ສິລະປະວົງຄະນະຍາດຢູ່ງານ Festival ເຫ້ວ 2014


  ໃນ​ຂອບ​ເຂດ​ງານ Festival ​ເຫ້ວ 2014, ຊຸມປີທີ່ຜ່ານມາ, ຢູ່ໃຈກາງນະຄອນ ເຫ້ວ ກໍຄືບັນດາເມືອງຊານ ນະຄອນ ໄດ້ດຳເນີນບັນດາການເຄື່ອນໄຫວວັດທະ ນະທຳສິລະປະທີ່ມີລັກສະນະວົງຄະນະຍາດ. ເຂົ້າຮ່ວມ Festival ​ເຫ້ວ 2014, ປະຊາຊົນບໍ່ພຽງແຕ່ແມ່ນເປົ້າໝາຍໄດ້ຮັບຊົມບັນດາການເຄື່ອນໄຫວ ວັດທະນະທຳເທົ່ານັ້ນ, ຫາກເຂົາເຈົ້າເອງ ໄດ້ກາຍເປັນເຈົ້າພາບງານບຸນ. ຊາວ​ເຫ້ວ ​ແລະ ​ແຂກ​ທ່ອງ​ທ່ຽວ​ນັບ​ພັນ​ຄົນ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ບັນຍາກາດ​ງານ​ບຸນ​ອັນ​ເປັນ​ເອກະລັກ​ສະ​ເພາະ.   

       

ສິລະປະວົງຄະນະຍາດຢູ່ງານ Festival ເຫ້ວ 2014 - ảnh 1
ຂົວເຈືອງຕຽນທີ່ສວຍງານໃນງານ Festival ​ເຫ້ວ
(ພາບ: baodanang)

  ​
ແຕ່​ວັນ​ທີ 13 ຫາ​ວັນ​ທີ 19/4, ຮອດ​ຍາມ​ຕອນ​ຄ່ຳ, ຢູ່​ແຫ່ງ​ຕ່າງໆ​ໃນ​ນະຄອນ​ເຫ້ວ ກໍ​ລ້ວນ​ແຕ່​ຟົດ​ຟື້ນ​ມ່ວນ​ຊື່ນ ​ແລະ ສວຍ​ງາມ​ດ້ວຍ​ລະບົບດອກ​ໄຟ​ສີ​ຫຼາກ​ຫຼາຍ, ສຽງ​ຕົບມື, ສຽງ​ໂຮ່​ຮ້ອງລະດົມ​ກຳລັງ​ໃຈ​ຂອງ​ຜູ້​ຊົມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ນາງ​ຟານ​ກຸກ​ຮ່ວາ ຢູ່​ຫ່າງ​ຈາກ​ສະຖານ​ທີ່ຈັດ​ງານ​ບຸນ 10 ກິ​ໂລ​ແມດ, ຮອດ​ຕອນ​ຄ່ຳ​ແຕ່​ລະ​ມື້, ນາງ​ພ້ອມ​ດ້ວຍ​ຄອບຄົວກໍ​ພາກັນ​ໄປ​ຊົມ​ລາຍການ​ສະ​ແດງ​ຢູ່​ບໍລິ​ເວນສວນສາທາລະນະ 3/2, ສວນສາທາລະນະ ຕື້​ເຕື້ອງ . ນາງ​ໃຫ້​ຮູ້​ວ່າ :

   “ 2-3ປີ​ຈຶ່ງ​ມີ​ເທື່ອ​ໜຶ່ງ, ດັ່ງ​ນັ້ນ​ຂ້າພະ​ເຈົ້າ​ຢາກ​ໄປ​ຊົມ. ຕອນ​ຄ່ຳ​ມື້​ນີ້, ຂ້າພະ​ເຈົ້າ​ພາ​ຫຼານ​ໄປ​ຊົມ, ​ເຫັນ​ພວກ​ເຂົາ​ຟ້ອນ​ງາມ​ຫຼາຍ. ພວກ​ນັກ​ສິລະປີນ​ສະ​ແດງ​ຢູ່​ບ່ອນ​ນີ້, ບ່ອນ​ນັ້ນ​ຫຼາຍ​ທີ່​ສຸດ. ຢູ່​ຖະໜົນ​ສາຍ​ໃດ, ກໍ​ມີ​ການສະ​ແດງ​ສິລະ​ປະ, ຢາກ​​ໄປ​ຊົມ​ຢູ່​ບ່ອນ​ໃດ​ກໍ​ມີ. ຂ້າພະ​ເຈົ້າ​ຢາກ​ມາ​ຊົມ​ຢູ່​ເວ​ທີ່​ສະ​ແດງ​ນ້ອຍ​ຊຳ​ນີ້, ​ເພາະ​ເຫັນ​ແຈ້ງ​ກວ່າ”

   ບັນດາ​ເວ​ທີ່​ສະ​ແດງ​ຖືກ​ຈັດ​ແຈງ​ຢູຸ່ບັນດາ​ບໍລິ​ເວນ​ສາທາລະນະ, ອັນ​ໄດ້​ສ້າງ​ກາລະ​ໂອກາດ​ໃຫ້​ແຂກ​ທ່ອງ​ທ່ຽວ ​ແລະ ປະຊາຊົນ​ໄດ້​ຮັບ​ຊົມ​ບັນດາ​ວາດ​ຟ້ອນ​ທີ່​ເປັນ​ເອກະລັກ​ ​ແລະ ດົນຕີສະ​ເພາະຂອງ​ບັນດາ​ຄະນະ​ສິລະ​ປະກອນ​ທີ່​ມາ​ຈາກ​ຫຼາຍ​ປະ​ເທດ​ໃນ​ໂລກ. ​ໂດຍ​ມາ​ຈາກ​ສີ​ລັງກາ, ຄະນະ​ສິລະ​ປະກອນ Ranragan ​ໄດ້​ສະ​ແດງ​ວາດ​ຟ້ອນ Ves ທີ່​ເປັນ​ເອກະລັກ​ສະ​ເພາະ ສະ​ແດງ​ໃຫ້​ເຫັນ​ຄວາມ​ເຫຼື້ອມ​ໃສ​ຂອງ​ຊາ​ວສີ​ລັງ​ກາ ກ່ຽວ​ກັບ​ຄວາມ​ຫວັງ​ມີ​ສັນຕິ​ສຸກ. ບັນດາ​ບົດ​ເພງ​ພື້ໜ​ເມືອງ​ທີ່​ຄຶກຄື້ນ​ຂອງ ​ໂກ​ລົມ​ໂບ ​ໂດຍ​ບັນດານັກ​ສິລະ​ປີນ​ຂອງ​ຄະນະ​ສິລະ​ປະກອນ Rio en Caribe ຄື​ດັ່ງ​ໄດ້​ພາ​ຜູ້​ຊົມ​ໄປ​ຍັງ​ເຂດ​ດິນ​ຢູ່​ເຄິ່ງໜ່ວຍ​ໂລກ​ເບື້ອງ​ນັ້ນ. ຫຼື​ບົດ​ລະຄອນ​ຕະຫຼົກ​ຂອງ​ ຄະນະ​ສິລະ​ປະກອນ Yangpyeong ຂອງ​ສ.​ເກົາຫຼີ ​ໄດ້ດຶງ​ດູດ​ໃຈ​​ແຂກ​ທ່ອງ​ທ່ຽວ ​ແລະ ຊາວ​ທ້ອງ​ຖິ່ນ. ​ເພື່ອນ​ ເຈີ​ນທິລີ​ລີ ນັກ​ສຶກສາ​ສັງກັດ​ມະຫາວິທະຍາ​ໄລ​ສ້າງ​ຄູ ​ເຫ້ວ ​ໃຫ້​ຮູ້​ວ່າ : 

   “ ນ້ອງ​ອາດ​ຈະ​ເຫັນ​ປະຈັກ​ຕາ​ບັນດາ​ລາຍການ​ສະ​ແດງ​ທີ່​ມີ​ຊີວິດ​ຊີວາ​ຢູ່​ຕາມ​ທ້ອງ​ຖະໜົນ ​ແທນ​ທີ່​ຮັບ​ຊົມ​ຜ່ານ​ໂທລະພາບ. ກ່ອນ​ໜ້າ​ນັ້ນ, ນ້ອງ​ພຽງ​ແຕ່​​ໄດ້​ຮູ້​ຜ່ານ​ປຶ້ມອ່ານ, ​ແຕ່​ໃນ​ປະຈຸ​ບັນ, ​ໄດ້​ພົບ​ປະ, ​ໂອ້​ລົມ​ກັບ​ບັນດາ​ນັກ​ສິລະ​ປີນ​ຊາວ​ຕ່າງປະ​ເທດ, ​ເປັນ​ໜ໊າຈັບ​ໃຈ​ອີ​ຫຼີ”

    ນັກ​ສິລະ​ປີນ Greta Kelly ສະມາຊິກ​ກອງ​ດົ​ນ​ຕີ Deep Blue ທີ່​ມາ​ຈາກ​ອົດ​ສະ​ຕາ​ລີ ​ໄດ້​ແບ່ງປັນ​ຄວາມ​ຮູ້ສຶກ​ເມ​ື່ອ​ໄດ້​ເຂົ້າ​ຮ່ວມ Festival ​ເຫ້ວ​ເປັນ​ຄັ້ງ​ທຳ​ອິດວ່າ:

 “ ​ໃນ​ການ​ມາສະ​ແດງ​ຄັ້ງ​ທຳ​ອິດ​ນີ້, ຂ້າພະ​ເຈົ້າ​ເຫັນ​ວ່າ ຜູ້​ຊົມ​ຫວຽດນາມ​ໄດ້​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ກ່ຽວ​ກັບ​ຄວາມ​ຮູ້ສຶກ​ຂອງ​ຕົນ. ​ເຂົາ​ເຈົ້າ​ຕົບມື​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ ​ແລະ ສະ​ແດງ​ໃຫ້​ເຫັນ​ຄວາມ​ເຂົ້າ​ໃຈ​ດ້ານ​ດົນຕີ​ຢ່າງ​ຈະ​ແຈ້ງ. ພວກ​ຂ້າພະ​ເຈົ້າຕົກສະ​ເງີ້ ​ແລະ ມີ​ຄວາມ​ຊົມ​ຊອບ​ເວ​ທີ່​ສະ​ແດງ​ຢູ່​ຫວຽດນາມ​ຊຶ່ງ​ຖື​ກຈັດ​ຕັ້ງ​ຂຶ້ນ​ຢູ່​ຫຼາຍ​ແຫ່ງ. ​ແລະ ​ເມື່ອ​ມາ​ນີ້, ພວກ​ຂ້າພະ​ເຈົ້າ​ຖືກ​ສະ​ແດງ​ໃນເວ​ທີ່​ສະ​ແດງ​ຖືກຕັ້ງ​ຂຶ້ນບົນ​ເດີນ​ຫຍ້າ, ອ້ອມ​ແອ້ມ​ແມ່ນ​ຕົ້ນ​ໄມ້ ພ້ອມ​ດ້ວຍ​ບັນດາຕຶກ​ເຮືອນ​ເກົ່າ​ແກ່. ນີ້​ແມ່ນ​ສິ່ງ​ທີ່​ພິ​ເສດ​ທີ່​ສຸດ”

   Festival ​ເຫ້ວ 2014 ​ແມ່ນ​ງານ Festival ​ຄັ້ງ​ທີ 2 ທີ່​ມີ​ລາຍການ​ງານບຸນຕາມທ້ອງຖະໜົນ. ປີນີ້, ບັນດາຂະບວນແຫ່ຂອງບັນດາປະເທດອາຊີ ຕາເວັນອອກສ່ຽງໃຕ້ ແລະ ອາເມລິກາລາຕິນ, ກໍຄືວົງດົນຕີຂອງແຟງລັງ ແລະ ອື່ນໆ ໄດ້ປະກອບສ່ວນເຮັດໃຫ້ບັນຍາກາດຢູ່ຕາມຖະໜົນໃຫຍ່ ທາງກ້ຳເໜືອ ແລະ ໃຕ້ຂົວ ເຈືອງຕຽນ ເພີ່ມຄວາມຟົດຟື້ນມ່ວນຊື່ນ.

ສິລະປະວົງຄະນະຍາດຢູ່ງານ Festival ເຫ້ວ 2014 - ảnh 2
ບັນດາ​ນັກ​ສີ​ລະ​ປີນ​ຂອງ​ແບນ​ຊິກ​ສະ​ແດງ​ການ​ຍ່າງດ້ວຍ​ໄມ້​ຄ້ຳ​ຢູ່​ຕາມ​ທ້ອງ​ຖະໜົນ

      ທ່ານ Manfled ​ແຂກ​ທ່ອງ​ທ່ຽວ​ເຢັຍລະມັນ​ໃຫ້​ຮູ້​ວ່າ : 

   “ ຂ້າພະ​ເຈົ້າຫາ​ກໍ​ມາ​ຮອດ​ເຫ້ວ​ເປັນ 1 ຊົ່ວ​ໂມງ. ລາຍການ​ສະ​ແດງ​ທີ່​ຫາ​ກໍ​ດຳ​ເນີນ​ນັ້ນ ​ແມ່ນ​ເປັນ​ໜ້າ​ຈັບ​ໃຈ​ຫຼາຍ. ພິ​ເສດ​ແມ່ນ​ໄດ້​ຊົມ​ບັນດາ​ນັກ​ສີ​ລະ​ປີນ​ຂອງ​ແບນ​ຊິກ​ສະ​ແດງ​ການ​ຍ່າງດ້ວຍ​ໄມ້​ຄ້ຳ​ຢູ່​ຕາມ​ທ້ອງ​ຖະໜົນ. ”

    ບັນຍາກາດ​ງານ​ບຸນ​ແມ່ນ​ຟົດ​ຟື້ນ​ມ່ວນ​ຊື່ນ​ບໍ່​ພຽງ​ແຕ່​ຢູ່​ບໍລິ​ເວນວັງ​ດ້າຍ​ໂນ້ຍ​ເຫ້ວ, ບັນດາ​ສວນສາທາລະນະ​ເທົ່າ​ນັ້ນ, ຫາກ​ຍັງ​ຟົດ​ຟື້ນ​ມ່ວນ​ຊື່ນ​ຢູ່​ຕາມ​ໂຮງຮຽນ, ​ໂຮງໝໍ​​ໃນ​ບໍ​ລິ​ເວນ​ນະຄອນ​ເຫ້ວອີກ​ດ້ວຍ. ນັກ​ສິລະ​ປີນ Cristian Andress ສັງກັດ​ຄະນະ​ສິລະ​ປະກອນ Los Andes ຂອງ​ຈີ​ເລ ​ແບ່ງປັນ​ວ່າ :

 “ ຂ້າພະ​ເຈົ້າ​ມີ​ຄວາມສຸກ​ທີ່​ສຸດ​ເມື່ອ​ໄດ້​ສະ​ແດງ​ຢູ່​ທີ່​ນີ້, ຜູ້​ຊົມ​ຫວຽດນາມ​ໄດ້​ສະຫງວນ​ຄວາມ​ຮັກ​ແພງ​ໃຫ້​ພວກ​ຂ້າພະ​ເຈົ້າ​ຢ່າງ​ຫຼວງ​ຫຼາຍ. ຂ້າພະ​ເຈົ້​າດີ​ໃຈ​ຫຼາຍ​ເພາະ​ທຸກໆ​ຄົນ​ລ້ວນ​ແຕ່​ໄດ້​ຊົມ​ບັນດາ​ລາຍການ​ສະ​ແດງ ”

    ປີນີ້​ຄະນະ​ຈັດ​ຕັ້ງ​ງານ Festival ​ເຫ້ວ ຍັງ​ໄດ້​ຈັດ​ສົ່ງ​ບັນດາ ຄະນະ​ສິລະ​ປະກອນທັງ​ຢູ່​ພາຍ​ໃນ ​ແລະ ສາກົນ​ລົງ​ໄປ​ເຂດ​ບ້ານ​ນາ​ທຳ​ການສະ​ແດງຮັບ​ໃຊ້​ປະຊາຊົນ​ຢູ່​ຟູ້ວາງ, ຟູ້​ໂລກ ຫຼື​ໄປ​ຮອດ​ເຂດ​ພູດ​ອຍ ນາມ​ດົງ, ອາ​ເລື້ອຍ​ອີ​ດ້ວຍ.

   ພ້ອມ​ກັບ​ພິທີ​ອັດ​ງານ Festival ​ເຫ້ວ 2014, ບັນດາ​ການ​ເຄື່ອນ​ໄຫວ​ສະ​ແດງ​ສິລະ​ປະ​ວົງ​ຄະນະ​ຍາດ​ໄດ້​ອັດ​ລົງ​ດ້ວຍ​ກ່ວາ 100 ລາຍການ​ຮັບ​ໃຊ້​ມ່ວນ​ຊົນ ​ແລະ ​ແຂກ​ທ່ອງ​ທ່ຽວ​ຢູ່​ບັນດາ​ສະຖານ​ທີ່​ນອກ​ບໍລິ​ເວ​ນ​ໃຈກາງ​ຈັດ​ງານ​ບຸນ​ໃນ​ວັງ ດ້າຍ​ໂນ້ຍ​ເຫ້ວ. ບັນດາ​ລາຍການ​ທີ່​ປະ​ທັບ​ໃຈ​ພ້ອມ​ກັບຄວາມສະໜິດສະໜົມ​ຂອງ​ບັນດາ​ຜູ້​ເຂົ້າ​ຮ່ວມ​ງານ​ບຸນ ​ໄດ້​ສ້າງ​ເປັນ​ອະນຸສອນ​ທີ່​ດີງາມ​ໃນ​ຄວາມ​ຊົງ​ຈຳ​ຂອງ​ຊາວ​ເຫ້ວ, ​ແຂກ​ທ່ອງ​ທ່ຽວ​ກໍ​ຄື​ບັນດາ​ນັກ​ສິລະ​ປີນ​ທີ່​ເຂົ້າ​ຮ່ວມ Festival ​ເຫ້ວ 2014. ທຸກໆ​ຄົນ​ຕ່າງ​ກໍ​ຄ່ອຍ​ຖ້າ​ງານ Festival ​ເຫ້ວ ຄັ້ງ​ໃໝ່​ດ້ວຍ​ສິ່ງ​ທີ່​ຈັບ​ໃຈ ​ແລະ ​ເປັນ​ເອກະລັກ​ຫຼາຍ​ຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ