ວາງສະແດງ “ແກ່ນສານແດງ”, ແນະນຳ ນັກກອມມູນິດລຸ້ນທຳອິດຂອງການປະຕິວັດ ຫວຽດນາມ

(VOVWORLD) -ເພື່ອເຊີດຊູ ແລະ ຈາລຶກບຸນຄຸນຂອງນັກກອມມູນິດລຸ້ນທຳອິດຂອງການປະຕິວັດ ຫວຽດນາມ, ຫໍພິພິທະພັນປະຫວັດສາດແຫ່ງຊາດ ສົມທົບກັບກົມສຳເນົາຫ້ອງວ່າການສູນກາງພັກ ຈັດຕັ້ງການວາງສະແດງຫົວເລື່ອງສະເພາະ ແກ່ນສານແດງ”. ງານວາງສະແດງພວມດຳເນີນຢູ່ຫໍພິພິທະພັນປະຫວັດສາດແຫ່ງຊາດ ເຮືອນເລກທີ 25 ຕົງດ໋ານ ຮ່າໂນ້ຍ.

ວາງສະແດງ “ແກ່ນສານແດງ”, ແນະນຳ ນັກກອມມູນິດລຸ້ນທຳອິດຂອງການປະຕິວັດ ຫວຽດນາມ - ảnh 1ບັນດາຜູ້ແທນເຂົ້າຊົມການວາງສະແດງ. ພາບ:qdnd.vn

ການສ້າງຕັ້ງພັກກອມມູນິດ ຫວຽດນາມ ແມ່ນຕິດພັນກັບບົດບາດ ແລະ ພາລະກິດປະຕິວັດຂອງຜູ້ນຳ ຫງວຽນອາຍກວັກ (ປະທານໂຮ່ຈິມິນ), ຜູ້ກໍ່ຕັ້ງ ແລະ ຝືກຝົນຫລໍ່ຫລອມພັກກອມມູນິດ ຫວຽດນາມ. ເພີ່ນໄດ້ຄັດເລືອກ, ຫລໍ່ລ້ຽງ, ຝຶກຝົນຫລໍ່ຫລອມ “ແກ່ນສານແດງ”, ຊື່ງແມ່ນນັກກອມມູນິດລຸ້ນທຳອິດໃຫ້ແກ່ການປະຕິວັດ ຫວຽດນາມ, ສ້າງປະຖົມປັດໄຈເພື່ອສ້າງຕັ້ງພັກກອມມູນິດ ຫວຽດນາມ (ໃນວັນທີ 3ກຸມພາ1930).

ການວາງສະແດງ “ແກ່ນສານແດງ”ໄດ້ແນະນຳເອກະສານ, ວັດຖຸພັນ, ຮູບພາບ, ເອກະສານລ້ຳຄ່າກວ່າ 100 ຢ່າງ ປະຈຸບັນພວມເກັບຮັກສາໄວ້ຢູ່ຫໍພິພິທະພັນປະຫວັດສາດແຫ່ງຊາດ, ກົມສຳເນົາຫ້ອງການສູນກາງພັກ, ຫໍພິພິທະພັນນັກຮົບປະຕິວັດທີ່ຖືກສັດຕູຈັບຄຸມຂັງໃນຄຸກ. ທ່ານນາງ ຫງວຽນທິທູຮວານ, ຮອງຫົວຫນ້າຫໍພິພິທະພັນປະຫວັດສາດແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ:

ໃນການວາງສະແດງຄັ້ງນີ້ ພວກຂ້າພະເຈົ້າໄດ້ແນະນຳ 2 ຫົວເລື່ອງຕົ້ນຕໍ, ທີຫນຶ່ງ ແມ່ນ ຝຶກຝົນຫລໍ່ຫລອມ ແກ່ນສານແດງ ຊື່ງແມ່ນບັນດານັກຮົບກອມມູນິດທຳອິດ ປະກອບສ່ວນເຂົ້າໃນການສ້າງຕັ້ງພັກກອມມູນິດ ຫວຽດນາມ ແລະ ການນຳພັກ, ປະຊາຊົນຍາດໄດ້ເອກະລາດໃນປີ 1945. ຫົວເລື່ອງທີ 2 ແມ່ນຄວາມອົງອາດກ້າຫານຂອງນັກກອມມູນິດ, ໂດຍສະເພາະແມ່ນເວົ້າເຖິງບັນດາແບບຢ່າງດີເດັ່ນຂອງນັກກອມມູນິດໃນລຸ້ນທຳອິດ. ພ້ອມກັນນັ້ນແມ່ນຮູບແບບເອກະສານຊື່ງພວກຂ້າພະເຈົ້າຢາກແນະນຳ, ບັນດາເອກະສານກ່ຽວກັບການເຄື່ອນໄຫວຂອງນັກຮົບກອມມູນິດໄລຍະທຳອິດ ແລະ ບັນດາວັດຖຸພັນຂອງບັນດາແກ່ນສານແດງ ໄລຍະແຕ່ປີ 1930 1945”.

ບັນດາແກ່ນສານແດງທຳອິດຂອງການປະຕິວັດ ຫວຽດນາມ ໂດຍທ່ານປະທານ ຫງວຽນອາຍກວັກ ຝືກຝົນຫລໍ່ຫລອມບຳລຸງສ້າງ. ໃນການວາງສະແດງຄັ້ງນີ້ ກໍ່ແນະນຳບັນດາຜະລິດຕະພັນ, ເອກະສານອັນລ້ຳຄ່າທີ່ຕິດພັນກັບຜູ້ນຳ ຫງວຽນອາຍກວັກ ກໍ່ຄືເຫດການສ້າງຕັ້ງພັກກອມມູນິດ ຫວຽດນາມ. ໂດຍມີຄວາມຮູ້ສຶກຕື້ນຕັນໃຈເມື່ອຊົມບັນດາຮູບພາບທີ່ການວາງສະແດງ, ທ່ານ ຫງວຽນຕຽນໂມ້, ຮອງຫົວຫນ້າຫໍພິພິທະພັນນັກຮົບປະຕິວັດທີ່ຖືກສັດຕູຈັບຄຸມຂັງໃນຄຸກ ເມືອງ ຟູຊວຽນ ຮ່າໂນ້ຍ ແບ່ງປັນວ່າ:

 “ພວກຂ້າພະເຈົ້າແມ່ນນັກຮົບປະຕິວັດທີ່ຖືກສັດຕູຈັບຄຸມຂັງໂດຍໄດ້ວາງສະແດງຮູບພາບຢູ່ ຫໍພິພິທະພັນ ຟູຊວຽນ, ເມື່ອຊົມບັນດາຮູບພາບນີ້ ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈທີ່ສຸດ. ການວາງສະແດງຄັ້ງນີ້ຢາກຊ່ວຍໃຫ້ຄົນລຸ້ນຫລັງເຂົ້າໃຈກ່ຽວກັບຊຸມປີແຫ່ງການຕໍ່ສູ້ຢ່າງສະຫງ່າອົງອາດຂອງທັງຊາດ, ຮູ້ໄດ້ວ່າຄົນລຸ້ນກ່ອນຕ້ອງເສຍສະຫລະເລືອດເນື້ອເພື່ອຍາດເອົາເອກະລາດຄືປະຈຸບັນ.

ວາງສະແດງ “ແກ່ນສານແດງ”, ແນະນຳ ນັກກອມມູນິດລຸ້ນທຳອິດຂອງການປະຕິວັດ ຫວຽດນາມ - ảnh 2ປື້ມ "ເດື່ອງແກັກເມັ້ງ (ເສັ້ນທາງປະຕິວັດ)ຂອງ ຜູ້ອຳ ຫງວຽນອາຍກວັກ (ປະທານໂຮ່ຈິມິນ) ທີ່ການວາງສະແດງ. ພາບ: qdnd.vn

ການວາງສະແດງ “ແກ່ນສານແດງ” ສະແດງໃຫ້ເຫັນວ່າ ເຖິງວ່າ ຖືກຄຸມຂັງໃນເງື່ອນໄຂທີ່ເຄັ່ງຂັດ, ຖືກທໍລະມານອັນໂຫດຮ້າຍ ແຕ່ດ້ວຍຄຳຂວັນ “ຫັນຄຸກໃຫ້ກາຍເປັນໂຮງຮຽນການປະຕິວັດ”, ບັນດາສະມາຊິກພັກ ໄດ້ສ້າງຕັ້ງຫນ່ວຍພັກຢ່າງປິດລັບ ພ້ອມກັນຝຶກຝົນຫລໍ່ຫລອມ, ຮຽບຮຽງເອກະສານທິດສະດີການເມືອງ, ຈັດຕັ້ງຊຸດຮຽນວັດທະນະທຳ, ທິດສະດີ, ປະກອບສ່ວນສຳຄັນເຂົ້າໃນພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະລາດຊົນຊາດ. ມາຊົມຮູບພາບໃນການວາງສະແດງ, ຫງວຽນຫວຽດຈູງ, ນັກສຶກສາມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ແບ່ງປັນວ່າ:

 “ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈຫລາຍ. ບັນດາເລື່ອງລາວປະຫວັດສາດ, ວັດຖຸພັນປະຫວັດສາດນີ້ ຕົນເອງຍິ່ງເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການເສຍສະຫລະ, ຝືກຝົນຫລໍ່ຫລອມຄຸນສົມບັດປະຕິວັດ, ແນວຄິດປະຕິວັດຂອງການນຳພັກກອມມູນິດ ຫວຽດນາມ ລຸ້ນຕ່າງໆນັບແຕ່ໄລຍະທຳອິດແຫ່ງການສ້າງຕັ້ງມາຮອດປະຈຸບັນ. ໂດຍແມ່ນຊາວຫນຸ່ມຜູ້ຫນຶ່ງ ຂ້າພະເຈົ້າຕ້ອງພະຍາຍາມກວ່າອີກເພື່ອເຮັດແນວໃດໃຫ້ສົມກັບການເສຍສະຫລະຂອງຄົນລຸ້ນກ່ອນເພື່ອໃຫ້ປະເທດຊາດ ຫວຽດນາມ ນັບມື້ນັບຈະເລີນຮຸ່ງເຮືອງສີວິໄລພັດທະນາກ້າວຂຶ້ນ.

ດ້ວຍບັນດາວັດຖຸພັນ, ເອກະສານຕົ້ນສະບັບພ້ອມກັບເອກະສານ, ຮູບພາບອັນລ້ຳຄ່າປະຈຸບັນພວມໄດ້ເກັບຮັກສາໄວ້ຢູ່ ຫໍພິພິທະພັນປະຫວັດສາດແຫ່ງຊາດ ແລະ ກົມສຳເນົາຂອງຫ້ອງວ່າການສູນກາງ, ການວາງສະແດງ ແກ່ນສານແດງໄດ້ຊ່ວຍໃຫ້ມະຫາຊົນເຂົ້າໃຈຕື່ມອີກກ່ຽວກັບປະຫວັດສາດຂອງປະເທດຊາດ, ວາດພາບການອຸທິດສ່ວນຂອງລຸ້ນຊາວຫນຸ່ມໃນຊຸມປີທຳອິດຂອງການປະຕິວັດຢູ່ ຫວຽດນາມ ຢ່າງຈະແຈ້ງ. ຈາກນັ້ນ ກໍ່ປຸກລຸກປະຊາຊົນ, ເປັນຕົ້ນແມ່ນລຸ້ນຫນຸ່ມກ່ຽວກັບນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈກ່ຽວກັບປະຫວັດສາດຂອງຊາດ, ສືບທອດຄົນລຸ້ນກ່ອນ ປະກອບກຳລັງແຮງຂອງຕົນເຂົ້າໃຈພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ