ບາງຈຸດທີ່ພົ້ນເດັ່ນກ່ຽວກັບງານມະໂຫລານ ສຽງເພງພື້ນເມືອງຫວຽດນາມເຂດພາກໃຕ້ຄັ້ງທີ 6

“ ງານ​ມະ​ໂຫລານ​ສຽງ​ເພງ​ພື້ນ​ເມືອງ​ຫວຽດ​ນາມ​ເຂດ​ພາກ​ໃຕ້ຄັ້ງ​ທີ 6 ປີ 2015 ”ຫາ​ກໍ​ຖືກ​ຈັດ​ຂຶ້ນ​ຢູ່​ນະ​ຄອນ ກາວແລ້ງ ແຂວງ ດົງ​ທາບ. ຜ່ານງານ​ມະ​ໂຫລານຄັ້ງ​ນີ້, ໄດ້​ສະ​ແດງ​ໃຫ້​ເຫັນ​ສິ​ລະ​ປະການ​ສະ​ແດງ​ແບບ​ພື້ນ​ເມືອງ​ຢູ່​ວົງ​ຄະ​ນະ​ຍາດ ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ອະ​ນຸ​ລັກ​ດີ​ກ່​ວາ​ເກົ່າ ແລະ ຄົນ​ລຸ່ນ​ໜຸ່ມ​ມີ​ຄວາມ​ນິ​ຍົມຫຼາຍ​ຂຶ້ນ.

ບາງຈຸດທີ່ພົ້ນເດັ່ນກ່ຽວກັບງານມະໂຫລານ ສຽງເພງພື້ນເມືອງຫວຽດນາມເຂດພາກໃຕ້ຄັ້ງທີ 6 - ảnh 1
ລາຍ​ການ​ສະ​ແດງ​ທີ່ງານ​ມະ​ໂຫລານ​ສຽງ​ເພງ​ພື້ນ​ເມືອງ​ຫວຽດ​ນາມ​ເຂດ​ພາກ​ໃຕ້ຄັ້ງງານ​ມະ​ໂຫລານ​ສຽງ​ເພງ​ພື້ນ​ເມືອງ​ຫວຽດ​ນາມ​ເຂດ​ພາກ​ໃຕ້ຄັ້ງທີ່ 6

     ຈຸດ​ທີ່​ພົ້ນ​ເດັ່ນ​ໃນ ງານ​ມະ​ໂຫລານ​ສຽງ​ເພງ​ພື້ນ​ເມືອງ​ຫວຽດ​ນາມ​ເຂດ​ພາກ​ໃຕ້ຄັ້ງ​ນີ້ ແມ່ນ​ເກັນ​ອາ​ຍຸ​ສະ​ເລ່ຍ​ຂອງ​ບັນ​ດາ​ນັກ​ສິ​ລະ​ປີນ, ນັກ​ສະ​ແດງ​ສະ​ໝັກຫຼິ້ນ​ທີ່​ເຂົ້າ​ຮ່ວມ ແມ່ນ​ໜຸ່ມ​ພໍ​ສົມ​ຄວ​ນ, ​ຊຶ່ງເປັນ​ການຢັ້ງ​ຢືນວ່າ ບັນ​ດາ​ທຳ​ນອງ​ເພງ, ວາດ​ຟ້ອນ​ພື້ນ​ເມືອງ, ດົນ​ຕີ​ໄດ້​ຮັບ​ການ​ເກັບ​ຮັກ​ສາ ແລະ ຖ່າຍ​ທອດ​ໃຫ້​ລຸ່ນ​ໜຸ່ມ​ເພື່ອ​ທຳ​ການ​ສະ​ແດງ​ຢ່າງ​ກ້​ວາງ​ຂວາງ. ທີ່ງານ​ມະ​ໂຫລານ​ສຽງ​ເພງ​ພື້ນ​ເມືອງ​ຫວຽດ​ນາມ​ເຂດ​ພາກ​ໃຕ້, ບັນ​ດາ​ນັກ​ສິ​ລະ​ປີນ, ນັກ​ສະ​ແດງຂອງ​ແຂວງ ເບັນ​ແຈ, ລອງ​ອານ, ເກີນ​ເທີ, ຈາ​ວິງ…ສ່ວນຫຼວງຫຼາຍ​ແມ່ນ​ຄົນ​ໜຸ່ມ, ມີຫຼາຍ​ຄົນ​ຮຽນ​ຈົບ​ມະ​ຫາ​ວິ​ທະ​ຍາ​ໄລ, ວິ​ທະ​ຍາ​ໄລ ແລະ ສາ​ມາດ​ທຳ​ການ​ສະ​ແດງ​ຟ້ອນ​ລຳ​ທຳ​ເພງ​ພື້ນ​ເມືອງ​ຢ່າງຊຳ​ນິ​ຊຳ​ນາ​ນ​.

    12 ຄະ​ນະ​ສິ​ລະ​ປະ​ກອນທີ່​ເຂົ້າ​ຮ່ວມງານ​ມະ​ໂຫລານ​ສຽງ​ເພງ​ພື້ນ​ເມືອງ​ຫວຽດ​ນາມ​ເຂດ​ພາກ​ໃຕ້ຄັ້ງ​ທີ 6 ປີ 2015 ກໍ​ລ້ວນ​ແຕ່​ກະ​ກຽ​ມ​ແຕ່ 2 ຫາ 4 ລາຍ​ການ​.  ນັ​້ນແມ່ນບັນ​ດາ​ບົດ​ເພງ, ດົນ​ຕີ, ວາດ​ຟ້ອນພື້ນ​ເມືອງ​ຊຶ່ງ​ໄດ້​ກຳ​ເນີດ​ຂຶ້ນ​ ແລະ ຄົງ​ຕົວ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ປະ​ຊຳ​ຊົນ​ຢູ່​ແຕ່​ລະທ້ອງ​ຖິ່ນ. ຄະ​ນະ​ສິ​ລະ​ປະ​ກອນ​ເຈົ້າ​ພາບໄດ້​ເລືອກ​ເອົາ​ທຳ​ນອງ​ເພງ​ດົງ​ທາບ​ທີ່​ອ່ອນ​ຫວານ​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຊາວ​ຜູ້​ອອກ​ແຮງ​ງານ​ຢູ່​ເຂດ​ດອກ​ບົວ, ແມ່​ນ້ຳ​ລຳ​ເຊ ດົງ​ທາບ​ເມື​່ອຍ. ຄະ​ນະ​ສິ​ລະ​ປະ​ກອນແຂວງ ຈາ​ວິງ ແມ່ນ​ເລືອກ​ເອົາ​ປະ​ເພດ​ສິ​ລະ​ປະ​ພື້ນ​ເມືອງ ຂະ​ແມ ທີ່​ມີ​ຊື່​ສຽງ​ຂອງ​ທ້ອງ​ຖິ່ນ….

                                 ທີ່ງານ​ມະ​ໂຫລານ​ສຽງ​ເພງ​ພື້ນ​ເມືອງ​ຫວຽດ​ນາມ​ເຂດ​ພາກ​ໃຕ້ຄັ້ງ​ນີ້, ຄະ​ນະ​ສິ​ລະ​ປະ​ກອນແຂວງ ໄຕ​ນິງ ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ ເພາະ​ມີ​ການ​ເຂົ້າ​ຮ່ວມ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ເຜົ່າ​ຕາ​ມູນ. ລາຍ​ການ​ສະ​ແດງ​ຂອງ​ຊົນ​ເຜົ່າ​ຕາ​ມູນ​ຄັ້ງ​ນີ້ ແມ່ນ​ການ​ຂ​ັບ​ກອ່ມ​ລູກ ດ້ວຍ​ການ​ສະ​ແດງ​ແບບລຽບ​ງ່າຍ​ທີ່​ສຸດ. ທ່ານ ດາວ​ຢີ​ເຟືອກ ຜູ້​ອຳ​ນວຍ​ການ​ສູນ​ວັດ​ທະ​ນະ​ທຳ​ແຂວງ ໄຕ​ນິງ ໃຫ້​ຮູ້​ວ່າ : 

    “     ເຂົາ​ເຈົ້າມີ​ລາຍ​ການ​ໃດ ກໍ​ສະ​ແດງ​ລາຍ​ການນັ້ນເລີຍ ໂດຍບໍ່​ຕ້ອງ​ການ​ເຄື່ອງ​ດົນ​ຕີ, ກອງຫຍັງ​ໝົດ. ຂ້າ​ພະ​ເຈົ້າພາກ​ພູມ​ໃຈຫຼາຍ ເມື່ອ​ໄດ້​ມີ​ລາຍ​ການ​ເຂົ້າ​ຮ່ວມງານ​ມະ​ໂຫລານ​, ທັງ​ນີ້​ກໍ​ເພື່ອ​ແນະ​ນຳໃຫ້​ຜູ້​ຄົນ​ທັງຫຼາຍ​ຮັບ​ຊາບ​ກ່ຽວ​ກັບ​ຊາວ​ເຜົ່າ​ຕາ​ມູນ​ຢູ່​ແຂວງ ໄຕ​ນິງ ຊຶ່ງ​ພວມ​ສືບ​ຕໍ່​ເຮັດ​ລະ​ບຽບ​ການ​ເພື່ອ​​ໃຫ້ລັດ​ຮັບ​ຮອງ​ເປັນ​ເຜົ່າ​ທີ່​ 55”

       ພາຍຫຼັງ​ດຳ​ເນີນງານ​ມະ​ໂຫລານ​ສຽງ​ເພງ​ພື້ນ​ເມືອງ 5 ຄັ້ງ, ບັນ​ດາ​ປະ​ເພດ​ສິ​ລະ​ປະ​ການ​ສະ​ແດງ​ແບບ​ພື້ນ​ເມືອງ​ຂອງ​ພາກ​ໃຕ້​ໄດ້​ຄ່ອຍໆ​ມີ​ຊື່​ສຽ​ງ ແລະ ໄດ້​ຮັບ​ການ​ສົ່ງ​ເສີມ​ອະ​ນຸ​ລັກ​ຮັກ​ສາ ແລ​ະ ຖ່າຍ​ທອດ​ໃຫ້​ໄວ​ໜຸ່ມ​ໃນ​ບ້ານ. ມີຫຼາຍ​ລາຍ​ການ​ທີ່ ງານ​ມະ​ໂຫລານ​ຄັ້ງ​ນີ້ ໂດຍ​ແມ່ນ​ບັນ​ດາ​ນັກ​ສິ​ລະ​ປີນ​ລຸ່ນ​ຕ່າງໆ​ໃນ​ຄອບ​ຄົວ​ດຽວ​ຫຼື​ເຂດ​ຊຸມ​ຊົນ​ໜຶ່ງ​ທຳ​ການສະ​ແດງ. ນາງ ແຢງ​ທິ​ດຽວ ໃຫ້​ຮູ້​ວ່າ : 

    “ ນີ້​ແມ່ນ​ສິ​ລະ​ປະ​ຟ້ອນ​ພື້ນ​ເມືອງ, ຖ້າ​ມີ​ເຫດ​ການ​ຢູ່​ວັດ​ຢູ່​ວາ ຫຼື​ຄອບ​ຄົວ​ໃດໆ​ຈັດ​ງານ​ລ້ຽງ​ນັ້ນ, ທຸກ​ຄົນ​ໃນ​ຄອບ​ຄົວ​ຕ່າງ​ກໍ​ເຂົ້າ​ຮ່ວມເລີຍ. ບໍ່​ໜ້າ​ອາຍ​ຫຍັງ​ເລີຍ, ເພາະ​ເຄີຍ​ໄດ້ຟ້ອນມາ​ແລ້ວ. ເມື່ອ​ເຫັນ​ວ່າ ມີ​ເພື່ອນຫຼາຍ​ຄົນ​ມາ​ຈາກ​ເຜົ່າ​ຕ່າງໆໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ໃນ​ມື້ມ່ວນ​ຊື່ນ, ຂ້າ​ພະ​ເຈົ້າ​ດີ​ໃຈຫຼາຍ ”

    ສ່ວນ​ທ່ານ ເລີມ​ຮ່​ວາງວຽນ, ຜູ້​ອຳ​ນວຍ​ການ​ສູນ​ວັດ​ທະ​ນະ​ທຳ​ແຂວງ ຊອກ​ຈັງ ໃຫ້​ຮູ້​ວ່າ ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ພ້ອມ​ກັບ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ແລະ ແຜນ​ນະ​ໂຍ​ບາຍ​ອະ​ນຸ​ລັກ​ຮັກ​ສາ​ສິ​ລະ​ປະ​ພື້ນ​ເມືອງ​ຂອງທ້ອງ​ຖິ່ນ, ຊີ​ວິດດ້ານສິ​ລະ​ປະ​ວັນ​ນະ​ຄະ​ດີ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ໃນ​ແຂວງ​ຊອກ​ຈັງ ໄດ້​ຮັບ​ການ​ປົວ​ແປງ​ຢ່າງ​ເຫັນ​ໄດ້​ຊັດ. ທ່ານ ເລີມ​ຮ່​ວາງວຽນ, ຜູ້​ອຳ​ນວຍ​ການ​ສູນ​ວັດ​ທະ​ນະ​ທຳ​ແຂວງ ຊອກ​ຈັງ ກ່າວ​ວ່າ :

     “ ຜ່ານງານ​ມະ​ໂຫລານ 6 ຄັ້ງ, ຊອກ​ຈັງ ໄດ້​ມີ​ທ່າ​ດີ, ນັ້ນ​ແມ່ນ​ພວກ​ຂ້າ​ພະ​ເຈົ​້າ​ລ້ວນ​ແຕ່​ຈັດ​ຕັ້ງ​ງານ​ສະ​ແດງ​ສິ​ລະ​ປະ​ມະ​ຫາ​ຊົນ​ລະ​ຫວ່າງ 3 ເຜົ່າ. ຜ່ານ​ງານ​ສະ​ແດງນີ້, ພວກ​ຂ້າ​ພະ​ເຈົ້າ​ໄດ້​ພົບ​ເຫັນ​ບັນ​ດາ​ນັກ​ສິ​ລະ​ປີນ, ບັນ​ດາ​ລາຍ​ການ​ດົນ​ຕີ, ຟ້ອນ​ລຳ​ທຳ​ເພງທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ແຂວງ​ຕົນ ເພື່ອ​ນຳ​ໄປ​ສະ​ແດງ​ທີ່ ງານ​ມະ​ໂຫລານ​ສຽງ​ເພງ​ພື້ນ​ເມືອງ​ຫວຽດ​ນາມ​ເຂດ​ພາກ​ໃຕ້ຄັ້ງນີ້. ຈາກນັ້ນ​, ກໍ​ເປັນ​ການ​ສ້າງ​ສະ​ຕິ​ຮັກ​ສາ, ເສີມ​ຂະ​ຫຍາຍ​ສີ​ສັນ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ໃນ​ບໍ​ລິ​ເວນ​ແຂວງ​ຕົນ ”

    ບັນ​ດາ​ທ້ອງ​ຖິ່ນ​ທີ່​ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ສຽງ​ເພງ​ພື້ນ​ເມືອງ​ຫວຽດ​ນາມ​ເຂດ​ພາກ​ໃຕ້ຄັ້ງ​ທີ 6 ໄດ້​ຕັ້ງ​ໜ້າ​ຊອກ​ຫາ, ຄົ້ນ​ພົບ, ບຳ​ລຸງ​ປັດ​ໄຈ​ໃໝ່, ຖ່າຍ​ທອດ​ໃຫ້​ລຸ່ນ​ໜຸ່ມ ແນ​ໃສ່​ອະ​ນຸ​ລັກ​ຮັກ​ສາ ແລະ ເ​ສີມ​ຂະ​ຫຍາຍບັນ​ດາ​ທຳ​ນອງ​ເພງ​, ດົນ​ຕີ, ວາດ​ຟ້ອນພື້ນ​ເມືອງທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຂດ​ແຄ້ວນ. ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ຂະ​ບວນ​ການ​ຂັບ​ລຳ​ທຳ​ເພງ​ພື້​ນເມືອງພວມ​ທະ​ວີ​ຄູນ​ຫຼາຍຂຶ້ນໃນ​ຊີ​ວິດ​ຢູ່​ຕາມ​ເຂດ​ຊຸມ​ຊົນ. ຈາກນັ້ນ, ສາງ​ສິ​ລະ​ປະ​ພື້ນ​ເມືອງ​ຂອງ​ບັນ​ດາ​ເຜົ່າ​ອ້າຍ​ນ້ອງ​ໃນ​ທຸກ​ແຖບ​ຖິ່ນ​ທົ່ວ​ປະ​ເທດ​ພວມ​ຄ່ອຍໆ​ໄດ້​ຮັ​ບ​ການ​ຟື້ນ​ຟູ ແລະ ຕໍ່​ພະ​ລັງ​ຊີ​ວິດ​ເພື່ອ​ກາຍ​ເປັນ​ຊັບ​ສົມ​ບັດ​ດ້ານ​ວັດ​ທະ​ນະ​ທຳ, ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ຄວາມ​ດູດ​ດື່ມພິ​ເສດ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ