄຳນັບຮັບຕ້ອນປີໃໝ່ ປີມະໂລງ 2024. ຫໍພັກນັກສຶກສາສາກົນກໍ່ຟົດຟື້ນໄປດ້ວຍຜູ້ເຂົ້າຜູ້ອອກ.

           ນັບແຕ່ຮູ່ງເຊົ້າ, ນັກສຶກສາມຂອງສາມປະເທດຫວຽດນາມ, ລາວແລະກຳປູເຈຍໄດ້ເຕົ້າໂຮມກັນຢ່າງຄົບຖ້ວນ.ໃຜໆກໍ່ເບີກບານໃຈຕໍ່ການເຄື່ອນໄຫວຕ້ອນຮັບບຸນເຕັດຫວຽດນາມ ທັງປະດັບປະດາເວທີສະແດງດ້ວຍງ່າດອກຄາຍ, ດອກເໝີຍ, ແຜ່ນຄຳພະຫຍາ… ນ້ອງຫງວຽນມິງຮວ່ານ ຫົວໜ້າຄະນະນັກສຶກສາຫວຽດນາມຢູ່ ກຳປູເຈຍເປີດເຜີຍວ່າ:

       “ບຸນເຕັດຢູ່ແຕ່ລະປະເທດກໍ່ລ້ວນແຕ່ມີຄວາມໝາຍພິເສດ. ຂ້າພະເຈົ້າມີຄວາມເບີກບານໃຈແລະຮູ້ສຶກເອກອ້າງທະນົງໃຈ ເມື່ອໄດ້ແນະນຳໃຫ້ບັນດາເພື່ອນນັກສຶກສາຕ່າງປະເທດຮັບຊາບກ່ຽວກັບບຸນປີໃໝ່ປະຈຳຊາດ ຫວຽດນາມ. ຂ້າພະເຈົ້າເຊື່ອໝັ້ນວ່າພວກເພື່ອນຈະຊົມຊອບເມື່ອໄດ້ຮູ້ ແລະ ສ້າງຄວາມຊິນເຄີຍກັບວັດທະນະທຳຕ້ອນຮັບບຸນເຕັດທີ່ເປັນເອກະລັກຂອງຊາວຫວຽດນາມ. ຂ້າພະເຈົ້າກໍ່ມີຄວາມເບີກບານໃຈເມື່ອໄດ້ແນະນຳຄວາມເປັນເອກະລັກທາດ້ານວັດທະນະທຳຫວຽດນາມໃຫ້ແກ່ບັນດາເພື່ອນນັກສຶກສາລາວແລະກຳປູເຈຍ.”

       ໃນຊຸມມື້ໃກ້ຈະຮອດບຸນເຕັດຫວຽດນາມ,  ບັນດາເລື່ອງລາວກໍ່ລ້ວນແຕ່ໝູນອ້ອມຫົວຂໍ້ “ບຸນເຕັດຫວຽດນາມ”. ເຖິງວ່າຍັງບໍ່ທັນລື້ງເຄີຍກັບການຈັດພາໝາກໄມ້ 5 ຊະນິດພ້ອມກັບເພື່ອນນັກສຶກສາຫວຽດນາມກໍ່ຕາມ ແຕ່ພວກເພື່ອນນັກສຶກສາວ ແລະ ກຳປູເຈຍຕ່າງກໍ່ພາກພູມໃຈທີ່ສຸດ.ເບິ່ງຄືວ່າໄລຍະຫ່າງກ່ຽວກັບຊາຍແດນແລະພາສາ ລະຫວ່າງສາມປະເທດກໍ່ລ້ວນແຕ່ຖືກສູນຫາຍໄປ ພຽງແຕ່ມີຄວາມຮັກແພງ ການແບ່ງປັນ ຄວາມເບີກບານມ່ວນຊື່ນແລະບັນຍາກາດຄຶກຄື້ນຕ້ອນຮັບບຸນເຕັດ.  ນ້ອງ Leu Ponlek  ນັກສຶກສາກຳປູເຈຍໃຫ້ຮູ້ວ່າ:

      “ນ້ອງດີໃຈທີ່ສຸດເມື່ອໄດ້ເຂົ້າຮ່ວມຫ້າງຫາກະກຽມຕ້ອນຮັບບຸນເຕັດພ້ອມກັບບັນດາເພື່ອນັກສຶກສາຫວຽດນາມ. ບຸນປີໃໝ່ຂອງຊາວກຳປູເຈຍແລະຫວຽດນາມ ກໍ່ມີຫຼາຍຈຸດຄ້າຍຄືກັນຄື ການຫໍ່ເຂົ້າຕົ້ມໝູ, ມອບຊອງອັງເປົາໃຫ້ແກ່ເດັກນ້ອຍ”.

      ຢູ່ພາຍໃນປະເທດ, ທີ່ມະຫາວິທະຍາໄລຫຼາຍແຫ່ງທີ່ມີນັກສຶກສາຕ່າງປະເທດມາສຶກສາຮ່ຳຮຽນກໍ່ໄດ້ຈັດຕັ້ງພິທີຕ້ອນຮັບບູນເຕັດຫວຽເນາມໃຫ້ແກ່ນັກສຶກສາຕ່າງປະເທດ. ບັນດາຮີດຄອງປະເພນີຂອງຊາວຫວຽດນາມໃນໂອກາດບຸນເຕັດໄດ້ຖືກແນະນຳຕໍ່ບັນດາເພື່ອນນັກສຶກສາຕ່າງປະເທດຄື ພິທີໄຫວ້ບູຊາໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ປະເພນີອວຍພອນອາຍຸໃນປີໃໝ່, ໄປວັດໄປວາ, ປ່ອຍປາໃນ, ເຂົ້າຮ່ວມການຫໍ່ເຂົ້າຕົ້ມ, ຫໍ່ໝູຢໍ່… ເພື່ອນ Roberta ນັກສຶກສາຊາວ ອີຕາລີ ເລົ່າສູ່ຟັງວ່າ:

      “ນີ້ແມ່ນເຂົ້າຕົ້ມໝູທີ່ຂ້າພະເຈົ້າໄດ້ຫໍ່. ຂ້າພະເຈົ້າດີໃຈທີ່ສຸດເມື່ອໄດ້ຕ້ອນຮັບບຸນເຕັດຫວຽດນາມ”.

      ສ່ວນເພື່ອນ Inez  ນັກສຶກສາຊາວໂປໂລຍເປີດເຜີຍວ່າ:

      “ນີ້ກໍ່ແມ່ນແໜມຈືນ ຊຶ່ງແມ່ນເຍື່ອງອາຫານແຊບທີ່ສຸດ. ໃນໂອກາດບຸນເຕັດກໍ່ຈັດການລະຫຼິ້ນພື້ນເມືອງໃຫ້ແກ່ນັກສຶກສາຊາວຕ່າງປະເທດພວມ ສຶກສາຮ່ຳຮຽນຢູ່ມະຫາວິທະຍາໄລຕ່າງໆ”.

       ພາຍຫຼັງຖືກຄ້າງຕີນສອງສາມຄັ້ງ, Hiba  ນັກສຶກສາຊາວຊີລີໄດ້ມີຄວາມລື້ງເຄີຍກັບການເຕັ້ນສາບ, Hiba ເວົ້າວ່າ:

    “ຂ້າພະເຈົ້າໄດ້ເຂົ້າຮ່ວມການຫຼິ້ນເຕັ້ນສາບ ຂ້າພະເຈົ້າຊົມຊອບບຸນເຕັດຫວຽດນາມທີ່ສຸດ”.

       ບັນດາຈຸດວັດທະນະທຳອັນເປັນປະເພນີໃນຊຸມມື້ບຸນເຕັດໄດ້ຖືກໂຄສະນາເຖິງນັກສຶກສາສາກົນອັນໄດ້ປະກອບສ່ວນຊ່ວຍເຂົາເຈົ້າສາມາດເຂົ້າໃຈກ່ຽວກັບວັດທະນະທຳ ແລະ ຊາວຫວຽດນາມຕື່ມອີກ. ຜ່ານນັ້ນກໍ່ແຜ່ກະຈາຍຄວາມງາມຂອງບຸນເຕັດຫວຽດນາມເວົ້າສະເພາະ ແລະວັ ດທະນະທຳຫວຽດນາມເວົ້າລວມອອກສູ່ໂລກພາຍນອກ

ຕອບກັບ

ຂ່າວ/ບົດ​ອື່ນ