ລະຄອນດົນຕີ “ທົ່ງຫຍ້າປະສານສຽງ” ສະຫງວນໃຫ້ເດັກ

(VOVWORLD) -     ກາງເດືອນເມສາທີ່ຜ່ານມາເດັກຢູ່ ຮ່າໂນ້ຍໄດ້ຮັບຊົມລາຍການສະແດງດົນຕີທີ່ເປັນເອກະລັກຂອງລະຄອນດົນຕີ “ທົ່ງຫຍ້າປະສານສຽງ” ໂດຍສູນບຳລຸງສ້າງແລະສິລະປະ FFC. ລາຍການສຶກສາດ້ານດົນຕີ Cremusic ,ສູນພາສາອັງກິດ Ms. Luna English ສົມທົບກັນຈັດຂຶ້ນຢູ່ໂຮງລະຄອນເອົາເກີຮ່າໂນ້ຍ. ໂດຍ ເລີ່ມມາຈາກແຫຼ່ງບັນດານໃຈຈາກປຶ້ມທີ່ມີຊື່ດຽວກັນ. ລະຄອນດົນຕີ “ທົ່ງຫຍ້າປະສານສຽງ”ຖືກອຸປະມາດັ່ງເລື່ອງນິທານທີ່ສະຫງວນໃຫ້ເດັກ. 
ລະຄອນດົນຕີ  “ທົ່ງຫຍ້າປະສານສຽງ” ສະຫງວນໃຫ້ເດັກ - ảnh 1ນັກສະແດງໄວເດັກພວມຝຶກແອບແກ່ລາຍການລະຄອນດົນຕີ

    ດ້ວຍຂອບຂະໜາດມີນັກສະແດງຂຶ້ນເຖິງເກືອບ 200 ຄົນແລະໄດ້ດຶງດູດຜູ້ຊົມເກືອບ 2.000 ຄົນ, ລະຄອນດົນຕີ“ທົ່ງຫຍ້າປະສານສຽງ”ແມ່ນການປະສົມປະສານທາງດ້ານສິລະປະໃນບັນດາປະເພດຟ້ອນບາເລ, ຟ້ອມທັນສະໄໝ,    ຮິບຮັອບ, ປະສານສຽງຂັບຮ້ອງ... ສະເພາະບັນດາຕົວລະຄອນເອກກໍ່ໄດ້ຮັບການເລືອກເຟັ້ນຢ່າງລະອຽດຈາກຜູ້ສະໝັກຫຼາຍກວ່າ 200 ຄົນຜ່ານການປະກວດສາມຮອບ. ໃນລາຍການສະແດງລະຄອນດົນຕີນີ້ ນັກສະແດງບໍ່ພຽງແຕ່ຕ້ອງການມີຄວາມສາມາດສະແດງເທົ່ານັ້ນຫາກຍັງຕ້ອງຮັບປະກັນຄວາມຕ້ອງການດ້ານວິຊາການຄືຟ້ອນບາເລ, ຂັບຮ້ອງ, ເຕັ້ນຮິບຮັອບ, ຕີກອງ... ອີກດ້ວຍ. ໃນລາຍການສະແດງ, ຜູ້ຊົມໄດ້ຮັບຊົມບັນດາລາຍການທີ່ເປັນເອກະລັກເຊິ່ງໄດ້ເອົາສະພາວະການສະແດງແມ່ນຫຍ້າເຊິ່ງແມ່ນແຫ່ງດຳລົງຊີວິດຂອງສັດແລະແມງໄມ້ຫຼາຍປະເພດ. ນາງຮ່ຽນແທັງ ຜູ້ກຳກັບການສະແດງລາຍການລະຄອນດົນຕີ ໃຫ້ຮູ້ວ່າ:

       “ທົ່ງຫຍ້າປະສານສຽງແມ່ນຄ່ຳຄືນສະແດງທີ່ໃຫຍ່ໂຕໂດຍໃຊ້ເວລາແຕ່ 60 ຫາ 75 ນາທີ. ບັນດາຕົວລະຄອນລວມມີແມງຮິ່ງຫ້ອຍ, ຈີ່ນາຍ, ກົບ, ຄັນຄາກ, ໜູ, ຊ້າງ, ຊ້າງນ້ຳ... ເຊິ່ງລ້ວນແຕ່ໄດ້ຮັບການແຕ່ງໂຕຢ່າງດູດດື່ມ.ຕົວລະຄອນແຕ່ລະຕົວກໍ່ລ້ວນແຕ່ມີຄຸນລັກສະນະ ແລະເປັນເລື່ອງລາວສົ່ງສານສະເພາະມີລັກສະນະວັດທະນະທຳມະນຸດແລະຈິນຕະນາການສຶກສາອົບຮົມທີ່ທັນສະໄໝ”.

     ລະຄອນດົນຕີ“ທົ່ງຫຍ້າປະສານສຽງ”ໄດ້ກາຍເປັນຂົວເຊື່ອມຕໍ່ ຊ່ວຍໃຫ້ພວກເດັກເພີ່ມຄວາມເຊື່ອໝັ້ນຕົນເອງຫຼາຍກວ່າຕໍ່ໜ້າເວທີສະແດງຊ່ວຍໃຫ້ພວກນ້ອງນ້ອຍເຊື່ອມຕົວເຂົ້າກັບໜູ່ຄະນະ. ຫຼານຫງວຽນຮ່າເຟືອງເຈົາອາຍຸ 7 ປີເຊິ່ງໄດ້  ເຂົ້າຮ່ວມລາຍການສະແດງດົນຕີ“ທົ່ງຫຍ້າປະສານສຽງ”ເປີດເຜີຍວ່າ:

     “ຫຼານເຫັນວ່າເບີກບານໃຈທີ່ສຸດເມື່ອໄດ້ເປັນເພື່ອນກັບນັກສະແດງອື່ນໆ ຫຼານກໍ່ມີຄວາມຫວັງຢາກສວມບົດຕົວລະຄອນເພື່ອສະແດງເຊັ່ນນີ້”.

    ການເລົ່າເລື່ອງດົນຕີກໍ່ແມ່ນຮູບການອ່ານເລື່ອງລາວສົມທົບກັບດົນຕີອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ເດັກ ທັງສາມາດເຂົ້າໃຈໄດ້ເນື້ອໃນຂອງເລື່ອງລາວທັງມີການກະທົບຕອບຕໍ່ການເຄື່ອນໄຫວໃນປຶ້ມ. ນາງຮ່າທື ຜູ້ຮຽບຮຽງບົດລະຄອນ, ຜູ້ອຳນວຍການດົນຕີຂອງບົດລະຄອນດົນຕີ“ທົ່ງຫຍ້າປະສານສຽງ”ໃຫ້ຮູ້ວ່າ:

     “ດ້ວຍລາຍການລະຄອນດົນຕີດັ່ງກ່າວ, ຂ້າພະເຈົ້າຢາກໃຫ້ເດັກຄົ້ນຫາກ່ຽວກັບດົນຕີແລະຈັງຫວະຂອງສັດປະເພດຕ່າງໆ, ຄວາມມີຊີວິດຢູ່ທົ່ງຫຍ້າ. ລະຄອນດົນຕີກໍ່ແມ່ນບັນດາຕົວໜັງສື,ຮູບພາບແລະບັນດາບົດເພງໂດຍເດັກໄດ້ສະແດງບົນເວທີ. ເມື່ອເຮົາກໍ່ໄດ້ຕັ້ງຊື່ໃຫ້ລະຄອນດົນຕີນັ້ນເຮົາກໍ່ຄິດເຖິງການລະຫຼິ້ນຂອງພວກຫຼານນ້ອຍ.ເດັກຄົນໃດກໍ່ມັກລະຫຼິ້ນມ່ວນຊື່ນ. ແຕ່ລະເທື່ອເມື່ອພວກນ້ອງອອກໄປຫຼິ້ນຢູ່ນອກຕ່າງກໍ່ໄດ້ຄົ້ນຫາໂລກໃໝ່”.

       ລາຍການສະແດງດົນຕີ “ທົ່ງຫຍ້າປະສານສຽງ” ໄດ້ສົ່ງສານ “ສິລະປະທີ່ສະຫງວນໃຫ້ທຸກໆຄົນ” ແລະດົນຕີໄດ້ຫຼຸດຜ່ອນຄວາມແຕກໂຕນກັນໃນທຸກເກນອາຍຸ. ລະຄອນດົນຕີນີ້ໄດ້ຊ່ວຍໃຫ້ພວກຫຼານນ້ອຍຄົ້ນຫາດ້ານດົນຕີເຊິ່ງໄດ້ເຊື່ອງໄວ້ໃນເຄື່ອງຫຼິ້ນທຳມະດາແລະລຽບງ່າຍ. ດົນຕີຍາມໃດກໍ່ປາກົດຢູ່ອ້ອມຂ້າງເຮົາ. ລະຄອນດົນຕີ“ທົ່ງຫຍ່າປະສານສຽງ”ແມ່ນລາຍການສະແດງລະຄອນດົນຕີບົນເວທີມີລັກສະນະສິລະປະສຶກສາອົບຮົມສູງໄດ້ຮັບການຕອບສະໜອງຈາກຜູ້ຊົມທັງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ