ສິ່ງທີ່ຍອດຍິ່ງໃນການຮ່ຳຮຽນ ສະແດງອອກຜ່ານຜະລິດຕະພັນສິລະປະ

(VOVWORLD) -ສູນວັດທະນະທຳວິທະຍາສາດວັນໝຽວ - ກວັກຕື໋ຢ໊າມຫາກໍ່ສະເໜີຕໍ່ຜູ້ຟັງຜູ້ຊົມອານບູມ “ສິ່ງທີ່ຍອດຍິ່ງໃນການຮ່ຳຮຽນ” Vol1 ຂອງນັກດົນຕີດິງແຄັ໊ງລີ.  ອານບູມນີ້ແມ່ນຜະລິດຕະພັນສິລະປະນອນໃນຄ່ຳຄືນຄົ້ນຫາວັນໝຽວ - ກວັກຕື໋ຢ໊າມ.
ສິ່ງທີ່ຍອດຍິ່ງໃນການຮ່ຳຮຽນ ສະແດງອອກຜ່ານຜະລິດຕະພັນສິລະປະ - ảnh 1   ສູນວັດທະນະທຳວິທະຍາສາດວັນໝຽວ - ກວັກຕື໋ຢ໊າມຫາກໍ່ສະເໜີຕໍ່ຜູ້ຊົມອານບູມ “ສິ່ງທີ່ຍອດຍິ່ງໃນການຮຽນ” Vol1 ຂອງ ດິງແຄັ໊ງລີ

     ອານບູມ“ສິ່ງຍອດຍິ່ງໃນການຮ່ຳຮຽນ” Vol1 ໂດຍນັກດົນຕີ ດິງແຄັ໊ງລີ ໄດ້ສຸມຈິດສຸມໃຈ ແລະ ມີຄວາມມານະພະຍາຍາມສະແດງໃຫ້ເຫັນຈິດໃຈຂອງນັກສິລະປະປິນໜຸ່ມຢາກຖ່າຍທອດບັນດາຄຸນຄ່າດ້ານດົນຕີ - ສິລະປະພື້ນເມືອງສູ່ ມວນຊົມທັງຫຼາຍ. ນີ້ເປັນຄັ້ງທຳອິດທີ່ມີນັກດົນຕີຄົນໜຶ່ງໄດ້ປະດິດຄິດແຕ່ງອານບູມກ່ຽວກັບວັນໝຽວ - ກວັກຕື໋ຢ໊າມ. ນັກດົນຕີດິງແຄັ໊ງລີໃຫ້ຮູ້ວ່າ:

      “ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈຂະນະທີ່ດົນຕີຂອງອານບູມດັ່ງກ່າວ ນອນໃນສ່ວນໜຶ່ງຂອງບັນດາຜະລິດຕະພັນໃນລາຍການຄ່ຳຄືນວັນໝຽວ - ກວັກຕື໋ຢ໊າມ. ການອະນຸລັກຮັກສາສືບທອດບັນດາສິ່ງທີ່ຍອດຍຍິ່ງຂອງດົນຕີພື້ນເມືອງແຕ່ພ້ອມກັນນັ້ນກໍ່ນຳກະແສລົມໃໝ່, ບັນດາປະເພດດົນຕີໃໝ່ ກໍ່ສາມາດຄົ້ນຫາດົນຕີພິເສດສະເພາະ”.

      ອານບູມດັ່ງກ່າວລວມມີດົນຕີພື້ນເມືອງປະສານສຽງ 6 ບົດເຊິ່ງນຳໃຊ້ເຄື່ອງດົນຕີພື້ນເມືອງຕ່າງໆຄືພິນສາຍດ່ຽວ, ຂຸ່ຍ, ຊໍ, ພິນ 16 ສາຍ… ດົນຕີແຕ່ລະບົດກໍ່ລ້ວນແຕ່ນຳໃຊ້ເຄື່ອງດົນຕີທີ່ແຕກຕ່າງກັນ ແລະ ຕາມຫົວຂໍ້ຮູບເງົາ 3D mapping. ບົດດົນຕີເຫຼົ່ານັ້ນມີການປະສານສົມທົບກັບດົນຕີທັນສະໄໝ ອັນໄດ້ນຳມາເຊິ່ງໂສມໜ້າໃໝ່ແກ່ປູຊະນີຍະສາຖານລະດັບຊາດພິເສດວັນໝຽວ - ກວັກຕື໋ຢ໊າມ” ທ່ານ ເລຊວັນກ່ຽວ ຜູ້ອຳນວຍການສູນວິທະຍາສາດວັນໝຽວ - ກວັກຕື໋ຢ໊າມໃຫ້ຮູ້ວ່າ:

      “ຂ້າພະເຈົ້າມີຄວາມຕື້ນຕັນໃຈ ແລະ ສະແດງຄວາມເຄົາລົບນັບຖືຍ້ອນວ່າເປັນຄັ້ງທຳອິດມີອານບູມກ່ຽວກັບວັນໝຽວ - ກວັກຕື໋ຢ໊າມ ດ້ວຍຄຸນຄ່າມໍລະດົກຖືກສະແດງອອກຜ່ານປະເພດສິລະປະທີ່ເປັນເອກະລັກ ອັນໄດ້ນຳສິ່ງທີ່ໃໝ່ອ່ຽມມາສູ່ແຂກທ່ອງທ່ຽວ. ພວກຂ້າພະເຈົ້າມີຫວັງວ່າ  ດ້ວຍບັນດາບົດດົນຕີຂອງດິງແຄັ໊ງລີຈະສ້າງແຫຼ່ງບັນດານໃຈໃຫ້ແກ່ນັກສິລະປິນເພື່ອໃຫ້ ວັນໝຽວ - ກວັກຕື໋ຢ໊າມກາຍເປັນເຂດປະດິດຄິດສ້າງ, ເຊື່ອມຕໍ່ກັບແຫຼ່ງວັດທະນທຳຂອງປູ່ຍ່າຕາຍຍາຍໃນພື້ນຖານວັດທະນະທຳຂອງຊາດ”.

     ບັນດາຄຸນຄ່າທີ່ເປັນແກ່ນສານຂອງການຮ່ຳຮຽນຫວຽດນາມຄືຈິດໃຈມັກການຮ່ຳຮຽນ ເຈດຈຳນົງສູ້ຊົນຂອງນັກຮຽນແຕ່ລະຄົນເພື່ອກາຍເປັນຜູ້ມີປະໂຫຍດຕໍ່ປະເທດຊາດ ໄດ້ຖືກພັນລະນາຜ່ານແຕ່ລະບົດດົນຕີດ້ວຍຫົວເລື່ອງທີ່ຈະແຈ້ງ. ຕາມຜູ້ກຳກັບການສະແດງເຈືອງກວັກຕວ່ານ, ທີມງານຜະລິດລາຍການຄ່ຳຄືນຢູ່ ວັນໝຽວ - ກວັກຕື໋ຢ໊າມໄດ້ກັ່ນຕອງບັນດາສິ່ງທີ່ຍອດຍິ່ງທາງດ້ານສິລະປະຖອດຖອນສິ່ງທີ່ມີຄຸນຄ່າທີ່ສຸດ ເພື່ອສ້າງຄວາມແຕກຕ່າງໃຫ້ແກ່ລາຍການ “ສິ່ງທີ່ຍອດຍິ່ງໃນການຮ່ຳຮຽນ”. ທ່ານຕວ່ານເວົ້າວ່າ:

      “ຈາກປະຕູໂຂງຂອງວັນໝຽວເຂົ້າມານີ້ກໍ່ມີ 5 ເຂດວັດທະນະທຳ. ແຕ່ລະເຂດກໍ່ມີທຳນອງງດົນຕີສະເພຳ. ຂ້າພະເຈົ້າຢາກນຳໃຊ້ດົນຕີເພື່ອຮັບໃຊ້ຜູ້ຊົມໄດ້ຮັບຊົມລາຍການຄົ້ນຫາຄ່ຳຄືນວັນໝຽວ - ກວັກຕື໋ຢ໊າມ. ສິ່ງທີ່ຍອດຍິ່ງທັງໝົດທີ່ພວກຂ້າພະເຈົ້າຢາກແນະນຳກໍ່ລ້ວນແຕ່ຖືກສະແດງອອກຜ່ານພາສາ 3D mapping ”.

      ລາຍການຄ່ຳຄືນວັນໝຽວ - ກວັກຕື໋ຢ໊າມ “ສິ່ງຍອດຍິ່ງໃນການຮ່ຳຮຽນ” ແມ່ນແນໃສ່ເສີມຂະຫຍາຍຄຸນຄ່າພິເສດສະເພາະກ່ຽວກັບການຮ່ຳຮຽນຢູ່ເຂດປູຊະນີຍະສະຖານອັນໄດ້ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາໃນຍາມຄ່ຳຄືນ.  ອານບຸມ “ສິ່ງຍອດຍິ່ງໃນການຮ່ຳຮຽນ” ໄດ້ເປີດສາກໃຫ້ແກ່ບັນດາການປະດິດຄິດສ້າງຂອງບັນດາຜູ້ເຮັດວຽກງານດ້ານສິລະປະຂອງວັນໝຽວ - ກວັກຕື໋ຢ໊າມເພື່ອໃຫ້ເຂດນີ້ ຍາມໃດກໍ່ແມ່ນແຫຼ່ງບັນດານໃຈຢ່າງແຮງກ້າໃຫ້ແກ່ການປະດິດຄິດສ້າງທາງດ້ານວັດທະນະທຳໃນໄລຍະທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ